ລາຍການທ່ອງທ່ຽວ ຢູ່ອ່າວຫ້າລອງ

(vovworld) ໃນອາ​ທິດ​ຜ່ານ​ມາ, ໃນ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບ​​ສົງເຖິງ​ລາຍ​ການ, ຜູ້​ຟັງ, ຜູ້​ອ່ານ​ລ​າວບາງ​ຄົນ​ໄດ້​​​ມີ​ຄວາມສົນ​ໃຈເຖິງ​ງານ​ບຸນວິ​ຫານ ຮູ່ງ, ​ລ​າຍການ​ທ່ອ​ງ​ທ່ຽວ​ຢູ່ ​ຫ້າ​ລອງ ແລະ ນີ້ກໍ່​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ລາຍ​ການ “ໂອ​້​ລົ​ມ​ກັບ​ເພື່ອນ​ລາວ” ມື້ນີ້. ​   

ໃນ​ອີ​ແມວ​ສົ່​ງ​ເຖິງ​ລາຍ​ການ, ເພື່ອນ ລໍ​ຄຳ​ໄຊ ໄດ້​ຂຽນ​ວ່າ: “ປະ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ພວມ​ຮຽນ​ພາ​ສາ ຫວຽດ ຢູ່ໂຮງ​ຮຽນ T80 ຢູ່​ເມືອງ​ເຊ​ີນ​ໄຕ, ຮ່າ​ໂນ້ຍ. ຍ້ອນ​ວ່າ​ຫາກໍ່​ມາຮຽນ​ພາ​ສາ ຫວຽດ ບໍ່​ໄດ້​ເທົ່າ​ໃດ​ເດືອນ, ສະ​ນັ້ນ ເລື່ອງ​ເວົ້າ​ພາ​ສາ ຫວຽດ​ນາມ ຂອງ​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ດີ​ປານ​ໃດ, ດັ່ງ​ນັ້ນ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ ປີນີ້ ຂ້າ​ພະ​ເຈົ້າ​ຢາກ​ໄດ້​ໄປ​ທ່ອງ​ທ່ຽວ​ກັບ​ໝູ່​ເພື່ອນ ເພື່ອ​ຊອກ​ຮູ້ ກ່ຽວ​ກັບ​ປະ​ເທດ​ຊາດ, ປະ​ຊາ​ຊົນ ຫວຽດ​ນາມ ຫຼາຍ​ກ່​ວາ​. ຍ້ອນ​ເວ​ລາ​ພັກ​ບໍ່ມ​ີຫຼາຍ​, ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງຢາກ​ໄປ​​ທ່ອງ​ທ່ຽວບ່ອນ​ໃດ​ທີ່​ໃກ້ໆກັບ​ໂຮງ​ຮຽນ, ໃນ​ທັນ​ທີ​ກໍ່​ຄິດ​ໄດ້ເລີຍ​ວ່າ ວິ​ຫານ​ຮູ່ງ, ບ່ອນ​ພວມ​ຈັດ​ຕັ້ງ​ງານ​ບຸນ​ວິ​ຫານ​ຮູ່ງ. ຫວັງ​ວ່າ, ບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວ ຈະ​ສະ​ໜອງ​ຂໍ້​ມ​ູນ​ຂ່າ​ວ​ເພື່ອໃຫ້​ຮູ້​ຍານພະ​ຫະ​ນະ​ໄປ​ເຖິງວິ​ຫານ​ຮູ່ງ ແລະ ເມື່ອ​ໄປ​ຫາ​ແຫ່ງນັ້ນ​ແລ້ວ ຂ້າ​ພະ​ເຈົ້າ​ຄວນ​ໄປ​​ຢ້ຽມຢາມ​ສະ​ຖານ​ທີ່​ໃດ​ແດ່?​”

ລາຍການທ່ອງທ່ຽວ ຢູ່ອ່າວຫ້າລອງ - ảnh 1
 ວິ​ຫານ​ຮູ່ງ (ພາບ​ປະ​ກອບ​ຈາກ​ອີນ​ເຕີ​ເນັດ)


       
ເພື່ອນ ລໍ​ຄຳ​ໄຊ ທີ່​ຮັກ​ແພງ, ຖ້າ​ຫາກ​ເພື່ອນ​​ຢາກໄປ​ຢ້ຽມ​ຢາມ​ວິ​ຫານ ຮູ່ງ ຈາ​ກ​ເມືອງ ເຊີນ​ໄຕ ​ເພື່ອນສາ​ມາດ​ໄປ​ຕາມ​ເສັ້ນ​ທາງ​ຄື​ດັ່ງນີ້: ຈາກ ເຊີນ​ໄຕ ໄປ​ຕາມ​ທາງຫຼວງ 32C ຜ່ານ​ຂົວ ຟອງ​ເຈົາ ຮອດ​ທາງ​ສາມ​ແຍກ ຕຽນ​ກຽນ ລ້ຽວ​ຂວາຕາມ​ ທາງຫຼວງ 32C ເຂົ້າ​ບ່​ອນ​ຈອດ​ລົດ, ນັ້ນ​ແມ່ນ​ໄປ​ດ້ວຍ​ລົດ​ໂອ​ໂຕ​. ຖ້າ​ຫາກວ່າ ເພື່ອນ​​ ​ດ້ວຍ​ລົດ​ຈັກ ເພື່ອນ​ອອກ​ຈາກເຊີ​ນ​ໄຕ ໄປ​ຕາມທາງຫຼວງ 32C ຮ​ອດ ກມ4+500 ລ້ຽວ​​ຊ້າຍເຂົ້າ​ທາງ​ 325 ຮອ​ດ​ວັດ ໂຕ໋ (ວິ​ຫານ​ຈີ່ງ), ຝາກ​ລົດ​ຢູ່​ສະ​ຖານ​ທີ່​ຈອດ​ລົດ​ໃກ້​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຮີ​ເກືອງ ຫຼື ສະ​ຖານ​ທີ່​ຈອດ​ລົດ​ໃກ້​ກັ​ບ​ວັດ​ ໂຕ໋.

        ເມື່ອ​ໄປ​ເຖິງວິ​ຫານ​ຮ​ູ່ງແລ້ວ, ເພື່ອນ​ສາ​ມາດ​ໄປ​ຢ້ຽມ​ຢາມ: ສຸ​ສານ​ຂອງ​ເຈົ້າ​ຊີ​ວິ​ດ​ຮູ່ງ: ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ສຸ​ສານ​ຂອງ​ເຈົ້າ​ຊີ​ວິດ​ຮູ່ງ​ອົງ​ທີ 6. ​ສ່ວນ​ຢ້ຽມ​ຢາມວິ​ຫາ​ນ​ຫ້າ: ແມ່ນຈາກ​ຕີນ​ພູ ຮູ່ງ ໄປ​ຜ່ານ​​ປະ​ຕູ​ໃຫຍ່ ​ຂຶ້ນ​ຂັ້ນ​ໄດ​ໄປ​ປະ​ມານ 225 ຂັ້ນຈະ​ໄປ​ຮອດ​ວິ​ຫານ ຫ້າ ແລະ ວັດ ທຽນ​ກວາງ. ວັດ​ໄດ້​ຮັບ​ການກໍ່​ສ້າງ​ໃນ​ສະ​ຕະ​ວັດ​ທີ 15. ຢູ່​ທາງໜ້າ​ວິ​ຫານ ຫ້າ ມີ​ຕົ້ນ​ໄມ້​ໃຫຍ່, ບ່ອນນີ້ ປະ​ທານ ໂຮ່​ຈີ​ມິນ ໄດ້​ໂອ້​ລົມ​ກັບ​ນັກ​ຮົບ​ຂອງກອ​ງ​ພົນ​ປະ​ຈັນ​ບານທີ່​ວ່າ “ບັນ​ດາ​ເຈົ້າ​ຊີ​ວິດ​ຮູ່ງ ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ, ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”. ​ທີ 3 ແມ່ນວິ​ຫານ​ຈູງ ເຊິ່ງ​ແມ່ນ​ບ່ອນ​ບັນ​ດາ​ເຈົ້າ​ຊີ​ວິດ​ຮູ່ງ ໄດ້​ກໍ່​ສ້າງ​ບ່ອນ​ພັກ​ຜ​່ອນ ແລ​ະ ເຮັດ​ວຽກ. ວິ​ຫານ​ເທື້ອງ, ແມ່ນ​ບ່ອນ ທຸກ​ຟ໋ານ ກໍ່​ສ້າງ​ແຜນ​ສີ​ລາ​ສະ​ບານ​ຈະ​ຮັກ​ສາ​ວິ​ຫານ ແລະ ຮັກ​ສາ​ບັນ​ດາ​ຜົ​ນ​ງານເຈົ້າ​ຊີ​ວິດ​ຮູ່ງ. ​ສຸດ​ທ້າຍ​ເພື່ອນ​ແວ່​ຢາມວິ​ຫານ ຢ໋ຽງ, ໃນ​ວິ​ຫານນີ້​ມີນ​້ຳ​ສ້າງງອກ (ແກ້ວ​ມະ​ນີ), ນ​້ຳເຕັ້ມ​ໃນ 4 ລະ​ດູ.

ລາຍການທ່ອງທ່ຽວ ຢູ່ອ່າວຫ້າລອງ - ảnh 2
ພາບ​ປະ​ກອບ

        ສ່ວນ​ໃນ​ອີ​ແມວ​​ສົ່ງ​ເຖິງ​ລາຍ​ການ, ເພື່ອນ ​ວິ​ໄລ​ສ​ຸກ ໄດ້​ຕັ້ງ​ຄຳ​ຖາ​ມ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ດ້ວຍກ​່ຳ​ປັ່ນ​ຢູ່ ຫ້າ​ລອງ. ລາວ​ຢາກ​ຖາມ​ລາ​ຄາ​ຂອງ​ບໍ​ລິ​ການນີ້.

        ເພື່ອນ ວິ​ໄລ​ສຸກ ທີ່​ຮັກ​ແພງ, ປະ​ຈຸ​ບັນ​, ​ລາຍການ​ທ່ອງ​ທ່ຽວນອນ​ໃນ​ກ່ຳ​ປັ່ນ ຢູ່​ອ່າວຫ້າ​ລອງ ໄດ້​ຮ​ັບ​ຄວາມ​ນິ​ຍົມ​ຈາກ​ແຂກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ທີ່​ສຸດ. ການ​ທ່ອງ​ທ່ຽວ​ນອນ​​ໃນ​ກ່ຳ​ປັ່ນ ຈະ​ນຳ​ມາ​ໃຫ້​ແຂກ​ທ່ອງ​ທ່ຽວ​ບັນ​ດາຄວາມ​ຮູ້​ສຶກ​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈໃນ​​ຍາມ​ຄ່ຳ​ຄືນ​ຢູ່​ອ່າວ ຫ້າ​ລອງ, ແຂກ​ທ່ອງ​ທ່ຽວ​ສາ​ມາດ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄືລ່ອງ​ເຮືອ ກາ​ຢັກ, ອາບ​ນ້ຳ​ຢູ່​ອ່​າວ, ຊົມ​ທິວ​ທັດ​ທຳ​ມະ​ຊາດ​​ຂອງ​ອ່າວ ຫ້​າ​ລອງ ຢູ່​ເທິງ​ກ່ຳ​ປັ່ນໃນ​ຍາມ​ສາ​ຍັນ ຫຼື ຍາມອາ​ລຸນ, ຕຶກ​ປາ​ມຶກ​ໃນ​ຍາມ​ຄ່ຳ​ຄືນ… ​ຄ່າ​ບໍ​ລິ​ການນອນ​ໃນ​ກ່ຳ​ປັ່ນ​ຢູ່​ອ່າວ ຫ້າ​ລອງ ມີ​ລາ​ຄາ​ຄື​ແນວນີ້ ສຳ​ລັບ​ກ​່ຳ​ປັ່ນ​ມີ​ມາດ​ຖານ 5 ດາວຖ້າ​ເພື່ອນພັກ​ຜ່ອນ 2 ວັນ 1 ຄືນ​ແມ່ນ​ປະ​ມານ 3.300.000 ດົ່ງ/ຄົນ. ສຳ​ລັບ​ກ​່ຳ​ປັ່ນ​ມີ​ມາດ​ຖານ 4 ດາວຖ້າ​ເພື່ອນ​ພັກ​ຜ່ອນ 2 ວັນ 1 ຄືນ​ແມ່ນ​ປະ​ມານ 2.800.000 ດົ່ງ/ຄົນ. ສຳ​ລັບ​ກ​່ຳ​ປັ່ນ​ມີ​ມາດ​ຖານ 3 ດາວຖ້າ​ເພື່ອນພັກ​ຜ່ອນ 2 ວັນ 1 ຄືນ​ແມ່ນ​ປະ​ມານ 2.400.000 ດົ່ງ/ຄົນ… ​ຄ່າ​ບໍ​ລ​ິ​ການນີ້​ອາດ​ຈະມີ​ການ​ປ່ຽນ​ແປງ​ຕາມ​ເດືອນ, ຕາມ​ລະ​ດູ​. ຫວັງ​ວ່າ, ບັນ​ດາ​ຂໍ້​ມ​ູນ​ຂ່າວ​ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້​ເພື່ອນ ວິ​ໄລ​ສ​ຸກ ມີ​ການ​ທ່ອງ​ທ່ຽວ​ເຕັ້​ມ​ດ້ວຍ​ຄວາມ​ປະ​ທັບ​ໃຈ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນ​ຈົດ​ໝາຍ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.


ຕອບກັບ

ຂ່າວ/ບົດ​ອື່ນ