ວັນເດັກນ້ອຍສາກົນ - ວັນບຸນທີ່ເຕັມໄປດ້ວຍຄວາມໝາຍ

(VOVWORLD) - ນີ້ກໍ່ແມ່ນໂອກາດປິດສົກຮຽນ ແລະ ເລີ່ມເຂົ້າສູ່ໄລຍະພັກແລ້ງ, ຂໍອວຍພອນໃຫ້ພວກນ້ອງ ຈົ່ງບັນລຸຜົນງານທີ່ດີໃນການຮ່ຳຮຽນ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລຈາກຄອບຄົວ ແລະ ສັງຄົມ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 336 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງ.
ວັນເດັກນ້ອຍສາກົນ - ວັນບຸນທີ່ເຕັມໄປດ້ວຍຄວາມໝາຍ - ảnh 1(ພາບອີນເຕີເນັດ)

ໃນອາທິດຜ່ານມາ, ລາຍການພາກພາສາ ລາວ ໄດ້ຮັບຫຼາຍຈົດໝາຍ, ອີເມວ ສົ່ງຄຳອວຍພອນເນື່ອງໃນໂອກາດວັນເດັກນ້ອຍສາກົນ 01 ມິຖຸນາ ເຊິ່ງທ່ານຜູ້ຟັງໄດ້ສົ່ງມາຫາລາຍການ. ໃນນັ້ນ, ເພື່ອນ ສຸພະຈັນ, ແຂວງ ຫົວພັນ ໄດ້ສົ່ງອີເມວມາລາຍການດ້ວຍເນື້ອໃນທີ່ວ່າ: ເນື່ອງໃນໂອກາດວັນເດັກນ້ອຍສາກົນ, ຂ້າພະເຈົ້າຂໍອວຍພອນໃຫ້ນ້ອງໆເດັກນ້ອຍເຍົາວະຊົນ, ອະນຸຊົນ ຕ້ອນຮັບວັນບຸນທີ່ເຕັມໄປດ້ວຍຄວາມໝາຍພ້ອມກັບຄອບຄົວ. ຂ້າພະເຈົ້າກໍ່ຮູ້ວ່າ ນີ້ກໍ່ແມ່ນໂອກາດປິດສົກຮຽນ ແລະ ເລີ່ມເຂົ້າສູ່ໄລຍະພັກແລ້ງ, ຂໍອວຍພອນໃຫ້ພວກນ້ອງ ຈົ່ງບັນລຸຜົນງານທີ່ດີໃນການຮ່ຳຮຽນ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລຈາກຄອບຄົວ ແລະ ສັງຄົມ ແລະ ໃນໂອກາດພັກແລ້ງຂໍໃຫ້ມີຄວາມສຸກຫຼາຍໆ.

ເພື່ອນ ພຸດທະສອນ, ດຳລົງຊີວິດຢູ່ແຂວງ ວຽງຈັນ ໄດ້ໂທລະສັບມາຍັງລາຍການແບ່ງປັນວ່າ: ຂ້າພະເຈົ້າໄດ້ຮູ້ຂ່າວວ່າ ວັນທີ 05 ມິຖຸນາ 1911, ຊາວໜຸ່ມມີຊື່ວ່າ ຫງວຽນເຕີດແທັ່ງ (ຫງວຽນອາຍກວກ, ໂຮ່ຈີມິນ) ໄດ້ເດີນທາງອອກຈາກທ່າກຳປັ່ນ ຍ່າຣົ່ງ, ເລີ່ມຕົ້ນການເດີນທາງໄປຊອກຫາເສັ້ນທາງກູ້ຊາດ ໂດຍແກ່ຍາວເປັນເວລາ 30 ປີ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຢາກໄດ້ຮັບຟັງບັນດາບົດເພງກ່ຽວກັບປະທານ ໂຮ່ຈີມິນ ໃນລາຍການເພງທີ່ຈະອອກອາກາດໃນອາທິດຈະມາເຖິງຂອງພາກພາສາ ລາວ ໄດ້ບໍ່?.

ເພື່ອນ ພຸດທະສອນ ທີ່ຮັກແພງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 112 ປີແຫ່ງວັນປະທານ ໂຮ່ຈີມິນ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ, ໃນລາຍການເພງອາທິດຈະມາເຖິງນີ້, ພວກຂ້າພະເຈົ້າຈະເປີດບາງບົດເພງກ່ຽວກັບລຸງ ໂຮ່, ຂໍເຊີນເພື່ອນ ແລະ ມິດເພງຮັບຟັງນຳກັນ.

ວັນເດັກນ້ອຍສາກົນ - ວັນບຸນທີ່ເຕັມໄປດ້ວຍຄວາມໝາຍ - ảnh 2 ງານບຸນຢູ່ ຈ່າໂກ໋
(ພາບ: zingnews.vn)

ເພື່ອນ ຄຳປານ ວິໄລຈິດ, ຢູ່ແຂວງ ສະຫວັນນະເຂດ ໄດ້ສົ່ງອີເມວມາລາຍການດ້ວຍເນື້ອໃນທີ່ວ່າ: ໃນຕົ້ນເດືອນ ພຶດສະພາ ຜ່ານມາ, ຂ້າພະເຈົ້າໄດ້ໂທລະສັບມາຫາລາຍການ ຢາກໃຫ້ທາງລາຍການແນະນຳກ່ຽວກັບເຂດຫາດຊາຍທະເລ ຈ່າໂກ໋, ແຂວງ ກວາງນິງ. ຂໍຂອບໃຈທາງລາຍການທີ່ໄດ້ແນະນຳບາງສະຖານທີ່ຢ້ຽມຢາມຢູ່ທີ່ນີ້. ຄາດວ່າ, ໃນເດືອນ ກໍລະກົດ ຈະມາເຖິງນີ້, ຂ້າພະເຈົ້າຈະໄປຢ້ຽມຢາມແຂວງ ກວາງນິງ, ຫວັງວ່າ ທາງລາຍການຈະແນະນຳບາງງານບຸນທີ່ຈະຈັດຂຶ້ນໃນຈຸດເວລາດັ່ງກ່າວ. ຂໍຂອບໃຈ.

ເພື່ອນ ຄຳປານ ວິໄລຈິດ ທີ່ຮັກແພງ! ໃນເດືອນ ກໍລະກົດ ຈະມາເຖິງນີ້, ຢູ່ແຂວງ ກວາງນິງ ຈະຈັດການເຄື່ອນໄຫວທີ່ໜ້າສົນໃຈ, ຄື:

-            ງານບຸນ ຈ່າໂກ໋: ຄາດວ່າ ຈະຈັດຂຶ້ນຢູ່ສາລາ ຈ່າໂກ, ເຂດ ນາມທໍ້, ບ້ານ ຈ່າໂກ໋, ນະຄອນ ມອງກາຍ, ແຂວງ ກວາງນິງ, ແຕ່ວັນທີ 17-20 ກໍລະກົດ. ງານບຸນ ຈ່າໂກ໋ ໄດ້ຮູ້ຈັກເຖິງວ່າແມ່ນໜຶ່ງໃນບັນດາງານບຸນປະເພນີເຊິ່ງໄດ້ຮັບການຮັບຮອງວ່າເປັນ “ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ” ຢູ່ແຂວງ ກວາງນິງ. ເຂົ້າຮ່ວມງານບຸນນີ້, ແຂກທ່ອງທ່ຽວຈະໄດ້ຄົ້ນຫາສິ່ງດຶງດູດໃຈຫຼາຍຢ່າງ, ຄື: ພິທີແຫ່ເຈົ້າຊີວິດ, ງານແຂ່ງຂັນແຕ່ງພາເຂົ້າ, ບັນດາການລະຫຼີ້ນພື້ນເມືອງ… ພິເສດໃນງານບຸນນັ້ນແມ່ນລາຍການ “ຟ້ອນບົງ” - ເຊິ່ງເປັນການເຄື່ອນໄຫວວັດທະນະທຳດ້ານຈິດວິນຍານຂໍຄວາມໂຊກລາບ, ຄວາມສະຫງົບສຸກ, ຂໍໃຫ້ດິນຟ້າອາກາດເອື້ອອຳນວຍ.

-               ງານບຸນ ກວານລ້ານ - ງານບຸນຊ່ວງເຮືອຢູ່ ກວາງນິງ: ຄາດວ່າ ຈະຈັດຂຶ້ນຢູ່ສາລາບ້ານ ກວານລ້ານ, ບ້ານ ເຕີນຟອງ, ຕາແສງ ກວານລ້ານ, ແຂວງ ກວາງນິງ, ໃນທ້າຍເດືອນ ກໍລະກົດ. ເຂົ້າຮ່ວມງານບຸນນີ້, ແຂກທ່ອງທ່ຽວຈະໄດ້ຊອກຮູ້ກ່ຽວກັບຈຸດຄວາມງາມຂອງວັດທະນະທຳທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ, ເຂົ້າຮ່ວມຊົມການແຂ່ງຊວ່ງເຮືອທີ່ຟົດຟື້ນ, ການເຄື່ອນໄຫວວາດພາບການຕໍ່ສູ້ຢ່າງພິລະອາດຫານໃນເມື່ອກ່ອນຕີກັບທະຫານ ຫງວຽນ ໃນສະໄໝ ເຈິ່ນ. ແຕ່ລະປີ, ງານບຸນ ກວານລ້ານ ລ້ວນແຕ່ໄດ້ຈັດຂຶ້ນຄືເປັນດັ່ງຈຸດວັດທະນະທຳທີ່ເປັນມູນເຊື້ອທີ່ບໍ່ອາດຂາດໄດ້ ເຊິ່ງໄດ້ຊຶມເລິກເຂົ້າຈິດໃຈປະຊາຊົນແຕ່ລະຄົນຢູ່ເຂດດິນແດນແຫ່ງນີ້.

ທາງລາຍການຂໍອວຍພອນໃຫ້ທ່ານເດີນທາງດ້ວຍຄວາມປອດໄພ ແລະ ມີວັນພັກຜ່ອນຢູ່ແຂວງ ກວາງນິງ ທີ່ມີຄວາມໝາຍ. ເພື່ອນຢ່າລືມແບ່ງປັນຄວາມຮູ້ສຶກຂອງຕົນກ່ຽວກັບການເດີນທາງໄປຢ້ຽມຢາມກັບລາຍການເດີ້.

ພື່ອນ ຄຳພັນ ວິໄລຈິດ, ຢູ່ແຂວງ ບໍລິຄຳໄຊ, ໄດ້ສົ່ງຂໍຄວາມມາຫາລາຍການຢາກຮູ້ວ່າ, ຍາມໃດບໍລິສັດການບິນ Vietnam Airlines ຈະເປີດສາຍການບິນລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄືນໃໝ່.

ເພື່ອນ ຄຳພັນ ວິໄລຈິດ ທີ່ຮັກແພງ, ຕາມແຈ້ງການຂອງກະຊວງຄົມມະນາຄົມ ຂົນສົ່ງ ຫວຽດນາມ ແລ້ວ, ນັບແຕ່ວັນທີ 01 ກໍລະກົດ 2023, Vietnam Airlines ຈະເປີດສາຍການບິນຂ້າມອິນດູຈີນຄືນໃໝ່ ດ້ວຍແຜນບິນແມ່ນ ຮ່າໂນ້ຍ (ຫວຽດນາມ) - ຫຼວງພະບາງ (ລາວ) - ຊຽມຣຽບ (ກຳປູເຈຍ) ແລະ ກົງກັນຂ້າມ, ດ້ວຍ 3 ທ້ຽວ/ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ, ເຮືອບິນ A321. ທາງບໍລິສັດຄາດວ່າ, ແຕ່ວັນທີ 30 ຕຸລາ 2023, ຈະເພີ່ມຂຶ້ນເປັນ 5 ຖ້ຽວ/ອາທິດ. ຕາມຜູ້ຕາງໜ້າຂອງບໍລິສັດ Vietnam Airlines ແລ້ວ, ເລື່ອງຟື້ນຟູສາຍການບິນຂ້າມອິນດູຈີນລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ພາຍຫຼັງທີີ່ຕ້ອງຢຸດຊົ່ວຄາວຍ້ອນພະຍາດໂຄວິດ-19 ນັ້ນ ຈະນຳມາເຊິ່ງການຄັດເລືອກໃນການເດີນທາງທີ່ສະດວກໃຫ້ແກ່ແຂກທ່ອງທ່ຽວທີ່ໄປຢ້ຽມຢາມບັນດາມໍລະດົກວັດທະນະທຳໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ