ສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອກອງທັບປະຊາຊົນ ຫວຽດນາມ

      ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ ລາວ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ໄດ້​ຮັບ​ ໂທລະສັບ, ອີ​ແມວ, ຈົດໝາຍ​ 211 ສະບັບ ຈາກ​ຜູ້​ຟັງຝາກ​ມາ ທີ່​ອວຍພອນ​ບັນດາ​ເຫດການ​ສຳຄັນ​ໃນ​ເດືອນ 12 ຄື: 72 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກອງທັບ​ປະຊາຊົນ ຫວຽດນາມ ​ແລະ 70 ປີ​ແຫ່ງ​ວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

ສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອກອງທັບປະຊາຊົນ ຫວຽດນາມ  - ảnh 1
(ພາບປະກອບ)

        ​ລຸງ ບູນທະ ຈັນທະ​ວົງ ຢູ່​ແຂວງ ວຽງ​ຈັນ (ລາວ) ​ເປັນ​ນັກຮົບ​ເກົ່າ ລາວ ​ໂທລະສັບ​ມາລາ​ຍການ​ດ້ວຍ​ເນື້ອ​ໃນ​ວ່າ:  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 72 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກອງທັບ​ປະຊາຊົນ ຫວຽດນາມ (22/12/1944 22/12/2016). ຂ້າພະ​ເຈົ້າຂໍ​ສົ່ງ​ຄຳ​ອວຍພອນອັນ​ດີງາມ​ທີ່​ສຸດ​ເຖິງ​ບັນດາ​ນັກຮົບ​ກຳລັງ​ປະກອບ​ອາວຸດ​ກອງທັບ​ປະຊາຊົນ ຫວຽດນາມ ​ເວົ້າ​ລວມ ​ແລະ ບັນດາ​ນັກຮົບ​ເກົ່າ​ທະຫານ​ອາສາ​ສະໝັກ ຫວຽດນາມ ​ເວົ້າ​ສະ​ເພາະ ອວຍພອນ​​ໃຫ້ນ້ຳ​ໃຈ​ສາມັກຄີມິດຕະພາບ​​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ​, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ເວົ້າ​ລວມກໍ່​ຄືກ​ອງທັບ 2 ປະ​ເທດ​ເວົ້າ​ສະ​ເພາະ​ນັບ​ມື້​ນັບ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ບັນດາ​ນັກຮົບ​ປະ​ເທດ ລາວ ກໍ່​ຄື​ປະຊາຊົນ ລາວ ຍາມ​ໃດ​ກໍ່​ຈົດ​ຈຳບຸນຄຸນ​ອັນ​ໃຫຍ່​ຫລວງ​ຂອງ​ບັນດາ​ນັກຮົບ​ອາສາ​ສະ​ໜັກ ຫວຽດນາມ ​ເຊິ່ງ​ໄດ້​ຮຽງ​ບ່າ​ຮຽງ​ໄຫລ່, ສະໜັບສະໜູນ, ຊ່ວຍ​ເຫຼືອກອງທັບ​ ​ແລະ ປະຊາຊົນ ລາວ ​ໃນ​ຊຸມ​ວັນ​ເດືອນສົງຄາມ​ຢ່າງ​ດຸ​ເດືອດ. ພວກ​ຂ້າພະ​ເຈົ້າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງຕົນ​ໃນ​ການ​ສຶກສາ​ໂຄສະນາ ​ເພື່ອ​ໃຫ້​ບັນດາ​ລຸ້ນຫລັງ​ເຂົ້າ​ໃຈ​ແຈ້ງ​ກ່ວາ ກ່ຽວ​ກັບ​ການ​ພົວພັນ​ແບບ​ພິ​ເສດ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ມິດຕະພາບ ລາວ - ຫວຽດນາມ ​ໃຫ້ນັບ​ມື້​ນັບ​ໝັ້ນຄົງ.

*****

        ​ເພື່ອນ ​ເບີ​ນ ພິມ​ມະສອນ ຢູ່​ນະຄອນຫລວງ ວຽງຈັນ ​ໄດ້ສົ່ງອີ​ແມວ​ມາຍັງ ລາ​ຍການ​ດ້ວຍ​ເນື້ອ​ໃນ​ວ່າ: ​ໃນ​ອາທິດ​ຜ່ານ​ມາ, ສື່​ມວນ​ຊົນ​ຂອງ ຫວຽດນາມ ​ໃຫ້​ຂ່າວຢ່າງ​ຫລວງຫລາຍ​​ກ່ຽວ​ກັບບັນ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ, ພິ​ເສດ​ແມ່ນ​​ໃນເວັນ​ໄຊ vovworld.vn ຂອງ VOV. ຜ່ານ​ທາງ​ລາຍການ ຂ້າພະ​ເຈົ້າ​ຢາກ​ຮູ້​ຕື່ມ​ອີກ​ກ່ຽນກັບຄວາມ​ໝາ​ຍປະຫວັດສາດ​ຂອງ​ວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ ?

ສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອກອງທັບປະຊາຊົນ ຫວຽດນາມ  - ảnh 2

(ພາບປະກອບ)

        ​​ເພື່ອນ ​ເບີ​ນ ພິມ​ມະສອນ ທີ່​ຮັກ​ແພງ! ວັນ​ທີ 19/12/1946 ​ແມ່ນ​ວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້າ​ນ, ອັນ​ໄດ້ສ້າງ​ເປັນ​ຂີດ​ໝາຍອັນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ຶອມ​ໃນ​ປະຫວັດສາດ​ແຫ່ງ​ການຕໍ່ສູ້​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ​ຂອງ ຫວຽດນາມ ​ແລະ ຕິດ​ພັນ​ກັບວິລະ​ກຳອັນພິລະ​ອາດ​ຫານ​ຂອງ​ກອງທັບ ​ແລະ ປະຊາຊົນ ຮ່າ​ໂນ້ຍ ​ໃນ​ຊຸມ​ວັນ​ຕົ້ນ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ລ່າ​ເມືອງ​ຂຶ້ນ ຝະລັ່ງ. ວັນ​ທີ 19/12/1946 ປະທານ ​ໂຮ່ຈີ​ມິນ ​ໄດ້​ຮຽກຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ. ຜ່ານ​ 9 ປີ​ແຫ່ງ​ການຕໍ່ສູ້​ຍືດ​ເຍືອ​ຍາວ​ນານ, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປະຊາຊົນ ຫວຽດນາມ ພາຍ​ໃຕ້​ການຊີ້ນ​ຳນຳ​ພາອັນສະຫລາດ​ສ່ອງ​ໃສ ​ແລະ ປີ​ຊາ​ສາມາດ ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ປະທານ ​ໂຮ່ຈີ​ມິນ​ຜູ້​ຍິ່ງ​ໃຫຍ່ ​ໄດ້ພາບ​ແພ້​ລັດທິ​ລ່າ​ເມືອງ​ຂຶ້ນ ຝະລັ່ງ ​ເຊິ່ງຈຸດ​ສູງ​ແມ່ນ “​ໄຊ​ຊະນະປະຫວັ​ດສາດ ດ້ຽນບຽນ​ຟູ ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ທະວີບ ​ແລະ ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ໂລກ ”, ອັນ​ໄດ້​ບັງຄັບ​ໃຫ້​ລ່າ​ເມືອງ​ຂຶ້ນ ຝະລັ່ງ ຕ້ອງ​ເຊັນ​ສັນຍາ ​ເຊີ​ແນວ ​ໃຫ້​ຄຳ​ໝັ້ນ​ສັນຍາ​ເຄົາລົບ​​ເອກະລາດ, ອະທິປະ​ໄຕ​ຂອງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ. ຜົນສຳ​ເລັດ​ຂອງ​ການ​ຕໍ່ສູ້​ຕ້ານ​ລ່າ​ເມືອງ​ຂຶ້ນ ຝະລັ່ງ ​ໄດ້​ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ໄຊຊະນະອັນຍິ່ງ​ໃຫຍ່​ຂອງ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ ອາ​ເມ​ລິ​ກາ ກູ້​ຊາດ, ຍາດ​ເອົາ​ເອກະລາດ, ​ທ້ອນ​ໂຮມປະ​ເທດ​ຊາດ​ເປັນເອກະ​ພາບ, ສິ້ນ​ສຸດ 30 ປີ​ແຫ່ງ​ ການຕໍ່ສູ້ອັນ​ຍືດ​ເຍືອ​ຍາວ​ນານຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ ດ້ວຍ​ມະຫາໄຊລະດູບານ​ໃໝ່​ປີ 1975

*****

        ​ເພື່ອ​ນ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ຫວັນ​  ​ແລະ ​ເພື່ອນ ວົງ​ໄຊ ທິບ​ປາ​ວົງ ຢູ່​ແຂວງ ຫົ​ວ ພັນ ສົ່ງ​ອີ​ແມວ​ມາລາ​ຍການ​ດ້ວຍ​ເນື້ອ​ໃນ​ວ່າ: ບໍ່​ເຄີຍ​ມີ​ປະ​ເທດ​ໃດ​ໃນ​ໂລກ ​ຖື​ກຮັບ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ໂດຍ​ຈັກ​ກະ​ພັດ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງ​ຄາມ​ຢ່າງ​ໜັກໜ່ວງ​ຄື​ຢູ່ ຫວຽດນາມ. ຜົນ​ຮ້າຍ​ຢ້ອນ​ຫລັງ​ຂອງ​ມັນ ບໍ່​ພຽງ​ແຕ່ສົ່ງ​ຜົນ​ສະທ້ອນ​ເຖິງ​​ລຸ້ນໜຶ່ງດຽວ​ເທົ່າ​ນັ້ນ ຫາກ​ຍັງສົ່ງ​ຜົນສະທ້ອນ​ເຖິງ​ຫລາຍຄົນ​ລຸ້ນຫລັງ​ອີກ​ດ້ວຍ. ຜ່ານ​ທາງ​ລາຍການ, ພວກ​ຂ້າພະ​ເຈົ້າຢາກ​ຮູ້​ຕື່ມ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ, ກໍ່​ຄືການ​ເຄື່ອນ​ໄຫວ​ແທດ​ຈິງ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່ ຫວຽດນາມ.

 

​        ເພື່ອ​ນ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ຫວັນ​  ​ແລະ ​ເພື່ອນ ວົງ​ໄຊ ທິບ​ປາ​ວົງ ທີ່​ຮັກ​ແພງ! ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມຸ່ງ​ໄປ​ເຖິງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ນັບ​ມື້​ນັບ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ຂະໜາດ​ໃຫຍ່ ​ແລະ ​ແທດ​ຈິງ. ພ້ອມ​ກັບບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ, ລັດຖະບານ​ທີ່ສະຫງວນ​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ເຄາ​ະ ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ, ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ນັບ​ແຕ່​ຂັ້ນ​ສູງ​ກາງ​ລົງ​ຮອດ​ຂັ້ນ​ທ້ອງ​ຖິ່ນ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ນອກຈາກ​ວຽກ​ງານ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ທີ່ມີ​ຄົນ​ຕິດ​ທາດ​ພິດ​ສີ​ສົ້ມ ​ໃຫ້ບືນ​ຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່, ສ້າງ​ຊີວິດ​ເສດຖະກິດ​ເປັນ​ປົກກະຕິ​ ​ແລະ ວຽກ​ງານ​ສົ່ງ​ເສີມ​ສຸຂະພາບ​ກໍ່​ແມ່ນ​ໜຶ່ງໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​​ເຊິ່ງໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກສະມາ ຄົມທຸກ​ຂັ້ນ. ປະຈຸ​ບັນ ທົ່ວ​ປະ​ເທດ​ມີ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ / ດີ​ໂອ​ຊີ​ນ ກ່ວາ 4,8 ລ້ານ​ຄົນ ສ່ວນ​ຫລາຍ​ເຂົາ​ເຈົ້າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດທີ່​ສຸດ. ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ຫລາຍ​ປະ​ເທດ​ໃນ​ໂລກ, ອົງການກຸສົນ ​ແລະ ບໍ່​ຂຶ້ນ​ກັບ​ລັດຖະບານ, ​ໃນ​ນັ້ນ ມີ​ຫລາຍອົງການ ​ແລະ ສ່ວນ​ບຸກຄົນຂອງ ອາ​ເມ​ລິ​ກາ, ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ທາດ​ພິດ​ສີ​ສົ້ມ / ດີ​ໂອ​ຊິນ ​ໄດ້ ​ແລະ ພວມ​ມີ​ຄວາມ​ຄືບ​ໜ້າຢ່າງ​ແນ່ນອນ.

*****

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

ຂ່າວ/ບົດ​ອື່ນ