ສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ

(VOVWORLD) - ໃນໄລຍະຜ່ານມາ,  ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ (VOV) ໄດ້ຕັ້ງໜ້າສົ່ງຂໍ້ມູນຂ່າວສານຫຼາຍແງ່ມູມເຖິງທ່ານຜູ້ຟັງ, ຜູ້ອ່ານ
ສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ - ảnh 1(ພາບປະກອບອິນເຕີເນັດ)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 363 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 14 ສະບັບຈາກທ່ານຜູ້ຟັງລາວ.

        ໃນອາທິດຜ່ານມາ ເພື່ອນ ຄຳຫຼ້າ ທອງສຸກ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງຂໍ້ຄວາມມາຫາລາຍການດ້ວຍເນື້ອໃນທີ່ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ໃນໄລຍະຜ່ານມາວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ (VOV) ໄດ້ຕັ້ງໜ້າສົ່ງຂໍ້ມູນຂ່າວສານຫຼາຍແງ່ມູມເຖິງທ່ານຜູ້ຟັງ, ຜູ້ອ່ານ, ປະຕິບັດແຜນນະໂຍບາຍອງພັກ ແລະ ລັດ ຫວຽດນາມ ເປັນຢ່າງດີ. ນອກນັ້ນ, VOV5 ຍັງແມ່ນຊ່ອງຂໍ້ມູນດ້ານການເມືອງ, ວັດທະນະທຳ, ສັງຄົມຊ່ວຍໃຫ້ຜູ້ຟັງ, ຜູ້ອ່ານຊາວຕ່າງປະເທດມີຄວາມເຂົ້າໃຈແຈ້ງກ່ຽວກັບ ຫວຽດນາມ ຫຼາຍກວ່າອີກ”.

        ສ່ວນເພື່ອນ ບຸນຄຳ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ກໍ່ໄດ້ສົ່ງຈົດໝາຍມາຫາລາຍການ, ໂດຍໃຫ້ຮູ້ວ່າ: ຜ່ານບັນດາບົດຂຽນກ່ຽວກັບວັດທະນະທຳທີ່ໄດ້ເອົາລົງໃນເວັບໄຊພາກພາສາ ລາວ, ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບບັນດາເຜົ່າຢູ່ຫຼາຍເຂດພາກຂອງ ຫວຽດນາມ ຫຼາຍກວ່າ, ນຳມາເຊິ່ງການມອງເຫັນຢ່າງເລິກເຊິ່ງຕໍ່ການດຳລົງຊີວິດທີ່ເປັນມູນເຊື້ອ ແລະ ທັນສະໄໝ ກໍຄືບັນດາຜະລິຕະພັນທ່ອງທ່ຽວຢູ່ບັນດາເຂດຊົນເຜົ່ານັ້ນ.

ສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ - ảnh 2ອາກາດຢູ່ເຂດພູສູງແຫ່ງນີ້ແມ່ນໜາວກວ່າເຂດໃກ້ຄຽງ
(ພາບ: Hoang Su Phi Lodge)

        ເພື່ອນ ດາວວົງ, ຢູ່ ເມືອງ ປາກຊ່ອງ ໄດ້ໂທລະສັບມາຫາລາຍການ ຢາກຮັບຟັງການແນະນຳກ່ຽວກັບບາງສະຖານທີ່ທ່ອງທ່ຽວຄົ້ຫາຢູ່ແຂວງ ຮ່າຢາງ, ເພື່ອນຢາກຮູ້ວ່າ ຈຸດເວລາໃດທີ່ເໝາະສົມທີ່ສຸດໃນການໄປຄົ້ນຫາເຂດນີ້?

        ເພື່ອນ ດາວວົງ ທີ່ຮັກແພງ! ຮ່າຢາງ ຕັ້ງຢູ່ທາງທິດຕາເວັນອອກ ຕິດກັບແຂວງ ກາວບັ່ງ, ທິດຕາເວັນຕົກຕິດກັບແຂວງ ອຽນບາຍ ແລະ ລາວກາຍ, ທິດໃຕ້ຕິດກັບແຂວງ ຕວຽນກາງ, ທິດເໜືອຕິດກັບ ຈີນ. ອາກາດຢູ່ເຂດພູສູງແຫ່ງນີ້ແມ່ນໜາວກວ່າເຂດໃກ້ຄຽງ. ເພື່ອນສາມາດໄປທ່ອງທ່ຽວຢູ່ແຫ່ງນີ້ໃນບໍ່ວ່າຈຸດເວລາໃດໃນປີ. ແຕ່ຍາມນາຂັ້ນໄດເລີ່ມສຸກເຫຼືອງເດືອນ ສິງຫາ ຫາເດືອນ ຕຸລາ, ຫຼື ແຕ່ເດືອນ ຕຸລາ ຫາເດືອນ ພະຈິກ ເມື່ອທົ່ງດອກບັກວິດເບັ່ງບານແມ່ນທິວທັດທຳມະຊາດຢູ່ ຮ່າຢາງ ຈະງາມທີ່ສຸດ.

        ນອກນັ້ນ, ຮ່າຢາງ ຍັງແມ່ນເຂດທ່ອງທ່ຽວທີ່ມີຊື່ສຽງ ດ້ວຍສະຖານທີ່ດຶງດູດໃຈຫຼາຍແຫ່ງ, ຄື: ກິ່ວ ມ້າຟີແຫຼ່ງ, ຫຼັກທຸງ ລຸ້ງກຸ, ແມ່ນ້ຳ ຍໍເກ… ໃນນັ້ນ, ແຂກທ່ອງທ່ຽວມັກການໄປຄົ້ນຫາ ບັ໊ກເມ ທີ່ສຸດ, ຍ້ອນເສັ້ນທາງຍາວໄກ ແລະ ເສັ້ນທາງໄປຍາກ. ເຖິງແນວນັ້ນກໍ່ຕາມ, ຍ້ອນບັນດາສິ່ງດັ່ງກ່າວ ບັ໊ກເມ ໄດ້ດຶງດູດພວກເພື່ອນໜຸ່ມທີ່ຮັກມັກການໄປຄົ້ນຫາທິວທັດທຳມະຊາດ, ກໍຄືບັນດາສີສັນວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບຂອງ 13 ຊົນເຜົ່າສ່ວນໜ້ອຍຢູ່ແຫ່ງນີ້.

ເພື່ອນ ແສງດາວົງ, ນັກຮຽນຝຶກງານພວມຮຽນຢູ່ແຂວງ ທ້າຍບິ່ງ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າຫາກໍ່ມາຝຶກງານຢູ່ ຫວຽດນາມ ແລະ ໄດ້ຮູ້ວ່າ, ຮ່າໂນ້ຍ ແມ່ນແຫ່ງດຶງດູດແຂກທ່ອງທ່ຽວສາກົນຫຼາຍຄົນມາຢ້ຽມຢາມ. ໃນໄວ້ໆນີ້, ຂ້າພະເຈົ້າກໍ່ຈະໄປຢ້ຽມຢາມເຂດຖະໜົນເກົ່າ ຮ່າໂນ້ຍ. ແຕ່ຂ້າພະເຈົ້າບໍ່ຮູ້ວ່າ ມີຍານພາຫະນະໃດທີ່ສະດວກພາແຂກທ່ອງທ່ຽວຢ້ຽມຊົນສະຖານທີ່ແຫ່ງຕ່າງໆຢູ່ນີ້ບໍ່?

        ເພື່ອນ ແສງດາວົງ ທີ່ຮັກແພງ! ຖ້າເພື່ອນຢາກໄປຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວ, ລົດໄຟຟ້າຈະແມ່ນທາງເລືອກທີ່ດີ. ລົດໄຟຟ້າ ແມ່ນພາຫະນະຢ້ຽມຊົມ ຮ່າໂນ້ຍ ທີ່ລື້ງເຄີຍສຳລັບປະຊາຊົນ ແລະ ແຂກທ່ອງທ່ຽວ. ຕໍ່ໄປນີ້ຈະແມ່ນຂໍ້ມູນທີ່ຈຳເປັນກ່ຽວກັບການໄປທ່ອງທ່ຽວດ້ວຍລົດໄຟຟ້າຢູ່ ຮ່າໂນ້ຍ ເພື່ອເປັນທາງເລືອກທີ່ດີສຳລັບນັກທ່ອງທ່ຽວທີ່ຢາກມາຢ້ຽມຢາມ ຮ່າໂນ້ຍ.

        Tour ທ່ອງທ່ຽວຖະໜົນເກົ່າ ຮ່າໂນ້ຍ ດ້ວຍລົດໄຟຟ້າ: ມາຮອດປະຈຸບັນ, ລົດໄຟຟ້າໄປຢ້ຽມຊົມເຂດຖະໜົນເກົ່າ ຮ່າໂນ້ຍ  ເຄື່ອນໄຫວໄດ້ເກືອບ 10 ປີແລ້ວ, ແມ່ນພາຫະນະທ່ອງທ່ຽວເຊິ່ງແຂກທ່ອງທ່ຽວຫຼາຍຄົນນິຍົມ ຍ້ອນຄວາມສະບາຍ ແລະ ລາຄາກໍ່ພໍດີ. ລົດແຕ່ລະຄັນມີ 8 ບ່ອນນັ່ງ (ໄລ່ທັງຜູ້ຂັບລົດ), ໄດ້ອອກແບບໂດຍບໍ່ມີປະຕູ, ໂລ່ງ ແລະ ສະດວກໃຫ້ແຂກທ່ອງທ່ຽວໃນການຢ້ຽມຊົມທິວທັດທຳມະຊາດ, ການດຳລົງຊີວິດຂອງປະຊາຊົນ. ລົດໄຟຟ້າມີລຳໂພງອະທິບາຍດ້ວຍວິທີອັດສຽງ, ແນະນຳບັນດາສະຖານທີ່ຢ້ຽມຊົມໃນແຜນການເດີນທາງໃຫ້ແກ່ແຂກທ່ອງທ່ຽວ. Tour ທ່ອງທ່ຽວດັ່ງກ່າວໄປໃນເສັ້ນທາງຍາວ 6,5 ກມ, ຜ່ານ 28 ເຂດຖະໜົນການຄ້າ, 13 ຖະໜົນອາຊີບ, 22 ສາລາບ້ານ, 9 ວິຫານ, 3 ວັດ, 8 ເຂດປູຊະນີຍະສະຖານປະຫວັດສາດ, ເຂດໜອງ ຮ່ວານກຽມ ແລະ ຕະຫຼາດ ດົ່ງຊວນ. ເພື່ອນສາມາດຊື້ປີ້ຢູ່ຈຸດຂາຍປີ້ລົດໄຟຟ້າ ໂຮ່ເກືອມ, ຢູ່ເຮືອນເລກທີ 39A, ຖະໜົນ ດິງຕຽນຮ່ວາງ, ຮ່າງຈົງ, ຮ່າໂນ້ຍ. ລົດໄຟຟ້ານີ້ເລີ່ມຮັບໃຊ້ແຂກທ່ອງທ່ຽວແຕ່ເວລາ 8 ໂມງຮອດ 22 ໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ