ຫວຽດ​ນາມ - ລາວ ໄດ້ເປີດປະຕູດ່ານຊາຍແດນບາງແຫ່ງເພື່ອຮັບໃຊ້ການຈໍລະຈອນສິນຄ້າ

(VOVWORLD) - ໃນກອງປະຊຸມສາມັນປະຈຳປີຄັ້ງທີ 31 ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ, ຝ່າຍ ຫວຽດນາມ ແລະ ລາວ ໄດ້ສະເໜີຜັນຂະຫຍາຍບັນດາມາດຕະການສ້າງຄວາມສະດວກໃນການໄປມາລະຫວ່າງ 2 ປະເທດໃນສະພາບເກີດໂລກລະບາດໂຄວິດ-19
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 415 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 13 ສະບັບຈາກທ່ານຜູ້ຟັງລາວ.
ຫວຽດ​ນາມ - ລາວ ໄດ້ເປີດປະຕູດ່ານຊາຍແດນບາງແຫ່ງເພື່ອຮັບໃຊ້ການຈໍລະຈອນສິນຄ້າ - ảnh 1(ພາບປະກອບ: ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ)

ເພື່ອນ ຄຳສຸວັນ, ໄດ້ສົ່ງອີແມວມາລາຍການໂດຍໃຫ້ຮູ້ວ່າ: “ຫວັງວ່າ, ປີ 2022 VOV ຈະສືບຕໍ່ມີຂ່າວ/ບົດຂຽນທີ່ມີເນື້ອໃນອຸດົມສົມບູນ, ລົງເລິກກ່ຽວກັບທຸກດ້ານຂອງຊີວິດສັງຄົມຫຼາຍກວ່າເກົ່າ. ພິເສດແມ່ນຂ່າວ/ບົດຂຽນກ່ຽວກັບພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ -ລາວ (05 ກັນຍາ 1962 – 05 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022). ຜ່ານນັ້ນຊ່ວຍໃຫ້ປະຊາຊົນ 2 ປະເທດ ແລະ ເພື່ອນມິດຢູ່ 5 ທະວີບມີຄວາມເຂົ້າໃຈກ່ຽວກັບສາຍພົວພັນສັດຊື່ບໍລິສຸດລະຫວ່າງ 2 ປະເທດ ກວ່າອີກ”.

        ສ່ວນເພື່ອນ ຈັນທະວອນ, ຢູ່ແຂວງ ຊຽງຂວາງ, ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: “ຂ້າພະເຈົ້ານິຍົມນັບຖື ແລະ ຂອບໃຈຕໍ່ຄວາມມານະພະຍາຍາມຂອງບັນນາທິການ VOV ໃນຕະຫຼອດ 1 ປີທີ່ຜ່ານມາ, ໃນສະພາບການໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນນັ້ນ ແຕ່ບັນດາຂໍ້ມູນຂ່າວຢູ່ພາຍໃນປະເທດ ແລະ ບົດສາລະຄະດີຍັງສືບຕໍ່ສະໜອງເປັນຢ່າງດີ, ເປັນຫຼາຍຮູບຫຼາຍແບບ, ດູດດື່ມ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ແລະ ສະພາບການຢູ່ຫຼາຍປະເທດໃນໂລກຫຼາຍກວ່າ. ຂໍອວຍພອນໃຫ້ການນຳ, ພວກອ້າຍເອື້ອຍນ້ອງຢູ່ VOV ໝົດທຸກຄົນຈົ່ງມີສຸກຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ບັນລຸໄດ້ຜົນງານຫຼາຍຢ່າງໃນພາລະກິດຂອງຕົນ”.

ຫວຽດ​ນາມ - ລາວ ໄດ້ເປີດປະຕູດ່ານຊາຍແດນບາງແຫ່ງເພື່ອຮັບໃຊ້ການຈໍລະຈອນສິນຄ້າ - ảnh 2ດ່ານຊາຍແດນສາກົນ ລາວບາວ, ແຂວງ ກວາງຈິ້
(ພາບປະກອບ: thuonghieucongluan.com.vn)

ເນື້ອໃນຂອງການໂອ້ລົມທາງໂທລະສັບຂອງເພື່ອນ ວິໄລວັນ ທີ່ໂທມາລາຍການ ຢາກຊອກຮູ້ກ່ຽວກັບເລື່ອງ ຫວຽດນາມ - ລາວ ໄດ້ສ້າງແຜນການຜັນຂະຫຍາຍປາດສະປໍວັກຊິນ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາ ແລະ ການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງບັນດາຄູ່ດ່ານຊາຍແດນຂອງ 2 ປະເທດ.

        ເພື່ອນ ວິໄລວັນ ທີ່ຮັກແພງ! ໃນກອງປະຊຸມສາມັນປະຈຳປີຄັ້ງທີ 31 ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ ເຊິ່ງດຳເນີນໃນອາທິດຜ່ານມາ, ຝ່າຍ ຫວຽດນາມ ແລະ ລາວ ໄດ້ສະເໜີຜັນຂະຫຍາຍບັນດາມາດຕະການສ້າງຄວາມສະດວກໃນການໄປມາລະຫວ່າງ 2 ປະເທດໃນສະພາບເກີດໂລກລະບາດໂຄວິດ-19, ໃນນັ້ນມີປາດສະປໍວັກຊິນ. ນອກຈາກສະເໜີຕໍ່ລັດຖະບານ ຫວຽດນາມ ແລະ ລາວ ຂໍອະນຸຍາດຜັນຂະຫຍາຍປາດສະປໍວັກຊິນ ເພື່ອສ້າງເງື່ອນໄຂໃຫ້ແກ່ການໄປມາໃນສະພາບເກີດໂລກລະບາດໂຄວິດ-19 ທີ່ສະດວກກວ່າເກົ່າ, 2 ຄະນະຜູ້ແທນຍັງສະເໜີຂໍນຳໃຊ້ນະໂຍບາຍ, ກົນໄກພິເສດສະເພາະ ເພື່ອດຶງດູດວິສາຫະກິດຂອງ 2 ປະເທດລົງທຶນພັດທະນາຢູ່ເຂດຊາຍແດນຕື່ມອີກ.

        2 ຝ່າຍກໍເຫັນດີຈະສືບຕໍ່ຊຸກຍູ້ການລົງທຶນພື້ນຖານໂຄງລ່າງຢູ່ດ່ານຊາຍແດນ ແລະ ເຊື່ອມຕໍ່ຄົມມະນາຄົມ ເພື່ອສ້າງເງື່ອນໄຂຍູ້ແຮງການແລກປ່ຽນສິນຄ້າ. 2 ປະເທດໄດ້ເປີດປະຕູດ່ານຊາຍແດນບາງແຫ່ງເພື່ອຮັບໃຊ້ການຈໍລະຈອນສິນຄ້າ, ກໍ່ຄືເປີດນຳໃຊ້ຄູ່ດ່ານຊາຍແດນສາກົນ ນາມຢາງ - ດັກຕາອອກ ລະຫວ່າງແຂວງ ກວາງນາມ ແລະ ເຊກອງ ເມື່ອເດືອນ ສິງຫາ 2021.

ຫວຽດ​ນາມ - ລາວ ໄດ້ເປີດປະຕູດ່ານຊາຍແດນບາງແຫ່ງເພື່ອຮັບໃຊ້ການຈໍລະຈອນສິນຄ້າ - ảnh 3  ຮະລອງ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດູດດຶ່ມໃຈທີ່ສຸດຢູ່ ຫວຽດນາມ
(ພາບອີນເຕີແນັດ)

ເພື່ອນ ຄຳພັນ ວິໄລຈິດ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງຂໍຄວາມມາຫາລາຍການຢາກໄດ້ຮັບຟັງການແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງບາງແຫ່ງຢູ່ ຫວຽດນາມ. ບັນດາເຂດນັ້ນມີສິ່ງໃດພິເສດບໍ່?

        ເພື່ອນ ຄຳພັນ ວິໄລຈິດ ທີ່ຮັກແພງ! ຫວຽດນາມ ມີສະຖານທີ່ທ່ອງທ່ຽວທີ່ມີທິວທັດທຳມະຊາດສວຍງາມຫຼາຍແຫ່ງ, ໃນນັ້ນມີທັງອາຫານການກິນອີກ. ໃນລາຍການມື້ນີ້, ບັນນາທິການພາກພາສາ ລາວ ຈະແນະນຳໃຫ້ເພື່ອນ ແລະ ທ່ານຜູ້ຟັງ ລາວ ທີ່ພວມຢູ່ ຫວຽດນາມ ແລະ ຢູ່ ລາວ ກ່ຽວກັບສະຖານທີ່ທ່ອງທ່ຽວບາງແຫ່ງທີ່ນັກທ່ອງທ່ຽວມີຄວາມສົນໃຈເມື່ອຂຶ້ນແຜນໄປທ່ອງທ່ຽວ ແລະ ຄົ້ນຫາ ຫວຽດນາມ.

ທຳອິດແມ່ນ ຮະລອງ (ກວາງນິງ)

        ສະຖານທີ່ທ່ອງທ່ຽວ ຮະລອງ (ກວາງນິງ) ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດູດດຶ່ມໃຈທີ່ສຸດຢູ່ ຫວຽດນາມ. ດ້ວຍເນື້ອທີ່ຂຶ້ນເຖິງ 1.553 ຕາແມັດ, ລວມມີເກາະໃຫຍ່, ນ້ອຍ 1.900 ໜ່ວຍດ້ວຍຫຼາຍຮູບແບບທີ່ງາມຕາ, ມີຊີວິດຊີວາ, ນັກທ່ອງທ່ຽວຈະໄດ້ຄົ້ນຫາຖ້ຳທີ່ເປັນເອກະລັກສະເພາະ, ເກາະທີ່ສວຍງາມຄື: ເກາະ ມັດຣົ່ງ, ງອັກວື່ງ, ຮ່ອນກອນກອກ... ພ້ອມກັບທິວທັດທຳມະຊາດທີ່ສວຍງາມ, ຢູ່ແຫ່ງນີ້ຍັງມີບັນດາເຍື່ອງອາຫານທີ່ເປັນເອກະລັກມີລົດຊາດແຊບນົວຄື: ຢໍ່ປາມຶກ, ຫອຍນາງລົມປີ້ງ... ນັບແຕ່ວັນທີ 01 ມັງກອນ 2022, ຮະລອງ ໄດ້ເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນມາຢ້ຽມຢາມແລ້ວ.

ທີ 2 ແມ່ນນະຄອນຫຼວງ ຮ່າໂນ້ຍ

        ນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວເຊິ່ງນັກທ່ອງທ່ຽວຫຼາຍຄົນຢາກມາທ່ຽວ. ຢູ່ທີ່ນີ້, ນັກທ່ອງທ່ຽວອາດສາມາດແວ່ຢາມເຂດທ່ອງທ່ຽວທີ່ມີຊື່ສຽງຄື: ສະໜາມຫຼວງ ບາດິ່ງ, ວັນມຽວ ກວກຕືຢາມ (ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ), ວັດ ເຈີນກວກ... ຫຼື ຢ້ຽມຊົມຄວາມງາມຂອງໜອງ ໂຮ່ໄຕ, ໜອງເຕົ່າ, ພະລາຊະວັງ ທັງລອງ... ນອກຈາກນັ້ນ, ນັກທ່ອງທ່ຽວຍັງໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຄື: ເຂົ້າເໝົົ້າບ້ານ ວ່ອງ, ເຂົ້າປຸ້ນຊີ້ນປີ້ງ, ຢໍສົ້ມຈືນ...

ທີ 3 ແມ່ນນະຄອນ ດ່ານັ້ງ

        ໃນລາຍການຄົ້ນຫາທາງພາກກາງ ຫວຽດນາມ, ເພື່ອນຄວນໄປທ່ອງທ່ຽວ ຢູ່ ດ່ານັ້ງ. ນີ້ແມ່ນນະຄອນມີຂົວທີ່ສວຍງາມຫຼາຍແຫ່ງ ເປັນຕົ້ນແມ່ນ: ຂົວແມ່ນ້ຳ ຮ່ານ, ຂົວ ຣົ່ງ, ຂົວ ທ້ວນເຟືອກ; ບັນດາຫາດຊາຍທະເລສວຍງາມຄື: ຫາດຊາຍທະເລ ມີ້ເຄ, ທະເລ ນອນເນືອກ, ທະເລ ຊວນຈ່ຽວ… ບໍ່ພຽງແຕ່ມີຄວາມງາມເທົ່ານັ້ນ, ຢູ່ແຫ່ງນີ້ຍັງດຶງດູດນັກທ່ອງທ່ຽວດ້ວຍອາຫານແຊບໆຫຼາຍເຍື່ອງອີກຄື: ເຂົ້າປຸ້ນນ້ຳປາ, ມີ່ ກວາງ, ເຂົ້າຈ້າວໄກ່... ອີກ. ນັບແຕ່ວັນທີ 01 ມັງກອນ 2022, ດ່ານັ້ງ ກໍ່ເປິດປະຕູໄດ້ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມຄືກັນກັບຮະລອງ.

        ນອກຈາກນັ້ນ, ບັນດາສະຖານທີ່ທ່ອງທ່ຽວຄື: ເຫ້ວ, ດ່າລາດ, ກວາງບິ່ງ, ຍາຈາງ, ຝູກວກ... ກໍ່ມີທິວທັດທຳມະຊາດ ແລະ ວັດທະນະທຳອາຫານການກິນທີ່ເປັນເອກະລັກສະເພາະຫຼາຍຢ່າງ ຈະນຳມາເຊິ່ງຄວາມໃໝ່ອ່ຽມໃຫ້ແກ່ນັກທ່ອງທ່ຽວເມື່ອມາທ່ຽວຢູ່ແຕ່ລະແຫ່ງອີກ ແລະ ນັ້ນແມ່ນການແນະນຳບາງສະຖານທີ່ທ່ອງທ່ຽວຈາກທາງລາຍການ, ບັນນາທິການພາກພາສາ ລາວ ຈະສືບຕໍ່ແນະນຳຕໍ່ທ່ານຜູ້ຟັງບັນດາເຂດທ່ອງທ່ຽວທີ່ມີຊື່ສຽງໃນລາຍການຕໍ່ໄປອີກ.

ຕອບກັບ

ຂ່າວ/ບົດ​ອື່ນ