ແຂ່ງ​ຂັນ​ບານ​ເຕະ​​​ມິດ​ຕະ​ພາບລະ​ຫວ່າງຄະ​ນະ​ຊາວ​ໜຸ່ມ​ອົງ​ການ​ສະ​ຫະ​ສະ​ມາ​ຄົມແລະບັນ​ດາ​ພະ​ນັກ​ງານ​ລາວ

(VOVWORLD) -ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 245 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນ.

ເພື່ອນ ສຸບິນ, ຢູ່ແຂວງຈຳປາສັກ ໃຫ້ຮູ້ວ່າ, ເພື່ອນມັກຕິດຕາມຄໍລຳເສດຖະກິດຜ່ານທາງເວັບໄຊ, ຜ່ານບັນດາບົດຂຽນນັ້ນ, ເພື່ອນເຫັນວ່າ ຊາວກະສິກອນຫວຽດນາມ ເກັ່ງທີ່ສຸດໃນວຽກງານປະດິດຄິດສ້າງ, ກໍຄືປັບປຸງເຕັກໂນໂລຊີຊ່ວຍໃຫ້ວຽກງານທຳການຜະລິດຂອງຕົນບັນລຸປະສິດທິຜົນເປັນຢ່າງດີກວ່າ.

ສ່ວນເພື່ອນ ບົວລີ ແສງຄຳ, ໄດ້ໂທລະສັບມາລາຍການໂດຍແບ່ງປັນວ່າ: ນັບແຕ່ເມື່ອເວັບໄຊ vovworld ມີຄໍລຳການພົວພັນ “ຫວຽດນາມ - ລາວ” ແມ່ນສ້າງຄວາມສະດວກໃຫ້ແກ່ຂ້າພະເຈົ້າທີ່ສຸດໃນການຕິດຕາມຂ່າວ/ບົດທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງ 2 ປະເທດ. ນີ້ແມ່ນໜຶ່ງໃນບັນດາຄໍລຳໃນເວັບໄຊ ເຊິ່ງຂ້າພະເຈົ້າໄດ້ຕິດຕາມເປັນປະຈຳ. ຂ້າພະເຈົ້າປາດຖະໜາວ່າ, ໃນໄລຍະຈະມາເຖິງ, ລາຍການພາກພາລາວ ຈະລົງຂ່າວ/ບົດ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳລະຫວ່າງ 2 ປະເທດໃຫ້ຫຼາຍກວ່າອີກ.

ທາງລາຍການພາກພາສາລາວຂອບໃຈເພື່ອນ ສຸບິນ ແລະ ເພື່ອນ ບົວລີ ແສງຄຳທີ່ໄດ້ສົນໃຈແລະ ແບ່ງປັນຄວາມຄິດຂອງຕົນກ່ຽວກັບຄໍລຳເສດຖະກິດ ກໍຄື ຄໍລຳພົວພັນ ຫວຽດນາມ - ລາວ. ໃນໄລຍະຈະມາເຖິງ, ລາຍການພາກພາສາລາວຫວັງວ່າຈະໄດ້ຮັບຄຳເຫັນປະກອບຫຼາຍຈາກທ່ານຜູ້ຟັງກວ່າອີກ, ຊ່ວຍໃຫ້ລາຍການນັບມື້ນັບມີເນື້ອໃນສົມບູນກວ່າ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ, ຜູ້ອ່ານຕິດຕາມຂ່າວ/ບົດຂອງລາຍການພາກພາລາວ.

ແຂ່ງ​ຂັນ​ບານ​ເຕະ​​​ມິດ​ຕະ​ພາບລະ​ຫວ່າງຄະ​ນະ​ຊາວ​ໜຸ່ມ​ອົງ​ການ​ສະ​ຫະ​ສະ​ມາ​ຄົມແລະບັນ​ດາ​ພະ​ນັກ​ງານ​ລາວ - ảnh 1 ງານແຂ່ງຂັນບານເຕະມິດຕະພາບລະຫວ່າງຄະນະຊາວໜຸ່ມອົງການສະຫະສະມາຄົມ

ແລະ ບັນດາພະນັກງານລາວ

(ພາບອີນເຕີແນັດ)

ເພື່ອນ ເພັດສະຫວັນ ສົມສະນິດ, ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການໂດຍຢາກຊອກຮູ້ກ່ຽວກັບການເຄື່ອນໄຫວຂອງຄະນະພະນັກງານລາວ ເຂົ້າຮ່ວມບັນດາຊຸດບຳລຸງສ້າງຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຢູ່ຫວຽດນາມ. ນອກຈາກການເຂົ້າຮ່ວມບັນດາຊຸດບຳລຸງສ້າງແລ້ວ, ຄະນະຜູ້ແທນລາວ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນທີ່ພົ້ນເດັ່ນໃດອີກບໍ່? ຂໍຂອບໃຈ.

ເພື່ອນ ເພັດສະຫວັນ ສົມສະນິດ ທີ່ຮັກແພງ, ໃນອາທິດຜ່າມມາ, ຄະນະພະນັກງານລາວ ໄດ້ມາເຂົ້າຮ່ວມບັນດາຊຸດບຳລຸງສ້າງຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ຢູ່ຮ່າໂນ້ຍ, ຫວຽດນາມ. ນອກຈາກເຂົ້າຮ່ວມບັນດາຊຸດບຳລຸງສ້າງຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ແລ້ວ, ໃນຕອນບ່າຍວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ລາວ ຍັງໄດ້ຈັດງານແຂ່ງຂັນບານເຕະມິດຕະພາບລະຫວ່າງຄະນະຊາວໜຸ່ມອົງການສະຫະສະມາຄົມ ແລະ ບັນດາພະນັກງານລາວ. ທ່ານ ຫງວຽນວັນໝີ, ເລຂາທິການໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ໃຫ້ຮູ້ວ່າ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ແມ່ນຊັບສົມບັດອັນລຳຄ່າຂອງ 2 ຊາດ. ການເຄື່ອນໄຫວແຂ່ງຂັນບານເຕະມິດຕະພາບລະຫວ່າງທິມບານເຕະຄະນະຊາວໜຸ່ມອົງການສະຫະສະມາຄົມ ແລະ ບັນດາພະນັກງານລາວ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງພະນັກງານ 2 ຝ່າຍ, ແມ່ນໂອກາດເພື່ອໃຫ້ພະນັກງານສະຫະສະມາຄົມ, ສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ພະນັກງານບັນດາອົງການຂອງລາວ ໄດ້ພົບປະ,ແລກປ່ຽນ, ມີຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນກວ່າ; ເປັນການຮັດແໜ້ນນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນກວ່າອີກ ແລະ ສ້າງເງື່ອນໄຂເພື່ອໃຫ້ 2 ຝ່າຍສົມທົບກັນໃນບັນດາການເຄື່ອນໄຫວລະຫວ່າງ 2 ປະເທດໃຫ້ເປັນຢ່າງດີກ່ວາ.

ເພື່ອນ ເພັດມະນີ, ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຂໍ້ຄວາມທາງ Facebook ມາຖາມທາງລາຍການວ່າ: ໃນເດືອນ ກໍລະກົດ ນີ້, ໄປທ່ຽວຫວຽດນາມ ຢູ່ແຫ່ງໃດແມ່ນເໝາະສົມທີ່ສຸດ?

ເພື່ອນ ເພັດມະນີ ທ່ີຮັກແພງ, ຖ້າຫາກວ່າ ເພື່ອນຈະມາຢ້ຽມຢາມຫວຽດນາມ ໃນເດືອນ ກໍລະກົດນີ້, ເພື່ອນຈະມີບ່ອນເພື່ອໄປທ່ຽວຫຼາຍ. ທາງລາຍການຈະແນະນຳໃຫ້ເພື່ອນບັນດາເຂດທ່ອງທ່ຽວທີ່ເໝາະສົມໃນເດືອນກໍລະກົດ ຄືດັ່ງນີ້.

+ ທ່ອງທ່ຽວທະເລ: ເດືອນ ກໍລະກົດ ເຊິ່ງແມ່ນເດືອນທີ່ນ້ຳທະເລຂຽວງາມທີ່ສຸດ, ບັນດາເຂດທະເລທີ່ເພື່ອນຄວນໄປທ່ຽວຄື: ຍາຈາງ, ວູ້ງເຕົ່າ, ຝູກວກ, ຫ້າລອງ…

+ ໄປທ່ຽວພັກຜ່ອນບຳລຸງສຸຂະພາບສົມທົບກັບການຄົ້ນຫາຄວາມງາມຂອງເຂດພູຜາປ່າໄມ້: ບໍ່ພຽງແຕ່ໄປທ່ຽວຢູ່ເຂດທະເລເທົ່ານັ້ນ, ຫາກບັນດາສະຖານທີ່ທ່ອງທ່ຽວຢູ່ເຂດພູພຽງ, ພູຜາປ່າໄມ້ ໃນເດືອນກໍລະກົດ ນີ້ກໍສວຍງາມດີເຊັ່ນດຽວກັນ. ໃນນັ້ນມີບັນດາເຂດທ່ອງທ່ຽວຄື: ທ່ອງທ່ຽວເຂດໄຕບັກ (ຄື: ຊາປາ, ມົກເຈົາ, ຕາມດ໋າວ…); ນະຄອນດອກໄມ້ ດ່າລາດ, ເຂດໄຕງວຽນ, ບ່ານາ ຢູ່ດາໜັງ, ເຊີນດ່ອງ ຢູ່ກວ໋າງບິງ…

ຫວັງວ່າ, ຜ່ານການແນະນຳດັ່ງກ່າວ ເພື່ອນຈະເລືອກໄດ້ຮູບແບບການທ່ອງທ່ຽວທີ່ເໝາະສົມໃຫ້ແກ່ຕົນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ