ແນະ​ນຳ​ກ່ຽວ​ກັບ​ສານ​ຂອງ​ພາບພາ​ໂນ​ຣາ​ມາ ບັ້​ນ​ຮົບ​ດ້ຽນ​ບຽນ​ຝູ

(VOVWORLD) - ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍອີເມວ 486  ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການພາກພາສາລາວ ໄດ້ຮັບຈົດໝາຍອີເມວ 23 ສະບັບຈາກທ່ານຜູ້ຟັງ.
  ມີທ່ານຜູ້ຟັງຫຼາຍທ່ານໄດ້ແບ່ງປັນຄວາມຮູ້ສຶກ ແລະ ແນວຄວາມຄິດຂອງຕົນເມື່ອຕິດຕາມບັນດາຂ່າວ, ບົດທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ໃນນັ້ນ, ເພື່ອນ ຄຳຕັນ ຢູ່ແຂວງ ວຽງຈັນ ແລະ ເພື່ອນ ຈັນເພັງ ຢູ່ແຂວງ ບໍ່ແກ້ວ ມັກຮັບຊົມບັນດາພາບສາລະຄະດີ. ສ່ວນເພື່ອນ ເກສອນ ຢູ່ນະຄອນຫຼວງວຽງຈັນ ແບ່ງປັນວ່າ, ເພື່ອນມັກຕິດຕາມບັນດາບົດຂ່າວກ່ຽວກັບຮູບແບບ startup ຂອງ ຫວຽດນາມ ເປັນປະຈຳ.

ອາທິດຜ່ານມາ, ເພື່ອນ ບຸນແລງ ແກ້ວບຸນຈັນ ຢູ່ບ້ານນ້ຳຖ້ວມ, ເມືອງ ນ້ຳບາກ, ແຂວງ ຫຼວງພະບາງ ໄດ້ສົ່ງຈົດໝາຍເຖິງລາຍການ ດ້ວຍຄຳແບ່ງປັນທີ່ວ່າ: ຫວ່າງມໍ່ມານີ້, ຂ້າພະເຈົ້າເຫັນວ່າ ທາງລາຍການໄດ້ລົງຂ່າວ, ບົດກ່ຽວກັບບັນດາເຫດການທີ່ດຳເນີນຢູ່ແຂວງ ດ້ຽນບຽນຝູ ເຮັດໃຫ້ຂ້າພະເຈົ້າຄິດເຖິງການໄປຢ້ຽມຢາມແຂວງ ດ້ຽນບຽນຂອງ ຂ້າພະເຈົ້າພ້ອມດ້ວຍຄອບຄົວ. ເພື່ອນແບ່ງປັນຕື່ມອີກວ່າ: 

ເຮົາມາ 2 3 ເທື່ອແລ້ວ, ເວລາກໍບໍ່ຍາວ ແຕ່ກໍໄປຢາມ ເຮິ່ມເດີກາດ, ຫໍພິພິທະພັນ ແລະ ເມືອງຟັງ. ເຮົາມາ ຫວຽດນາມ ນີ້ເຫັນວ່າ ເລື່ອງການສັນຈອນ, ເລື່ອງຮັບແຂກດີຫຼາຍ. ມາທ່ອງທ່ຽວກໍດີໃຈຫຼາຍ, ມັນງົດງາມ ແລະ ບັນດາເຫດການ, ສະຖານທີ່ປະຫວັດສາດຢູ່ນີ້ ເຂົາເຮັດມັນແຈ້ງດີ. ຄືຢູ່ຫໍພິພິທະພັນ, ເຂົາເຮັດຄົບໝົດ, ເຮົາເບິ່ງແລ້ວ ເຫັນວ່າດີຫຼາຍ, ດີຕໍ່ການສຶກສາອົບຮົມໃຫ້ລູກຫຼານຂຶ້ນໃໝ່, ຮ່ຳຮຽນເຮັດຕາມແນວເຖົ້າແກ່, ແຕ່ເກົ່າແຕ່ເດີມ”.

ຂອບໃຈສຳລັບຄຳແບ່ງປັນຂອງເພື່ອນ ບຸນແລງ ທີ່ໄດ້ສົ່ງເຖິງລາຍການ. ເພື່ອນ ບຸນແລງ ແລະ ທ່ານຜູ້ຟັງທີ່ຮັກແພງທັງຫຼາຍ! ປີ 2024 ນີ້, ແຂວງ ດ້ຽນບຽນ ໄດ້ເປັນເຈົ້າພາບຈັດປີທ່ອງທ່ຽວແຫ່ງຊາດ ແລະ ສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ, ສະນັ້ນ, ມີຫຼາຍເຫດການ ແລະ ງານບຸນທີ່ເປັນເອກະລັກສະເພາະໄດ້ດຳເນີນຢູ່ທີ່ນີ້. ຫວັງວ່າ ທ່ານຜູ້ຟັງຈະຍາດເວລາມາຢ້ຽມຢາມ ແລະ ຄົ້ນຫາເຂດດິນແດນປະຫວັດສາດໃນໂອກາດນີ້ດ້ວຍ. ການຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn ພາກພາສາລາວ ດ້ວຍຫຼາຍຂໍ້ມູນກ່ຽວກັບບັນດາເຫດການທີ່ໄດ້, ກຳລັງ ແລະ ຈະຈັດຂຶ້ນນັ້ນ ຈະຊ່ວຍໃຫ້ທ່ານມີລາຍການຄົ້ນຫາ ດ້ຽນບຽນ ທີ່ມ່ວນຊື່ນ ແລະ ຈັບອົກຈັບໃຈກວ່າ.

ເພື່ອນ ເຮີວາງ, ຊາວເຜົ່າມົ້ງຢູ່ ແຂວງ ຫຼວງພະບາງ ກໍໄດ້ແບ່ງປັນກັບພວກຂ້າພະເຈົ້າວ່າ ເພື່ອນເຄີຍແວ່ຢາມຫໍພິພິທະພັນໄຊຊະນະປະຫວັດສາດດ້ຽນບຽນຝູ ໃນໄລຍະເດີນທາງໄປຄົ້ນຫາທົ່ວປະເທດ ຫວຽດນາມ. ເພື່ອນມີຄວາມປະທັບໃຈກັບຂອບຂະໜາດຂອງຈິດຕະກຳພາໂນຣາມາ ບັ້ນຮົບ ດ້ຽນບຽນຝູ ແລະ ຢາກຊອກຮູ້ກ່ຽວກັບເນື້ອໃນ ກໍຄືສານຂອງຈິດຕະກຳດັ່ງກ່າວ.

ແນະ​ນຳ​ກ່ຽວ​ກັບ​ສານ​ຂອງ​ພາບພາ​ໂນ​ຣາ​ມາ ບັ້​ນ​ຮົບ​ດ້ຽນ​ບຽນ​ຝູ - ảnh 1ພາບບັນຍາກາດໄຊຊະນະ ເມື່ອຈັບຕົວນາຍພົນ De Castries

ຈິດຕະກຳພາໂນຣາມາ ບັ້ນຮົບດ້ຽນບຽນຝູ ເຊິ່ງເພື່ອນ ເຮີວາງ ໄດ້ເວົ້າເຖິງນັ້ນ ແມ່ນມີເນື້ອທີ່ທັງໝົດກວ່າ 3.000 ຕາແມັດ, ເຊິ່ງເປັນພາບພາໂນຣາມາ ທີ່ວາດພາບຄືນ 4.500 ຄົນທີ່ໄດ້ເຂົ້າຮ່ວມບັ້ນຕໍ່ສູ້ທີ່ດຸເດືອດໃນ 56 ວັນ ແລະ ຄືນສຸດທ້າຍຂອງບັ້ນຮົບດ້ຽນບຽນຝູ ໃນຊຸມວັນເດືອນພຶດສະພາ ປີ 1954. ນີ້ແມ່ນຜົນງານຂອງນັກຈິດຕະກອນກວ່າ 200 ຄົນ ທີ່ໄດ້ປະກອບກຳລັງເຫື່ອແຮງ, ສຸດຈິດສຸດໃຈດຳເນີນໃນຕະຫຼອດໄລຍະເວລາ 18 ເດືອນຈຶ່ງສຳເລັດ (ສຳເລັດ ປີ 2021). ຕໍ່ໄປນີ້, ເຊີນເພື່ອນ ເຮີວາງ ແລະ ທ່ານຜູ້ຟັງທັງຫຼາຍຮັບຟັງຄຳແບ່ງປັນຂອງ ເອື້ອຍ ກາວທິຫຼື, ຜູ້ນຳທ່ຽວຂອງຫໍພິພິທະພັນ ໄຊຊະນະປະຫວັດສາດ ດ້ຽນບຽນຝູ ເພື່ອມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບເນື້ອໃນ ກໍຄືສານຂອງຈິດຕະກຳທີ່ອາລັງການ ແລະ ເຕັມໄປດ້ວຍຊີວິດຊີວານີ້.  

ໂຄງປະກອບຂອງຈິດຕະກຳນີ້ ແມ່ນພາບໃຫຍ່ ມີຮູບວົງມົນ ເຊິ່ງມີພາບຍ່ອຍ 4 ພາບ ກົງກັບ 4 ໄລຍະຕໍ່ສູ້. ພາບທີ 2 ແມ່ນບັ້ນຕໍ່ສູ້ ຮິມລາມ ຕໍ່ໜ້າກັບພາບນີ້ ແມ່ນພາບການຕໍ່ສູ້ທີ 3 ຢູ່ພູ A1 - ເຊິ່ງເປັນບັ້ນຕໍ່ສູ້ເປີດສາກບັ້ນຮົບດ້ຽນບຽນຝູ ແລະ ບັ້ນຕໍ່ສູ້ເພື່ອສິ້ນສຸດບັ້ນຮົບດ້ຽນບຽນຝູ. ພາບທຳອິດ ແມ່ນພາບປະຊາຊົນທົ່ວປະເທດອອກສະໜາມຮົບ ໄດ້ຈັດຢູ່ຕໍ່ໜ້າພາບທີ 4 ເຊິ່ງເປັນພາບບັນຍາກາດໄຊຊະນະ ເມື່ອຈັບຕົວນາຍພົນ De Castries. ນາຍພົນ De Castries ເປັນຜູ້ຕາງໜ້າໃຫ້ແກ່ກອງທະຫານສົ່ງອອກ ຝລັ່ງ ຖືກປະລາໄຊ ຕໍ່ຄວາມສາມັກຄີຂອງທົ່ວປວງຊົນທັງຊາດ ຫວຽດນາມ. ສານຂອງຈິດຕະກຳນີ້ແມ່ນ: ຢູ່ເທິງຫົວຂອງພວກເຮົາແມ່ນທ້ອງຟ້າແຫ່ງສັນຕິພາບ, ທ້ອງຟ້າແຫ່ງເອກະລາດ, ເສລີພາບ ແລະ ປັດຈຸບັນ, ປະຊາຊົນ ຫວຽດນາມ ພວມຢືນຢູ່ໃຕ້ທ້ອງຟ້ານີ້ເພື່ອຫວນຄືນບັ້ນຮົບໃນອະດີດ ແລະ ຢາກສຶກສາໃນຄົນລຸ້ນລູກລຸ້ນຫຼານໃນປັດຈຸບັນ ແລະ ພາຍພາກໜ້າວ່າ: ພວກເຮົາຈະບໍ່ມີວັນລືມການເສຍສະຫຼະຂອງຄົນລຸ້ນພໍ່ລຸ້ນອ້າຍ ຜູ້ທີ່ນຳເຊິ່ງຊີວິດທີ່ມີເອກະລາດ, ສັນຕິພາບມາໃຫ້ພວກເຮົາໃນວັນນີ້.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວບໄຊດັ່ງກ່າວ. ຂໍຂອບໃຈ.

 

ຕອບກັບ

ຂ່າວ/ບົດ​ອື່ນ