ແນະ​ນຳ​ຄຸ້ມ​ເມືອງ​ເກົ່າ ໂຫ້ຍ​ອານ, ແຂວງ ກ໋​ວາງ​ນາມ

(VOVWORLD) - ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 06 ສະບັບ. ຜູ້ຟັງ, ຜູ້ອ່ານສ່ວນຫຼາຍມີຄວາມສົນໃຈເຖິງບັນດາຂ່າວຄາວກ່ຽວກັບການພົວພັນ ຫວຽດນາມ - ລາວ ທີ່ດຳເນີນໃນອາທິດຜ່ານມາ, ບັນດາສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ

ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 262 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 43 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 06 ສະບັບ. ຜູ້ຟັງ, ຜູ້ອ່ານສ່ວນຫຼາຍມີຄວາມສົນໃຈເຖິງບັນດາຂ່າວຄາວກ່ຽວກັບການພົວພັນ ຫວຽດນາມ - ລາວ ທີ່ດຳເນີນໃນອາທິດຜ່ານມາ, ບັນດາສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ… ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.  

ແນະ​ນຳ​ຄຸ້ມ​ເມືອງ​ເກົ່າ ໂຫ້ຍ​ອານ, ແຂວງ ກ໋​ວາງ​ນາມ - ảnh 1 ການເຮັດວຽກລະຫວ່າງ 2 ຝ່າຍ

ອາທິດຜ່ານມາ, ເພື່ອນ ຄຳມະນີ, ດຳລົງຊີວິດຢູ່ແຂວງ ບໍ່ແກ້ວ ໄດ້ຝາກອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າມີຄວາມໃຈເຖິງບັນດາຂ່າວຄາວກ່ຽວກັບ ຫວຽດນາມ - ລາວ. ຂ້າພະເຈົ້າໄດ້ຍິນວ່າ, ຫວ່າງແລ້ວນີ້, ມີຄະນະປະຕິບັດງານຂອງກະຊວງພະລັງງານ ແລະ ບໍ່ແຮ່, ສປປ ລາວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ຂ້າພະເຈົ້າຢາກຮູ້ວ່າ ຄະນະຜູ້ແທນລາວ ມີການເຄື່ອນໄຫວໃດແດ່ຢູ່ ຫວຽດນາມ?”

ເພື່ອນ ຄຳມະນີ ທີ່ຮັກແພງ, ໃນທ້າຍອາທິດຜ່ານມາ, ຄະນະປະຕິບັດງານຂອງກະຊວງພະລັງງານ ແລະ ບໍ່ແຮ່ (ສປປ ລາວ) ໂດຍທ່ານ ປອ ຄຳມະນີ ອິນທິລາດ - ກຳມະການຄະນະບໍລິຫານງານສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ລາວໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດ 4. ທ່ານພົນຈັດຕະວາ ຮ່າເຕິນຕ໊ຽນ -ຮອງຜູ້ບັນຊາການທະຫານເຂດ 4 ໄດ້ຕ້ອນຮັບ, ເຮັດວຽກກັບຄະນະ. ທີ່ການເຮັດວຽກ, ທ່ານຮອງຜູ້ບັນຊາການທະຫານເຂດ 4 ໄດ້ລາຍງານຕໍ່ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຊາບກ່ຽວກັບສະພາບການຂອງບໍລິເວນ ແລະ ໝາກຜົນພົ້ນເດັ່ນທີ່ບັນລຸໄດ້ຂອງທະຫານເຂດ 4. ພົນຈັດຕະວາ ຮ່າເຕິນຕ໊ຽນ ກໍ່ຂອບອົກຂອບໃຈເຖິງຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງລັດຖະບານ ສປປ ລາວ ເວົ້າລວມ, ກະຊວງພະລັງງານ ແລະ ບໍ່ແຮ່ເວົ້າສະເພາະ ໄດ້ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາຫົວໜ່ວຍວິສາຫະກິດ ແລະ ກຳລັງຂອງທະຫານເຂດ 4 ໃນການປະຕິບັດບັນດາໜ້າທີ່ຢູ່ປະເທດບ້ານໃກ້ເຮືອນຄຽງ, ປະຕິບັດໜ້າທີ່ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ປະຕິບັດບັນດາໂຄງການ, ການຜະລິດດຳເນີນທຸລະກິດ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ ມິດຕະພາບແບບພິເສດ ຫວຽດນາມ - ລາວ ອ້າຍນ້ອງໃຫ້ເປັນຢ່າງດີ. ທ່ານຮອງຜູ້ບັນຊາການທະຫານເຂດ 4 ປາດຖະໜາວ່າ, ໄລຍະຈະມາເຖິງ, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວ ຈະສືບຕໍ່ເອົາໃຈໃສ່, ສົມທົບກັນຊ່ວຍເຫຼືອບັນດາກຳລັງຂອງທະຫານເຂດ 4 ໃນການປະຕິບັດໜ້າທີ່, ໂຄງການໂດຍລັດຖະບານ ແລະ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຊ່ວຍເຫຼືອໃຫ້ ລາວ ເຊິ່ງມອບໝາຍໃຫ້ທະຫານເຂດ 4 ປະຕິບັດໃຫ້ເປັນຢ່າງດີ. ໄປຄຽງຄູ່ກັນນັ້ນ, ສ້າງທຸກເງື່ອນໄຂສະດວກ, ພິເສດແມ່ນສຳລັບບໍລິສັດໃຫຍ່ຮ່ວມມືເສດຖະກິດ ຜັນຂະຫຍາຍການປະຕິບັດບັນດາໂຄງການ, ການຜະລິດດຳເນີນທຸລະກິດ, ພິເສດແມ່ນສຳລັບບໍລິສັດໃຫຍ່ຮ່ວມມືເສດຖະກິດ ຜັນຂະຫຍາຍການປະຕິບັດບັນດາໂຄງການ, ການຜະລິດດຳເນີນທຸລະກິດ, ສົ່ງເສີມກະສິກຳ, ສົ່ງເສີມປ່າໄມ້ຢູ່ບັນດາທ້ອງຖິ່ນຂອງ ສປປ ລາວ ເພື່ອຮັບປະກັນຖືກຄວາມຄືບໜ້າ, ບັນລຸຄຸນນະພາບດີ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4. ພວກຂ້າພະເຈົ້າຫວັງວ່າ ບັນດາແຫຼ່ງຂ່າວດັ່ງກ່າວຈະເຮັດໃຫ້ເພື່ອນມີຄວາມເພິ່ງພໍໃຈ.

ແນະ​ນຳ​ຄຸ້ມ​ເມືອງ​ເກົ່າ ໂຫ້ຍ​ອານ, ແຂວງ ກ໋​ວາງ​ນາມ - ảnh 2ໂຫ້ຍອານ ຍາມຄ່ຳຄືນ

ໃນອາທິດ, ເພື່ອນ ບຸນເພັດ, ຢູ່ແຂວງ ວຽງຈັນ, ໄດ້ຝາກອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າໄດ້ເບິ່ງຮູບຂອງໝູ່ເພື່ອນຊາວ ຫວຽດນາມ ເມື່ອເຂົາເຈົ້າໄປທ່ອງທ່ຽວຢູ່ແຂວງ ໂຫ້ຍອານ. ຜ່ານບັນດາຮູບພາບຂອງໝູ່ເພື່ອນ, ຂ້າພະເຈົ້າເຫັນວ່າ ທິວທັດທຳມະຊາດຢູ່ທີ່ນີ້ສວຍງາມ ແລະ ປະທັບໃຈທີ່ສຸດ. ເພື່ອສ້າງຄວາມສະດວກໃນການໄປຢ້ຽມຢາມ ໂຫ້ຍອານ ຈະມາເຖິງຂອງພວກຂ້າພະເຈົ້າ, ຂໍໃຫ້ພວກອ້າຍເອື້ອຍບັນນາທິການພາກພາສາລາວ ແນະນຳກ່ຽວກັບ ໂຫ້ຍອານ ໃຫ້ຂ້າພະເຈົ້າແຈ້ງກ່ວາໄດ້ບໍ່? ຂໍຂອບໃຈ.”

ເພື່ອນ ບຸນເພັດ ທີ່ຮັກແພງ, ໂຫ້ຍອານ, ແຂວງ ກ໋ວາງນາມ ແມ່ນນະຄອນນອນໃນເຂດແຄມທະເລພາກກາງ ຫວຽດນາມ, ສະຖານທີ່ແຫ່ງນີ້ຫ່າງຈາກນະຄອນ ດ່ານັ້ງ ປະມານ 30 ກມ, ເຊິ່ງເປັນແບບຢ່າງໄດ້ຮັບການອະນຸລັກຮັກສາເປັນຢ່າງດີຂອງທ່າກ່ຳປັ່ນຄ້າຂາຍສິນຄ້າຢູ່ອາຊີຕາເວັນອອກສ່ຽງໃຕ້ທີ່ສຳຄັນໃນສະຕະວັດທີ 15 – 19. ສະຖານທີ່ແຫ່ງນີ້ນັບມື້ນັບກາຍເປັນສະຖານທີ່ໂດ່ງດັງ ສຳລັບແຂກທ່ອງທ່ຽວ ຫວຽດນາມ ແລະ ສາກົນ. ໃນວັນທີ 14 ໄລ່ຕາມຈັນທະປະຕິທິນແຕ່ລະເດືອນ, ເທດສະບານແຫ່ງນີ້ບໍ່ໃຕ້ໄຟ, ຟ້າແທນທີ່ນັ້ນແມ່ນໃຕ້ ໂຄມໄຟດ້ວຍສີສັນຫຼາກຫຼາຍ. ບັນດາທັດສະນີຍະພາບຢູ່ທີ່ນີ້ລວມມີ: ວັດເກົາ (ວັດມີລັກສະນະເປັນຮູບຂົວ) ແລະ ວິຫານ ກວານກົງ. ນອກຈາກນັ້ນແລ້ວ, ສະຖານທີ່ແຫ່ງນີ້ຍັງມີມໍລະດົກວັດທະນະທຳໂລກ 2 ແຫ່ງຄື: ເຂດວິຫານທາດໝີ້ເຊີນ ແລະ ເຂດຄຸ້ມເມືອງເກົ່າ ໂຫ້ຍອານ, ເຂດນິເວດວິທະຍາສາກົນ ກູ່ລາວຈາມ; ນອກຈາກນັ້ນ, ແຂວງກ໋ວາງນາມ ແລະ ບັນດາແຂວງທາງພາກກາງ ຫວຽດນາມ ຍັງເປັນກຽດໄດ້ຮັບຮອງເອົາມີສິລະປະຂັບບາຍຈ່ອຍແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດນຳອີກ. ເມື່ອໄປຢ້ຽມຢາມແຫ່ງນີ້, ນອກຈາກໄດ້ເຈືອຈານເຂົ້າກັບບັນຍາກາດສະຫງົບງຽບ, ທິວທັດທຳມະຊາດສວຍງາມແລ້ວ ປະຊາຊົນຢູ່ແຫ່ງນີ້ຍັງມີຄວາມຮັກແພງແຂກຄົນ, ສະໜິດສະໜົມອີກດ້ວຍ ແລະ ຍັງໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ, ແຊບນົວດ້ວຍລາຄາຖືກ.

ດ້ວຍປະຫວັດແຫ່ງການພັດທະນາອັນຍາວນານຂອງຕົນ, ປະຊາຊົນທີ່ດຳລົງຊີວິດຢູ່ ໂຫ້ຍອານ ຄ່ອຍໆພັດທະນາບັນດາຂະແໜງອາຊີບຫຼາຍຮູບແບບຄື: ອາຊີບຊ່າງໄມ້, ປັ້ນດິນເຜົາ, ປູກຜັກ, ການຢາ, ອາຊີບຫັດຖະກຳອື່ນໆ ເພື່ອຮັບໃຊ້ຄວາມຕ້ອງການໃນການດຳລົງຊີວິດຂອງຕົນ. ເພື່ອອະນຸລັກຮັກສາບັນດາຂະແໜງອາຊີບນີ້, ສູນວັດທະນະທຳ - ກິລາ ໂຫ້ຍອານ ຕັ້ງຢູ່ເຮືອນເລກທີ 9 ຖະໜົນ ຫງວຽນທ໊າຍຮອັກ, ແມ່ນສະຖານທີ່ວາງສະແດງກໍ່ຄືແນະນຳ ຂັ້ນຕອນການຜະລິດບັນດາຜະລິດຕະພັນຂອງ 12 ໝູ່ບ້ານອາຊີບທີ່ເປັນມູນເຊື້ອໃນເຂດ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ