ແນະ​ນຳ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ແຂວງ​ຟ​ູ໋​ອຽນ

(vovworld) - ໃນ​ອາ​ທິ​ດ, ມີ​​ຜູ້​ຟັງ, ຜູ້​ອ່ານຫຼາຍ​ທ່ານ ໄດ້​ຝາກ​ຄຳ​ອວຍ​ພອ​ນ, ບັດ​ອວຍ​ພອນ​ປີ​ໃໝ່​ມາ​ຍັງ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ອີ​ແມວ​ທີ່​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ມາລາຍ​ການ.

ແນະ​ນຳ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ແຂວງ​ຟ​ູ໋​ອຽນ - ảnh 1

ໃນ​ອາ​ທິດ, ເພື່ອນ ດາ​ລີ​ວອນ, ວຽງ​ໄຊ, ຢູ່​ນະ​ຄອນຫຼ​ວງ ວຽງ​ຈັນ; ທ່ານ ເພັດ​ສະ​ຫວັນ ສີ​ສະ​ນົນ, ແຂວງ ອັດ​ຕະ​ປື; ທ່ານ ຊາ​ຕີ, ແຂວງ ບໍ່​ແກ້ວ; ທ່ານ ບຸນ​ເຮ​ືອງ, ແຂວງ ຫົວ​ພັນ… ໄດ້​ຝາກ​ອ​ີ​ແມວ, ບັດ​ອວຍ​ພອນ​ເອ​ເລັກ​ໂຕ​ນິກ​ມາ​ຍັງ​ລາຍ​ການ, ໃນ​ນັ້ນ ທ່ານ​ບຸນ​ເຮືອງ ໄດ້​ຂຽນ​ວ່າ: “ປີ​ໃໝ່, ລະ​ດູ​ບານ​ໃໝ່​ໄດ້​ວຽນ​ມາ​ແລ້ວ. ໂດຍ​ເປັນ​ຜູ້​ອ່ານ​ຂອງ​ແວບ​ໄຊ vovworld.vn, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ບັນ​ດາ​ບັນ​ນ​າ​ທິ​ການ​ພ​າກ​ພາ​ສາ​ລາວ​ເວົ້າ​ສະ​ເພາະ ແລະ ບັນ​ນາ​ທິ​ການ VOV ເວົ້າ​ລວມ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ປະ​ສົບ​ຜົນ​ສຳ​ເລັດ​​ໃນວຽກ​ງານ​​ທີ່ໄດ້​ຮັບ​ມອບ​ໝາຍ​ຢ່າງ​ຈົບງາມ. ຫວັງ​ວ່າ, ພວກ​ເພື່ອນ​ຈະ​ຈັດບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງທັງ​ມ່ວນ, ທັງ​ມີ​​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ, ​ສ້າງ​ຄວາມ​ດຶງ​ດູດໃຫ້​ແກ່ຜູ້​ຟັງ, ຜູ້​ອ່ານບໍ່​ພຽງ​ແຕ່​ແມ່ນຄົນລາວ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄົນຮູ້​​ພາ​ສາ​ລາວ​ໃນ​ທົ່ວ​​ໂລກ​ອີກ​ດ້ວຍ.”

ຂໍ​ຂອບ​ໃຈ​ບັນ​ດາ​ຄຳ​ອວຍ​ພອນ​, ​ບັດ​ອວ​ຍ​ພອນ​ປີ​ໃໝ່ທີ່​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ມາ​ຍັງລາຍ​ການ. ບັນ​ດາ​ຄຳ​ອວຍ​ພອນ ແລະ ​ຄຳ​ເຫັນ​ປະ​ກອບ​ທີ່​ທ່ານ​​ຜູ້​ຟັງ, ຜູ້​ອ່ານ​ໄດ້​ຝາກ​ມາ​ລາຍ​ການ​ຈະ​ເປັນ​ກຳ​ລັງ​ໜູນ​ເພື່ອ​ຊ່ວຍໃຫ້​ພວກ​ຂ້າ​ພະ​ເຈົ້າ​ຜະ​ລິດ​​ບັນ​ດາລາຍ​ການ​ກະ​ຈາຍ​ສຽງ​ທີ່​ມ່​ວນກວ່າ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຜູ້​ຟັງ, ຜູ້​ອ່ານ​ໃຫ້​ດີກວ່າ. ທ່ານ​ຜູ້​ຟັງ, ຜູ້​ອ່ານ​ທີ່​ເຄົາ​ລົບ, ນັບ​ແຕ່​ເດືອນ 1/2017 ເປັນ​ຕົ້ນ​ໄປ, ພ​ວກ​ຂ້າ​ພະ​ເຈົ້າ​​ຈະມີ​ຄໍ​ລຳ​ໃໝ່​ທີ່​ມີ​ຊື່​ວ່າ “ເລື່ອງ​ລາວ​ຂອງ​ໝ​ູ່​ບ້ານ”, ແທນ​ໃຫ້​ຄໍ​ລ​ຳ “ຊົນ​ນະ​ບົດ​ໃໝ່” ທີ່​ໄດ້​ອອກ​ອາ​ກາດ, ອັບ​ເດັດ​ໃນ​ແວບ​ໄຊ vovworld.vn ໃນ​ວັນ​ສຸກ​ແຕ່​ລະ​ອ​າ​ທິດ. ຈຸດ​ທີ່​ຄ້າຍ​ຄື​ກັນ​ລະ​ຫວ່າງ 2 ຄໍ​ລຳ​ດັ່ງ​ກ່າວນັ້ນ​ແມ່ນ​ລ້ວນ​ແຕ່​ຂຽນ​ກ່ຽວ​ກັບ​ເຂດ​ຊົນ​ນະ​ບົດ ຫວຽດ​ນາມ, ແຕ່​ແທນ​ທ​ີ່​ບັນ​ດາ​ບົດ​ຂຽນ​ກ່ຽວ​ກັບ​ຮູບ​ແບບກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ນັ້ນ ແມ່ນ​ບັນ​ດາ​ບົດ​ຂຽນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ໝູ່​ບ້ານ​ອາ​ຊີບ, ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ບ້ານ​ນາ ຫວຽດ​ນາມ… ຫວັງ​ວ່າ, ບັນ​ດາ​ບົດ​ຂຽນ​ໃນຄໍ​ລຳ “ເລື່ອງ​ລາວ​ຂອງ​ໝ​ູ່​ບ້ານ” ​ນີ້ຈະ​ສ້າງ​ບັນ​ຍາ​ກາດ​ໃໝ່ ແລະ ຜ່ານ​​ນັ້ນຜູ​້​ຟັງ, ຜູ້​ອ່ານ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບ້ານ​ນາ​ ຫວຽດ​ນາມ. ຫວັງ​ວ່າ, ຜູ້​ຟັງ, ຜູ້​ອ່ານ​ຈະ​ຮັບ​ຟັງ​ບັນ​ດາ​​ຄໍ​ລຳ​ດັ່ງ​ກ່າວ ແລະ ປະ​ກອບ​ຄຳ​ເຫັນ​​ເພື່ອ​ໃຫ້​ ​ພາກ​ພາ​ສາ​ລາວ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ທ່ານ​ຜູ​້​ຟັງ, ຜູ້​ອ່ານກວ່າ​​ອີກ.

ແນະ​ນຳ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ແຂວງ​ຟ​ູ໋​ອຽນ - ảnh 2
ເຂດ​ໂງ່​ນ​ຫີນ ​ຢູ່​ແຂວງຟູ໋​ອຽນ

ອາ​ທິດ​ຜ່ານ​ມາ, ເພື່ອນ ແສງ​ສະ​ຫວ່າງ, ຢູ່​ແຂວງ ວຽງ​ຈັນ ໄດ້​ຝາກ​ອີ​ແມວ​ມາ​ຍັງລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: “ໃນ​ພາບ​ສາ​​ລະ​ຄະ​ດີ​ຫວ່າງ​ແລ້ວ​ນີ້, ໄດ້​ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ໃນ​ລະ​ດູ​ບານ​ໃໝ່. ນອກ​ຈາກ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຄື: ຊາ​ປາ, ດາ​ລາດ ດ້ວຍ​ຕົ້ນ​ໄມ້​ໃບ​ຫຍ້າ​ສວຍ​ສົດ​ງົດ​ງາມ ແລະ ອາ​ກາດ​ເຢັນ​ສະ​ບາຍ, ເໝາະ​ສົມ​ກັບ​ລາຍການ​​ທ່ອງ​ທ່ຽວທີ່​ຂ້າ​ພ​ະ​ເຈົ້າ​​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມຫວ່າງແລ້ວນີ້, ຂ້າ​ພະ​ເຈົ້າ​​ຍັງມີ​ຄວາມ​ສົນ​ໃຈ​​ພິ​ເສດ​ເຖິງ ຟູ໋​ອຽນ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂ້າ​ພະ​ເຂົ້າ​ໄດ້​ຮັບ​ຟັງ​ເປັນ​ຄັ້ງ​ທຳ​ອິດ. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເຂດ​ທ່ອງ​ທ່ຽວນີ້​ຕື່ມ​ອີກ​ໄດ້​ບໍ່?”

ເພື່ອນ ແສງ​ສະ​ຫວ່າງ ທີ່​ຮັກ​ແພງ, ຟູ໋​ອຽນ ແມ່ນ​ແຂວງ​ແຄມ​ທະ​ເລທາງ​ທິດ​ໃຕ້​ພາກ​ກາງ ຫວຽດ​ນາມ. ທັງ 3 ​ທິດ​ຖືກ​ອ້ອມ​ຮອບ​ດ້ວຍ​ພູ, ​ທິດ​ເໜືອ ມີ​ກິ່ວ ກູ່​ມົງ, ​ທິດໃຕ້​ແມ່ນ​ກິ່​ວ​ກາ, ທິດ​ຕາ​ເວັນ​ຕົກ​ແມ່ນ​ສາຍເຈື່ອງ​ເຊ​ີນ ​ສ່ວນ​ທິດ​ຕາ​ເວັນ​ອອກ​ແມ່ນ​ທະ​ເລ​ຕາ​ເວັນ​ອອກ. ​ຟູ໋​ອຽນ ມີ​ອາ​ກາດ​ເຂດ​ຮ້ອນ ແລະ ມໍ​ລະ​ສຸມ. ​ຢູ່​ທີ່ນີ້ມີ 2 ລະ​ດູ, ໃນ​ນັ້ນ​ລະ​ດູ​ຝົນ​ເລີ່ມ​ແຕ່​ເດືອນ 9 ຫາ​ເດືອນ 12 ແລະ ລະ​ດູ​ຮ້ອນ​ແຕ່​ເດືອນ 1 ຫາ​ເດືອນ 8. ແຂວງ ຟູ໋​ອຽນ ມີ​ບັນ​ດາ​ສະ​ຖາ​ນ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຄື: ​ວືກ​ຟູນ, ຫວູງ​ໂຣ, ຮ່ອນ​ເນືອ, ​ປະ​ພາ​ຄານ ດ້າຍ​ແຫຼງ - ບ່ອນ​ໄດ້​ຮັບ​ແສງ​​ອະ​ລຸນ​ທຳ​ອິດ​ຢູ່​ດິ​ນ​ຕໍ່​ແຜ່ນ, ເກາະ ຮ່ອນ​ຈົ່ວ, ພູ​ພຽງ ເວີນ​ຮ່​ວາ, ຖ້​ຳ​ກອບ, ບຶງໂອ​ລ​ວານ, ​ໂງ່ນ​ຫີນດ໋າ​ເດ້ຍ, ອ່າວ ຊວນ​ດ່າຍ. ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ໂງ່ນ​ຫີນດ໋າ​ເດ້ຍ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ, ດ້ວຍ​ເນື້ອ​ທີ່​ປະ​ມານ 2 ຕາ​ລາງ​ກິ​ໂລ​​ເເມດ. ​ເມື່ອ​ສັງ​ເກ​ດ​ຈາກ​ທາງ​ໄກ​ກໍ່​ເຫັນ​ວ່າ, ໂງ່ນ​ຫີນ​ຄື​ດັ່ງ​ຈານ​ຫຼາຍ​​ໃບ​ຖືກ​ຈັດ​ກ່າຍກອງ​ກັນ​ໂປໂລ​ອອກ​ສູ່​​ທະ​ເລ. ພາ​ຍຫລັງ​ໄດ້​ລະຫຼິ້ນ, ຊົມ​ເບິ່ງ​ທິວ​ທັດ​ທຳ​ມ​ະ​ຊາດ​ສວຍ​ງາມ​ຢູ່​ເຂດ​ຝັ່ງ​ທະ​ເລ​ທີ່ມີ​ຄວາມ​ຍາວ 3 ກມ ​ຫ​ວັງ​ວ່ານັກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກມີ​ຄວາມ​ສະ​ຫວາດ​ສະ​ເຫ​ວີ​ຍ. ນອກ​ຈາກນັ້ນ, ສຳ​ລັບເພື່ອນ​ໜຸ່ມ​ຜູ້​ທີ່​ຢາກ check in facebook, ​ປະ​ພາ​ຄານ ດ້າຍ​ແຫຼງ (ຫຼື​ຍັງ​ເອີ້ນ​ວ່າ ແຫຼມ​ດ້ຽນ) ຈະ​ແມ່ນ​ສະ​ຖານ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ, ຍ້ອນ​ວ່າ​​ຢູ່​ທີ່ນີ້ເພື່ອນ​ອາດ​​ຈະ​ເປັນຜູ້​ທຳ​ອິດ​ໄດ້​ເຫັນ​ແສງ​ອະ​ລຸນ​​ໃນເຂດ​ດິນ​ຕໍ່​ແຜ່ນ​ຂອງຫວຽດ​ນາມ… ນອກ​ຈາກ​ບັນ​ດາ​ສ​ະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ນັ້ນ, ແຂວງ ຟູ໋​ອຽນ ຍັງມີ​ອາ​ຫານຫຼາຍ​ເຍື່ອງ​ຄືເຂົ້າ​ໜົມ, ອາ​ຫານ​​ທະ​ເລ... ຫວັງ​ວ່າ​ພາຍຫຼັງ​ໄປ​​ຢ້ຽມຢາມຟູ໋​ອຽນແລ້ວ, ເພື່ອນ ແສງ​ສະ​ຫວ່າງ ແລະ ບັນ​ດາ​ຜູ້​ຟັງ, ຜູ້​ອ່ານ​ຢ່າ​ລື່ມ​​ຈະ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ກ່ຽວ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງນີ້​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຊາບ​​ແດ່​ເດີ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com.


ຕອບກັບ

ຂ່າວ/ບົດ​ອື່ນ