60 ປີແຫ່ງວັນສ້າງຕັ້ງ ໂຮງລະຄອນແຈວຮ່າໂນ້ຍ

 

60 ປີແຫ່ງວັນສ້າງຕັ້ງ ໂຮງລະຄອນແຈວຮ່າໂນ້ຍ - ảnh 1
ໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍຢູ່​ເຮືອນ​ເລກ​ທີ່ 15 ​ຖະໜົນ ຫງວຽນ​ດິງຈ້ຽວ -ຮ່າໂນ້ຍ


  ກຸງ ທັງ​ລອງ​ເມື່ອ​ກ່ອນ​ນີ້ ​ແລະ ນະຄອນຫຼວງຮ່າໂນ້ຍໃນປະຈຸບັນ ແມ່ນ ແຫ່ງເກັບຮັກສາບັນດາ​ປະ​ເພດ​ສິລະ​ປະວັດ​ທະນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​, ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ ສິລະ​ປະ​ຂັບ​ແຈວ. ຢູ່​ຮ່າ​ໂນ້ຍມີ​ໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍ, ​ແຕ່​ດົນ​ນານ​ມາ​ນີ້ ຍັງ​ສາມາດ​ຮັກສາ​ບົດບາດ​ສຳຄັນ, ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ການ​ອະນຸ​ລັກ​ຮັກສາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ກໍ່ສ້າງ ​ແລະ ພັດທະນາ​ຄວາມ​ເກັ່ງ​ກ້າ​ສາມາດ​ທາງ​ດ້ານ ສິລະ​ປະ​ຂັບ​ແຈວທີ່​ມີ​ມາ​ແຕ່​ດົນ​ນານ. ​

  ໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ກ່ອນ​ນີ້ 60 ປີ​ບົນ​ພື້ນຖານການ​ຄວບ​ເຂົ້າກັນ​ລະຫວ່າງ ກອງສິລະ​ປະ​ຂັບ​ແຈວ Doan Lac Viet ກັບ​ກອງສິລະ​ປະ​ຂັບ​ແຈວ​ເລກ 2 ສັງ​ກັດກົມ​ໃຫຍ່ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ. ​ນັບແຕ່ຊຸມ​ວັນ​ທຳ​ອິດ​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍ ສາມາດ​ເຕົ້າ​ໂຮມ​ນັກ​ສິລະ​ປິນຫຼາຍ​ຄົນ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ ​ແລະ ​ໄດ້​ປະດິດ​ຄິດ​ແຕ່ງ​ບົດ​ລະຄອນ​ແຈວ​ທີ່​ດີ​ເດັ່ນ​ຫຼາຍ​ເລື່ອງ​ຄື : “ ກວານ​ເອີມ​ທິກິ້ງ ”, “ ລິວ​ບີ​ງ​ເຢືອງ​ເລ້ ”, “ ຕືທຶກ ”, ​ໃນ​ໄລຍະ​ຕໍ່​ໄປ​ກໍ​ມີ​ບົດ​ລະຄອນ​ແຈວ “ ​ເຕີມ​ກ້າມ ”, “ ນາງຊີ​ຕາ ” ....

60 ປີແຫ່ງວັນສ້າງຕັ້ງ ໂຮງລະຄອນແຈວຮ່າໂນ້ຍ - ảnh 2
ລາຍການສະແດງລະຄອນແຈວກ່ຽວກັບເລື່ອງ“ ນາງຊີ​ຕາ ”


  ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ພ້ອມ​ກັບ​ການ​ແຕ່ງບົດ​ລະຄອນ​ແຈວ​ຈາກ​ເລື່ອງ​ນິທານ​ເກົ່າ​ນັ້ນ, ໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍຍັງ​ໄດ້​ແຕ່ງບັນດາບົດ​ລະຄອນ​ແຈວ​ດ້ວຍ​ບັນດາ​ຕົວ​ລະຄອນ​ໃໝ່ ຊຶ່ງ​ມີ​ການ​ປ່ຽນ​ໃໝ່​ວິທີ​ສ້າງບົດ​ລະຄອນ ​ແລະ ຫັນ​ມາ​ໃຊ້​ສັບພາສາ​ແບບ​ທັນ​ສະ​ໄໝ, ດັ່ງ​ນັ້ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ຢ່າງ​ຫຼວງ​ຫຼາຍ. ມາ​ຮອດ​ປະຈຸ​ບັນ​ໃນ​ຈຳນວນ ໂຮງ​ລະຄອນ​ແຈວ​16 ຫົວໜ່ວຍ​ໃນ​ທົ່ວ​ປະ​ເທດ​ນັ້ນ, ໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍຍັງຄົງ ສາມາດດຶງ​ດູດ​ຜູ້​ມາ​ຊົມ​ຫຼາຍ​ກ່ວາ​ໝູ່ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ປະສົບ​ຜົນສຳ​ເລັດ​ດີ​ທີ່​ສຸດ​ໃນ​ການ​ເສີມ​ຂະຫຍາຍສິລະ​ປະ​ຂັບ​ແຈວບົນ​ເວທີ​ໃນ​ຊີວິດ​ຍຸກ​ທັນ​ສະ​ໄໝ. ນັກ​ສິລະ​ປິນດີ​ເດັ່ນ Thuy Mui ຜູ້ອຳ​ນວນ​ການໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ :

   “ ພວກ​ຂ້າພະ​ເຈົ້າ​ຍົກ​ສູງ​ຄຸນ​ນະພາ​ບການສະ​ແດງ​ລະຄອນ​ແຈວ ດ້ວຍ​ການ​ຍົກ​ສູງ​ການ​ລົງທຶນ​ປະກອບ​ພາຫະນະ​ອຸປະກອນ, ຍົກ​ສູງ​ຄວາມ​ງາມ​ໃນ​ການ​ຮັບ​ໃຊ້​ຜູ້​ຊົມ​ຕາມ​ໃຈ. ຈາກ​ແນວ​ຄວາມ​ຄິດ​ເຊັ່ນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ໄດ້​ສຸມ​ໃສ່​ລົງທຶນ​, ເພື່ອ​ເຮັດ​ແນວ​ໃດ​ໃຫ້​ເວທີ​ສະ​ແດງ​ທັນ​ສະ​ໄໝ​ກ່ວາ, ມ່ວນ​ກວ່າ, ສາມາດ​ດຶງ​ດູດ​ໃຈ​ຜູ້​ຊົມ​ຫຼາຍ​ກວ່າ ພ້ອມ​ກັນ​ນັ້ນ ​ເຂົາ​ເຈົ້າ​ຈະ​ສະຫງວນ​ຄວາມ​ຮັກ​ໃຫ້​ແກ່​ບົດ​ລະຄອນ​ແຈວ​ຢ່າງ​ເລິກ​ເຊິ່ງກ່ວາ ”

   ມີ​ວິທີ​ການ​ໜຶ່ງ​ທີ່​ມີ​ຫົວຄິດ​ປະ​ດິດສ້າງ​ຂອງໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍ, ນັ້ນ​ແມ່ນ​ດຳ​ເນີນ​ການຈັດ​ລາຍການ​ສະ​ແດງສິລະ​ປະ​ຂັບ​ແຈວດ້ວຍ​ຂອບ​ຂະໜາດນ້ອຍ ​ເພື່ອ​ນຳສິລະ​ປະ​ຂັບ​ແຈວ​ສາມາດ​​ໃກ້​ຊິດ​ສະໜິດສະໜົມກັບ​ຜູ້​ຊົມ​ກ່ວາ​ເກົ່າ​, ​ເປັນ​ຕົ້ນ​ແມ່ນ​ແຂກ​ທ່ອງ​ທ່ຽວ​ຊາວ​ຕ່າງປະ​ເທດ. ​ໃນ​ທຸກ​ວັນ​ນີ້, ​ເມື່ອ​ແຂກ​ທ່ອງ​ທ່ຽວ​ມາ​ຢາມ​ນະຄອນຫຼວງ​ຮ່າ​ໂນ້ຍນັ້ນ, ຖ້າ​ຫາກ​ຢາກ​ຮັບ​ຊົມ​ການສະ​ແດງສິລະ​ປະ​ຂັບ​ແຈວ, ​ແມ່ນ​ພຽງ​ແຕ່​ໄປ​ຍັງໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍຢູ່​ເຮືອນ​ເລກ​ທີ່ 15 ​ຖະໜົນ ຫງວຽນ​ດິງຈ້ຽວ ຫຼື​ອາດ​ຈະ​ຮັບ​ຊົມ​ການສະ​ແດງສິລະ​ປະ​ຂັບ​ແຈວ​ໃນ​ໂອກາດ​ທ້າຍ​ອາທິດ​ຢູ່​ວິຫານ ງອກ​ເຊີນ ໜອງ​ຮ່ວານ​ກ໋ຽມ ຮ່າ​ໂນ້ຍ. ຜ່ານ​ການສະ​ແດງ​ເປັນ​ເວລາ ກ່ວາ 1 ຊົ່ວ​ໂມງ, ດ້ວຍ​ສຽງ​ຂັບ​ລຳ​ທຳ​ເພງ, ວາດ​ຟ້ອນ​ນັ້ນ, ບັນດາ​ນັກ​ສິລະ​ປິນຈະ​ຊ່ວຍ​ຜູ້​ຊົມ​ກັບ​ຄືນ​ສູ່​ກັບ​ບັນດາ​ເລ​ືອ່ງລາວ​ພື້ນ​ເມືອງ​​ແຕ່​ປາງ​ກີ້​ປາງ​ກ່ອນ.

     ມີ​ຄວາມ​ມານະ​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ​ອີ​ກອັນ​ໜຶ່ງຂອງໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍສິລະ​ປະ​ຂັບ​ແຈວ, ນັ້ນ​ແມ່ນ​ນຳສິລະ​ປະ​ຂັບ​ແຈວ​ເຂົ້າ​ສູ່​ບັນດາ​ໂຮງຮຽນ. ບໍ່ພຽງ​ແຕ່​ຮຽບຮຽງ​ຄັດບາງ​ຕອນ​ໃນບົດ​ລະຄອນ​ແຈວ ​ເພື່ອ​ນຳ​ເຂົ້າ​ຫຼັກສູດ​ການ​ສອນ​ເທົ່າ​ນັ້ນ, ໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍຍັງ​ເປັນ​ເຈົ້າ​ການ​ຕິດ​ຕໍ່​ພົວພັນ​ກັບ​ໂຮງຮຽນ​ຕ່າງໆ​ເພື​ອ່​ໄປ​ສະ​ແດງ, ທັງ​ນີ້​ກໍ​ເປັນ​ຊ່ວຍ​ລຸ່ນໜຸ່ມ​ສາມາດ​ເຂົ້າ​ໃຈ ຕື່ມ​ອີກ ກ່ຽວ​ກັບ​ຄຸນຄ່າ​ທາງ​ດ້ານສິລະ​ປະ​ຂັບ​ແຈວຂອງ​ປູ​ຍ່າ​ຕາ​ຍາຍ​ປະ​ໄວ້​ໃຫ້. ນັກສິລະ​ປິນດີ​ເດັ່ນ Quoc Anh ຮອງຜູ້ອຳ​ນວນ​ການໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ :

    “ ນອກຈາກ​ການ​ກໍ່ສ້າງ​ບັນດາ​ດາລາສະ​ແດງສິລະ​ປະ​ລະຄອນ​ແຈວ​ເພື່ອ​ດຶງ​ດູດ​ຜູ້​ຊົມ​ນັ້ນ, ມີ​ແນວ​ຄວາມ​ຄິດ​ທີ່​ສຳຄັນ​ຂອງ ໂຮງ​ລະຄອນ​ແຈວ​ພວກ​ຂ້າພະ​ເຈົ້າ, ນັ້ນ​ແມ່ນ​ນຳສິລະ​ປະ​ຂັບ​ແຈວ​ເຂົ້າ​ສູ່​ບັນດາ​ໂຮງຮຽນ. ​ສຳລັບ​ບັນດາ​ລາຍການສະ​ແດງສິລະ​ປະ​ຂັບ​ແຈວຮັບ​ໃຊ້​ນັກຮຽນ​ຢູ່​ໂຮງຮຽນ​ຕ່າງໆ​ນັ້ນ, ບາງ​ຄັ້ງ​ພວກ​ຂ້າພະ​ເຈົ້າ​ຕ້ອງ​​ໃຊ້​ເງິນຖົມຕື່ມ​ອີກ. ​ແຕ່ການສະ​ແດງສິລະ​ປະ​ຂັບ​ແຈວຮັບ​ໃຊ້​ນັກຮຽນນັ້ນ , ​ແນ່ນ​ອນວ່າ ອີກ 5 – 10 ປີ​ທີ່​ຈະ​ມາ​ເຖິງ, ບັນດາ​ຜູ້​ຊົມ​ຈາກ​ໂຮງຮຽນ​ເຫຼົ່າ​ນັ້ນຈະ​ມາ​ຫາໂຮງ​ລະຄອນ​ແຈວ ​ພວກ​ຂ້າພະ​ເຈົ້າ ບໍ່​ແມ່ນ​ໜ້ອຍ ”

   ​ໂດຍ​ຖືກ​ຕັ້ງ​ຢູ່​ເຂດ​ດິນ​ພັນ​ປີ​ແຫ່ງ​ອະລິຍະ​ທຳ ທັງ​ແມ່ນ​ສູນ​ກາງ​ວັດທະນະທຳ​ໃຫຍ່​ຂອງ​ທົ່ວ​ທັງ​ປະ​ເທດ​ນັ້ນ, ບັນດາ​ການ​ປະກອບສ່ວນ​ຂອງ ໂຮງ​ລະຄອນ​ແຈວ​ຮ່າ​ໂນ້ຍ​ໃນ 60 ປີ ທ່ີ​ຜ່ານ​ມາ​ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ການ​ອະນຸລັກ​ຮັກສາສິລະ​ປະ​ຂັບ​ແຈວທີ່​ມີ​ມາ​ແຕ່​ດົນນານ​​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້ ສິລະ​ປະ​ຂັບ​ແຈວທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ເພີ່ມ​ຄວາມ​ອຸດົມສົມບູນຂຶ້ນ​ຕື່ມ, ພ້ອມ​ທັງ​ສ້າງ​ສີສັນ​​ເອກະລັກ​ສະ​ເພາະ​ໃຫ້​ແກ່ສິລະ​ປະ​ຂັບ​ແຈວຂອງ​ຮ່າ​ໂນ້ຍອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ