Ma Van Khang - ຜູ້ປຸກລຸກການເຄື່ອນໄຫວ ປະພັນວັນນະຄະດີຫວຽດນາມທັນສະໄໝ

Ma Van Khang - ຜູ້ປຸກລຸກການເຄື່ອນໄຫວ ປະພັນວັນນະຄະດີຫວຽດນາມທັນສະໄໝ - ảnh 1
ນັກ​ປະພັນ​ວັນນະຄະດີ Ma Van Khang
(ພາບ: internet)



  ນັກ​ປະພັນ​ວັນນະຄະດີ Ma Van Khang ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ນັກ​ປະພັນ 7 ທ່ານທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ ວັນນະຄະດີ​ໄດ້​ຮັບ​ການສະ​ເໜີ​ພິຈາລະນາຮັບລາງວັນ​ໂຮ​ຈີ​ມິນ​ຄັ້ງ​ທີ່ 4. ທ່ານ​ໄດ້​ຮັບ​ການ​ຕີ​ລາຄາວ່າ​ແມ່ນ​ປາຍ​ປາກກາ​ປະກອບສ່ວນ​ປຸກລຸກ​ການ​ເຄື່ອນ​ໄຫວ​ ວັນນະຄະດີຫວຽດນາມ​ທັນ​ສະ​ໄໝດ້ວຍ​ບັນດາ​ບົດ​ປະພັນທີ່​ໄດ້​ສ້າງ​ຊື່​ສຽງ​ຮຽງ​ນາມ​ໃຫ້​ທ່ານ​ນັບ​ແຕ່​ຊຸມ​ປີ​ແຫ່ງ​ກິດຈະການ​ປ່ຽນ​ແປງ​ໃໝ່ ຄື: “ ຝົນ​ຍາມ​ແລ້ງ”, “ຍາມລະດູ​ໃບ​ໄມ້​ຫຼົ່ນ​ໃນ​ສວນ”, “ ຊີວິດ​ປ່ຽວພອຍ ”....​ໃນ​​ແຕ່ລະບົດ​ປະພັນ​ຂອງ​ທ່ານ, ​ເຖິງ​ວ່າ​ຈະ​ມີ​ລັກສະນະ​ສະຫງົບ​ງຽບ​ຫຼື​ຮຸ່ນ​ແຮງ​ກໍ​ຕາມ, ​ແຕ່​ເບິ່ງ​ຄື​ວ່າ​ລ້ວນ​ແຕ່​ນຳ​ມາ​ເຊິ່ງບົດຮຽນ​ໂດຍ​ເປັນສຶກສາ​ອົບຮົມ​ພວກ​ເຮົາກ່ຽວ​ກັບ​ຄວາມ​ຮັກ​ຊີວິດ ​ແລະ ຄວາມ​ຮັກ​ແພງ​ມະນຸດ.

   ນັກ​ປະພັນ​ວັນນະຄະດີ Ma Van Khang ມີ​ຊື່​ແທ້​ວ່າ Dinh Trong Toan . ທ່ານ​ໄດ້​​ເປັນ​ທີ່​ຮູ້ຈັກກັນ​ດີວ່າ​​ແມ່ນ ນັກ​ປະພັນ​ວັນນະຄະດີຈາກ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ເຂດ​ພູດ​ອຍ. ​ໃນ​ຊີວິດ​ແຫ່ງ​ການປະພັນ​ວັນນະຄະດີຂອງ Ma Van Khang ມີ​ຫຼາຍ​ບົດ​ປະພັນທີ່​ປະ​ທັບ​ໃຈ​ກ່ຽວ​ກັບ​ຫົວ​ເລື່ອງ​ເຂດ​ຕົວ​ເມືອງ, ​ໃນ​ນັ້ນ​ຕ້ອງ​ເລົ່າ​ເຖິງ​ບົດ​ປະພັນ “ ຝົນ​ຍາມ​ແລ້ງ” ​ຊຶ່ງ​ຖືກ​ພິມ​ຈຳໜ່າຍ​ເມື່ອ​ປີ 1982. ​ໃນຄາວ​ນັ້ນ, ​ບົດ​ປະພັນ “ ຝົນ​ຍາມ​ແລ້ງ ” ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງສຽງ​ທີ່​ສຸດ​ຍ້ອນ​ມີ​ບັນດາ​ແນວ​ຄວາມ​ຄິດ​ອັນ​ແຮງ​ກ້າ​ໂດຍ​ນັກ​ປະພັນ​ໄດ້​ເຕື້ອງ​ເຖິງ​ໃນ​ເລື່ອງ​ນະວະນິຍາຍ​ນີ້. ສະ​ຖາ​ບັນ​ວັນນະຄະດີຫວຽດນາມ​ໃນ​ຄາວ​ນັ້ນ ​ໄດ້​ຈັດການ​ໂອ້​ລົ​ມສົນທະນາ​ກ່ຽວ​ກັບ​ບົດ​ປະພັນ​ນີ້​ຂອງ​ທ່ານ. ມາ​ຮອດ​ປະຈຸບັນ, ນັກວິຈານ​ວັນນະຄະດີ Luu Khanh Tho ຍັງ​ຈືດີ​​ເນື້ອ​ໃນການ​ໂອ້​ລົມ​ສົນທະນາ​ໃນ​ເວລາ​ນັ້ນ ​ເຖິງ​ແມ່ນ​ວ່າ 30 ປີ​ໄດ້​ລ່ວງ​ເລີຍ​ໄປ. ມີ​ຫຼາຍ​ຄົນ​ວິພາກວິຈານ​ບົດ​ປະພັນຂອງທ່ານ​. ​ແຕ່​ກໍ​ມີ​ບາງ​ຄົນນິຍົມ​ກັບ​ຄວາມ​ກ້າຫານ, ​ໃໝ່​ອຽມ​ໃນ​ປາຍ​ປາກກາ​ຂອງ​ Ma Van Khang ​ໃນ​ຂະນະ​ທີ່​ທ່ານ​ເປີດ​ເຜີຍ, ​ກ່າວ​ປະນາມ​ບັນດາ​ປະກົດ​ການ​ຫຍໍ້​ທໍ້​ທີ່​ຍັງ​ຄົງ​ຄ້າງ​ໃນ​ສັງຄົມ. ນັບ​ແຕ່​ນັ້ນ​ມາ,ຫຼາຍຄົນກ່າວເຖິງ​ຊື່​ສຽງ​ຂອງ ນັກ​ປະພັນ​ວັນນະຄະດີ Ma Van Khang ບໍ່ພຽງແຕ່ຍ້ອນບັນດາບົດ​ປະພັນ, ຕົວລະຄອນ ຢູ່ເຂດພູສູງເທົ່ານັ້ນ, ຫາກຍິ່ງກ່ວາໃຜໝົດແມ່ນການເຊື່ອມຕົວຢ່າງ​ໝັ້ນຄົງ​ໜັກ​ແໜ້ນເຂົ້າກັບກະແສ ວັນນະຄະດີຫວຽດນາມ​ທັນ​ສະ​​ໄໝ-ຕິ​ດພັນ​ກັບການ​ດຳລົງ​ຊີວິດ​ຢູ່​ເຂດ​ຕົວ​ເມືອງ​ໃນ​ຊຸ​ມປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. ນັກວິຈານ​ວັນນະຄະດີ Luu Khanh Tho ​ເລົ່າຄືນ​ສູ​ຟັງ​ວ່າ :

 “ ຂ້າພະ​ເຈົ້າ ມັກ​ເລື່ອງ​ສັ້ນ​ເລື່ອງໜຶ່ງ​ຂອງ ນັກ​ປະພັນ​ວັນນະຄະດີ Ma Van Khang ທີ່​ມີ​ຊື່ວ່າ “ Seoly ຜູ້​ປຸກລຸກ​ຄວາມ​ຮັກ​ຊີວິດ​ມະນຸດ ” . ຂ້າພະ​ເຈົ້າ​ຢາກ​ໃຊ້​ຄຳ​ເວົ້ານີ້​ເພື່ອ​ເວົ້າ​ເຖິງ ນັກ​ປະພັນ​ Ma Van Khang, ໝາຍ​ຄວາມ​ວ່າ Ma Van Khang ​ແມ່ນ​ຜູ້​ປຸກລຸກ​ການ​ເຄື່ອນ​ໄຫວ​ປະພັນວັນນະຄະດີທັນ​ສະ​ໄໝ. Ma Van Khang ມີ​ການ​ປະກອບສ່ວນ​​ເຂົ້າໃນ​ຂະ​ບວນວິວັດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ວັນນະຄະດີໃນເບື້ອງ​ຕົ້ນ. ອາດ​ເວົ້າ​ໄດ້​ວ່າ ບົດ​ປະພັນ​ໄດ້​ເປັນ​ຂີດ​ໝາຍ​ການ​ຫັນ ປ່ຽນ​ທີ່​ສຳຄັນ​ຂອງ Ma Van Khang ນັ້ນ​ແມ່ນ​ເລື່ອງນະວະນິຍາຍ “ ຝົນ​ຍາມ​ແລງ ” . ຂ້າພະ​ເຈົ້າ​ຍັງຈືດີ​ວ່າ ​ເມື່ອ​ເລື່ອງ​ນະວະນິຍາຍ​ນີ້​​ຮັບ​ການ​ພິມ​ຈຳໜ່າຍ ນັ້ນ, ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ພວກ​ເຮົາ​ນັບ​ມື້​ນັບ​ເຫັນ​ໄດ້​ວ່າ ພາຍຫຼັງ​ໄລຍະ​ເວລາ​ພຽງ​ສັ້ນໆ​ເທົ່າ​ນັ້ນ, ເລື່ອງນະວະນິຍາຍ “ ຝົນ​ຍາມ​ແລ້ງ ” ນັ້ນ ​ໄດ້​ຕັ້ງ​ຫຼາຍ​ບັນຫາ​ຂອງ​ວັນນະຄະດີ​ປ່ຽນ​ແປງ​ໃໝ່ ກໍ​ຄື​ບົດບາດ​ເປັນ​ການ​ທຳນາຍ​ຂອງ ບົດ​ປະພັນວັນນະຄະດີທີ່ມີ​ຕໍ່ຊີວິດ​ສັງຄົມ​ເວົ້າລວມ ​ແລະ ​ໃນ​ພື້ນຖານ​ວັນນະຄະດີ​ເວົາສະ​ເພາະ ”

    ​

Ma Van Khang - ຜູ້ປຸກລຸກການເຄື່ອນໄຫວ ປະພັນວັນນະຄະດີຫວຽດນາມທັນສະໄໝ - ảnh 2
ບາງເລື່ອງສັ້ນທີ່ດີເດັ່ນຂອງນັກ​ປະພັນ​ວັນນະຄະດີ Ma Van Khang

 ໃນ​ຊຸມ​ປີ​ທຳ​ອິດ​ແຫ່ງ​ກິດຈະການ​ປ່ຽນ​ແປງ​ໃໝ່, ປາຍ​ປາກກາ​ຂອງ Ma Van Khang ​ໄດ້​ແຕ່ງ​ຫຼາຍ​ ບົດ​ປະພັນທີ່​ເຮັດ​ໃຫ້​ຜູ້​ອ່ານ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ. ຈາກ​ເລື່ອງ “ ຝົນ​ຍາມ​ແລງ ” , ນັກ​ປະພັນ​ວັນນະຄະດີ Ma Van Khang ສືບ​ຕໍ່​ປະພັນ​ເລື່ອງ“ຍາມລະດູ​ໃບ​ໄມ້​ຫຼົ່ນ​ໃນ​ສວນ”. ນັບ​ແຕ່​ເວລາໄດ້​ຮັບ​ການ​ພິມຈຳໜ່າຍບົດ ​ປະພັນ “ຍາມລະດູ​ໃບ​ໄມ້​ຫຼົ່ນ​ໃນ​ສວນ” ຂອງ Ma Van Khang ​​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ອ່ານ​ທີ່​ສຸດ, ບົດ​ປະພັນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​​ໃນ​ບັນດາບົດ​ປະພັນ​ເປີດ​ສາກ​ຂອງ​ການ​ປ່ຽນ​ແປງ​ໃໝ່, ຊ້ອນ​ແຝງ​ການ​ທຳນາຍ​ຫຼາຍ​ຢ່າງທີ່​ມີຄວາມ​ໝາຍຈົນ​ຮອດ​ວັນ​ນີ້. ສຳລັບນັກ​ປະພັນ​ Ma Van Khang ​ແລ້ວ, ການ​ແຕ່ງບົດ​ປະພັນວັນນະຄະດີ, ກ່ອນ​ອື່ນ​ໝົດ​ແມ່ນ​ເລື່ອງ​ລາວ​ກ່ຽວ​ກັບ​ຊາຕະກຳ​ມະນຸດ, ການ​ຕໍ່ສູ້​ຂອງ​ແຕ່ລະຄົນ​ເພື່ອ​ມຸ່ງ​ໄປ​ສູ່​ຄວາມ​ງາມ, ສຸດຈະລິດ. ​ໃນ​ບາງ​ບົດ​ປະພັນ, ຜູ່​ອ່ານ​ສາມາດ​ເຫັນ​ໄດ້​ເຖິງ​ຄວາມ​ໂສກ​ເສົ້າ, ຄວາມ​ເຈັບ​ແສບ​ໃນ​ຊີວິດ​​ສະ​ເພາະ​ຂອງທ່ານ​ເອງ, ​ແຕ່​ເໜືອ​ກ່ວາ​ສິ່ງ​ໃດ​ໝົດ, ນັ້ນ​ແມ່ນ​ນຶກ​ຄິດ, ຄວາມ​ໃນ​ໃຈ​ຂອງ​ທ່ານ​ຕໍ່​ໜ້າ​ຊີວິດ​ມະນຸດ. ທ່ານ​ຢາກ​ນຳ​ໃຊ້​ກຳລັງ​ແຮງ​ປາຍ​ປາກກາ​ຂອງຕົນ​ເມື່ອ​ນຳ​ຄຸນຄ່າ​ດ້ານ​ວັດທະນະທຳ​ມະນຸດ​ໃຫ້​ແກ່​ປະຊາຊົນ. ທ່ານ​ມີ​ຄວາມ​ສຳນຶກ​ແບບ​ລຽບ​ງ່າຍ​ວ່າ :

   “ ມະນຸດ​ເຮົາ​​ເມື່ອ​ມີຊີວິດ ​ແມ່ນ​ບໍ່​ພຽງ​ແຕ່​​ເພື່ອສ້າງ​ຄວາມ​ງາມ​ແກ່​ຊີວິດ, ບໍ່​ພຽງ​ແຕ່​ເພື່ອ​​ແຕກດອກ​ອອກ​ໜໍ່​ເທ​ົ່ານັ້ນ, ຫາກ​ການ​ມີ​ຊີວິດ​ຂອງ​ມະນຸດຍັງ​ເພື່ອ​ຮັບ​ຄວາມ​ບາດ​ເຈັບອີກ​ດ້ວຍ, ນັ້ນ​ແມ່ນ​ກົດ​ເກນ​ຂອງສັງຄົມ. ​ເມື່ອ​ມີຊີວິດ​ກໍຕ້ອງມີ​ການ​ຕໍ່ສູ້, ການ​ຕໍ່ສູ້​ຈະ​ພາ​ໃຫ້​ເກີດ​ຄວາມ​ບາດ​ເຈັບ. ຂ້າພະ​ເຈົ້າ​ບໍ່​ຫວັງ​ຢາກ​ມີ​ຄວາມ​ງາມ​ແບບ​ງ່າຍ​ດາ​ຍ. ຄວາມ​ງາມ​ນັ້ນ ຕ້ອງຜ່ານ​ຄວາມ​ສູນເສຍ, ປົມ​ດ້ອຍ, ຊ້ຳ​ບໍ່​ໜຳ​ແມ່ນ​ການ​ເສຍສະຫຼະ, ຖືກ​ທັບ​ຖົມ​ຈົນ​ເຖິງ​ຂັ້ນ​ບໍ່​ມີ​ຈຸດ​ຢືນ. ​ແຕ່​ເຂົາ​ເຈົ້າ​ຍັງ​ຄົງ​ບືນ​ຕົວ​ຂຶ້ນ, ຢັ້ງຢືນ​ບຸກຄະ​ລິກກະພາບ​ຂອງ​ຕົນ​ເອງ. ນັ້ນ​ແມ່ນ​ຄວາມ​ງາມ​ໂດຍ​ພື້ນຖານ ”

     ປີ​ນີ້ນັກ​ປະພັນ​ວັນນະຄະດີ Ma Van Khang ມີ​ອາຍຸ 76 ປີ​ແລ້ວ, ​ແຕ່​ລະ​ມື້, ທ່ານ​ຕ້ອງ​ກິນ​ຢາ​ປົວ​ພະຍາດ, ສຸຂະພາບ​ຂອງ​ທ່ານ​ບໍ່​ແຂງ​ແຮງ​ປານ​ໃດ, ​ແຕ່​ຄວາມ​ສາມາດ​ແຕ່ງບົດ​ປະພັນຂອງ​ທ່ານ​ນັ້ນ, ​ເບິ່ງ​ຄື​ວ່າ​ລຸ່ນ​ໄວ​ໜຸ່ມ​ກໍ​ບໍ່​ທໍ​ກັບ​ທ່ານ. ​​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ຍັງ​ຄົງ​ສືບ​ຕໍ່​​ແຕ່ງ 2 ​ເລື່ອງນະວະນິຍາຍ “ ​ເງົາ​ມືດ ” ​ແລະ “ ທ່າ​ນ້ຳ ”. ດ້ວຍ 2 ບົດ​ປະພັນດັ່ງກ່າວ, ທ່ານ​ຢາກ​​ແນະນຳ​ໃຫ້​ຜູ້​ອ່ານ​ກ່ຽວ​ກັບ​ຄວາມ​ກະຕືລື​ລົ້ນ, ບັນດາ​ບັນຫາ​ກ່ຽວ​ກັບ​ຊາຕະ​ກຳ​ຂອງ​ມະນຸດ, ບັນດາ​ດ້ານ​ຫຼັງ ​ແລະ ບັນຫາ​ທີ່​ຊ້ອນ​ແຝງ​ຄວາມ​ສັບສົນ​ໃນ​ສັງຄົ​ມ. ນັກວິຈານ​ວັນນະຄະດີ Lai Nguyen An ​ໃຫ້​ຂໍ້​ສັງ​ເກດ​ວ່າ :

    “ ອາດ​ເວົ້າວ່າ: ​ໃນ​ຈຳນວນນັກປະພັນ ທີ່​ເປັນ​ລຸ່ນລາວ​ຄາວ​ດຽວ​ກັບ​ທ່ານ​ນັ້ນ, ມີ​ບາງ​ຄົນ​ໄດ້​ປະລະ​ອາຊີບ, ບາງ​ຄົນກໍ​ບໍ່​ເມົ່າ​ມົວ​ກັບ​ການ​ແຕ່ງ​ບົດ​ປະພັນ, ​ແຕ່​ນັກ​ປະພັນ Ma Van Khang ຍັງ​ຄົງ​​ກະຕືລື​ລົ້ນ, ສຸມ​ຈິດ​ສຸມ​ໃຈ​ກັບການ​ແຕ່ງບົດ​ປະພັນ. ​ແລະ​ບັນດາບົດ​ປະພັນ​ຂອງ​ທ່ານ​ລ້ວນ​ແຕ່​ເຮັດ​ໃຫ້​ຜູ້​ອ່ານ​ມີ​ຄວາມ​ສົນ​ໃຈ. ນັກ​ປະພັນ​ Ma Van Khang ​ໄດ້​ຮັບ​ໝາກຜົນ​ທີ່​ໜ້າ​​ຊົມຊື່ນ​ໃນ​ການ​ປະພັນ ວັນນະຄະດີ ”

     ​ໃນ​ຊີວິດ ​ແລະ ພາລະກິດ​ປະພັນ​ວັນນະ​ຄະດີ​ຂອງ Ma Van Khang , ທ່ານ​ສາມາດປະ​ພັນ​ເລື່ອງ​ສັ້ນ​ໄດ້ 200 ​ເລື່ອງ, ນະວະນິຍາຍ 15 ​ເລື່ອງ, ພ້ອມ​ກັບ​ບົດ​ວິພາກ, ບັນ​ທຶກ​ຫວນ​ຫຼັງ​ຫຼາຍໆ​ບົດ​ທີ່​ມີ​ຄຸນຄ່າ, ​ເຖິງ​ວ່າ​ມີ​ຄວາມ​ຜູກ​ພັນ​ກັບ​ເຂດ​ພູດ​ອຍ ຫຼື​ເຂດ​ຕົວ​ເມືອງ​ກໍ​ຕາມ, ​ແຕ່​ສຳລັບ​ທ່ານ​​ເອງ​ໄດ້​ຕິດ​ພັນ​ກັບ​ແຕ່​ລະ​ຕົວ​ລະຄອນ, ສ່ວນ​ບຸກຄົນ, ​ແຕ່ລະ​ເລື່ອງ​ລາວ, ​ແຕ່ລະສະພາບ​ແວດ​ລ້ອມ.... ທ່ານ​ໄດ້​ເຮັດ​ໃຫ້​ສາງ​ວັນນະຄະດີ​ພາສາ​ສາດຂອງ​ຕົນ​ມີ​ຄວາມ​ອຸດົມ​ຮ່ັງມີ​ຂຶ້ນ​ຕື່ມ ​​ແລະ ມີ​ຫຼາຍ​ບົດ​ປະພັນ​ວັນນະຄະດີປະ​​ໄວ້​ໃຫ້​ຜູ້​ອ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ