ການເຫລື້ອມໃສບູຊາພະແມ່ຂອງຊາວຫວຽດນາມ:ເຊີດຊູບັນດາຄຸນຄ່າໝັ້ນຄົງຍາວນານ

(vovworld)- ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່​ 3 ພະ​ນາງ ຂອງ​ຊາວ​ຫວຽດ​ນາມ ແມ່ນ​ຮູບ​ການ​ບູ​ຊາ​ພະ​ແມ່​ທີ່​ມີ​ມາ​ແຕ່​ສັດ​ຕະ​ວັດ​ທີ 16. ພ້ອມ​ກັບ 10 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ອື່ນ​ຂອງ​ຫວຽດ​ນາມ, ການ​ເຫລື້ອມ​ໃສບູ​ຊາ ພະ​ແມ່​ 3 ພະ​ນາງໄດ້​ຮັບ​ການ​ຮັບ​ຮອງ​ຈາກ ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ສ​ປ​ຊ (UNESCO) ເມື່ອ​ວັນ​ທີ 11/12/2016 ບໍ່​ພຽງ​ແຕ່​ນຳ​ມາເຊິ່ງ​​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ໃຫ້​ແກ່​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ຢັ້ງ​ຢືນ​ພະ​ລັງ​ຊີ​ວິດ ແລະ ຄຸນ​ຄ່າ​ຢ່າງ​ໝັ້ນ​ຄົງ​ຂອງ​ຮູບ​ການ​ເຊື່ອ​ຖື​ທີ່​ປະ​ກົດ​ຕົວ​ມາ​ແຕ່​ດົນ​ນານ​ໃນ​ຊ​ີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມອີກ​ດ້ວຍ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ

ການເຫລື້ອມໃສບູຊາພະແມ່ຂອງຊາວຫວຽດນາມ:ເຊີດຊູບັນດາຄຸນຄ່າໝັ້ນຄົງຍາວນານ - ảnh 1
ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່​ ມີ​ມາ​ແຕ່​ສັດ​ຕະ​ວັດ​ທີ 16
ພາບ:dulichvietnam


         ​ສຽງ​ຂອງ​ພິ​ທີ​ເຂົ້າ​ຊົງ​ແມ່ນ​ຟົ​ດ​ຟື້ນ​ທີ່​ສຸດ ແລະ ຄວາມ​ອ່ອນ​ຊ​້ອຍ​ຂອງ​ທ້າວ​ທຽມ​ນາງ​ທຽມ​ໄດ້​ເຮັດ​ໃຫ້​ພິ​ທີ​ເຂົ້າ​ຊົງ​ເພີ່ມ​ຄວາມ​ສັກ​ສິດແລະ ​​ມີ​ຄວາມດູດ​ດື່ມ. ສາດ​ສະ​ດາ​ຈານ ໂງ​ດືກ​ທິ້ງ, ​ຊື່ງ​ແມ່ນຜູ້​ຊ່ຽວ​ຊານ​ແຖວ​ຫ​ນ້າ​ກ່ຽວ​ກັບ​ການ​ບູ​ຊາ​ພະ​ແມ່ ຖື​ວ່າ : ເຂົ້າ​ຊົງ​ແມ່ນ​ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ພະ​ອໍ​ລະ​ຫັນ ແລະ ​ຄົນ​ທຳ​ມະ​ດາ ຊື່ງ​ທ້າວ​ທຽມ ນາງ​ທຽມ  ເປັນຄົນ​ກາງ​ເຮັດ​ສິ່ງນັ້ນ. ສະ​ນັ້ນ ພິ​ທີ​ເຂົ້າ​ຊົງ​ແມ່ນ​ສຳ​ຄັນ​ທີ່​ສຸດ, ແມ່ນ​ພິ​ທີ​ການ​ດ້ານ​ວັດ​ທະ​ນະ​ທຳ ມີ​ຄຸນ​ຄ່າ​ສູງ.

        “ໃນ​ເດືອນ 3 ແລະ ເດືອນ 8, ​ມີ​ພິ​ທີ​ເຂົ້າ​ຊົງ. ນັ້ນ​ແມ່ນ​ບັນ​ດາພະ​ອໍ​ລະ​ຫັນ​ຂອງພະ​ແມ່​​ໄດ້ເຊື່ອມ​ຈິດວິ​ນ​ຍານ​ເຂົ້າບັນ​ດາ​ທ້າວ​ທຽມ ນາງ​ທຽມ ໃນ​ສະ​ພາບ​ຂອງ​ພິ​ທີ​ເຂົ້າ​ຊົງ, ມີ​ສຽງ​ດົນ​ຕີ, ການ​ເຕັ້ນ, ການ​ຟ້ອນ, ຮູບ​ການນີ້ ເອີ້ນ​​ວ່າ​ວິນ​ຍານ​ເຂົ້າ​ສິງໃນ​ພິ​ທີເຂົ້າ​ຊົງ​​ເທື່ອ​ຫນຶ່ງ​ອາດ​ຈະ​​ມີພະ​ອໍ​ລະ​ຫັນ 36 ອົງ.”

        ຕາ​ມ​ບັນ​ດາ​ເອ​ກະ​ສານ​ຄົ້ນ​ຄ້​ວາ​ແລ້ວ, ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ 3  ພະ​ນາງ ນັ້ນ​ແມ່ນ: ພະ​ແມ່ ຫລຽວ​ແຫ້ງ (ຊື່ງ​ແມ່ນ​ພະ​ແມ່​ຄຸ້ມ​ຄອງ​ເຂດ​ນ່ານ​ຟ້າ), ພະ​ແມ່ ເທື້ອງ​ງ່ານ (ຊື່ງ​ແມ່ນ​ພະ​ແມ່​ຄຸ້ມ​ຄອງ​ພູ​ຜາ​ປ່າ​ໄມ້), ພະ​ແມ່ນ ຖວ໋າຍ (ຊື່ງ​ແມ່ນ​ພະ​ແມ່​ຄຸ້ມ​ຄອງ​ເຂດ​ແມ່​ນ້ຳ​ລຳ​ເຊ), ນັ້ນ​ຍັງ​ແມ່ນ​ບັນ​ດາ​ຜູ້​ມີ​ຊື່​ສຽງ​ໃນ​ປະ​ຫວັດ​ສາດ ຫລື ເທບ​ນິ​ຍາຍ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ, ຕໍ່​ປະ​ຊາ​ຊົນ. ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ 3 ພະ​ນາງ ແມ່ນ​ການ​ເຄົາ​ລົບ​ສາ​ສະ​ຫນາ​ຂອງ​ຊ​າວ​ທ້ອງ​ຖິ່ນ​ຫວຽດ​ນາມ ແລະ ແມ່ນ​ປັດ​ໄຈ​ຂອງ​ສາ​ສະ​ຫນາ​ທີ່​ເຊື່ອມ​ເຂົ້າ​ຫວຽດ​ນາມ ຄື: ສາ​ສະ​ຫນາ​ພຸດ, ສາ​ສະ​ຫນາ​ກາ​ໂຕ​ລິກ. ບັນ​ດາ​ພະ​ແມ່, ພ​ະ​ອໍ​ລະ​ຫັນ​ໃນຫໍ​ໂຮງລ້ວນ​ແຕ່ມີ​ຕົ້ນ​ກຳ​ເນີດບໍ່​ພຽງ​ແຕ່​​ແມ່ນຂອງ​ຊາວເຜົ່າ​ກີງ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂອງ​ບັນ​ດາ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ຫວຽດ​ນາມ ອີກ​ດ້ວຍ​ຄື: ເຜົ່າ​ເມື​່ອງ, ເຜົ່າ​ໄຕ, ເຜົ່າ​ນຸ່ງ, ເຜົ່າ​ຢ້າວ, ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ການ​ພົວ​ພັນ​ຢ່າງ​ສະ​ເຫມີ​ພາບ, ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ. ສາດ​ສະ​ດາ​ຈານ ໂດ​ດຶກ​ທິ້ງ ໃຫ້​ຮູ້​ວ່າ: ອູ່​ຂອງ​ການ​ເຫລື້ອມ​ໃສ​ບູ​ຊາ ພະ​ແມ່ ຢູ່​ເຂດ​ທົ່ງ​ພຽງ​ພາກ​ເຫນືອ ນັ້ນ​ແມ່ນ​ຢູ່​ແຂວງ ນາມດີ້ງ, ແຂວງ ແທງ​ຮ​ວາ, ແຂວງ​ນີງ​ບີງ.

ການເຫລື້ອມໃສບູຊາພະແມ່ຂອງຊາວຫວຽດນາມ:ເຊີດຊູບັນດາຄຸນຄ່າໝັ້ນຄົງຍາວນານ - ảnh 2
ພິ​ທີ​ເຂົ້າ​ຊົງ​ຂອງ​ຊາ​ວ​ຫວຽດ​ນາມ
ພາບ:internet


ທ່ານ​ຫງວຽນ​ວັນ​ຕຽນ, ຜູ້​ເຄີຍ​ເຂົ້າ​ຮ່ວມ​ພິ​ທີ​ເຂົ້າ​ຊົງ​ຖື​ວ່າ: ການ​ບູ​ຊາ​ພະ​ແມ່ແມ່ນ​ການ​ເຫລື້ອມ​ໃສ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ມີ​ຄວາມ​ກ້າວ​ຫນ້າ. ກຳ​ລັງ​ແຮງ ແລະ ຄວາມ​ໝາຍ​ຂອງ​ການ​ເຫລື້ອ​ມ​ໃສ​ບູ​ຊາ​ພະ​ແມ່ ແມ່ນ​ການ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ ແລະ ຄວາມ​ມຸ້ງ​ຫວັງ​ຂອງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ມະ​ນຸດ, ພາ​ວະ​ນາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ມີ​ໂຊກ​ມີ​ໄຊ.

        “ການ​ບູ​ຊະ​ພະ​ແມ່​ແມ່ນ​ກາ​ນບອກ​ສອນ​ໃຫ້​ຄົນ​ເຮົາ​ຕ້ອງ​ມີ​ຄຸນ​ສ​ົມ​ບັດ​ດີ, ສະ​ແດງຄວາມ​ຮູ້​ບຸ​ນ​ຄຸນເຖິງ​ປູ່​ຍ່າ​ຕາ​ຍາຍ, ພໍ່​ແມ່, ແມ່​ເຖົ້າ​ພໍ່​ເຖົ້າ. ສະ​ເພາະການ​ບູ​ຊາ​ບັນ​ດາ​ວິ​ລະ​ຊົນ​ຂອງ​ຊາດ, ໝາຍ​ຄວາມ​ວ່າ ດຳ​ລົງ​ຊີ​ວິດ​ເພື່ອ​ປະ​ຊາ​ຊົນ ແລະ ເສຍ​ສະ​ຫລະ​ຊີ​ວິດ​ກໍ​ເພື່ອ​ປະ​ຊາ​ຊົນ ເພື່ອ​ປະ​ເທດ​ຊາດ. ການ​ບູ​ຊານີ້​ແມ່ນ​ພາ​ວະ​ນາ​ສິ່ງ​ທີ່​ມະ​ນຸດ​ມຸ້ງ​ໄປ​ເຖິງ ນັ້ນ​ແມ່ນ ພາ​ວະ​ນາ​ຂໍ​ໃຫ້​​ມີສຸ​ຂະ​ພາບ​ເຂັ້ມ​ແຂງ, ຄອບ​ຄົວ​ມີ​ຄວາມ​ສະ​ຫງົບ​ສຸກ, ຄ້າ​ຂາຍ​ດີ, ມີໂຊກ​ລາບ, ​ມີຖານະຕຳ​ແໜ່​ງ.”

ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ຫວຽດ​ນາມ ໄດ້​ມີ​ທັດ​ສະ​ນະ​ວ່າ ທຸກ​ໆ​ປະ​ກົດ​ການ​ໃນ​ທຳ​ມະ​ຊາດ​ຄື: ໄພ​ແຫ້ງ​ແລ້ງ ຫລື ໄພ​ນ້ຳ​ຖ້ວມ, ດິນ​ແດນ​​ຖືກ​ແຕກ​ແຫງ​ໄຫມ້​ຫລື​ດິນສັນ​ດອນ, ຕົ້ນ​ໄມ້​ໃບ​ຫຍ້າ, ສັດ​ສາ​ວາ​ສິ່ງ​ພັດ​ທະ​ນາ​ຫລື​​ຖືກຫ່ຽວ​ແຫ້ງ​ກໍ​ລ້ວນ​ແຕ່ນອນໃນ​ສິດ​ຂອງ​ພະ​ແມ່.ສະ​ນັ້ນ ຖ້າ​ຫາກ​ໄດ້​ຮັບ​ການ​ປົກ​ປ້ອງ​, ອຸ​້ມ​ຊູຈາກ​ພະ​ແມ່​ຄື​ດັ່ງ​ຜູ້​ເປັນ​ແມ່, ຊີ​ວິດ​ຂອງ ມະ​ນຸດ​ຈະ​ໄດ້​ຮັບ​ປະ​ກັນ​ກວ່າ. ນີ້​ແມ່ນ​ທັດ​ສະ​ນະ​ພິ​ເສດ​ຂອງ​ຊາດ​ຫວຽດ​ນາມ ຫາກບໍ່​ມີ​ຢູ່​ປະ​ເທດ​ໃດ. ນັ້ນ​ກໍ​ແມ່​ນ​ຄຸນ​ຄ່າ​ຕົ້ນ​ຕໍ, ພົ້ນ​ເດັ່ນ​ຂອງ​ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່. ທ່ານ ຫງວຽນ​ຕຽ​ນ​ຢູງ, ນັກ​ຄົ້ນ​ຄ້​ວາ​ດ້ານ​ວັດ​ທະ​ນະ​ທຳ​ການ​ເຫລື້ອມ​ໃສ ໃຫ້​ຮູ້​ວ່າ:

        “ເມື່​ອ​ຊົມ​ພິ​ທີ​ເຂົ້າ​ຊົງ ພວກ​ເຮົາ​ຈະ​ເຫັນ​ໄດ້​ຫລາຍ​ຄຸນ​ຄ່າ​​ຂອງສິ​ລະ​ປະ, ນັ້ນ​ແມ່ນ​ສິ​ລະ​ ດົນ​ຕີ, ​ການຟ້ອນ​ລຳ​ທຳ​ເພງ, ຕີມວຍ,​ແກະ​ຄວັດ​ສະ​ຫລັກ​ ອາຫານ​ການ​ກິນ, ຊຸດ​ອາພອນ. ການ​ເຫລື້ອ​ມ​ໃສ​ນີ້​ແມ່ນ​ການ​ເພີ່ງ​ພາ​​ດ້ານ​ຈິດ​ວິນ​ຍານຂອງ​ແຕ່​ລະ​ຄົນ, ຝັງ​ເລິກ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ. ການເຫຼື້ອມໃສນີ້​​ໄດ້ບອກສອນໃຫ້ຄົນເຮົາດຳລົງຊີວິດດີກ່ວາ, ມີຄວາມສະໜິດສະໜົມກ່ວາ. ພາວະນາໃຫ້ປະເທດຊາດມີຄວາມສະຫງົບປອດໄພ, ດິນຟ້າອາກາດເອື້​ອຍອຳນວຍຄວາມສະດວກ ແລະ ປະຊາຊົນມີຄວາມຢູ່ເຢັນເປັນສຸກ.”

ການ​ເຫລື້ອ​ມ​ໃສ​ບູ​ຊາ​ພະ​ແມ່ 3 ພະ​ນາງ ຂອງ​ຫວຽດ​ນາມ ໄດ້​ນຳ​ມາ​ບັນ​ດາ​ຄຸນ​ຄ່າ​ທົ່ວ​ໂລກ ຍ້ອນ​ບັນ​ດາ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ ແລະ ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ. ຜ່ານນີ້ ຊາວ​ຫວຽດ​ນາມ ​ໄດ້ສະ​ແດງ​ໃຫ​້​ເຫັນ​ທັດ​ສະ​ນະ​ຂອງ​ຕົນ​ກ່ຽວ​ກັບ​ປະ​ຫວັດ​ສາດ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ບົດ​ບາດ​ຂອງ​ເພດ​ໄວ ແລະ ສີ​ສັນ​ຊາດ. ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ 3 ພະ​ນາງ ຕອບ​ສະ​ຫນອງ​ໄດ້​ຄວາມ​ຕ້ອງ​ການ ແລະ ຄວາມ​ມຸ້ງ​ຫວັງ​ຂອງ​ຊີ​ວິດ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ. 


ຕອບກັບ

ຂ່າວ/ບົດ​ອື່ນ