ການເຫລື້ອມໃສບູຊາພະແມ່ໃນວັດທະນະທຳຍຸກປະຈຸບັນ

(vovworld)-  ​ການ​ເຫຼື້ອມ​ໃສ​ບູຊາ​ພະ​ແມ່​​ໄດ້​ຂະຫຍາຍຕົວແຮງ​ໃນ​ສັດຕະວັດ​ທີ 15, ​ໃນ​ສະ​ໄໝ​ເຈົ້າຊີວິດ​ເລ ​ແລະ ​ແກ່​ຍາວມ​າຮອດ​ທຸກ​ວັນ​ນີ້. ຍ້ອນ​ການ​ເຫຼື້ອມ​ໃສ​ນີ້​ມີ​ຄຸນ​ລັກສະນະ​ຫວຽດນາມ, ບູຊາ​ຜູ້​ເປັນ​ແມ່ ​ແລະ ນັກ​ວິລະ​ຊົນ​ຂອງ​ຊາດ​ນັ້ນ ມັນ​ຈຶ່ງ​ມີ​ພະລັງ​ຊີວິດ​ທີ່ໝັ້ນຄົງ, ຍາວ​ນານ.

   ການເຫລື້ອມໃສບູຊາພະແມ່ໃນວັດທະນະທຳຍຸກປະຈຸບັນ - ảnh 1
(ພາບ:vov.vn)

   ພ້ອມ​ກັບ​ຊີວິດ​ດ້ານ​ວັດທະນະທຳ, ຈິດ​ວີນຍານ​ຂອງ​ຊາວ​ຫວຽດນາມ​ໃນ​ຫຼາຍ​ສັດຕະວັດ, ການ​ເຫລື້ອມ​ໃສບູຊາ​ພະ​ແມ່ຈຶ່ງກາຍ​ເປັນ​ບ່ອນ​ເພິ່ງພາ​ດ້ານ​ຈິດ​ວີນຍານ​ຂອງ​ແຕ່ລະຄົນ. ການ​ເຫລື້ອມ​ໃສບູຊາ​ພະ​ແມ່ຍັງ​ແມ່ນ​ບ່ອນ​ເພິ​ງພາ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ມະນຸດ​ຍາມ​ໃດ​ກໍ່​ມຸ່ງ​ໄປ​ສູ່​ປະຫວັດສາດ, ອະດີດຕະການ, ທີ່ຕ້ອງ​ຈົດ​ຈຳ, ຮັບ​ຮູ້​ຄຸນງາມຄວາມດີ​ຂອງ​ບັນພະ​ບູລຸດ, ຂອງ​ບັນດາ​ນັກ​ວິລະ​ຊົນ​ຂອງ​ຊາດ. ​ທ່ານ​ຫງວຽນ​ຕຽນ​ຢຸງ, ພະນັກງານ​ຄົ້ນຄ້ວາ​ຂອງ​ສູນ​ຄົ້ນຄວ້າ​ການ​ເຫຼື້ອມ​ໃສ​ສາດສາ​ໜາ​ຫວຽດນາມ ຖື​ວ່າ, ຄຸນຄ່າ​ໃຫ່ຍຫຼວງ​ທີ່​ສຸດ​ແມ່ນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊົນ​ສະຫງວນ​ໃຫ້​ແກ່ການ​ເຫລື້ອມ​ໃສບູຊາ​ພະ​ແມ່:

   “​​​​​​ການເຫຼື້ອມໃສນີ້​​ໄດ້ບອກສອນໃຫ້ຄົນເຮົາດຳລົງຊີວິດດີກ່ວາ, ມີຄວາມສະໜິດສະໜົມກ່ວາ. ພາວະນາໃຫ້ປະເທດຊາດມີຄວາມສະຫງົບປອດໄພ, ດິນຟ້າອາກາດເອື້ຍອຳນວຍຄວາມສະດວກແລະປະຊາຊົນມີຄວາມຢູ່ເຢັນເປັນສຸກ​. ນັ້ນແມ່ນຄາດໝາຍ​​ໂດຍການເຫຼື້ອມໃສນີ້ໄດ້ວາງອອກ“.

 ການເຫລື້ອມໃສບູຊາພະແມ່ໃນວັດທະນະທຳຍຸກປະຈຸບັນ - ảnh 2

(ພາບ:vov.vn)

     ​ໃນການ​ເຫລື້ອມ​ໃສບູຊາ​ພະ​ແມ່ ​ໄດ້​ເຕົ້າ​ໂຮມ​ບັນດາ​ຄຸນຄ່າ​ສິລະ​ປະຄື: ສິລະ​ປະ​ແກະຄວັດ​ສະຫຼັກ, ສະຖາປັດຕະຍາ​ກຳ, ດົນ​ຕີ, ຟ້ອນ​ລຳ​ທຳ​ເພງ, ຕີມວຍ, ອາຫານ​ການ​ກິນ, ຊຸດ​ອາພອນ...​ນັ້ນ​ແມ່ນ​ການ​ຄັດ​ເລືອກ​ຜ່ານ​ເວລາ​ຫຼາຍ​ປີ​ຊື່​ງການ​ເຫລື້ອມ​ໃສບູຊາ​ພະ​ແມ່​ໄດ້​ຮ່ວມ​ເດີນທາງ​ພ້ອມ​ກັບ​ປະຊາຊົນ.

   ບັນດາ​ທ້າວ​ທຽມ​ນາງ​ທຽມ​ແມ່ນ​ຜູ້​ສົ່ງ​ຄຳຂໍ​ພອນ​ພາວະ​ນາຂອງ​ປະຊາຊົນ​ຈາກ​ຊີວິດ​ປະຈຸ​ບັນ ​​ໄປເຖິງ​ໂລກ​ຟາກ​ນັ້ນ. ຄວາມ​ງາມ​ໃນ​ການການ​ເຫລື້ອມ​ໃສບູຊາ​ພະ​ແມ່​ແມ່ນ​ມີຄວາມ​ເຄັ່ງ​ຂືມ ​ແລະ ຮັກ​ສາ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ. ​ໃນ​ພິທີ​ເຂົ້າຊົງ, ບັນດາ​ນາງ​ທຽມ​ທ້າວ​ທຽມ​ຖືວ່າ, ​ເວລາ​ນັ້ນ, ​ເຂົາ​ເຈົ້າຕ່າງ​ກັບ​ຄົນ​ທຳ​ມະ​ດາ. ນາງ​ທຽມ ຫງວນທິມາດ ​ໃຫ້​ຮູ້​ວ່າ:

 “​​​​ພະ​ອໍລະຫັນ​ບໍ່ທັນ​ເຂົ້າມາ​ທຽມ​ຈະ​ບໍ່​ເຮັດ​ຫຍັງໄດ້,  ຂ້າພະ​ເຈົ້າ​ແມ່ນຜູ້​ທີ່ມີ​ມີ​ຄວາມ​ລະມັດລະວັງ, ​ເມື່ອ​ເຮັດ​ວຽກງານ​ທຳ​ພິທີ​ເຂົ້າຊົງ, ​ຕ້ອງ​ມີ​ຈິດໃຈ​​ເພື່ອ​ມະນຸດ ​ແລະ ​ເພື່ອ​ການ​ກຸສົນ

    ການ​ເຫລື້ອມ​ໃສບູຊາ​ພະ​ແມ່ບັນຈຸ​ຫຼາຍ​ຄຸນຄ່າ​ດ້ານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ທີ່​ອຸດົມສົມບູນ ​ແລະ ມີ​ຫຼາຍ​ຮູບ​ຫຼາຍ​ແບບ. ​ເຄົາລົບ​ນັບຖື​ຜູ້​ເປັນ​ພະແມ່​ກໍ່​ໝາຍ​ຄວາມ​ວ່າ​ມີ​ຄວາມ​ປາດ​ຖະໜາ​ຢາກ​ອາລັກຂາ, ມີ​ການ​ດຳລົງ​ຊີວິດ​ທີ່​ເກີດ​ດອກ​ອອກ​ຜົນ, ມີ​ຫົວຄິດປະດິດ​ສ້າງ. ມັນ​ບໍ່​ຄື​ກັນ​ກັບ​ບັນດາ​ສາ​ສະໜາ, ການ​ເຫຼື້ອມ​ໃສ​ບູຊາ​ອື່ນໆ​ຢູ່​ບ່ອນ​ວ່າ ມັນ​ໄດ້​ມຸ່ງ​ໄປ​ສູ່​ການ​ດຳລົງຊີວິດ​ປະຈຳ​ວັນ, ມີ​ຄວາມ​ສະໜິດສະໜົມ. ການ​ເຫລື້ອມ​ໃສບູຊາ​ພະ​ແມ່ບໍ່​ພາ​​ໃຫ້ມະນຸດ ​ແລະ ຄວາມ​ເຊື່ອໝັ້ນຂອງ​ມະນຸດມຸ່ງ​ໄປ​ສູ່​ນາລົກ, ຫາກ​​ໄດ້​ມຸ່ງ​ໄປ​ສູ່​ໂລກ​ປະຈຸ​ບັນ, ​ໂລກ​ຊື່​ງມວນ​ມະນຸ​ດຕ້ອງການມີ​ສຸຂະພາບ​ແຂງ​ແຮງ, ​ມີເງິນ​ທອງ, ​ໂຊກ​ລາບ, ຖານະຕຳ​ແໜ່​ງ....

   ການ​ເຫລື້ອມ​ໃສບູຊາ​ພະ​ແມ່​ໃນ​ປະຈຸ​ບັນ​ໄດ້​ນຳ​ມາ​ເຊິ່ງ​ໂສມ​ໜ້າ​ໃໝ່​ໃຫ້​ແກ່​ຊີວິດ​ດ້ານ​ວັດທະນະທຳ​ເຫຼື້ອມ​ໃສ​ບູຊາ​ຂອງ​ຊາວ​ຫວຽດນາມ, ປະກອບສ່ວນ​ສຳຄັນ​ໃນ​ການ​ຮັກສາ​ບັນດາ​ຄຸນຄ່າດ້ານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ. ທ່ານ​ຫງວຽນ​ຄັກ​ເລີ້​ຍ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ພວມ​ສ້າງ​ສຳ​ເນົາ​ເອກະສານ​ຍື່ນ​ສະ​ເໜີ​ຕໍ່​ອົງການ​ອູ​ແນ​ສະ​ໂກ ​ເພື່ອ​ຮັບຮອງ​ເອົາການ​ເຫລື້ອມ​ໃສບູຊາ​ພະ​ແມ່​ແມ່ນ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຕາງໜ້າຂອງມວນ​ມະນຸດ, ​ໄດ້​ຢັ້ງຢືນ​ສ່ວນ​ໜຶ່ງ​ບັນດາ​ຄຸນຄ່າ​ຕອ້ງອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ການ​ເຫລື້ອມ​ໃສບູຊາ​ພະ​ແມ່​ນີ້. ທ່ານ​ຫງວຽນ​ຄັກ​ເລີ້​ຍ ​ໃຫ້​ຮູ້​ວ່າ:

  “ກ່ອນອື່ນໝົດຕ້ອງຢັ້ງຢືນວ່າ, ການເຫຼື້ອມໃສບູຊາພະແມ່ແມ່ນຈຸດພິເສດສະເພາະຂອງຊາວຫວຽດນາມ. ທີທສອງແມ່ນ, , ການເຫຼື້ອມໃສບູຊາພະແມ່ ມີລັກສະນະວັດທະນະທຳມະນຸດ​, ລັກສະນະສຶກສາອົບຮົມສູງທີ່ສຸດ. ທີ່ສາມແມ່ນພະລັງຊີວິດ, ສະນັ້ນ, ບັນດານັກຄົ້ນຄ້ວາລ້ວນແຕ່ເວົ້າວ່າ, ບັນດາການເຄື່ອນໄຫວເຫຼື້ອມໃສບູຊາພະແມ່ແມ່ນຫໍພິພິຕະພັນທີ່ມີຊີວິດຊີວາ. ນັ້ນແມ່ນປັດໄຈພື້ນຖານເພື່ອຍື່ນສະໜີຕໍ່ອູແນໂກຮັບຮອງ​ເອົາການ​ເຫລື້ອມ​ໃສບູຊາ​ພະ​ແມ່​ແມ່ນ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຕາງໜ້າຂອງມວນ​ມະນຸດ “.

     ​ໃນ​ຊີວິດ​ຍຸກ​ປະຈຸ​ບັນ, ການ​ເຫລື້ອມ​ໃສບູຊາ​ພະ​ແມ່​ໄດ້​ຂະຫຍາຍຕົວ​ແຮງ​ຢູ່​ບັນດາ​ຕົວ​ເມືອງ ​ແລະ ​ໃນ​ແຕ່ລະ​ເຂດ​ພາກ​ພັດ​ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ໄດ້​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ຫຼາຍ​ພາກສ່ວນ​ແຕກ​ຕ່າງ​ກັນ​ໃນ​ສັງຄົມ. ປີ 2009, ກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ພ້ອມ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່ນາມ ​ໄດ້​ຈັດພິທີ​ເຫລື້ອມ​ໃສບູຊາ​ພະ​ແມ່ຢູ່​ວິຫານ​ແຫຼ​ງຢາງ, ​ເມືອງ​ຢຸຍຕຽນ, ​ແຂວງ​ຮ່ານາມ. ປີ 2010, ງານ​ມະ​ໂຫລານການ​ເຫລື້ອມ​ໃສບູຊາ​ພະ​ແມ່​ເຂດ​ທົ່ງພຽງ​ແມ່ນ້ຳ​ແດງ​ຄັ້ງທີ 1 ​ໄດ້​ຖືກ​ຈັດ​ຂຶ້ນຢູ່​ທຽນ​ວ້ຽນຈຸກ​ເລີມ, ຕາມ​ດ້າວ, ​ແຂວງ​ວີ້ງຟຸກ. ງານ​ມະ​ໂຫລານການ​ເຫລື້ອມ​ໃສບູຊາ​ພະ​ແມ່ຄັ້ງທີ 2 ຫາ​ກໍ່​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍຫວ່າງ​ແລ້ວ​ນີ້ ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ນາງ​ທຽມ​ທ້າວ​ທຽມມາ​ຈາກ​ຮ່າ​ໂນ້ຍ ​ແລະ ​ແຂວງ​ຕ່າງໆ​ລວມ 170 ຄົນ ສະ​ແດງ​ໃຫ້​ເຫັນ​ການ​ຂະຫຍາຍຕົວ​ຢ່າງ​ແຮງ​ຂອງການ​ເຫລື້ອມ​ໃສບູຊາ​ພະ​ແມ່​ໃນ​ຊີວິດ​ຍຸກ​ປະຈຸ​ບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ