ການເຫຼື້ອມໃສບູຊາພະແມ່ - ພະລັງຊີວິດ ຍືນຍົງຄົງຕົວໃນຊີວິດທາງດ້ານຈິດໃຈຂອງຊາວຫວຽດນາມ

ການເຫຼື້ອມໃສບູຊາພະແມ່ - ພະລັງຊີວິດ ຍືນຍົງຄົງຕົວໃນຊີວິດທາງດ້ານຈິດໃຈຂອງຊາວຫວຽດນາມ - ảnh 1
ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ມີ​ມາ​ແຕ່ດົນ​ນານຂອງ​ຊາວ​ຫວຽດ​ນາມ

ໂດຍ​ເປັນ​ການ​ເຫຼືອມ​ໃສ​ພື້ນ​ເ​ມືອງ​ຂອງ​ຊາວ​ຫວຽດ​ນາມ ແລະ ມີ​ມາ​ແຕ່ດົນ​ນານ ສາ​ມາດ​ຫັນ​ປ່ຽນ​ກັບ​ການ​ປ່ຽນ​ແປງ​ຂອງ​ສັງ​ຄົມ, ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່​ໄດ້​ກຳ​ເນີດ​ຂຶ້ນ​ຈາກ​ການ​ດຳ​ລົງ​ຊີ​ວິດ​ທີິ່​ຕ້ອງທຳ​ການ​ຕໍ່​ສູ້​ກັບ​ທຳ​ມະ​ຊາດ​ທີ່​ຮ້າຍແຮງ, ການ​ສວຍ​ໃຊ້​ອຳ​ນາດບີບ​ບັງ​ຄັບ ແລະ ສັດ​ຕູ​ພາຍນອກ​ເຂົ້າ​ມາ​ຮຸກ​ຮານ​. ຍ້ອນ​ເຫດນີ້​ເອງ, ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ໄດ້​ຕິດ​ພັນ​ແບບ​ທຳ​ມະ​ຊາດ​ກັບ​ຊາວ​ຜູ້​ອອກ​ແຮງ​ງານ. ນັບ​ແຕ່​ພັນ​ປີ​ມານີ້, ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ໄດ້​ມີ​ພະ​ລັງ​ຊີ​ວິດ​ຍືນຍ​ົງຄົງ​ຕົວ​ໃນ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ.

    ນັບ​ແຕ່​ໃດໆ​ມາ, ຊາວ​ຫວຽດ​ນາມ​ສ່ວນຫຼວງຫຼາຍ​ທຳ​ການ​ຜະ​ລິດ​ກະ​ສິ​ກຳ​ປູກ​ເຂົ້າ​ຢູ່​ເຂດ​ຊົນ​ຮ້ອນ ລົ​ມມໍ​ລະ​ສູນ, ດັ່ງ​ນັ້ນ, ການ​ດຳ​ລົງ​ຊີ​ວິດ​ອາ​ໄສທຳ​ມະ​ຊາດ​ເປັນ​ຕົ້ນ​ຕໍ. ຊາວ​ຫວຽດ​ນາມ​ເຄີຍ​ມີ​ປະ​ເພ​ນີ​ເຄົາ​ລົບ​ນັບ​ຖື​ບູ​ຊາເຈົ້າ​ທໍ​ລະ​ນີ, ເຈົ້າ​ນາ, ເຈົ້າ​ນ້ຳຊຶ່ງ​ລ້ວນ​ແຕ່​ມີ​ລັກ​ສະ​ນະ​ໃຫ້​ກຳ​ເນິີດ, ປົກ​ປິດ, ອຸ້ມ​ຊູ​ຊ່ວຍ​ເຫຼືອມະ​ນຸດ, ມັນ​ປຽບ​ເໝືອ​ເປັນ​ພະ​ແມ່. ຕາມ​ສາດ​ສະ​ດາ​ຈາ​ນ ໂງ​ດຶກ​ທິ້ງ ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ ແລະ ອະ​ນຸ​ລັກ​ວັດ​ທະ​ນະ​ທ​ຳ​ການ​ເຫຼື້ອມ​ໃສ​ຫວຽດ​ນາມ​ແລ້ວ, ໂດຍ​ຜ່ານ ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່, ນັບ​ແຕ່​ປາງ​ກ່ອນ, ຊາວ​ຫວຽດ​ນາມ​ໄດ້​ມີ​ຄວາມ​ສຳ​ນຶກ​ຖື​ທຳ​ມະ​ຊາດ​ເປັນ​ແມ່​ຂອງຕົນ. ແມ່​ເປັນ​ຜູ້​ປົກ​ປິດ, ອຸ້ມ​ຊູ​ຊ່ວຍ​ເຫຼືອ​ພວກ​ລູກ​ເຕົ້າ​ຂອງ​ຕົນ. ເມື່ອ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ກໍ​ຂໍ​ຄວາ​ມ​ຊ່ວຍ​ເຫຼືອ​ຈາກ​ແມ່​. ເພາະ​ສະ​ນັ້ນ, ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ການ​ເຫຼື້ອ​ມໃສ​ນີ້ ກໍ​ແມ່ນ​ຄວາມ​ສຳ​ນຶກກ່ຽວ​ກັບ​ຊິ​ວິດ​ປະ​ຈຸ​ບັນ.  ສາດ​ສະ​ດາ​ຈາ​ນ ໂງ​ດຶກ​ທິ້ງ ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ ແລະ ອະ​ນຸ​ລັກ​ວັດ​ທະ​ນະ​ທ​ຳ​ການ​ເຫຼື້ອມ​ໃສ​ຫວຽດ​ນາມ​ ໃຫ້​ຮູ້​ວ່າ : 

   “ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ ໄດ້​ກຳ​ນົດ​ຄວາມ​ສຳ​ນຶກບູ​ຊາ​ພະ​ແມ່ຂອງ​ຊາວ​ຫວຽດ​ນາມ. ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ບໍ່​ເອົາ​ໃຈ​ໃສ່​ເຖິງ​ໂລກ​ມະ​ນຸດ​ພາຍຫຼັງ​ທີ່​ໄດ້​ເສຍ​ຊີ​ວິດ​ແລ້ວ, ຫາກ​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ປະ​ຈຸ​ບັນ​ດ້ວຍ​ຄວາງ​ຫວັງ 3 ຢ່າງ​ເຊັ່ນ: ບຸນ - ໂຊກລາບ - ອາ​ຍຸ​ຍືນ  ໝາຍ​ເຖິງ​ມະ​ນຸດ​ມີ​ຊີ​ວິດ​ດ້ວຍ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ ແລະ ຜາ​ສຸກ. ນັ້ນ​ແມ່ນ​ຄວາມ​ສຳ​ນຶກ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ​ຜ່ານ​ການ​ເຫຼື້ອ​ມ​ໃສ​ນິ້ີ້ ”

   ສ່ວນ​ທ່ານ ຫງວຽນ​ຕ້ຽນ​ຢຸງ ນັກ​ວິ​ຊາ​ການ​ຄົ້ນ​ຄ້​ວາ​ສັງ​ກັດ ສູນ​ວັດ​ທະ​ນະ​ທ​ຳ​ເຫຼື້ອມ​ໃສ​ຫວຽດ​ນາມຖືວ່າ:

  “ ມູນ​ເຊື້ອ​ຂອງ​ຊາວ​ຫວຽດ​ນາມ ນັບ​ແຕ່​ກ່ອນມ​າ​ຮອດ​ປະ​ຈຸ​ບັນ, ຍາມ​ໃດ​ກໍ​ເຄົາ​ລົບ​ນັບ​ຖື​ພະ​ແມ່. ແມ່​ແມ່ນ​ທີ່​ດິນ. ແມ່​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ໃຈ​ດີ, ສະ​ບາຍ, ແມ່ນ​ຜູ້​ປົກ​ປິດ​ອຸ້ມ​ຊູ​ຊ່ວຍ​ເຫຼືອ, ເບິ່ງ​ແຍງ​ລ້ຽງ​ດູ. ເພາະ​ສະ​ນັ​້ນ, ຮູບ​ພາບ​ຂອງ​ຜູ້​ເປັນແມ່ໄດ້​ຊຶມ​ເລິກ​ເຂົ້າ​ສູ່​ຄຳ​ກອນ, ບົດ​ເພງ, ສຽ​ງກອມ​ລູກ ຊຶ່ງ​ລ້ວນ​ແຕ່​ຍ້ອງສັັນ​ລະ​ເສີນຮູບ​ພາບ​ຜູູ້​ເປັນ​ແມ່ ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ກັບ​ປະ​ຊາ​ຊົນ ແລະ ປະ​ເທດ​ຊາດ ”

   ຈຸດ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ວັດ​ທະ​ນະ​ທຳ​ຂອງ​ປະ​ເພນ​ີການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່, ກໍ​ສະ​ແດງ​ໃຫ້​ເຫັນ​ນ້ຳໃຈ​ຮັກ​ຊາດ, ຫຼັກ​ສິນ​ທຳ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ເຊີດ​ຊູ​ບັນ​ດາ​ນັກ​ວິ​ລະ​ຊ​ົນ​ແຫ່ງ​ຊາດ​ທີ່ ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ກັບ​ປະ​ຊາ​ຊົນ ແລະ ປະ​ເທດ​ຊາດ. ສິ່ງນີ້​ໄດ້​ສະ​ແດງອອກ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ຜ່ານ​ບັນ​ດາ​ບຸກ​ຄົນ​ຊັ້ນ​ເຈົ້າ​ເສ​ນາ​ອາ​ມາດໃນ​ຫໍ​ບູ​ຊາ​ເຈົ້າ​ແມ່. ສາດ​ສະ​ດາ​ຈາ​ນ ໂງ​ດຶກ​ທິ້ງ ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ ແລະ ອະ​ນຸ​ລັກ​ວັດ​ທະ​ນະ​ທ​ຳ​ການ​ເຫຼື້ອມ​ໃສ​ຫວຽດ​ນາມ​ ໃຫ້​ຮູ້​ວ່າ :

   “ ໃນ​ການ​ເຫຼື້ອມ​ໃສ, ທຸກໆ​ຄົນ​ຕ່າງ​ກໍ​ເຫັນ​ແຈ້ງ​ມູນ​ເຊື້ອຫຼັກ​ສິນ​ທຳ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ຮູ້​ບຸນ​ຄຸນ​ຕໍ່​ບັນ​ພະ​ບຸ​ລຸດ, ​ບັນ​ດາ​ນັກ​ວິ​ລະ​ຊ​ົນ​ແຫ່ງ​ຊາດ. ນີ້​ແມ່ນ​ລັດ​ທິ​ຮັກ​ຊາດ​ຊຶ່ງ​ໄດ້​ຊຶມເລິກ​ເຂົ້າໃນ​ການ​ເຄື່ອນ​ໄຫວເຫຼື້ອມ​ໃສ. ຍ້ອນການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ນີ້​ເອງ ໄດ້​ເຊີດ​ຊູ​ລັດ​ທິ​ຮັກ​ຊາດ​ຫວຽດ​ນາມ​ຂຶ້ນ​ສູ່​ລະ​ດັບ​ຈິດ​ວິນ​ຍານ”

    ໃນການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນ​ຄ່າດ້ານ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ສູງ​ທີ່​ສຸດ​ໃນ​ພິ​ທີ​ເຂົ້າ​ຊົງ. ຜ່ານ​ພິ​ທີນີ້, ດ້ວ​ຍ​ບັນ​ດາ​ແບບ​ວິ​ທີ​ການ​ສະ​ແດງ​ຄື​ຂັບ​ຮ້ອງ, ຟ້ອນ…ໄດ້​ສົ່ງ​ສານ​ກ່ຽວ​ກັບ​ນ້ຳ​ໃຈ​ສາ​ມັກ​ຄີ, ສະ​ຕິ​ວົງ​ຄະ​ນະ​ຍາດ​ຂອງ​ການ​ເຫຼື້ອມ​ໃສ​ນີ້. ສາດ​ສະ​ດາ​ຈາ​ນ ໂງ​ດຶກ​ທິ້ງ ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ ແລະ ອະ​ນຸ​ລັກ​ວັດ​ທະ​ນະ​ທ​ຳ​ການ​ເຫຼື້ອມ​ໃສ​ຫວຽດ​ນາມ​ຖືວ່າ : 

   “ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປອງດອງວັດ​ທະ​ນະ​ທຳ​ຂອງ​ຊາດ. ນິ້ີ້​ແມ່ນການ​ເຫຼື້ອ​ມ​ໃສ​ຂອງ​ຊາວ​ຫວຽດ​ນາມ, ແຕ່​ພັດ​ເຫັນ​ໂສ້ມ​ໜ້າ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ອື່ນໆ. ເພາະ​ສະ​ນັ້ນ, ຊາວ​ຫວຽດ​ນາມ​ມີ​ປະ​ເພ​ນີ​ບູ​ຊາ​ຄື​ດັ່ງ​ປະ​ເພ​ນີ​ຂອງ​ຊາດ​ອື່ນໆ. ນີ້​ແມ່ນ​ຮູບ​ການ​ວັດ​ທະ​ນະ​ທຳມີສີ​ສັນຫຼາກຫຼາຍ​”

   ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ຂອງ​ຊາວ​ຫວຽດ​ນາມ ໄດ້​ກຳ​ເນີດ​ຂຶ້ນ​ຈາກວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ, ຍືນ​ຍົງ​ຄົງ​ຕົວ​ໃນ​ຊີ​ວິດ​ດ້ານ​ຈິດ​ວິນ​ຍານ​ນັບ​ພັນ​ປີ​ມານີ້​ດ້ວຍ​ຄວາມ​ດູດ​ດຶ່ມເປັນ​ເອ​ກະ​ລັກ​ສະ​ເພາະ. ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ມີ​ຄວາມ​ກົມ​ກືນ​ລະ​ຫວ່າງ​ປັດ​ໄຈ​ຈິດ​ວິນ​ຍານ​ກັບ​ປັດ​ໄຈ​ສິ​ລະ​ປະ ຊຶ່ງ​ແມ່ນ​ຮູບ​ການ​ສະ​ແດງ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ນຳ​ມາ​ເຊິ່ງ​ຄວາມ​ເຊື່ອ​ໝັ້ນ ແລະ ແຫຼ່ງ​ອາ​ລົ​ມ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​. ຜ່ານ​ບັນ​ດາ​ໄລຍະ​ປະ​ຫວັດ​ສາດ, ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ພ້ອມ​ກັບ​ການເຫຼື້ອ​ມ​ໃສ​, ສາ​ສະ​ໜາ​ອື່​ນ, ຮ່ວມ​ເດີນ​ທາງ​ໃນ​ຊີ​ວິ​ດ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ .

ຕອບກັບ

ຂ່າວ/ບົດ​ອື່ນ