ກາບກອນທີ່ປະດັບປະດາໃນສະຖາປັດຕະຍະກຳພະລາດຊະວັງເຫ້ວ- ມໍລະດົກເອກະສານໃຫມ່ຂອງໂລກ


(vovworld)- ກາບກອນ​ທີ່ປະ​ດັບ​ປະ​ດາໃນສະ​ຖາ​ປັດ​ຕະ​ຍະ​ກຳ​​ພະລາດ​ຊະ​ວັງ​ເຫ້ວ ແມ່ນ​ຫນຶ່ງ​ໃນ​ສອງ​ມໍ​ລະ​ດົກ​ຂອງ​ຫວຽດ​ນາມ ​ທີ່ຫາ​ກໍ​ໄດ້​ຮັບ​ຮ​ອງ​ຈາກ ຄະ​ນະ​ກຳ​ມະ​ການ​ລາຍ​ການ​ຄວາມ​ຊົງ​ຈຳ​ໂລກ​ ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ (MOWCAP) ເປັນ​ມໍ​ລະ​ດົກ​​ວັດ​ຖຸເອ​ກະ​ສານ​ໂລກ​ໃນ​ວັນ​ທີ 19/5/2016. ທີ່ກອງ​ປະ​ຊຸມ MOWCAP ດຳ​ເນີນ​ແຕ່​ວັນ​ທີ 18 -21/5/2016, ຢູ່ ນະ​ຄອນ ເຫ້ວ ຂອງ​ຫວຽດ​ນາມ, ບັນ​ດາ​ຜູ້​ຊ່ຽວ​ຊານ​​ດ້ານມໍ​ລະ​ດົກ​​ວັດ​ຖຸເອ​ກະ​ສານ​ໂລກ ໄດ້​ຕີ​ລາ​ຄາ​ສູງ​ລະ​ບົບ​ກາບກອນ​​ທີ່ປະ​ດັບ​ປະ​ດາ​ໃນສະ​ຖາ​ປັດ​ຕະ​ຍະ​ກຳ​​ພະລາດ​ຊະ​ວັງ​ເຫ້ວ ແລະ ຢັ້ງ​ຢືນ​ວ່າ ຄຸນ​ຄ່າ​ມໍ​ລະ​ດົກ​ໂລກກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ​ເຫ້ວ ບໍ່​ພຽງ​ແຕ່​ມີຄວາມ​ກົມ​ກຽວ​ລະ​ຫວ່າງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ ແລະ ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​​ນັບ​ທັງບັນ​ດາ​ລວດ​ລາຍ​​ປະ​ດັບ​ປະ​ດາ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະໃນລະ​ບົ​ບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຢູ່​ທີ່ນີ້​ອີກ​ດ້ວຍ.

ກາບກອນທີ່ປະດັບປະດາໃນສະຖາປັດຕະຍະກຳພະລາດຊະວັງເຫ້ວ-  ມໍລະດົກເອກະສານໃຫມ່ຂອງໂລກ - ảnh 1
ລະ​ບົບ​ກາບກອນ​​ທີ່​ປະ​ດັບ​ປະ​ດາ​​ໃນສະ​ຖາ​ປັດ​ຕະ​ຍະ​ກຳ​​ພະລາດ​ຊະ​ວັງ​ ເຫ້ວ

        ປີ 1993, ກຸ່ມ​ປູ​ຊະ​ນີ​ຍາ​ສະ​ຖານ​ກຸງ​ເກົ່າ​ເຫ້ວ ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ຈາກ ອົງ​ການ​ວິ​ທະ​ຍາ​ສາດ ແລະ ການ​ສຶກ​ສາ​ຂອງ ສ​ປ​ຊ (UNESCO). ພາຍ​ຫລັງ 10 ປີ, ນັ​ບ​ແຕ່​ປີ 2003, ດົນ​ຕີ​​ພະ​ລາດ​ຊະ​ວັງ​ ຂອງ​ຫວຽດ​ນາມ ສືບ​ຕໍ່ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​​ເປັນ​ຕົວ​ແທນ​ຂອງມວນ​ມະ​ນຸດ. ປີ 2016, ລະ​ບົບ​ກາບກອນ​​ທີ່​ປະ​ດັບ​ປະ​ດາ​​ໃນສະ​ຖາ​ປັດ​ຕະ​ຍະ​ກຳ​​ພະລາດ​ຊະ​ວັງ​ ເຫ້ວ ກາຍ​ເປັນ​ມໍ​ລະ​ດົກ​ທີ 3 ຂອງ​ເຫ້ວ ແລະ ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ 6 ມໍ​ລະ​ດົກ​​ວັດ​ຖຸເອ​ກະ​ສານ​ຂອງ​ຫວຽດ​ນາມ ​ທີ່ໄດ້​ຮັບ​ການ​ເຊີດ​ຊູ​ຈາກ​ໂລກ. ເປັນ​ອັນ​ວ່າ ໃນ​ມໍ​ລະ​ດົກ​ໂລກນັ້ນ ພວມ​ຄົງ​ຕົວ ແລະ ຮັກ​ສາມໍ​ລະ​ດົກ​ວັດ​ຖຸ​ເອ​ກະ​ສານ​ຂອງມວນ​ມະ​ນຸດ​ອີກ​ອັນ​ຫນຶ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນັ້ນ​ແມ່ນ ບັນ​ດາ​ບົດ​ກາບກອນ​ດ້ວຍ​ຕົວຫນັງ​ສື​ຈີນ​ບູ​ຮານ, ບັນ​ດາ​ລວດ​ລາຍ​ທ​​ີ່ໄດ້​ຮັບ​ການ​​ປະ​ຕິ​ບັດ​ຢ່າງ​ລະ​ອຽດ​ລະ​ອໍ. ດ​ຣ ຟ​ານ​ແທງ​ຫາຍ, ຜູ້​ອຳ​ນວຍ​ການ​ສູນ​ອະ​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ ເຫ້ວ ຖື​ວ່າ:

        “ກ່ອນນີ້, ມໍ​ລະ​ດົກ​ເຫ້ວ ໄດ້​ຮັບ​ການ​ຮັບ​ຮອງ​ແລ້ວ ປ​ະ​ຈຸ​ບັນ​​ພັດໄດ້​ຮັບ​ຮ​ອງ​ມໍ​ລະ​ດົກ​ອີກ. ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ ເລື່ອງ​ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງ​ມໍ​ລະ​ດົກ​ຫນຶ່ງອີກ​​ ທີ່ນອນ​ໃນ​ມໍ​ລະ​ດົກ​ໂລກແມ່ນ​ການ​ເຊີດ​ຊູ​ຄຸນ​ຄ່າອັນ​ເລິກ​ເຊິ່ງ​ ແລະ​ອຸ​ດົມ​ສົມ​ບູນ​ຂອງ​ມໍ​ລະ​ດົກ​ເຫ້ວ.”

        ກາບກອນ​ທີ່​ປະ​ດັບ​ປະ​ດາ​ເທິງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພະ​ລາດ​ຊະ​ວັງ​ເຫ້ວ ແມ່ນ​ບັນ​ດາ​ບົດ​​ກາບກອນ​ດີ​ເດັ່ນ​ ແລະໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ບັນ​ດາ​ບົດ​ກາບກອນ​ຂອງ​ເຈົ້າ​ຊີ​ວິດ​ໃນ​ສະ​ໄຫມ​ລາ​ດ​ຊະ​ວົງ ຫງວຽນ, ​ຊື່ງໄດ້​ຮັບ​ການ​ແກະ​ຄວັດ​ສະ​ຫລັກ​ເຄືອບ… ຫລື​ເຮັດ​ດ້ວຍ​ວັວັດ​ຖຸອື່ນ​ ເທິງ​ລະ​ບົບ​ພະ​ລາດ​ຊະ​ວັງ​ເຫ້ວ​ນັບ​ແຕ່​ປີ 1802 ຮອດ​ປີ 1945. ກາບກອນ​ທີ່​ປະ​ດັບ​ປະ​ດາ​​ໃນສະ​ຖາ​ປັດ​ຕະ​ຍະ​ກຳ​ພະລາດ​ຊະ​ວ​ັງ​ເຫ້ວ ​ຕອບ​ສະ​​ຫນອງ​ມາດ​ຖານ​ສຳ​ຄັນ​ທັງ​ໝົດ​ເຊິ່ງ UNESCO ໄດ້​ວາງ​ອອກ​ຄື: ລັກ​ສະ​ນະ​ຊັດ​ເຈນ, ລັກ​ສະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເອ​ກະ​ສານ, ລັກ​ສະ​ນະ​ພິ​ເສດ​ຫນຶ່ງ​ດຽວ, ຄວາມ​ໝາຍ​ແຫ່ງ​ຊາດ​ຂອງ​ພາກ​ພື້ນ ແລະ ໂລກ. ທ່ານ​ນາງ ຫວູ​ທິ​ມີງ​ເຮືອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ລາຍ​ການ​ຄວາມ​ຊົງ​ຈຳ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ໃຫ້​ຮູ້​ວ່າ:

        “ລັກ​ສະ​ນະ​ຫນຶ່ງ​ດຽວ ຍ້ອນ​ວ່າ ໃນ​ສຳ​ເນົາ​ເອ​ກະ​ສານ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ພຽງ​ແຕ່​ຢູ່​ຫວຽດ​ນາມ ຈຶ່ງມີ​ລະ​ບົບ​ກາ​ບກອນ​​ທີ່​ປະ​ດັບ​ປະ​ດາ​ເທິງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ປະ​ຫວັດ​ສາດ ຫາກບໍ່​ມີ​ຢູ່​ປະ​ເທດ​ໃດ​ໃນ​ພາກ​ພື້ນ. ນັບ​ທັງ​ບັນ​ດາ​ປະ​ເທດ​ໃກ້​ກັບ​ຫວຽດ​ນາມ​ຄື: ຍີ່​ປ່​ຸ່ນ, ສ​ເກົາ​ຫລີ. ນອກນັ້ນ ມີ​ຫລາຍ​​ພະລາດ​ຊະ​ວັງ​ຄ້າຍ​ຄື​ກັນ​ກັບ​ພະລາດ​ຊະ​ວັງ ເຫ້ວ ແຕ່ບໍ່​ມີ​ຮູບ​ການ​ປະ​ດັບ​ປະ​ດາ​ໃດ​ສ້າງ​ຄວາມປະ​ທັບ​ໃຈ​ຄື​ຢູ່​​ພະລາດ​ຊະ​ວັງ ເຫ້ວ. ນີ້​ແມ່ນ​ລັກ​ສະ​ນະ​​ທີ່​ເປັນເອ​ກະ​ລັກ​ສະ​ເພາະ​ຂອງ​ມໍ​ລະ​ດົກ.”

ກາບກອນທີ່ປະດັບປະດາໃນສະຖາປັດຕະຍະກຳພະລາດຊະວັງເຫ້ວ-  ມໍລະດົກເອກະສານໃຫມ່ຂອງໂລກ - ảnh 2

        ໃນ​ລະ​ບົບ​ສະ​ຖາ​ປັດ​ຕະ​ຍະ​ກຳ ເຫ້ວ, ກິດ​ຈະ​ກຳ​ຫໍ​ໂຮງ ລອງ​ອານ ຂຶ້ນ​ກັບ​ກຸ່ມ​ສະ​ຖາ​ປັດ​ຕະ​ຍະ​ກ​ຳພະລາດ​ຊະ​ວັງ ບ໋າວດີ້ງ ຊື່ງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເຈົ້າ​ຊີ​ວິດ​ທີ່​ມີ​ຊື່​ສຽງ​ກ່ຽວ​ກັບ​ການ​ປະ​ດິດ​ຄິດ​ແຕ່ງກາບກອນ ​ຊື່ງໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1845. ນີ້​ແມ່ນ​ກິດ​ຈະ​ກຳ​ຍັງ​ຄົງ​​ໄດ້​ຮັບ​ການຮັກ​ສາ​ໄວ້​ບັນ​ດາ​ບົດ​ກາບກອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ, ໃນ​ນັ້ນ ມີ​ ​ກາບກອນ 2 ບົດ​ທີ່​ພົ້​ນ​ເດັ່ນ ປະ​ກອບ​ດ້ວຍ​ຕົວ​ຫນັງ​ສືຈີນບູ​ຮານ ກວ່າ 100 ຕົວ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ຫໍ​ພິ​ພິ​ທະ​ພັນ​ທີ່​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ​ໃນ​ສະ​ໄຫມ​ລາດ​ຊະ​ວົງ ຫງວຽນ ດ້ວຍ​ບັນ​ດາ​ບົດ​ກາບກອນ, ຄຳ ​ພະ​ຫຍາ ​ຊື່ງ​ໄດ້​ຮັບ​ການ​ຄັດ​ເລືອກ​​ເພື່ອນຳ​ໃຊ້​ໃນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳລ້ວ​ນ​ແຕ່​ແມ່ນ​ບົດ​​ກາບກອນ​​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ,  ​ເຈົ້າ​ອາ​ມາດໃນ​ສະ​ໄຫມ​ລາດ​ຊະ​ວົງ​ຫງວຽນ ແລະ ນັກ​ປະ​ພັນ​ວັນ​ນະ​ຄະ​ດີ, ນັກ​ຮຽ​ນ​ຮູ້​ແຖວ​ຫນ້າ. ຫລື ຢູ່ ​ວັງ ທາຍ​ຮ່​ວາ, ຊື່ງ​ແມ່ນ​​ວັງ​ໃຫຍ່​ໂຕ​ກວ່າ​ໝູ່​ຂອງ​ ພະ​ລາດ​ຊະ​ວັງ​ເຫ້ວ ແລະ ປະ​ຈຸ​ບັນ ຍັງ​ຄົງ​ຮັກ​ສາ​ບົດ​ກາບກອນກວ່າ 300 ບົດ​ຊື່ງ​ໄດ້​ຮັບ​ການ​ແກະ​ຄັດ​ສະ​ຫລັກ​​ໃສ່ໄມ້ ແລະ ເຄື່ອງເຄືອບ ດ້ວຍ​ຮູບ​ການປະ​ດັບ​ປະ​​ດາບົດ​ກາບກອນ​ຕິດ​ຮູບ​ພ​າບໃສ່​. ບົດ​ກາບກອນ​ຫລາຍ​ບົດ​ຢູ່​ທີ່ນີ້​ໄດ້​ຢັ້ງ​ຢືນອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ, ຄວາມ​ເປັນ​ເອ​ກະ​ລາດ​​ແຫ່ງ​ຊາດ, ຄວາມ​​ຫວັງ​ຢາກ​ມີສັນ​ຕິ​ພາບ ແລະ ຍ້ອງ​ຍໍ​ປະ​ເທດ​ຊາດ.

        ປະ​ຈຸ​ບັນ ໃນ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຢູ່​ກຸງ​ເກົ່າ ເຫ້ວ ຍັງ​ຄົງ​ຮັກ​ສາ​ ກາບກອນ ເກືອບ 3000 ບົດ​​ຊ​ື່ງ​ໄດ້​ຮັບ​ການແກະ​ຄວັດ​ສະ​ຫລັກ​ໃສ່​ໄມ້, 146 ບົດ​​ໃສ່​ເຄື່ອງ​ເຄືອບ ແລະ 78 ຄຳພະ​ຫຍາ. ພິ​ເສດ ຕາມ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ດ້ານ​ວັດ​ທະ​ນະ​ທຳ​ເຫ້ວ ແລ້ວ, ເລື່ອງ​ນຳ​ເອົາ​ບົດ​ກາບກອນ​ເພື່ອ​ປະ​ດັບ​ປະ​ດາ​​ໃນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຕາມ​ຮູບ​ການ ຕິດ​ຮູບ​ໃສ່​​ຄື​ຢູ່ ​ພະລາດ​ຊະ​ວັງ ເຫ້ວ ​ນັ້ນແມ່ນ​​ຮູບ​ການຫນຶ່ງ​ດຽວ. ດ​ຣ ຟານ​ແທງ​ຫາຍ, ຜູ້​ອຳ​ນວຍ​ການ​ສູນ​ອະ​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ ເຫ້ວ ໃຫ້​ຮູ້​ວ່າ:

        “ສຳ​ລັບ​ບັນ​ດາ​ປະ​ເທດ​ອື່ນ, ຊົນ​ເຜົ່າ​ອື່ນ ຮູບ​ການ​ປະ​ດັບ​ປະ​ດາ​ຂອ​ງ​ເຂົາ​ເຈົ້າ​ສ່ວນ​ຫລາຍ​ແມ່ນ​ນຳ​ໃຊ້ ຄຳພະ​ຫຍາ ແລະ ອາດ​ຈະ​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ຊັບ​ສິນ​ຊື່ງ​ເຂົາ​ເຈົ້າ​ສາ​ມາດ​ຍົກ​ຍ້າຍໄປ​ໄດ້. ສ່ວນ​ກາບກອນ​ທີ່​ປະ​ດັບ​ປະ​ດາ​ໃນມໍ​ລະ​ດົກ​ລາດ​ຊະ​ວັງ ເຫ້ວ ແມ່ນ​ປະ​ກົດ​ອອກ​ເປັນ​ຈຳ​ນວນ​ຫລາຍ. ເຂົາ​ເຈົ້າ​ປະ​ດັບ​ປະ​ດາ​​ເຄື່ອງ​ເຟີ​ນີ​ເຈີ ທັງ​ໝົດ​​ ກິດ​ຈະ​ກຳ ທາງ​ໃນ ແລະ ​ທາງນອກ​, ສະ​ນັ້ນ ເມື່ອ​ແຂກ​ມາ​ຢ້ຽມ​ຢາມ​ກຸງ​ເກົ່າ​ເຫ້ວ ໄປ​ຮອດ​ບ່ອນ​ໃດ​ກໍ​ພົບ​ເຫັນ​ບົດ​ກາບກອນ. ຊ່ຳ​ບໍ່​ຫນຳ ບາງ​ຄົນ​ຍັງ​ເວົ້າ​ວ່າ ບັນ​ດາ​ເຈົ້າ​ຊີ​ວິດ​ໃນ​ສະ​ໄຫມ​ລາດ​ຊະ​ວົງ ຫງວຽນ ປົກ​ຄອງ​ປະ​ເທດ​ຊາດ​ດ້ວຍ​ກາບກອນ​ແມ່ນ​ຫລືບໍ່?.”

        ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ບົດ​ປະ​ພັນ​ກາບກອນ​ປະ​ດັບ​ປະ​ດາໃນບັນ​ດາ​ກິດ​ຈະ​ກຳ​ຢູ່​​ພະລາດ​ຊະ​ວັງ ເຫ້ວ ບໍ່​ມີ​ການ​ປ່ຽນ​ແປງ​ດ້ານ​ເນື້ອ​ໃນ ແລະ ຍັງ​ຄົງ​ຮັກ​ສາ​ຈຸດ​ດັ້ງ​ເດີມ​ ໄວ້. ສະ​ນັ້ນ ນີ້​ກໍ​ແມ່ນ​ແຫລ່ງ​ເອ​ກະ​ສານ​ປະ​ຫວັດ​ສາດ​ມີ​ລັກ​ສະ​ນະ​ຄວາມ​​ຈິງ ແລະ ຄວາມ​ຊັດ​ເຈນ​ສູງ. ກາບ​ກອນ​ດ້ວຍ​ຕົວ​ຫນັງ​ສື​ຈີນ​ບູ​ຮານ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຢູ່​ຫລາຍ​ບ່ອນ​ໃນ​​ພະ​ລາດ​ຊະ​ວັງ​ເຫ້ວ, ນອກ​ຈາກ​ມີ​ຄຸນ​ຄ່າ​ກ່ຽວ​ກັບ​ດ້ານ​ເນື້ອ​ໃນ​ແລ້ວ, ບັນ​ດາ​ບົດ​ ກາບກອນນີ້​ຍັງ​ມີ​ຄຸນ​ຄ່າ​ດ້ານ​ວິ​ຈິດ​ສິນ ແລະ ໄດ້​ຮັບ​ຖື​ວ່າ ແມ່ນ​ປະ​ມວນ​ຮຽບ​ຮຽງ​ຜະ​ລິດ​ຕະ​ພັນ​ວິ​ຈິດ​ສິນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ບໍ່​ພຽງ​ແຕ່​ຢູ່ ຫວຽດ​ນາມ​ເທົ່າ​ນັ້ນ ຫາກຍັງ​ແມ່ນຢູ່ໃນໂລກ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ