ຄວາມນິຍົມພາບພື້ນເມືອງຂອງຊາວຫວຽດນາມ ໃນໂອກາດບຸນເຕັດ

(vovworld)-  ກ່ອນນີ້ ເມື່ອ​ໂອ​ກາດ​ບຸນ​ເຕັດ​ວຽນ​ມາ, ມີ​ສິ່ງ​ຫນຶ່ງ​ທີ່​ຂາດບໍ່​ໄດ້​ໃນ​ບັນ​ດາ​ຄອບ​ຄົວ ຫວຽດ​ນາມ ນັ້ນ​ແມ່ນ​ພາບ​ພື້ນ​ເມືອງ​ໃນ​ບຸນ​ເຕັດ. ພາບ​ທີ່​ປະ​ດັບ​ປະ​ດາໃນ​ໂອ​ກາດ​ບຸນ​ເຕັດ ແມ່ນ​ມຸ່ງ​ໄປ​ເຖິງ​ມູນ​ເຊື້ອ, ກົກ​ເຄົ້າ​ເຫງົ້າ​ກໍ. ນອກ​ຈາກ​ການ​ແຕ້ມ​ລວດ​ລາຍ​ແລ້ວ, ພາບ​ບຸນ​ເຕັດ​ແຕ່​ລະ​ແຜ່ນ​ລ້ວນ​ແຕ່​ມີ​ບັນ​ດາ​ຄຳ​ອວຍ​ພອນ​ປີ​ໃຫມ່ ຫລື ບັນ​ດາ​ຄຳ​ພະ​ຫຍາ​ພາ​ວະ​ນາ​ສິ່ງ​ທີ່​ດີ​ງາມ​ໃນ​ປີ​ໃຫມ່. ໃນ​ໄລ​ຍະ​ຜ່ານ​ມາ, ຄວ​າມ​ນິ​ຍົມ​ ພາບ​ພື້ນ​ເມືອງ​ໃນ​ບຸນ​ເຕັດ​ກໍ່​ຖືກ​ສູນ​ຫາຍ​ໄປ​ໃນ​ໄລ​ຍະ​ຫນຶ່ງ. ເຖິງວ່າ ປະ​ຈຸ​ບັນ ເມື່ອ​ຊີ​ວິດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຄວາມ​ຕ້​ອງ​ການ​ຊົມ​ໃຊ້​ສິ​ລະ​ປະ​ກໍ່​ເພີ່ມ​ຂຶ້ນ, ຄວາມ​ນິ​ຍົມ​ພາບ​ພື້ນ​ເມືອງ​ໃນ​ຊຸມມື້​ບຸນ​ເຕັດ​ກໍ່​ຄ່ອຍໆ​ກັບ​ຄືນ​ມາ.

ຄວາມນິຍົມພາບພື້ນເມືອງຂອງຊາວຫວຽດນາມ ໃນໂອກາດບຸນເຕັດ - ảnh 1
ພາບ​ພື້ນ​ເມືອງ ດົງ​ໂຮ່

        ກ່ອນນີ້, ເມື່ອ​ໄປ​ຊື້​ເຄື່ອງ​ຂອງຮັບ​ໃຊ້ບ​ຸນ​ເຕັດ, ຊາວ​ຫວຽດ​ນາມ ບໍ່​​​ລືມຊື້​ພາບ​ພື້ນ​ເມືອງ​ເພື່ອ​ປະ​ດັບ​ປະ​ດາ​ໃນ​ເຮືອນ. ບັນ​ດາ​ພາບ​ພື້ນ​ເມືອງນັ້ນ ສ່ວນ​ຫລາຍ​ແມ່ນ ​ແຕ້ມ​ກ່ຽວ​ກັບ​ຮູບ​ພາບ​ການ​ດຳ​ເນີນ​ຊີ​ວິດ​ໃນ​ຄອບ​ຄົວ​ທີ່​ອົບ​ອຸ່ມ, ຫລື​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ສົດ​ງົດ​ງາມ, ສັດ​ສາ​ວາ​ສິ່ງທີ່​ເປັນ​ຕາ​ຮັກ … ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ຫວັງ​ກ່ຽວ​ກັບ​ປີ​ໃຫມ່​ທີ່​​ສະ​ຫງົບ​ສຸກ. ແຕ່ ຕາມ​ການ​ເວ​ລາ, ບັນ​ດາ​ປະ​ເພດ​ພາບ​ພື້ນ​ເມືອງ​ຄ່ອຍ​ໆ​​​ຈາງ​ຫາຍ​ໄປ. ຈິດ​ຕະ​ກອນ ຫງວຽນ​ຮົ່ງ​ເວີນ ຫວນ​ຄືນ​​ຄາວ​ຍັງ​ນ້ອຍ​ເຄີຍ​ໄດ້​ໄປ​ຊົມ​ພາບ​​ພື້ນ​ເມືອງ​ກັບ​ພໍ່​ຢູ່​ຖະ​ຫນົນ ຮ່າງ​ເລືອກ, ຖະ​ຫນົນ ໝ໋າ​ໄມ ຮ່າ​ໂນ້ຍ. ບັນ​ດາ​ລາ​ສີ​ທີ່​ຫນ້າ​​ຮັກ, ພາ​ບ​ພື້ນ​ເມືອງ​ດົງ​ໂຮ່, ພາບ​ພື້ນ​ເມືອງ​ຮ່າງ​ຈົງ ຄື​ດັ່ງ​ຂອງ​ຂວັນ​ລວມ​ໃຫ້​ແກ່​ທັງ​ຄອບ​ຄົວ​ເມື່ອ​ບຸນ​ເຕັດ​ລະ​ດູ​ບານ​ໃຫມ່​ວຽນ​ມາ.

        “ເມື່ອ​ພໍ່​ພາ​ໄປ​ຊົມ​ພາບ​ພື້ນ​ເມືອງ​ໃນ​ໂອ​ກາດ​ບຸນ​ເຕັດ ​ບັນ​ຍາ​ກາດແມ່ນ​ຄຶກ​ຄື້ນ​ທີ່​ສຸດ. ໃນ​ຄາວນັ້ນ ​ຢູ່​ຖະ​ຫນົນ ຮ່າງ​ເລືອກ, ຢູ່ສອງ​ຟາກ​ທາງມີ​ຊ່າງ​ແກະ​ຄວັດ​ສະ​ຫລັກ​​ຮູບພາບ, ນັກ​ແຕ້ມ​ຕົວ​ຫນັງ​ສື, ແຕ້ມ​ພາບ​ພື້ນ​ເມືອງ​ຫລາຍ​ຄົນ, ເປັນ​ຕົ້ນ​ຢູ່​ຖະ​ຫນົນ​ຮ່າງ​ເລືອກ.”

ຄວາມນິຍົມພາບພື້ນເມືອງຂອງຊາວຫວຽດນາມ ໃນໂອກາດບຸນເຕັດ - ảnh 2
ພາບ​ພື້ນ​ເມືອງ​ຊາ​ວ​ຫວຽດ​ນາມ ນິ​ຍົມ​ໃຊ້​ໃນ​ໂອ​ກາດ​ບຸນ​ເຕັດ

        ​ປຽບ​ເໝືອນ​ດັ່ງ​ວິ​ທີ​ທີ່​ເຮັດ​ໃຫ້​ຄ​ວາມ​ຊີນ​ເຄີຍ​​​ນຳ​ໃຊ້ພາບ​ພື້ນ​ເມືອງ​ກັບ​ຄືນ​ມາໃນ​ໂອ​ກາດ​ບຸນ​ເຕັດ, ສອງ​ສາມ​ປີ​ມານີ້ ມີ​ຈິດ​ຕະ​ກອນ​ຫລາຍ​ຄົນ​ໄດ້​ເປີດ​ຕະ​ຫລາດ​ແຕ້ມ​ພາບ​ໃນ​ໂອ​ກາດ​ບຸນ​ເຕັດ ດ້ວຍ​ການວາງ​ຂາຍ​ຜະ​ລິດ​ຕະ​ພັນ​ຈິດ​ຕະ​ກຳນັບ​ຮ້ອຍໆ​ແຜ່ນ. ໂດຍ​ເລີ່ມ​ຕົ້ນ​ຈາກ​ການ​ຄັດ​ເລືອກ​ຫົວ​ເລື່ອງ​ໃຫ້​ຜະ​ລິດ​ຕ​ະ​ພັນ, ຮຽກ​ຮ້ອງ​ຈິດ​ຕະ​ກອນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ ຕະ​ຫລອດ​ຮອດ​ວິ​ທີປະ​ດັບ​ປະ​ດາ, ວາງ​ສະ​ແດງ, ບໍ​ລິ​ເວນ​ຕະ​ຫລາດ​ພາບ​ພື້ນ​ເມືອງ​ໃນ​ໂອ​ກາດ​ບຸນ​ເຕັດ ກ່ອນ​ອື່ນ​ໝົດ​ແມ່ນ​ບ່ອນ​ເພື່ອ​ໃຫ້​ຜູ້​​ນິ​ຍົມ​ໄດ້​ຮັບ​ຊົມພາບ​ແຕ້ມ​  ຫ​ລັງ​ຈາກນັ້ນ​ແມ່ນ​ບ່ອນ​ຊື້​ຂາຍ​ພາບ​ແຕ້ມ. ຈິດ​ຕະ​ກອນ ເຈີນ​ທິ​ທູ, ​ແມ່ນຫນຶ່ງ​ໃນ​ຈິດ​ຕະ​ກອນ 200 ກວ່າ​ຄົນ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ພາບ​ພື້ນ​ເມືອງ​ໄດ້​ແບ່ງ​ປັນ​ວ່າ:

        “ການ​ຈັດ​ຕັ້ງ​ຕະ​ຫລາດ​ພາບ​ພື້ນ​ເມືອງນີ້​ມ່ວນ​ຫລາຍ ແລະ ມີ​ຄວາມ​ອົບ​ອ​ຸ່ນ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຕະ​ຫລາດນີ້​ຈະ​ນຳ​ມ​າ​ເຊິ່ງບັນ​ຍາ​ກາດ​ໃຫມ​່​ໃຫ້​ຂະ​ແຫນງ​ຈິດ​ຕະ​ກຳ​ຫວຽດ​ນາມ”

ຄວາມນິຍົມພາບພື້ນເມືອງຂອງຊາວຫວຽດນາມ ໃນໂອກາດບຸນເຕັດ - ảnh 3

        ​ອາດ​ເວົ້າ​ໄດ້​ວ່າ ບໍ່​ມີ​ເທົ່າ​ໃດ​ຄົນ​ຄິດ​ເຖິງ​ຕະ​ຫລາດ​ພາບ​ພື້ນ​ເມືອງ​ໃນ​ໂອ​ກາດບ​ຸນ​ເຕັດ​ຄື: ເຕັດ Art  ແລະ ເຕັດ Dome ທີ່​ຫາກໍ່​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ແມ່ນ​ທິດ​ທາງ​ໃຫມ່ ເພື່ອ​ໃຫ້​ບັນ​ດາ​ຈິດ​ຕະ​ກອນ​ໃກ້​ຊິດ​ຕິດ​ແທດ​ກັບ​ສາ​ທາ​ລະ​ນະ​ຊົນ​ກວ່າ. ເຂົາ​ເຈົ້າ​ພວມເຮັດ​ໃຫ້ຄວາມ​ຊີ​ນ​ເຄີຍ​​ນິ​ຍົມ​ພາບ​ພື້ນ​ເມືອງ​ໃນ​ໂອ​ກາດ​ບຸນ​ເຕັດຂອງ​ຊາວ​ຫວຽດ​ນາມ ໃນ​ເມື່ອ​ກ່ອນ​ກັບ​ຄືນ​ມາ​. ແຕ່​ວ່າ ພາບ​ແຕ້ມປະ​ຈຸ​ບັນ​ມີ​ຄວາມອຸ​ດົມ​ສົມ​ບູນກວ່າ. ບໍ່​ພຽງ​ແຕ່​ແມ່ນ​ພາບ​ພື້ນ​ເມືອງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈິດ​ຕະ​ກຳ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ຂອງ​ຈິດ​ຕະ​ກອນ. ບັນ​ດາ​ຕະ​ຫລາດ​ນັດ​ພາບ​ບຸນ​ເຕັດ​ຍຸກ​ປະ​ຈຸ​ບັນ ກໍ່​ປ່ຽນ​ແປງ​ຄວ​າມ​ນຶກ​ຄິດ​ຂອງ​ທຸກ​ຄົນ​ວ່າ ຄວາມ​ນິ​ຍົມ​ຊື້​ພາບ​ບຸນ​ເຕັດ​ບໍ່​ພຽງ​ແຕ່​ສະ​ຫງວນ​ໃຫ້​ແກ່​ຜູ້​ຮັ່ງ​ມີ​ເທົ່າ​ນັ້ນ. ຕາມ​ທ່ານ ເຈີນ​ຮູຍແອງ, ຜູ້​ນິ​ຍົມ​ພາບ​ພື້ນ​ເມືອງ​ໃນ​ໂອ​ກາດ​ບຸນ​ເຕັດ ຢູ່ ຮ່າ​ໂນ້ຍ ແລ້ວ, ຕະ​ຫລາດ​ພາບ​ພື້ນ​ເມືອງ​ໃນ​ໂອ​ກາດ​ບຸນ​ເຕັດ​ຍຸກ​ປະ​ຈຸ​ບັນ ບໍ່​ພຽງ​ແຕ່​​ເປັນ​ການຫວນ​ຄືນ​​ເຖິງຄວາມ​ຊົງ​ຈຳ​ໃນ​ເມື່ອ​ກ່ອນ​ດ້ວຍ​ຄວາມ​ຊີນ​ເຄີຍ, ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຄົນລຸ້ນກ່ອນ​​ເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ໃຫ້​ຄຸນ​ຄ່າ​ສິ​ລະ​ປະ​ໄດ້​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ ດ້ວຍ​ເຂດ​ວັດ​ທະ​ນະ​ທຳ​ທັນ​ສະ​ໄຫມ ເພື່ອ​ໃຫ້​ຜູ້​ຊົມ​ໄດ້​ຊົມ​ບັນ​ດາ​ຜະ​ລິດ​ຕ​ະ​ພັນ​ໃຫມ່ ດ້ວຍ​ວິ​ທີ​ການ​ໃຫມ່.

ຕາມ​ຈິດ​ຕະ​ກອນ ແທ່ງ​ເຈືອງ​ແລ້ວ, ປະ​ຈຸ​ບັນ​ສິ່ງ​ທີ່​ພວກ​ເຮົາ​ຄວນ​ເຮັດ​ນັ້ນ​ແມ່ນ ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ດ້ານ​ຈິດ​ໃຈ​ຫລັກ​ແຫລ່ງ​ຂອງ​ຄວາມ​ຊີນ​ເຄີຍ​ໃນ​ການ​ຊື້​ເຄື່ອງ​ຂອງ​ຮັບ​ໃຊ້​ບຸນ​ເຕັດ. ບຸນ​ເຕັດ​ບໍ່​ພຽງ​ແຕ່​ແມ່​ນ​ໂອ​ກາດ​ຊື້​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ ຫາກ​ຍັງ​​ໄດ້​ເຮັດ​ໃຫ້​ຄຸນ​ຄ່າ​ດ້ານ​ຈິດ​ໃຈວັດ​ທະ​ນະ​ທຳ​ກັບ​ຄືນ​ມາ​ອີກ​ດ້ວຍ, ໃນ​ນັ້ນ ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈິດ​ຕະ​ກຳ.

        “ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​ຄິດ​ວ່າ​ຄຸນ​ຄ່າ​​ທີ່​ເປັນມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຕົນ​ແມ່ນ​ຮັກ​ສາ​ຈິດ​ໃຈ​ຫລັກ​ແຫລ່ງ​ໄດ້ ຫາກບໍ່​ແມ່ນ​ຮັກ​ສາ​ຮູບ​ການ​ເຄື່ອນ​ໄຫວ​ຂອງ​ມັນ. ບໍ່​ມີ​ຕະ​ຫລາດ​ບ້ານ​ນາ​ເພື່ອ​ຊື້​ພາບ​ພື້ນ​ເມືອງ, ພາບ​ດົງ​ໂຮ່, ພາບ​ບ້ານ​ຊີ່ງ. ປະ​ຈຸ​ບັນ ພວກ​ເຮົາ​ຕ້ອງ​ມີ​ຄວາມຮັບ​ຮູ້​​ແບບທັນ​ສະ​ໄຫມ, ກ້າວ​ຫນ້າກວ່າ. ຮັກ​ສາ​ມູນ​ເຊື້ອ​​ວັດ​ທະ​ນະ​ທຳ ແມ່ນ​ຮັກ​ສາດ້ານ​ຈິດ​ໃຈ.”

        ຄວາມ​ນິ​ຍົມ​ພາບ​ໃນ​ໂອ​ກາດ​ບຸນ​ເຕັດ ເຖິງວ່າ​ແມ່ນ​ພາບ​ພື້ນ​ເມືອງ ຫລື ພາບ​ທັນ​ສະ​ໄຫມ ກໍ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາ​ລົບ​ຂອງ​ມະ​ນຸດ​ຕໍ່​ສິ່ງ​ທີ່​ດີ​ງາມ​ພ້ອມ​ກັບ​ຄວາມ​ມຸ້ງ​ຫວັງ​ໃນ​ປີ​ໃຫມ່. ໃນ​ສັງ​ຄົມ​ທັນ​ສະ​ໄຫມ, ບັນ​ດາ​​ຈິດ​ຕະ​ກອນຫວຽດ​ນາມ ຍັງ​ຄົງ​ປະ​ດິດ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ດ້ວຍ​ຄວາມ​ໝາຍ​ຟື້ນ​ຟູ​ຂົງ​ເຂດ​ພາບ​ພື້ນ​ເມືອງ​​ກັບ​ຄືນ​ມາໃນ​ໂອ​ກາດ​ບຸນ​ເຕັດ. ນີ້​ກໍ​ແມ່ນ​ວິ​ທີ​ອີງ​ໃສ່​ມູນ​ເຊື້ອ​ເພື່ອ​ກ້າວ​ໄປ​ເຖິງ​ບັນ​ດາ​ຄາດ​ໝາຍ​  ຍາວ​ນານກວ່າ​ໃຫ້​ແກ່​ສິ​ລະ​ປະ​ພາບ​ພື້ນ​ເມືອງ​ຫວຽດ​ນາມ ໃນ​ໂອ​ກາດ​ບຸນ​ເຕັດ. 


ຕອບກັບ

ຂ່າວ/ບົດ​ອື່ນ