ຄວາມປະທັບໃຈດ້ວຍສິລະປະຫຼາຍເຜົ່າພັນໃນງານ Festival ເຫ້ວປີ 2014


    ງານ​ບຸນ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ,​ມີ​ສີສັນ​ວັດທະນະທຳ​ຫຼາກຫຼາຍ. ນັ້ນແມ່ນຄຳໃຫ້ ສັງເກດຂອງນັກ ທ່ອງທ່ຽວບໍ່ວ່າຄົນໃດເມື່ອເຂົ້າຮ່ວມ ງານ Festival ​ເຫ້ວ. Festival ​ເຫ້ວ ​ໄດ້​ກາຍ​ເປັນ​ເຄື່ອງໝາຍ​ການ​ຄ້າ​ທາງ​ດ້ານ​ວັດທະນະທຳ​ທີ່​ມີ​ຕໍ່​ແຂກ​ທ່ອງ​ທ່ຽວ, ນັກ​ສິລະ​ປີນ​ຕ່າງປະ​ເທດ. Festival ​ເຫ້ວປີ 2014 ​ໄດ້​ດຶງ​ດູດ 68 ຄະນະສິລະ​ປະກອນ​ສາກົນ​ທີ່​ມີ​ຈາກ 5 ທະວີບ​ໃນ​ໂລກ, ຊຶ່ງ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນຍາກາດ​ງານ​ບຸນ​ຢູ່​ເຂດ​ດິນ​ກຸ່ງ​ເກົ່າ​ເຫ້ວ, ອັນ​ໄດ້​ເຮັດ​ໃຫ້​ເຫ້ວກາຍ​ເປັນ​ແຫ່ງ​ເຕົ້າ​ໂຮມ​ບັນດາ​ພື້ນຖານ​ວັດທະນະທຳ.     

 ຄວາມປະທັບໃຈດ້ວຍສິລະປະຫຼາຍເຜົ່າພັນໃນງານ Festival ເຫ້ວປີ 2014  - ảnh 1
ລາຍການສະແດງສິລະປະເປີດສາກງານ Festival ​ເຫ້ວປີ 2014 
(ພາບ:http://www.sggp.org.vn)

                                          

  ​  ງານ Festival ​ເຫ້ວປີ 2014 ຖືກ​ດຳ​ເນີນ​ເປັນ​ເວລາ 9 ວັນ​ຄື​ແຕ່​ວັນ​ທີ 12/4 ຫາ​ວັນ​ທີ 20/4 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 68 ຄະນະ​ສິລະ​ປະກອນ​ສາກົນ, ​ໃນ​ນັ້ນ​ມີ​ຫຼາຍ​ຄະນະ​ສິລະ​ປະກອນ​ລະດັບສາກົນ​ຄື ຄະນະ​ສິລະ​ປະກອນ Bati – Holic ທີ່​ມາ​ຈາກ​ໂຕ​ກຽວ​ປະ​ເທດ​ຍີ​ປຸ່ນ; ຄະນະ​ສິລະ​ປະພື້ນ​ເມືອງ Gugak ​ແຫ່ງ​ຊາດ​ຂອງ ສ.​ເກົາຫຼີ, ກອງ​ຟ້ອນ ບາ​​ເລ​ພື້ນ​ເມືອງ Guadalaajara... ຊຶ່ງ​ໄດ້ສະ​ແດງ​ຮັບ​ໃຊ້​ຜູ້​ຊົມບັນດາ​ວາດ​ຟ້ອນ​ພື້ນ​ເມືອງ, ຈັ່ງ​ຫວະເຕັ້ນ​ລຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຕ່ລະ​ເຜົ່າ ພ້ອມ​ກັບ​ການ​ຂັບລຳ​ພື້ນ​ເມືອງ. ນັກ​ຟ້ອນ Cristian Andress, ສັງກັດຄະນະ​ສິລະ​ປະກອນ Los Andes ມາ​ຈາກ​ຈີ​ເລ​ເປີດ​ເຜີຍ​ວ່າ :

 “ ພວກ​ຂ້າພະ​ເຈົ້າ​ສະ​ແດງ​ບັນດາ​ລາຍການສິລະ​ປະວັດ​ທະນະ​ທຳ​ຂອງ​ພວກ​ຂ້າພະ​ເຈົ້າ, ບັນດາ​ວາດ​ຟ້ອນ​ພື້ນ​ເມືອງ, ຈັ່ງ​ຫວະເຕັ້ນ​ຂອງພວກ​ຂ້າພະ​ເຈົ້າ, ດັ່ງ​ນັ້ນ ພວກ​ເພື່ອນ​ສາມາດ​ເຫັນ​ປະຈັກ​ຕາ​ພວກ​ຂ້າພະ​ເຈົ້າ​ເຕັ້ນ​ຄື​ແນວ​ໃດ. ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສະ​ແດງ​ຮັບ​ໃຊ້​ຜູ້​ຊົມ​ຫວຽດນາມ​ຊຶ່ງ​ໄດ້​ສະຫງວນ​ຄວາມ​ຮັກ​ແພງ​ໃຫ້​ແກ່ພວກ​ຂ້າພະ​ເຈົ້າ. ປີ​ນີ້​ມີ​ຫຼາຍ​ພື້ນຖານ​ວັດທະນະທຳ​ທີ່​ມາ​ຈາກ​ບັນດາປະ​ເທດອາ​ເມ​ລິ​ກາ​ລາ​ຕິນຄື ຄະນະ​ສິລະ​ປະກອນຈີ​ເລ ພວກ​ຂ້າພະ​ເຈົ້າ, ຄະນະ​ສິລະ​ປະກອນ​ໂກ​ລົມ​ໂບ... ຜ່ານງານ Festival ​ ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ເພີ່ມ​ຄວາມ​ຮູ້​ກ່ຽວ​ກັບຄະນະ​ສິລະ​ປະກອນອື່ນໆ”

       ​ໃນ​ຂະນະ​ນັ້ນ, ຄະນະ​ສິລະ​ປະຂັບແຈວແຂວງຟູ້ເຖາະ ໄດ້ແນະນຳບັນດາ ທຳນອງເພງ ຂັບຊວານ ຊຶ່ງແມ່ນປະເພດສິລະປະໄດ້ຮັບການຢັ້ງຢືນຈາກ UNESCO ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ. ທ່ານ ​ໂງ​ມິນ​ຕ້ວານ ຫົວໜ້າຄະນະ​ສິລະ​ປະຂັບ​ແຈວ ​ແຂວງ ຟູ້​ເຖາະ ​ໃຫ້​ຮູ້​ວ່າ :

   “ງານ Festival ​​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ພວກ​ເຮົາ​ໄດ້​ສຳ​ພັດ​ກັບ​ບັນດາ​ພື້ນຖານ​ວັດທະນະທຳ​ທີ່​ເປັນ​ເອກະ​ລັກສະ​ເພາະ​ໃນ​ໂລກ ກໍ​ຄື​ເຂດ​ກຸ່ງ​ເກົ່າ​ເຫ້ວ. ພວກ​ຂ້າພະ​ເຈົ້າ​ແລກປ່ຽນ, ຖອດ​ຖອນ​ບົດຮຽນ​ໄດ້​ຫຼາຍ​ຢ່າງ​ເພາະ​ຢູ່​ແຕ່ລະ​ປະ​ເທດ​ຫຼື​ ຄະນະ​ສິລະ​ປະກອນ​ແຕ່ລະ​ຄະນະ ກໍ​ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ; ທັງ​ນີ້​ກໍ​ເພື່ອ​ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ຊອກ​ຮູ້​ກ່ຽວ​ກັບ​ບັນດາ​ສີສັນ​ວັດທະ ນະທຳ​ບັນດາ​ເຜົ່າ​ໃນ​ແຕ່ລະ​ປະ​ເທດ, ວິທີ​ການ​ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ ”

 ຄວາມປະທັບໃຈດ້ວຍສິລະປະຫຼາຍເຜົ່າພັນໃນງານ Festival ເຫ້ວປີ 2014  - ảnh 2
ລາຍການສະແດງຕີກອງຂອງຄະນະສິລະປະກອນ Bati Holic

    ຖ້າ​ຫາກ​ເວ​ທີ່​ສະ​ແດງ​ສິລະ​ປະ​ພື້ນ​ເມືອງ ​ແນະນຳ​ນຳ​ບັນດາ​ສຽງ​ຂັບ​ລຳ​ວາດ​ຟ້ອນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ​ນັ້ນ, ​ເວ​ທີ່​ສະ​ແດງ​ຍຸກ​ປະຈຸ​ບັນ​ພັດ​ນຳ​ກະ​ແສ​ລົມ​ທີ່​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ເຂົ້າ​ໃນ​ບັນຍາກາດ​ຂອງງານ Festival ​ເຫ້ວ. ນັກ​ສິລະປີນ Greta Kelly ຊາວ​ອົດ​ສະ​ຕາ​ລີເປີດ​ເຜີຍ​ວ່າ :

    “ ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ​ເຂົ້າ​ຮ່ວມງານ Festival ​ເຫ້ວ, ພວກ​ຂ້າພະ​ເຈົ້າເລືອກ​ເຟັ້ນ​ໄດ້​ຫຼາຍ​ບົດ​ດົນຕີ​ທີ່​ມີ​ສີສັນ​ອາຊີ ​ແລະ ບົດ​ເພງ​ໜຶ່ງ​ຂອງ​ຫວຽດນາມ​ທີ່​ມີ​ຊື່ວ່າ : ຫຼີ​ເງື້ອ​ໂອ​ໝາຍ​ເຖິງ​ມ້າ​ດຳ ທີ່​ເປັນ​ໜ້າ​ຈັບ​ອົກ​ຂັບ​ໃຈ ຊຶ່ງ​ໄດ້​ເຄີຍ​ຂັບ​ຮ້ອງ​ມາ​ແຕ່​ປີ 1970. ຂ້າພະ​ເຈົ້າ​ຊົມ​ຊອບ ​ແລ​ະ ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ສຳລັບ​ດົນຕີ​ພື້ນ​ເມືອງ​ຫວຽດນາມ ” .

   ທີ່ງານ Festival ຄັ້ງ​ທຳ​ອິດ​ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ປີ 2000,  Festival ​ເຫ້ວມີ​ການ​ເຂົ້າຮ່ວມ​ຂອງ​ກວ່າ 30 ຄະນະ​ສິລະ​ປະກອນຂອງ​ຫວຽດນາມ ​ແລະ ຝະລັ່ງ. ພາຍຫຼັງ ງານ Festival 7 ຄັ້ງ, ຕົວ​ເລກ​ນີ້​ໄດ້​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ. ຕາມ​ທ່ານ Valeriu Arteni ​ເອກ​ອັກຄະ​ລັດຖະທູດ ຣູມາ​ນີ​ປະຈຳ​ຫວຽດນາມ​ແລ້ວ, ສິ່ງ​ນີ້​ໄດ້​ຢັ້ງຢືນ​ວ່າ ງານ Festival ​ເຫ້ວ​ໄດ້​ສ້າງ​ກຳລັງ​ດຶງ​ດູດ​ເພື່ອ​ມິດສາ​ກົນ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ສີ ​ແລະ ຫຼາຍ​ຝ່າຍ​ຂອງ​ຫວຽດ ນາມ ຊຶ່ງບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ການ​ເມືອງ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ຂົງ​ເຂດ​ວັດທະນະທຳ​ອີກ​ດ້ວຍ. ທ່ານ Valeriu Arteni ​ເອກ​ອັກຄະ​ລັດຖະທູດ ຣູມາ​ນີ​ປະຈຳ​ຫວຽດນາມ ​ເວົ້າ​ວ່າ :

    “ ການ​ເຂົ້າ​ຮ່ວມ​ຂອງ​ບັນດາ ຄະນະ​ສິລະ​ປະກອນທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ຄັ້ງ​ນີ້, ກໍ​ແມ່ນ​ລະດັບ​ສະ​ຖີຕິ. ສິ່ງ​ນີ້​ເປັນ​ການ​ຢັ້ງຢືນການພັວພັນ​ດ້ານ​ວັດທະນະທຳ​ລະຫວ່າງ​ຫວຽດນາມກັບບັນດາ​ປະ​ເທດ​ໃນ​ໂລກ​ໄດ້​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະວັດທະນະທຳ​ຂອງ​ຫວຽດນາມ​ໄດ້​ຖືກ​ເຜີຍ​ແຜ່​ອອກ​ສູ່​ຫຼາຍ​ປະ​ເທດ​ໃນ​ໂລກ”

    ຜ່ານການຈັດຕັ້ງ​ແຕ່​ລະ​ຄັ້ງ, ງານ Festival ​ເຫ້ວນັບ​ມື້​ນັບ​ກາຍ​ເປັນ​ເວ​ທີ່​ສະ​ແດງ​ທີ່​ຈັບ​ໃຈ ​ແລະ ດູ​ດດື່ມທີ່​ມີຕໍ່ບັນດາຄະນະ​ສິລະ​ປະກອນສາກົນ, ຮອດ​ເລ​ລາ​ເລີກລາ​ຈາກ​ກັນ, ​ໃຜໆ​ກໍ່​ລ້ວນ​ແຕ່​ຄິດ​ຮອດ​ຄິດ​ເຖິງ​ສິ່ງ​ທີ່​ປະ​ທັບ​ໃຈດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ປະ​ເທດ.

                 

ຕອບກັບ

ຂ່າວ/ບົດ​ອື່ນ