ຄວາມໝາຍຂອງສຽງລະຄັງຢູ່ວັດໃນວັດທະນະທຳພຸດທະສາສະໜາ ຫວຽດນາມ

ຄວາມໝາຍຂອງສຽງລະຄັງຢູ່ວັດໃນວັດທະນະທຳພຸດທະສາສະໜາ ຫວຽດນາມ - ảnh 1
ສຽງ​ລະຄັງ​ໃນ​ວັດ ໄດ້ກາຍເປັນ​ຈຸດ​ວັດທະນະທຳ​
ໃນ​​ແນວ​ຄິດ​ຈິດ​ໃຈ​ຂອງ​ຊາວຫວຽດນາມແຕ່ລະຄົນ​. 
(ພາບ: vanhoadoisong.com)

  ບໍ່ຮູ້​ວ່າ ນັບ​ແຕ່​ໃດໆ​ມາ, ຮູບ​ພາບ​ວັດວາອາ​ຮາມ ​ແລະ ສຽງ​ລະຄັງ​ໃນ​ວັດ​ໄດ້​ກາຍ​ເປັນ​ສິ່ງ​ລຶ້ງ​ເຄີຍ​ກັບ​ຊາວ​ຫວຽດນາມ​ແຕ່ລະຄົນ. ​​ໃນ​ຍາມ​ເຊົ້າ ​ແລະ ຍາມ​ຕອນ​​ແລງ​ໃນ​ແຕ່​ລະ​ວັນ, ສຽງ​ລະຄັງ​ໃນ​ວັດ ​ໄດ້​ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ເຂດ, ອັນ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຮູ້ສຶກ​ມີ​ຄວາມ​ສະ​ຫງົບ​ສຸກ ​ແລະ ສະຫວາດສະ​ເຫວີຍ. ສຳລັບ​ຊາວ​ຫວຽດນາມ​ຫຼາຍ​ຄົນ​ແລ້ວ, ສຽງ​ລະຄັງ​ໃນ​ວັດ ບໍ່​ພຽງ​ແຕ່​​ເຮັດ​ໃຫ້ຄົນ​ເຮົາຄິດ​ເຖິງ​ບັນດາ​ອະນຸສອນ​ທີ່​ໜ້າ​ຈົດ​ຈຳ​ເທົ​່ານັ້ນ, ຫາກ​ຍັງ​ແມ່ນ​ຈຸດ​ວັດທະ ນະທຳ​ໃນ​​ແນວ​ຄິດ​ຈິດ​ໃຈ​ຂອງ​ແຕ່ລະຄົນ​ອີກ​ດ້ວຍ.

     ​ໃນ​ທຸກ​ວັນ​ນີ້, ຖ້າຫາກ​ມີ​ໂອກາດ​ໄປ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ​ນັ້ນ, ກໍ​ລ້ວນ​ແຕ່​ໄດ້​ພົບ​ເຫັນ​ບັນດາ​ວັດວາອາ​ຮາມ​ທີ່​ເກົ່າ​ແກ່​ໄປ​ຕາມ​ການ​ເວລາ, ​ໃນ​ນັ້ນ ມີ​ບັນດາ​ວັດ​ເກົ່າ​ແກ່​ທີ່​ມີ​ມາ​ນັບ​ຮ້ອຍ​ປີ. ພ້ອມ​ກັບ​ດ້ານ​ສະຖາປັດຕະຍະກຳ, ວັດ​ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ສຽງ​ລະຄັງ​ທີ່​ສັກສິດ. ຮູບ​ພາບ​ວັດ​ກັບ​ ສຽງ​ລະຄັງ​ ​ແມ່ນ​ພະຍານ​ຫຼັກ​ຖານ​ທີ່​ຢັ້ງຢືນ​ວ່າ ສາສະໜາ​ພຸດ​ໄດ້​ເຂົ້າ​ມາ​ຫວຽດນາມ​ແຕ່​ດົນ​ນານ​ມາ​ແລ້ວ ​ແລະ ​ໄດ້​ກາຍ​ເປັນ​ຈຸດ​ວັດທະ​ນະ​ທຳ​ຈິດ​ວິນ​ຍານ​ທີ່​ຕິດ​ພັນ​ກັບ​ຊາວ​ຫວຽດນາມ. ຕາມ​ທິດ​ສະ​ດີ​ຂອງ ສາສະໜາ​ພຸດ, ​ລະຄັງ​ໃນ​ວັດ ຍັງ​ຖືກ​ເອີ້ນ​ວ່າ ບາດ​ຍ້າ ໝາຍ​ຄວາມ​ວ່າ ພູມ​ປັນຍາ, ​ເພາະ ​ເມື່ອ ສຽງ​ລະຄັງ​ດັງ​ຂຶ້ນ​ນັ້ນ, ​ສ່ວນ​ໃດ​ສ່ວນ​ໜຶ່ງ​ໄດ້​ປຸກ​ຕື່ນສະຕິ​ມະນຸດ. ​ໂດຍ​ທົ່ວ​ໄປ​ແລ້ວ, ລະຄັງ​​ເຄີຍ​ຖືກ​ລັ່ນ 3 ຄາວ, ​ແຕ່​ລະ​ຄາວ​ມີ 108 ບາດ. ຕາມ​ຄວາມ​ສຳນຶກ​ຂອງ ສາສະໜາ​ພຸດ​ແລ້ວ, ​ເມື່ອ​ລັ່ນ​ລະຄັງ, ສຽງ​ລະຄັງ​ອາດ​ຈະ​ຖືກ​ສົ່ງ​ໄປ​ທົ່ວ​ທຸກ​ບ່ອນ, ນັບ​ທັງ​ລົງ​ຮອດ​ຂຸມ​ນາຮົກ, ຊ່ວຍ​ໃຫ້​ພວກ​ເຂົາ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກທໍລະມານ, ສຽງ​ລະຄັງ​ຍັງ​ຊ່ວຍ​ໃຫ້​ມະນຸດ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ. ສຳລັບ​ຊາວ​ຫວຽດນາມ​ແລ້ວ, ຄວາມ​ສຳນຶກ​ກ່ຽວ​ກັບ​ຊີວິດ​ຂອງ​ໂລກ​ມະນຸດ​ຂອງ ສາສະໜາ​ພຸດ​ແມ່ນ​ທັງ​ສາມາດ​ເຂົ້າ​ໃຈງ່າຍ, ທັງ​ເລິກ​ເຊິ່ງ ​ແລະ ​ໃກ້ຊິດ​ສະໜິດສະ​ໜົມ. ສຽງ​ລະຄັງ​ ກໍ​ຍັງ​ເປັນສານ​ປຸກ​ຕື່ນ​ມະນຸດ​ກັບ​ຄືນ​ສູ່​ຄວາ​ມສຸດຈະລິດ​ທີ່​ມີ​ຢູ່​ແລ້ວ​ໃນ​ຈິດ​ໃຈ​ຂອງ​ແຕ່ລະຄົນ, ຊຳລະ​ສິ່ງ​ທີ່​ເປື້ອນ​ເປີ້, ບໍ່​ຈົບ​ບໍ່​ງາມ​ໃນ​ໂລກ​ມະນຸດ, ທັງ​ເຮັດ​ໃຫ້​ຄົນ​ເຮົາ​ເພີ່ມ​ຄວາມ​ສະຫວາດສະ​ເຫວີຍ.              

       ​ໃນ​ການ​ດຳລົງ​ຊີວິດ​ທຸກ​ວັນ​ນີ້, ສຽງ​ລະຄັງ​ໃນ​ວັດປຽບ​ເໝືອນ​ສາຍ​ຊີວິດ​ຈາກ ອະດີດຕະການທີ່​ມີ​ວິນ​ຍານ​ສັກສິດ​ຂອງ​ປະ​ເທດ​ຊາດ. ​ເພາະສະ​ນັ້ນ, ​ໃນ​ຄວາມ​ສຳນຶກ​ຂອງ​ຊາວ​ຫວຽດນາມ​ແລ້ວ, ການ​ປຸກ​ສ້າງ​ວັດ, ຫຼໍ່​ລະຄັງ ​ແລະລັ່ນ​ລະຄັງ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ການຫຼໍ່ລະຄັງ ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ພວກ​ນາຍ​ຊ່າງ​ທີ່​ຊຳນານ​ງານ , ມີ​ຄວາມ​ສັດທາ ​ແລະ ຄຸນສົມບັດ. ບໍ່​ພຽງ​ແຕ່​ນຳ​ເອົາ​ທອງ​ມາ​ຫຼໍ່​ແມ່ນ​ແລ້ວ​ວຽກ​ເທົ່າ​ນັ້ນ, ກ່ອນ​ທີ່​ຈະ​ຫຼໍ່​ລະຄັງ, ກໍ​ຕ້ອງ​ດຳ​ເນີນ​ພິທີຕ່າງໆ​ທີ່​ເຄັ່ງ​ຂຶມ. ​ແລະ ມີ​ວຽກ​ງານ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້ນັ້ນ ແມ່ນການຮັບເອົາຄຳ ຂອງປະ​ຊາ​ຊົນ​ທີ່ປະກອບ​ສ່ວນດ້ວຍ​ຄວາມ​ສັດທາ​ໃຫ້​ແກ່​ວັດ​ເພື່ອ​ຫຼໍ່​ລະຄັງ. ທາງ​ດ້ານ​ເຕັກນິກ​ຫຼໍ່​ທອງ​ທີ່​ເຄີຍ​ເຮັດ​ມາ​ແລ້ວນັ້ນ, ​ເລື່ອງ​ເອົາ​ຄຳ​ປົນ​ກັບ​ທອງ​ຕາມ​ອັດຕາ​ສ່ວນ​ໃດ​ໜຶ່ງ​ເພື່ອ​ຫຼໍ່​ທອງ, ກໍ​ຈະ​ເຮັດ​ໃຫ້​ສຽງ​ລະຄັງ​ດັງ​ກ້ອງກັງວານ​ໄປ​ໄກ​ກ່ວາ. ຄຳ​ແມ່ນ​ໂລຫະ​ປະ​ເສີດ, ​ເພາະສະ​ນັ້ນຈຶ່ງ​ມີ​ຫຼາຍ​ຄົນ​ຢາກ​ແຜ່​ບໍລິຈາກ, ປະກອບສ່ວນ​ເພື່ອ ຫຼໍ່​ລະຄັງ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ພະພຸດທະ​ເຈົ້າ, ພ້ອມ​ທັງ​ຖື​ວ່າ ນີ້​ແມ່ນ​ຄວາມ​ເປັນ​ກຽດ​ໃຫ້​ແກ່​ຄອບຄົວ ​ແລະ ວົງ​ຕະກູນ​ຂອງ​ຕົນ. ນາງວູ້ທິມິນ ຜູ້​ໄດ້​ແຜ່​ບໍລິຈາກ​ຄຳ​ເພື່ອ ຫຼໍ່​ລະຄັງ​ຢູ່​ຮ່າ​ໂນ້ຍ ​ເວົ້າ​ວ່າ :​

    “ ມື້ນີ້, ຂ້າພະ​ເຈົ້າ​ໄດ້​ຖະຫວາຍ​ຄຳ​ເພ່ືອ​ປະກອບສ່ວນ​ໃນ​ພິທີ​ຫຼໍ່​ລະຄັງ. ຂ້າພະ​ເຈົ້າ​ຖະຫວາຍ​ຄຳ ເພ່ືອ​ປະກອບສ່ວນ​ໃນ​ການຫຼໍ່​ລະຄັງດ້ວຍ​ການຝາກຄວາມຫວັງ​ໃນ​ສຽງ​ລະຄັງ​ໃນ​ວັດ, ຊ່ວຍ​ໃຫ້​ຄອບຄົວ​ມີ​ຄວາມ​ໂຊກ​ດີ ”

   ພາຍຫຼັງ​ການ​ຫຼໍ່​ລະຄັງ​ສຳ​ເລັດ, ລະຄັງ​ຈະ​ຖືກ​ແຂວນ​ຂຶ້ນ ​ແລະ ນັບ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ຮອດ​ຍາມ​ບຸນປີ​ໃໝ່​ປະຈຳ​ຊາດ ຫຼື​ວັນບຸນ​ຕ່າງໆ, ​ໃນ​ຕອນ​ເຊົ້າ​ຫຼື​ຕອນ​ແລງ​ຂອງ​ແຕ່​ລະ​ວັນ, ສຽງ​ລະຄັງ​ໄດ້​ຄ່ອຍ​ດັ່ງ​ກ້ອງ​ກັງວານ​ຂຶ້ນ, ປະສານ​ເຂົ້າ​ກັບ​ການ​ດຳລົງ​ຊີວິດ​ຂອງ​ມະນຸດ. ທ່ານ​ສາດສະດາຈານ, ດຣ ຝ້າ​ມມິນ​ຄາງ ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງຖື​ວ່າ :

    “ ລະຄັງບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ຕີ​ສັນຍານ, ບົ່ງ​ບອກ​ເຖິງ​ເວລາ​ເທົ່າ​ນັ້ນ, ຫາກ​ສຽງ​ລະຄັງ​ໃນ​ວັດ​ແມ່ນ​ສຽງຂອງ​ເຂດ​ແດນ​ທີ່​ສັກສິດໂດຍຟ້າ​ດິນ​ສ້າງ​ຂຶ້ນ. ​ເມື່ອສຽງ​ລະຄັງ​​ດັ່ງ​ກ້ອງ​ກັງວານ​ຂຶ້ນນັ້ນ, ​ໄດ້​ເຮັດ​ໃຫ້​ຄົນ​ເຮົາ​ຮູ້ສຶກ​ວ່າ​ມີ​ສິ່ງ​ໃດ​ໜຶ່ງ​ທີ່​ສັກສິດ, ​ໃນ​ນັ້ນ ​ໄດ້​ຝາກ​ຄວາມ​ຫວັງ​ຂອງ​ມະນຸດ​ ເພື່ອມຸ່ງ​ໄປ​ສູ່​ສິ່ງ​ທີ່​ສູງສົ່ງ​ໃນ​ການ​ດຳລົງ​ຊີວິດ. ນອກຈາກ​ຄວາມ​ໝາຍ​ໃນ​ຊີວິດ​ປະຈຳ​ວັນ​ນັ້ນ, ມັນ​ຍັງ​ມີ​ຄວາມ​ໝາຍ​ທາງ​ດ້ານ​ຈິດ​ວິນ​ຍານ, ຝາກ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ເທວະ​ດາ​ຟ້າ​ແຖນ​ເພື່ອ​ໃນ​ການ​ດຳລົງ​ຊີວິດ​ຂອງ​ຕົນ ຫຼີກ​ລ້ຽງ​ຈາກ​ສິ່ງ​ທີ່​ບໍ່​ດີ ບໍ່​ຈົບ​ບໍ່​ງາມ ”

    ຢູ່​ຫວຽດນາມ, ວັດວາອາ​ຮາມ ​ແລະ ສຽງ​ລະຄັງ ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ບັນດາ​ໝູ່ບ້ານ​ເຂດ​ບ້ານ​ນາ, ມີ​ຄວາມ​ຜູກ​ພັນ​ກັບຊາວ​ກະ​ສີກ​ອນຜູ້​ຂ້ອງ​ຄາກັບ​ວຽກ​ໄຮ່​ການ​ນາ. ມື້​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຮອດ​ຍາມຮຸ່ງ​ເຊົ້າ, ສຽງ​ລະຄັງ​ໄດ້​ຄ່ອຍ​ດັ່ງ​ຂຶ້ນ ປຸກຊາວບ້ານ​ຕື່ນ​ນອນ​ເພື່ອໄປ​ການ. ຮອດ​ຍາມ​ຕອນ​ແລງ, ສຽງ​ລະຄັງ​ຄື​ດັ່ງຕີ​ສັນຍານ​ຮອດ​ເວລາ​ສິ້ນ​ສຸດ​ມື້​ເຮັດ​ວຽກ. ຜ່ານ​ຫຼາຍ​ສະຕະວັດ​ທີ່​ຜ່ານ​ມາ, ສາດສະໜາພຸດ​ຕິດ​ພັນ​ກັບ​ຮູບ​ພາບ​ວັດ​ວາ​ອາ​ຮາມ. ສຽງ​ລະຄັງ​ທີ່​ດັ່ງ​ກ້ອງ​ກັງວານ​​ໃນ​ຍາມ​ເຊົ້າ​ຫຼື​ຍາມ​ແລງ ​ໄດ້​ກາຍ​ເປັນ​ສ່ວນ​ໜຶ່ງ​ໃນ​ຊີວິດ​ສັງຄົມ, ສ້າງ​ຄວາມ​ໝາຍ​ທາງ​ດ້ານ​ວັດທະນະທຳ​ມະນຸດ​ທີ່​ເລິກ​ເຊິ່ງ​ໃນ​ຈິດ​ວິນ​ຍານ​ຂອງ​ຊາວ​ຫວຽດນາມ​ແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ