ງານ Festival ມໍລະດົກກວາງນາມຄັ້ງທີ 5


    ໂຫ້​ຍອານ ​ໃນ​ຊຸມ​ມື້​ນີ້​ຍິ່ງສວຍ​ສົດ​ງົດ​ງາມ​ຂຶ້ນ. ຢູ່​ທົ່ວ​ທຸກ​ແຫ່ງ ຈາກທາງຮ່ອມ ຕະຫຼອດຮອດຖະໜົນ ສາຍໃຫຍ່ ກໍເຕັມໄປດ້ວຍໂຄມໄຟດ້ວຍສີ ຫຼາກຫຼາຍ. ຢູ່​ຖະໜົນ​ສາຍ​ຕ່າງໆ​ທີ່​ສະຫງົບງຽບ​ໃນ​ມື້​ທຳ​ມະ​ດາ, ​ແຕ່​ໃນ​ຊຸມ​ວັນ​ນີ້​ຍິ່ງ​ຄຶກຄື້ນ​ຫຼາຍ​ຂຶ້ນ ຍ້ອນ​ບັນດາ​ການ​ເຄື່​ອນ​ໄຫວຂອງ​ງານ Festival ມໍລະດົກ​ກວາງ​ນາມ​ຄັ້ງ​ທີ 5. ​ໄປ​ຮອດ​ໄສ​ກໍ​ເຫັນ​ປະຈັກ​ຕາ​ໃບ​ໜ້າ​ຍິ້ມ​ແຍ້ມ​ແຈ່ມ​ໄສ​ທີ່​ໜ້າ​ຮັກ​ໜ້າ​ແພງ​ຂອງ​ຊາວ​ແຂວງ​ກວາງ​ນາມ​ກໍ​ຄື​ແຂກ​ມາ​ຈາກ​ສາລະ​ທິດ.
 

ງານ Festival ມໍລະດົກກວາງນາມຄັ້ງທີ 5 - ảnh 1
ລາຍການສະແດງສິລະປະໃນພິທີໄຂງານ Festival ມໍລະດົກກວາງນາມຄັ້ງທີ 5 (ພາບ:baoquangnam)

       ມໍລະດົກ​ກວາງ​ນາມ ​ໄດ້​ຮັບ​ການ​ແນະນຳ​ທີ່ງານ Festival ກໍ​ສາມາດ​ຊ່ວຍ​ໃຫ້​​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ເຫັນ​ໄດ້​ເຖິງ​ບັນດາ​ຈຸດ​ເປັນ​ເອກະລັກ​ສະ​ເພາະ, ຄຸນຄ່າ​ວັດທະນະທຳ​ຂອງ​ເຂດ​ດິນ​ກວາງ​ນາມ. ໂຫ້​ຍອານຊຶ່ງ​​ແມ່ນມໍລະດົກ​ວັດທະນະທຳ​ ໂລກ ປະກອບ​ດ້ວຍ​ປູຊະນີຍະສະຖານ 1.390 ​ແຫ່ງ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຂອງ​ໂລກ. ງານ Festival ມໍລະດົກ​ຄັ້ງ​ນີ້ ຍັງ​ແມ່ນ​ກາລະ​ໂອກາດ​ເພື່ອ​ເຊີດ​ຊູມໍລະດົກ​ວັດທະນະທຳ​ຫວຽດນາມ-ອາ​ຊຽນ, ທັງ​ແມ່ນ​​ໂອກາດ​ໄດ້​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ກັບ​ບັນດາ​ຄະນະ​ສິລະ​ປະ​ສາກົນ. ກ່ອນ​ທີ່​ດຳ​ເນີນງານ Festival ມໍລະດົກ, ງານ​ປະ​ກວດດົນຕີປະສານ​ສຽງ​ສາກົນ​ຄັ້ງ​ທີ 3 ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່ໂຫ້​ຍອານ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປິນ 500 ຄົນ​ທີ່​ມາ​ຈາກ 9 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ ຄື: ອົດ​ສະ​ຕາ​ລີ, ອິນ​ໂດ​ເນ​ເຊຍ, ສ. ​ເກົາຫຼີ, ມາ​ເລ​ເຊຍ, ອາ​ເມ​ລິ​ກາ, ມ້ຽນ​ມາ...... ທ່ານ ດິງຫ່າ​ຍ ຫົວໜ້າ​ພະ​ແນ​ກວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ​ກວາງ​ນາມ​ໃຫ້​ຮູ້​ວ່າ : 

   “ ຄັ້ງ​ນີ້​ກໍ​ຄື​ຄັ້ງ​ກ່ອນ, ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ຈັດ​ ງານ​ປະ​ກວດດົນຕີປະສານ​ສຽງ​ ​ເພື່ອ​ຮັບ​ໃຊ້​ມວນຊົນ ​ແລະ ການ​ເຂົ້າ​ຮ່ວມ​ຕອບ​ສະໜອງ​ຂອງ​ທຸກໆ​ຄົນ​ແມ່ນ​ຕັ້ງໜ້າ​ທີ່​ສຸດ. ອາດ​ເວົ້າ​ໄດ້​ວ່າ ດົນຕີປະສານ​ສຽງ​ ​ແມ່ນ​ປະ​ເພດ​ດົນຕີ​ທີ່​​ແຕ່​ດົນ​ນານ​ແລ້ວ,​ບໍ່​ໄດ້​ຮັບ​ຟັງສຽງ​ຂັບ​ຮ້ອງ​, ​ແຕ່​ດົນຕີປະສານ​ສຽງ​ກໍ​ຄື​ກັບ​ການ​ຂັບ​ຮ້ອງ​ແທ້ ​ເພາະ​ບໍ່​ຕ້ອງ​ນຳ​ໃຊ້ micro ​ແລະ​ສຽງ​ຕ່າງໆ ​ແຕ່​ເຂົາ​ເຈົ້າ​ໄດ້​ສະ​ແດງ​ດ້ວຍ​ແຫຼ່ງອາລົມ​ທັງ​ໝົດ​ຂອງ​ສ່ວນ​ບຸກຄົນ​ດ້ວຍ​ການ​ເຈືອ​ຈານ​ເຂົ້າ​ກັບ​ວົງ​ຄະນະ​ຍາດ ​ແລະ ຈາກ​ນັ້ນ ​ມັນ​ໄດ້​ແຜ່​ລາມ​ອອກ​ສູ່​ວົງ​ຄະນະ​ຍາດ. ການຈັດ​ລາຍການ​ສະ​ແດງ​ປະ​ເພດ​ສິລະ​ປະ​ນີ້ ກໍ​ແມ່ນ​ສ່ວນ​ໜຶ່ງ​ເພື່ອ​ຍົກ​ສູງ​ລະດັບຄວາມ​ຮູ້​ດ້ານ​ດົນຕີ​ຕື່ມ​ອີກ ກໍ​ຄື​ເພື່ອ​ແລກປ່ຽນ​ດ້ານວັດທະນະ​ທຳ ”

ງານ Festival ມໍລະດົກກວາງນາມຄັ້ງທີ 5 - ảnh 2
ບັນດາ​ນັກ​ສິລະ​ປິນບັນດາປະເທດອາຊຽນ
ທີ່​ເຂົ້າ​ຮ່ວມ Festival ມໍລະດົກກວາງນາມຄັ້ງທີ 5 


    ງານ​ປະ​ກວດດົນຕີປະສານ​ສຽງ​ສາກົນ ກໍ​ແມ່ນ​ສະຖານ​ທີ່ເຕົ້າ​ໂຮມ​ບັນດາຜູ້​ນິຍົມ​ສິລະ​ປະດົນຕີປະສານ​ສຽງ​, ທັງ​ແມ່ນ​ໂອກາດ​ເພື່ອ​ພົບ​ປະ​ແລກປ່ຽນ​ດ້ານ​ດົ​ນຕີ, ຜ່ານ​ນັ້ນ ຈະ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈກ່ຽວ​ກັບວັດທະນະທຳ​ລະຫວ່າງ​ບັນດາ​ປະຊາ​ຊາດ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາ​ມັກຄີ ​ແລະ ການ​ຮ່ວມ​ມື​​ແລກປ່ຽນສາກົນ. ທ່ານ Freddy Lengkong ຫົວໜ້າ​ຄະນະ​ດົ​ນຕີ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ :

    “ ຄະນະ​ດົນຕີ​ຂອງ​ພວກ​ຂ້າພະ​ເຈົ້າ​ລວມມີ​ສະມາຊິກ 35 ຄົນ, ​ເຂົາ​ເຈົ້າ​ລ້ວນ​ແຕ່​ແມ່ນ​ນັກ​ສຶກສາ​ທີ່​ມາ​ຈາກ​ບັນດາ​ມະຫາວິທະຍາ​ໄລ. ພວກ​ຂ້າພະ​ເຈົ້າ​ໄດ້​ນຳ ບັນດາບົດ​ເພງ​ຂອງ​ອິນ​ໂດ​ເນ​ເຊຍ​ມາສູ່​ລາຍການ. ​ເພງ​ທຳ​ອິດ​ແມ່ນ​ເວົ້າ​ເຖິງ​ເຂດ Jakarta. ​ເຂົ້າ​ຮ່ວມ​ລາຍການ​ນີ້ ມີ​ຫຼາຍ ຄະນະ​ດົນຕີ. ພວກ​ຂ້າພະ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ທົ່ວ​ໂລກ​ເຫັນ​ວ່າ ພວກ​ຂ້າພະ​ເຈົ້າ​ມີ​ຈິດ​ໃຈ​ຖອດ​ຖອນ​ບົດຮຽນ. ພວກ​ຂ້າພະ​ເຈົ້າ​ຢາກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ສັງຄົມ.  ສານ​ນີ້​ຖືກ​ພວກ​ຂ້າພະ​ເຈົ້າ​ຝາກ​ໄປ​ຜ່ານ​ດົນຕີ.”

    ຄວາມ​ປະ​ທັບ​ໃຈ​ນັບ​ທັງ​ດ້ານ​ເນື້ອ​ໃນ ​ແລະ ວິທີ​ການສະ​ແດງ ກໍ​ແມ່ນ​ການຈັດ​ສັນ​ເຂດ ​ມໍລະດົກ​ວັດທະນະທຳ​ຫວຽດນາມ - ອາ​ຊຽນ ທີ່​ອຸທິຍານ ອານ​ໂຫ້​ຍ, ນະຄອນ ໂຫ້​ຍອານ. ​ໃນ​ບໍລິ​ເວັນອຸທິຍານ ອານ​ໂຫ້​ຍ, ມີ​ເຂດມໍລະດົກ​ວັດທະ ນະທຳ​ 22 ​ແຫ່ງ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ຫວຽດນາມ ​ແລະ ​ເຂດ​ລວມ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ຊຶ່ງ​ຖືກ​ຈັດ​ສັນ​ຕາມ​ທິດ​ເໜືອ​-ໃຕ້. ທິດ​ເໜືອແມ່ນ ເຂດ ມໍລະດົກ​ວັດທະນະທຳຂອງ​ແຂວງ​ຮ່າ​ຢາງ ​ແລະ ສິ້ນ​ສຸດ​ຢູ່​ທິດ​ໃຕ້​ແມ່ນ ເຂດ ມໍລະດົກ​ວັດທະນະທຳ​ແຂວງ ກຽນ​ຢາງ. ທ່ານ ດິງຫ່າ​ຍ ຫົວໜ້າ​ພະ​ແນ​ກວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ​ກວາງ​ນາມ​ໃຫ້​ຮູ້​ວ່າ : 

     “ ຄວາມ​ຫວັງ​ຢ່າງ​ຍິ່ງ​ຂອງ​ຄະນະ​ຈັດ​ຕັ້ງ ​ເມື່ອ​ທຽບ​ໃສ່​ຄັ້ງ​ກ່ອນ, ນັ້ນ​ແມ່ນສືບ​ຕໍ່​ໂຄສະນາ​ຢ່າງ​ແຂງ​ແຮງ​ກ່ວາ​ກ່ຽວ​ກັບ​ພາບ​ພົດ​ຂອງ​​ແຂວງກວາງ​ນາມ, ​ໃນ​ນັ້ນ​ມີ​ດ້ານ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ຂອງ​ທ້ອງ​ຖິ່ນ. ທີ 2, ພວກ​ຂ້າພະ​ເຈົ້າຫວັງ​ວ່າ  ​ໂດຍ​ຜ່ານ ງານ Festival ມໍລະດົກ​ກວາງ​ນາມ​ຄັ້ງ​ນີ້, ພວກ​ຂ້າພະ​ເຈົ້າຈະ​ມີ​ຫຼາຍບົດຮຽນ​ຕື່ມ​ອີກ ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ໃນ​ການ​ອະນຸລັກ​ຮັກສາ ​ມໍລະດົກ​ວັດທະນະທຳ​ກໍ​ຄື​ພັດທະນາ​ການທ່ອງທ່ຽວ. ທີ 3, ພວກ​ຂ້າພະ​ເຈົ້າຫວັງ​ວ່າ ຜ່ານ​ການ​ເຄື່ອນ​ໄຫວ​ນີ້, ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ລວມຂອງ​ວົງ​ຄະນະ​ຍາດ​ກ່ຽວ​ກັບ​ບັນຫາ​ປົກປັກຮັກສາ​ມໍລະດົກ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກ​ໃນ​ການ​ເຊື່ອມ​ໂຍງ​ກໍ​ຄື​ພັດທະນາ​ເສດຖະກິດ ”

   ມາ​ຢ້ຽມຢາມ ໂຫ້​ຍອານ ​ໃນ​ໂອກາດ​ຈັດ​ໃຫ້​ມີ ງານ Festival , ນາງ ອາ​ໂຊ​ກິ ນັກ​ທ່ອງ​ທ່ຽວ​ຊາວ ອົດ​ສະ​ຕາ​ລີ ມີ​ຄວາມ​ປະຫຼາດ​ໃຈ ​ແລະ ຖື​ວ່າ ນີ້​ແມ່ນ​ໂອກາດ​ເພື່ອ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ ໂຫ້​ຍອານ ຫຼາຍ​ກ່ວາ​ເກົ່າ.  ນາງ ອາ​ໂຊ​ກິ ​ເວົ້າ​ວ່າ : 

     “ ​ເປັນ​ໜ້າ​ຈັບ​ໃຈອີຫຼີ ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ມີໜ້າ​ຢູ່​ທີ່​ນີ້​ໃນ​ຈຸດ​ເວລາ​ນີ້ ​ເພື່ອ​ຮັບ​ຊົມ​ບັນດາ​ລາຍການ​ສະ​ແດງ​ຟ້ອນ​ລຳ​ທຳ​ເພງ ທີ່​ໜ້າ​ດູດ​ດື່ມ. ພວກ​ຂ້າພະ​ເຈົ້າຫວັງ​ວ່າມັກ​ທີ່​ສຸດ ລະບົບ​ດອກ​​ໄຟ​ເຍື່ອງ​ແສງ​ສະຫວ່າງ​ທີ່​ໄດ້​ນຳ​ໃຊ້​ໃນ​ຄ່ຳ​ຄືນມື້​ນີ້. ​ ພວກ​ຂ້າພະ​ເຈົ້າ​ໄດ້​ຕັດສິນ ຈະ​ຢູ່​ແຂ​ວງກວາງ​ຕື່ມ​ອີກ 2-3 ມື້ ​ເພື່ອ​ເຂົາຮ່ວມ​ເຫດການ​ນີ້ ”

   ​ໃນ​ຂອບ​ເຂດ ງານ Festival ມໍລະດົກ​ກວາງ​ນາມ​ຄັ້ງ​ທີ 5, ຍັງ​ຈັດ​ໃຫ້​ມີ​ງານ​ສະ​ແດງ​ສິລະ​ປະ​ມະຫາ​ຊົນ​ບັນດາ​ເຜົ່າ​ຫວຽດນາມ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 16 ຄະນະ​ສິລະ​ປະ​ກອນ. ​ແລະ ກໍ​ໃນ​ໄລຍະ​ດຳ​ເນີນ ງານ Festival ມໍລະດົກ​ກວາງ​ນາມ​ຄັ້ງ​ທີ 5, ​ໃນ​ຄ່ຳ​ຄືນ​ແຕ່​ລະ​ວັນ, ຢູ່​ແມ່​ນ້ຳ ຮ່ວາຍ ​ກໍໄດ້ຈັດ​ລາຍການ​ສະ​ແດງ​ສິລະ​ປະ​ພື້ນ​ເມືອງ​ຄື: ຂັບ​ກວານ​ເຫາະ​ບັກ​ນິງ, ຂັບ​ເຫວ, ຂັບລຳພື້ນ​ເມືອງ​ເຂດ​ພາກ​ໃຕ້..... ອັນ​ໄດ້​ເປັນ​ການ​ປະກອບ​ສ່ວນ​ສ້າງ​ບັນຍາກາດງານ Festival ມໍລະດົກ​​ທີ່​​ເປັນ​ເອກະລັກ​ສະ​ເພາະ ທັງ​ສ້າງ​ຄວາມປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ