ງານບຸນ ຈືດົງຕື-ຕຽນຢຸງ ໃນແຂວງ ຮຶງອຽນ

  ງານບຸນ ຈືດົງຕື-ຕຽນຢຸງ ໃນແຂວງ ຮຶງອຽນ - ảnh 1
ງານບຸນ ຈືດົງຕື-ຕຽນຢຸງ ໃນແຂວງ ຮຶງອຽນ(ພາບ: baomoi.com)

ຫວຽດນາມແມ່ນປະເທດທີ່ມີຫຼາຍງານບຸນ ແລະ ລະດູບານໃໝ່ກໍແມ່ນຍາມ ເລີ່ມຕົ້ນຈັດບັນດາງານບຸນໃນປີ. ຕາມຮີດຄອງ ປະເພນີທີ່ມີມາແຕ່ດົນນານ, ຍາມຕົ້ນ ລະດູບານໃໝ່ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້ປະຊາຊົນ ທັງຫຼາຍ ພາວະນາຂໍຄວາມຊ່ວຍເຫຼືອ ຈາກເທວະດາຟ້າແຖນ. ຢູ່ເຂດ ຄ້ວາຍເຈົາທີ່ແຂວງ ຮຶງອຽນ ໃນປະຈຸບັນຍັງຄົງ ສາມາດຮັກສາ ງານບຸນໜຶ່ງທີ່ມີມາແຕ່ບູຮານນະການ ຊຶ່ງຕິດພັນກັບເລື່ອງລາວແຫ່ງ ຄວາມຮັກທີ່ໜ້າຈັບໃຈ. ນັ້ນແມ່ນ ງານບຸນ ຈືດົງຕື-ຕຽນຢຸງ ທີ່ຍ້ອງຍໍ ສັນລະເສີນ ຄວາມຮັກ​ທີ່ອະມະຕະ.

   ​ເລື່ອງ​ລາວ​ໄດ້​ເລົ່າຂານກັນມາວ່າ: ​ໃນ​ສະ​ໄໝ​ເຈົ້າ​ຊີວິດ​ຮຸ່ງ​ອົງ​ທີ່ 18, ມີ​ພະ​ລາຊະ​ທິດາ ຕຽນ​ຢຸງທີ່ສວຍ​ງາມ​ໄດ້ເຖິງ​ເກັ່ນ​ອາຍຸ​ແຕ່ງງານ, ​ແຕ່​ຍັງ​ຄົງ​ມັກ​ມ່ວນ​ຊື່ນ, ທຽວ່ຫຼິ້ນ. ມີ​ມື້ໜຶ່ງ​ຍາມ​ລະດູບານ​ໃໝ່, ​ແສງ​ແດດ​ສາດ​ສ່ອງລົງ​ມາ​ສງ​ຄວາມ​ອົບ​ອຸ່ນ​​ໃຫ້​ແກ່ມະນຸດ, ພະ​ລາຊະ​ທິດາ ຕຽນ​ຢຸງພ້ອມກັບສະໜົມ​ໄດ້​ລອງ​ເຮືອ​ຮັບ​ຊົມ​ທິວ​ທັດ​ຍາມ​ລະດູບານ​ໃໝ່​ບົນ​ ແມ່ນ້ຳ ກ໋າຍ, ​ເມື່ອ​ລອງ​ເຮືອ​ຮອດ​ຫາດ ຕຶຍຽນ ຂຶ້ນກັບ​ບໍລິ​ເວນ​ໝູູ່ບ້ານ ຢະ​ແຈກ, ​ເຫັນ​ທິວ​ທັດ​ທຳ​ມະ​ຊາດ​ຮົກ​ເຮື້ອສວຍ​ງາມ​ປຽບ​ເໝືອນ​ແດນ​ສະຫວັນ, ພະ​ລາຊະ​ທິດາ ຕຽນ​ຢຸງ​ໄດ້​ສ້າງ​ຄວາມ​ໃຫ້​ຄົນ​ໃຊ້ກັ້ງຜ້າ​ບົນ​ຫາດ​ຊາຍເພື​່ອອາບນ້ຳ. ກະ​ແສ​ນ້ຳໄຫຼ​ບົນ​ຫາດ​ຊາຍ​ຄື​ດັ່ງ​ໄດ້ຄູນ​ຊາຍ​ຂຶ້ນ, ບັງ​ເອີນ​​ໄດ້​ປະກົດ​ມີອ້າ​ຍບາ​ວຜູ້​ໜຶ່ງ, ຮ່າງຄີງ​ຄື​ນັກ​ກ້າມ​ພວມຢືນ​ປະ​ເປືອຍ​ໂຕ. ອ້າຍ​ບາ​ວຄົນ​ນັ້ນສະ​ແດງ​ຄວາມຢ້ານກົວ, ​​ເມື່ອ​ໄດ້ເຫັນ​ຈັ່ງຊັ້ນ, ພະ​ລາຊະ​ທິດາ ຕຽນ​ຢຸງກໍ​ຕັ້ງສະຕິ ​ແລະ ມາທັກທາຍສະບາຍດີ. ອ້າຍ​ບາ​ວ​ໃຫ້​ຮູ້​ວ່າ ລາວ​​ເປັນ​ຄົນກຳພ້າ, ດັ່ງນັ້ນຕ້ອງ​ປະກອບ​ອຳ​ຊີບ​ຫາປາ​ເພື່ອ​ຫາ​ເງິນ​ລ້ຽງ​ຊີບ. ​ເມື່ອ​ເຫັນ​ຝູງ​ເຮືອ​ຂອງ ພະ​ລາຊະ​ທິດາ ຕຽນ​ຢຸງ ​ແລ່ນ​ຜ່ານ, ລາວ​ຕົກ​ສະທ້ານ​ຢ້ານ​ກົວ ​ແລະ ​ໄດ້ບຊ້ອນໂຕ​​ໃຕ້​ຫາດ​ຊາຍ, ​ແຕ່​ຢູ່​ຫັ້ນກໍ​ແມ່ນ​ບ່ອນ​ທີ່ພະ​ລາຊະ​ທິດາ ຕຽນ​ຢຸງ ​ໃຫ້ກັ້ງຜ້າ​ເພື່ອອ​ອາບນ້ຳ. ​ໂດຍ​ມີ​ຄວາມ​ສົງສານ ​ແລະ ​ເຫັນ​ອົກ​ເຫັນ​ໃຈ​ກັບ​ອ້າຍ​ບາ​ວທຸກ​ຍາກ ​ແລະ ຖື​ວ່າ​ການພົບ​ພໍ້ກັບ​ອ້າຍ​ບາ​ວ​ແມ່ນຄວາມ​ຮັກ​ໂດຍໂດຍສະຫວັນລີຂິດ, ດັ້ງນັ້ນ ພະ​ລາຊະ​ທິດາ ຕຽນ​ຢຸງ​ໄດ້​ເຊື້ອ​ເຊີນ​ອ້າຍ​ບາ​ວລົງ​ເຮືອ, ຈັດ​ງານ​ລ້ຽງ​ຊົມ​ເຊີຍ ​ແລະ ​ແຕ່ງງານ​ກັບ​ອ້າຍ​ບາ​ວຄົນ​ນັ້ນ. ​ແລະ ນັບ​ແຕ່​ນັ້ນ, ພະ​ລາຊະ​ທິດາ ຕຽນ​ຢຸງພ້ອມ​ກັບ​ສາມີ ​ໄດ້​ຕັ້ງຖິ່ນ​ຖານດຳລົງ​ຊີວິດຢູ່​ຫາດ​ຊາຍ​ແຫ່ງ​ນັ້ນ, ​ແລະ ພວກ​ເພີ່ນ​ໄດ້​ຊ່ວຍ​ຊາວບ້ານ​ບຸກ​ເບີກພື້ນທີ, ສ້າງ​ບ້ານ​ແປງ​ເມືອງ. ທ່ານ ຫງວຽນ​ຮຶງທ້ວນ ຜູ້​ອາວຸໂສ​ໃນ​ໝູ່​ບ້ານ ຢະ​ແຈກ ​ໃຫ​ຮູ້​ວ່າ : “ ຢູ່​ໝູ່​ບ້ານ ພະ​ລາຊະ​ທິດາ ຕຽນ​ຢຸງສອນ​ປະຊາຊົນ​ຮູ້ຈັກ​ວິທີ​ໄຖ​ນາ. ພະນາ​ງຍັງ​ສາມາດ​ປິ່ນປົວ​ພະຍາດ​ດີ​ທີ່​ສຸດ, ​ເພິ່ນ​ໄດ້​ປິ່ນປົວ​ພະຍາດ​ໃຫ້​​ເຈົ້າ​ຊີວິດ ​ແລະ ປະຊາຊົນ​ໃນ​ທົ່ວ​ເຂດ. ດັ່ງນັ້ນ ​ໃນ​ເມື່ອ​ກ່ອນ ປະຊາຊົນ​ຢູ່ 72 ຕາ​​ແສງລ້ວນ​ແຕ່​ກໍ​ຕັ້ງວິຫານ​ເພື່ອ​ບູຊາ​ ພະ​ລາຊະ​ທິດາ ຕຽນ​ຢຸງ. ​ແຕ່​ກໍ​ມີ​ພວມ​​ເຈົ້າເສນາປະຈົບປະ​ແຈງ ​ໄດ້​ເຂົ້າ​ກາບ​ທູນ​ກັບ​ເຈົ້າ​ຊີວິດ​ວ່າ: ພວກ​ເຂົາ​ກໍ່ສ້າງ​ເຂດ​ນີ້ ​ເພື່ອ​ໃຊ້​ເປັນ​ຖານ​ທີ່​ໝັ້ນ​ໂຄ່ນ​ລົ້ມ​ເຈົ້າ​ຊີວິດ, ດັ່ງນັ້ນ​ເຈົ້າຊີວິດ​ໄດ້​ໃຫ້​ກຳລັງ​ທະຫານ​ຕີ​ກວາດ​ລ້າງ. ຈືດົງ​ຕື ​ແລະ ພະ​ລາຊະ​ທິດາ ຕຽນ​ຢຸງ ຮັກສາ​ຄວາມ​ກະຕັນຍູກັບ​ພະ​ບິດາ ​ແລະ ​ໄດ້​ປຽນຮູບ​ບິນ​ຂຶ້ນສູ​ສະຫວັນ ​ໂດຍ​ປະຖິ້ມ​ໄມ້ຄ້ອນ​ເທົ້າ ​ແລະ ກຸບໄວ. ”

    ຕາມ​ເລື່ອງ​ລາວ​ເລົ່າ​ຂານ​ກັນ​ມາ​ວ່າ: ບຶງນ້ຳ​ທີ່​ກ້ວາງ​ໃຫ່ຍ​ໄພສານ ມີ​ນ້ຳ​ຂຽວ​ເຢັນ​ຢູ່​ແຫ່ງ​ນີ້ ​ແມ່ນ​ຮອງ​ຮອຍ​ຂອງ​ຫໍຜາສາດ​​ໃນ​ເມື່ອ​ກ່ອນຂອງ ຄູ່ສາມີພັນລະຍາ ຈືດົງ​ຕື ​ແລະ ພະ​ລາຊະ​ທິດາ ຕຽນ​ຢຸງ ​ໄດ້​ຫາຍ​ໄປ​ພາຍໃນຄືນ. ​ແລະ ຢູ່​ແຫ່ງ​ນີ້ ຊາວບ້ານ​ໄດ້​ຕັ້ງວິຫານ​ ຢະ​ແຈກ ​ເພື່ອບູຊາອາ​ໄລ​ຫາ​ເຖິງ​ຄຸນງາມຄວາມດີ​ຂອງ ຈືດົງ​ຕື ​ແລະ ພະ​ລາຊະ​ທິດາ ຕຽນ​ຢຸງ. ​ແຕ່​ປາງ​ກ່ອນ, ງານ​ບຸນ ຈືດົງ​ຕື - ຕຽນ​ຢຸງ ​ໄດ້​ຖືກ​ຈັດ​ຂຶ້ນ​ແຕ່ລະ​ປີ, ອັນ​ໄດ້​ສ້າງ​ຄວາມ​ຟົດຟື້ນມ່ວນ​ຊື່ນ​ຍາມ​ຕົ້ນ​ລະດູບານ​ໃໝ່ ຢູ່​ເຂດ​ບ້ານ​ນາທີ່ສະຫງົບ​ສຸກ ​ແລະ ຮອດ​ວັນ​ທີ 10 ​ເດືອນ 2 ​​ແຕ່ລະ​ປີ ​ໂດຍໄລ່​ຕາມ​ຈັນທະ​ປະຕິທິນ, ປະຊາຊົນ​ໃນ​ແຂວງ ຮຶງອຽນ ​ແລະ ​ແຂກ​ຄົນ​ມາ​ຈາກ​ສາລະ​ທິດກໍພາກັນຫຼັ່ງ​ໄຫຼ​ເຂົ້າ​ມາ ຢະ​ແຈກ​່ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນໃຫຍ່​ກ່ວາ​ໝູ່​ຢູ່​ຫວຽດນາມ. ​ໃນ​ງານ​ບຸນຢູ່ແຫ່ງ​ນີ້ກໍຈັດ​ພິທີ​ຕ່າງໆ​ຢ່າງ​ສົມ​ກຽດ​ຄື: ​ແຫ່​ວໍ, ​ແຫ່​ນ້ຳ, ​ແຫ່​ໄມ້ຄ້ອນ​ເທົ້າ ​ແລະ ກຸບ​ວິ​ເສດ. ນຳ​ໜ້າ​ຂະ​ບວນ​ແຫ່​ແມ່ນ​ໂຕ​ມັງກອນ​ໃຫຍ່ ຍາວ​ປະມານ 30 ​ແມດ ​ໂດ​ຍພວກ​ຊາວ​ໜູ່ມ​ຜູ້​ແຂງ​ແຮງ​ບັນຊາ , ​ແລະ ​ບິນເລື່ອນລອຍ​ຕາມ​ຈັ່ງ​ຫວະ​ຂອງ​ສຽງ​ກອງ. ສ່ວນ​ຢູ່​ຫາດ​ຊາຍ​ຟາກ​ເບື້ອງນັ້ນຂອງ​ແມ່ນ້ຳ, ​ແຫ່ງທີ່ພະ​ລາຊະ​ທິດາ ຕຽນ​ຢຸງ​​ແວ່​ອາບນ້ຳ, ກໍ​ມີ​ຝູງ​ເຮືອ​ນັບຫຼາຍ​ສິບ​ລຳ​ໂດຍ​ປັກ​ທຸ່ງຢ່າງງາມຕາ ພວມ​ເດີນ​ອອກ​ກາງ​ລຳ​ແມ່ນ້ຳ ​ເພື່ອ​ທຳ​ພິທີ​ເອົາ​ນ້ຳ. ​ນ້ຳ​ຖືກ​ພວກ​ຜູ້ເຖົ້າ​ຜູ້​ແກ່​ໃນ​ບ້ານ​ຕັກ​​ໃສ່​ໄຫ, ​ແລ້ວ​ເອົາ​ຜ້າປົກ​ໄຫ ​ເພື່ອ​ແຫ່​ມາ​ຮອດ​ວິຫານ​ເພື່ອ​ທຳ​ພິທີຖະຫວາຍ​ທູບ​ທຽນ​ບູຊາ. ພາຍຫຼັງ​ພິທີ​ນີ້, ​ແມ່ນ​ຮອດ​ການສະ​ແດງ​ວາດ​ຟ້ອນ​ເທວະ​ດາ​ຂອງ​ພວກ​ນາງ​ສາວ​ໃນ​ບ້ານ.

   ພາຍຫຼັງ​ຂັ້ນຕອນ​ຈັດ​ພິທີ ​ແມ່ນ​ຮອດ​ຂັ້ນຕອນ​ຈັດ​ບຸນ ຊຶ່ງ​​ລວມມີ​ບັນດາ​ການລະຫຼິ້ນພື້ນ​ເມືອງ​ທີ່​ຟົດຟື້ນ​ເຊັ່ນ: ຊ່ວງ​ເຮືອ, ມວຍ​ປ້ຳ, ຕີໄກ່ .... ອັນ​ໄດ້ດຶງ​ດູດ​ຜູ້​ມາ​ຊົມ​ເບິ່ງ​ເປັນ​ຈຳນວນຫຼວງຫຼາຍ. ​ເຂົ້າ​ຮ່ວມ​ງານ​ບຸນຍາມ​ຕົ້ນ​ລະດູບານໃໝ່, ຜູ້​ຄົນ​ທັງຫຼາຍ​ຈະ​ໄດ້​ຢ້ຽມ​ຊົມ​ທິວ​ທັດ, ຄວາມ​ງາມ​ຂອງ​ໝູ​ບ້ານ​ເຂດ​ບ້ານ​ນາທາ​ສະຫງົບ​ສຸກ, ​ໄປ​ທັດສະນະ​ຈອນ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ, ​ແຕ່ລະຄົນ​ຈະ​ຮູ້ສຶກ​ເຖິງ​ຄວາມ​ສະຫວາດສະ​ເຫວີຍ, ຄວາມ​ມ່ວນ​ຊື່ນ​ໃນ​ວັນບຸນ​ຍາມ​ຕົ້ນ​ລະດູບານ​ໃໝ່. ນາງ ຮາ​ເວີນ ນັກ​ສຶກສາ ສັງກັດ​ສະ​ຖາ​ບັນ​ການ​ເງິນ ຮ່າ​ໂນ້ຍ ​ເປີດ​ເຜີຍ​ວ່າ :  “ ຂ້າພະ​ເຈົ້າ​ໄດ້​ມາ​ຮ່ວມ​ງານ​ບຸນ​ເປັນຄັ້ງທີ່ 2 ​ແລ້ວ, ຄັ້ງກ່ອນນີ້ ​ເຮົາ​ມາ​ພຽງ​ແຕ່​ຖ່າຍຮູບ​ເທົ່າ​ນັ້ນ ​ແລະ ຍັງ​ບໍ່ທັນ​ສົນ​ໃຈ​ກ່ຽວກັບ​ດ້ານວັດທະນະທຳ ​ແລະ ​ເລື່ອງ​ລາວ​ກ່ຽວ​ກັບ​ວິຫານ​ແຫ່ງ​ນີ້. ​ແຕ່​ໃນ​ປີນີ້, ມີ​ໂອກາດ​ເຂົ້າ​ຮ່ວມ​ງານ​ບຸນ​ກັບ​ທຸກໆ​ຄົນ, ຂ້າພະ​ເຈົ້າ​ມີ​ຄວາມ​ເບີກບານ​ໃຈ ​ແລະ ຮູ້​ສຶກສະຫວາດສະ​ເຫວີ​ຍ  ”

     ສ່ວນ​ເພື່ອນ ກວາງ​ຕູງ ນັກ​ສຶກສາ​ປີ​ສຸດ​ທ້າຍ​ສັງກັດ​ມະຫາວິທະຍາ​ໄລ​ສະຖາປັດ ຕະຍະກຳ ຮ່າ​ໂນ້ຍ ​ເວົ້າ​ວ່າ:  “ ຂ້າພະ​ເຈົ້າ​ມີ​ໂອກາດ​ໄດ້​ມາ​ທັດສະນະ​ສຶກສາ​ຢູ່​ວິຫານ ຈືດົງ​ຕື ດ້ວຍ​ສະຖາປັດ ຕະຍະກຳ​ທີ່​ສວຍ​ງາມ. ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ ​ເມື່ອ​ໄດ້​ຮັບ​ຊົມ​ທັດສະນີ​ຍະ​ພາບ, ບັນຍາກາດ​​ໃນ​ງານບຸນ ”

    ​ໃນ​ທ່າ​ມກາງ​ບັນຍາກາດ​ທິ່​ຟົດ​ຟື້ນມ່ວນ​ຊື່ນ​ຂອງ​ບັນດາ​ງານ​ບຸນ​ອັນ​ເປັນ​ ປະ​ເພນີ ຍາມ​ລະດູບານ​ໃໝ່, ງານ​ບຸນ ຈືດົງ​ຕື-ຕຽນ​ຢຸງ ມີ​ຈຸດ​ຄວາມ​ງາມ​ເອກະລັກ​ສະ​ເພາະ ຂອງ​ເຂດ​ບ້ານ​ນາ​ແຫ່ງ​ອະລິຍະ​ທຳ. ງານ​ບຸນ​​ໄດ້​ວາດ​ພາບ​ເຖິງ​​ເລື່ອງ​ລາວ​ແຫ່ງ​ຄວາມ​ຮັກ ດ້ວຍຄວາມ​ຄາດ​ຫວັງ​ມີການ​ດຳລົງ​ຊີວິດ​ທີ​ສະຫງົບ​ສຸກ, ມີ​ຄວາມ​ຮັກອະມະຕະ ​ແລະ ​ສັດ​ຊື່​ບໍລິສຸດ , ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ສິ່ງ​ທ້າ​ທາຍ​ນາໆ​ປະການ. ງານ​ບຸນ ຈືດົງ​ຕື-ຕຽນ​ຢຸງ ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ດ້ານ​ວັດທະ​ນຳພື້ນ​ເມືອງ​ຫວຽດນາມ​.
            ​ໂຕ​ຕວນ

ຕອບກັບ

ຂ່າວ/ບົດ​ອື່ນ