ງານບຸນລະດູບານໃຫມ່ຢູ່ພາກເຫນືອຫວຽດນາມ

(vovworld)- ປະ​ຈຸ​ບັນ ຫວຽດ​ນາມ ມີກວ່າ 8900 ງານ​ບຸນ, ໃນ​ນັ້ນ ກວ່າ 7000 ງານ​ບຸນ​ພື້ນ​ເມືອງ​ທີ່​ເປັນ​ມູນ​ເຊື້ອ. ບັນ​ດ​າ​ງານ​ບຸນນີ້ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາ​ຍ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຊັບ​ສົມ​ບັດ ດ້ານ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ຊາດ​ຫວຽດ​ນາມອີກ​ດ້ວຍ. ຢູ່​ທຸກ​ເຂດ​ພາກ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ, ທຸງ​ທີ່​ມີ 5 ສີ​ປິ່ວ​ສະ​ບັດ​ໄປທົ່ວ​ຂອບ​ຟ້າ ພ້ອມ​ດ້ວຍ​ສຽງ​ຄ້ອງ, ສຽງ​ກອງ, ສຽງ​ຂັບ​ແຈ່ວ, ສຽງ​ເພງ​ພື້ນ​ເມືອງ​​ດັງກ້ອງ​ກັນ​ວານ ອັນ​ໄດ້ເປັນ​ການບອກ​ເຕືອນ​ວ່າ ລະ​ດູງານ​ບຸນ​ໄດ້​ເລີ່ມ​ຕົ້ນ​ແລ້ວ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງທີ່​ມີ​ຫົວ​ຂໍ້​ວ່າ: “ລະ​ດູ​ບານ​ໃຫມ່, ລະ​ດູ​ຂອງ​ງານ​ບຸນ”.

ງານບຸນລະດູບານໃຫມ່ຢູ່ພາກເຫນືອຫວຽດນາມ - ảnh 1
ງານ​ບຸນ​ວິ​ຫານ ຢອງ
ພາບ:internet

        ງານ​ບຸນ​ແມ່ນ​ປີ​ທີ່​ມີ​ຫົວ​ເລື່ອງ​ຕົ້ນ​ຕໍ ຊື່ງ​ລວມ​ມີ: ງານ​ບຸນ​ກະ​ສິ​ກຳ​ເຄີຍ​ຈັດ​ຂຶ້ນ​ຢູ່​ບ້ານ​ອະ​ລິ​ຍະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ງານ​ບຸນປະ​ເພ​ນີແມ່ນ​ຕິດ​ພັນ​ກັບ​ການ​ເຫລື້ອມ​ໃສ ແລະ ການ​ພົວ​ພັນ​ກ່ຽວ​ຂ້ອງ​ເຖິງ​ການ​ສົມ​ລົດ, ງານ​ບຸນ​ສິ​ລະ​ປະ​​ບັນ​ເທິງ, ການ​​ແຂ່ງ​ຂັນຮ້ອງ​ລຳ​ທຳ​ເພງ​ພື້ນ​ເມືອງ. ງານ​ບຸນແຂ່ງ​ຂັນຄວາມ​ເກັ່ງ​ກ້າ​ສາ​ມາດ. ງານ​ບຸນ​ປະ​ຫວັດ​ສາດ, ນຳ​ໃຊ້​ບັນ​ດາ​ການ​ລະ​ຫລິ້ນ​ເພ​ື່ອ​ຢ້ຳ​ຄືນ ຫລື ຍ້ອງ​ຍໍ​ສັນ​ລະ​ເສີນ​ເລື່ອງ​ລາວ, ຄຸ​ນ​ງາມ​ຄວາມ​ດີ​ຂອງ​ຜູ້ກໍ່​ຕັ້ງ​ໝູ່​ບ້ານ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ໝູ່​ບ້ານ. ນັກ​ຄົ້ນ​ຄ້​ວາ ຫວ​ໍ​ຮົ່ງ​ທວດ, ປະ​ຕິ​ບັດ​ງານ​ຢູ່ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “​ປະ​ຈຸ​ບັນ ​ງານ​ບຸນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຈຸດ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ກະ​ສິ​ກຳ ​ຍັງ​ມີ ງານ​ບຸນ ຈ​ໍ​ຈາມ. ນັ້ນ​ແມ່ນ ໃນ​ມື້​ດຳ​ເນີນ​ງານ​ບຸນ, ປະ​ຊາ​ຊົນ​ຍັງ​ແຫ່​ພວງເຂົ້າ​ ວິ​ເສດ. ພວງເຂົ້າ​ນີ້ ແມ່ນ​ຖະ​ຫວາຍ​​ຕໍ່ເທວະ​ດາ​​ຟ້າ​ແຖນເພື່ອ​ພາ​ວະ​ນາ​ໃຫ້​ລະ​ດູ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມີ​ຄວາ​ມ​ອີ​່ມ​ຫນຳ​ສຳ​ລານ​​ສົມ​ບູນພູນ​ສຸກ.”

 ສຳ​ລັບ​ບັນ​ດາ​ຊາວ​ກະ​ສິ​ກອນຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ​ແລ້ວ, ແຕ່​ລະ​ປີ ເຂົາ​ເຈົ້າ​ພຽງ​ມີ​ເວ​ລາ​ວ່າງ​ພາຍ​ຫລັງ​ການ​ປັກດຳ​ເຂົ້າ​​ນາ​ແຊງໃນ​ເດືອນສິບ​ສອງ ແລະ ເດືອນຈຽງ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ແລະ ພາຍ​ຫລັງ​ລະ​ດູ​ການ​ເກັບ​ກ່ຽວ​ໃນ​ເດືອນ 6, ເດືອນ 7 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ. ໃນ​ໂອ​ກາດນີ້ ບັນ​ດາ​ໝູ່​ບ້ານ, ຕາ​ແສງ ໄດ້​ຈັດ​ຕັ້ງ​ງານ​ບຸນ​ຕ່າງໆ​ເພື່ອຕອບ​ສະ​ຫນອງ​ຄວາມ​ຕ​້ອງ​ການດ​້ານ​ຈິດ​ວິນ​ຍານ ແລະ ​ດ້ານ​ບັນ​ເທິງຂອງ​ປະ​ຊາ​ຊົນ. ອາດ​ຈະ​ເວົ້າ​ໄດ້​ວ່າ ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ງານ​ບຸນ​ແມ່ນ​ແນ​ໃສ່​ຍົກ​ສູງ​ພູມ​ປັນ​ຍາ​ດ້າ​ນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ໃຫ້​ແກ່​ຊາວ​ຜູ້ອ​ອກ​ແຮງ​ງານ, ຕັກ​ເຕືອນ​ໃຫ້​ແຕ່​ລະທ້ອງ​ຖິ່ນຕ້ອງ​ຮູ້​ຈັກ​ເຖິງ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”, ມີ​ຄວາມເຄົາ​ລົບ​ນັບ​ຖ​ື ແລະ ຮູ້​ບຸ​ນ​ຄຸນ​ຂອງຄົນ​ລຸ້ນ​ກ່ອນ, ບັນ​ດາ​ເທວະ​ດາ​ເຈົ້າ​ຖິ່ນ​ເຈົ້າ​ຖານ​​ທີ່ເບິ່ງ​ແຍງ​ດູ​ແລ, ປ້ອງ​ກັນ​ໃຫ້​ຊາວ​ບ້ານ, ຕາ​ແສງ.

ງານບຸນລະດູບານໃຫມ່ຢູ່ພາກເຫນືອຫວຽດນາມ - ảnh 2
ງານ​ບຸນ ກໍ​ດົງ​ດາ

        ເຖິງວ່າ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ດຳ​ເນີນ​ໄປ​ໃນ​ຕະ​ຫລອດ​ປີ ແຕ່ງານ​ບຸນ​ຈັດ​ຕັ້ງ​ຫລາຍກວ່າໝູ່​ແມ່ນ​ໃນ​ໂອ​ກາດ​ລະ​ດູ​ບານ​ໃຫມ່. ເພາະ​ວ່າ ລະ​ດູ​ບານ​ໃຫມ່ບໍ່​ພຽ​ງ​ແຕ່​ແມ່ນ​ຈຸດ​ເວ​ລາ​ເຊື່ອມຕໍ່​ລະ​ຫວ່າງ 2 ລະ​ດູ​ການ​, ສະ​ນັ້ນ ຊາວ​ກະ​ສິ​ກອນ​ຈຶ່ງ​ມີ​ເວ​ລາ​ຫວ່າງ, ມີ​ເງື່ອນ​ໄຂ​ຈັດ​ຕັ້ງ​ງານ​ບຸນ. ນັກ​ຄົ້ນ​ຄ້​ວາ ຫວໍ​ຮົ່ງ​ທວດ ໃຫ້​ຮູ້​ວ່າ:

        “ໃນ​ 12 ເດືອນ,  ເດືອນ​ຈຽງ ແມ່ນ​ເດືອນຂອງ​ໂຕ​ເສືອ, ແມ່ນ​ສັນ​ຍາ​ລັກ​ຂອງ​ກຳ​ລັງ​ແຮງ. ແລະ ເດືອນ​ຈຽງ​ແມ່ນ​ເດືອນ​ທຳ​ອິດ​ໃນ​ປີ ສະ​ນັ້ນ ຜູ້​ຄົນ​ທັງ​ຫລາຍ​ລ້ວນ​ແຕ່​ປາດ​ຖະ​ຫນາດ​​ສິ່ງ​ທີ່​ໂຊກ​ດີ​​ທີ່ສຸດ​ໃນ​ປີ. ງານ​ບຸນ​ຈັດ​ຂຶ້ນ​ກໍ​ແມ່ນ​ເພື່ອ​​ຂໍໃຫ້​ເທວະ​ດາ​ ຟ້າ​ແຖ​ນ​ຊ່ວຍໃຫ້​ປະ​ຊາ​ຊົນ​ໃນ​ບ້ານ​ມີ​ຄວາມ​ອີ່ມ​ຫນຳ​ສຳ​ລານ​​ສົມ​ບູນພູນ​ສຸກ​ຕະ​ຫລອດ​ປີ.”

        ​ງານ​ບຸນ​ປະ​ເພ​ນີ​ໃນ​ລະ​ດູ​ບານ​ໃຫມ່ ແມ່ນ​ມີ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ບົດ​ຮຽນ​ປະ​ຫວັດ​ສາດ​ຫລາຍ​ຢ່າງ. ງານ​ບຸນ ຕີກ​ດຽນ​ດ້ອຍ​ເຊີນ ຢູ່ ເມືອງ ຢີ​ຕ​ຽນ ແຂວງ ຮ່າ​ນາມ​ ​ແມ່ນ​ມີ​ມາ​ແຕ່​ສັດ​ຕະ​ວັດ​ທີ 10 ມີ​ຄວາມ​ໝາຍ​ສົ່ງ​ເສີມ​ກະ​ສິ​ກຳ, ແມ່ນ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ກັບ​ຄືນ​ສູ່​ກົກ​ເຄົ້າ​ເງົ້າ​ກໍ; ງານ​ບຸນ ຢອງ​ຟູ​ດົ໋ງ ແມ່ນ​ອາ​ໄລ​ຫາ ​ຄຸນ​ຄຸນ​ງາມ​ຄວາມ​ດີ​ຂອງ ຟູ​ດົງ​ທຽນ​ເວືອງ (ແທງຢອງ) ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ​ຢູ່ ຕາ​ແສງ ຟູ​ດົງ ເມືອງ ຢາ​ເລີມ ຮ່າ​ໂນ້ຍ ຊື່ງ​ແມ່ນ​ສະ​ຖານ​ທີ່ໃຫ້​ກຳ​ເນີດ​ວິ​ລະ​ຊົນ​ເທບ​ນິ​ຍາຍ “ຟູ່​ດົງ​ທຽນ​ເວືອງ”. ນີ້​ແມ່ນ​ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ໂດຍ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດ; ງານ​ບຸນ ກໍ​ດົງ​ດາ ແມ່ນ ອາ​ໄລ​ຫາ​ຄຸນ​ງາ​ມ​ຄວາມ​ດີ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ​ເຈົ້າ​ຊີ​ວິດ ກວາງ​ຈູງ, ວິ​ລະ​ຊົນ​ປະ​ຫວັດ​ສາດ​ໃນ​ການ​ຕໍ່​ສູ້​ຕ້ານ​ສັດ​ຕູ​ຮຸກ​ຮານ​ຂອງ​ຊາດ​ຫວຽດ​ນາມ. ຊາວ​ຫວຽດ​ນາມ ທຸກ​ຄົນ​ເຂົ້າ​ຮ່ວມ​ງານ​ບຸນ​ລ້ວນ​ແຕ່​ມີ​ຄວາມ​ປາດ​ຖະ​ຫນາ​ຄື ທ່ານ ຫງວຽນ​ວັນ​ຮືງ ຢູ່ ນະ​ຄອນ ໂຮ່​ຈິ​ມີນ​ວ່າ:

        “ວັນ​ທີ 5 ເດືອນ​ຈຽງ ແມ່ນ​ວັນ​ອາ​ໄລ​ຫາ​ເຖິງ​ຜົນ​ງານ​ອັນ​ສະ​ຫງ່າ​ອົງ​ອາດຂອງ ເຈົ້າ​ຊີ​ວິດ ກວາງ​ຈູງ ຫງວຽນ​ເຫ້ວ ແລະ ກຳ​ລັງ​ທະ​ຫານ ໄຕ​ເຊີນ ທີ່​ມີ​ຄວາມອົງ​ອາດ​ກ້າ​ຫານ ຕີ​ຊະ​ນະ​ສັດ​ຕູ ໃນ​ລະ​ດູ​ບານ​ໃຫມ່ ປີ 1789. ພວກ​ເຮົາ ຄວນ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອນີ້ ເພື່ອ​ໃຫ້​ລູກ​ຫລານ​ຂອງ​ພວກ​ເຮົາ ອາ​ໄລ​ຫາ​ເຖິງ​ຄຸນ​ງາມ​ຄວາມ​ດີ ແລະ ເຊີດ​ຊູ​ຈິດ​ໃຈ​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ​ຂອງ​ຊາດ​ຫວຽດ​ນາມ.”

        ລະ​ດູ​ບານ​ໃຫມ່​ໄດ້​ວຽນ​ມາ​ອີກວາ​ລະ​ຫນຶ່ງ. ລະ​ດູ​ແຫ່ງ​ງານ​ບຸນ​ຕ່າງໆ​ໄດ້​ເລີ່ມ​ຕົ້ນ. ​ປະ​ຈຸ​ບັນ ໃນ​ຈິດ​ສຳ​ນຶກ​ຂອງ​ຊາວ​ຫວຽດ​ນາມ ແຕ່​ລະ​ຄົນ​ເມື່ອ ​ເຂົ້າ​ຮ່ວມ​ງານ​ບຸນ​ຕ່າງໆ​ແລ້ວ, ງານ​ບຸນບໍ່​ພຽງ​ແຕ່​ແມ່ນ​ໂອ​ກາດ​​ເພື່ອໄປ​ຫລິ້ນ​ໃນ​ລະ​ດູ​ບານ​ໃຫມ່​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ກັບ​ຄືນ​​ສູ່​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ