ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຢູ່ນິງຢາງ, ແຂວງຫາຍເຢືອງ

ໂດຍ​ຕັ້ງຢູ່ແຄມແມ່ນ້ຳ  ຫຼວກ ຫ່າງ​ຈາກນະຄອນຫາຍເຢືອງໄປທາງທິດຕາເວັນ ອອກສ່ຽງໃຕ້ປະມານ 30 ກິໂລແມດ, ເຂດດິນ ນິງຢາງ ໃນແຂວງຫາຍເຢືອງ ແມ່ນເຂດບ້ານນາທີ່ມີປະຫວັດສາດ ວັດທະນະທຳ ມາແຕ່ດົນນານ. ຄວາມອຸດົມ ສົມບູນ ແລະ ມີຫຼາຍຮູບຫຼາຍສີ ແມ່ນບໍ່ພຽງແຕ່ໃນດ້ານວັດທະນະທຳ ຈິດໃຈ ເທົ່ານັ້ນ, ຫາກ​ຍັງ​ນັບ​ທັງ​ບັນດາ​ຜະລິດ​ຕະພັນ​ວັດທະນະທຳ​ດ້ານ​ວັດຖຸ​ທີ່​ລືຊື່ ​ໄດ້​ຮັບ​ສືບ​ທອດ​ກັນ​ມາ​ແຕ່​ດົນ​ນານ, ນັ້ນ​ແມ່ນ​ອາຊີບ​ເຮັດ​ເຂົ້າໜົມ ​ແບ້​ງກາຍ ຊຶ່ງ​ແມ່ນ​ອາຫານ​ພິ​ເສດ​ຕິດ​ພັນ​ກັບ​ຊື່​ຂອງ​ໝູ່​ບ້ານ​ແຫ່ງ​ນີ້.  

ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຢູ່ນິງຢາງ, ແຂວງຫາຍເຢືອງ - ảnh 1
ເຂົ້າໜົມ ​ແບ້​ງກາຍ ຊຶ່ງ​ແມ່ນ​ອາຫານ​ພິ​ເສດ​ຂອງນິງຢາງ
(ພາບ :baohaiduong)


   ​ໂດຍ​ຖືກ​ຕັ້ງ​ຢູ່​​ແຫ່ງ​ທີ່​ມີ​ຄວາມ​ສະດວກ​ທາງ​ດ້ານ​ຄົມມະນາຄົມທາງບົກ ​ແລະ ທາງ​ນ້ຳ, ນັບ​ແຕ່​ປາງ​ກ່ອນ, ນິງຢາງ ​ແມ່ນ​ເຂດ​ດິນ​ທີ່​ອຸດົມ​ຮ່ັງມີ, ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ໜ້າ​ຈັບ​ໃຈ​ໃນ​ແຂວງ​ຫາຍ​ເຢືອງ, ທັງ​​ເປັນ​ແຫ່ງ​ທີ່​ມີ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ດ້ວຍ​ປູຊະນີຍະສະຖານ​ປະຫວັດສາດ​ວັດທະນະທຳ​ນັບ 10 ​ແຫ່ງ. ຢູ່ ນິງຢາງ​ມີ​ວິຫານ, ວັດວາອາ​ຮາມ​ຫຼາຍ​ແຫ່ງ​ທີ່​ມ​ີມາກ່ອນ​ນີ້​ນັບ​ຮ້ອຍ​ປີ​ເຊັ່ນ: ວັດ​ຈົງ ຊຶ່ງ​ແມ່ນ​ວັດ​ທີ່​ມີ​ບັນດາ​ພະ​ພູດ​ທະ​ຮູບ​ອັນ​ເປັນ​ເອກະລັກ​ສະ​ເພາະ. ວິຫານ​ບູຊາ ຄຸກ​ເທື່ອ​ຢຸ ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ຫຼວກ ​ແມ່ນ​ກິດຈະກຳປູຊະນີຍະສະຖານທີ່​ມີ​ຂົວ​ຫີນ, ​ເດີນ​ສາລາ ​ແລະ ບັນດາ​ພາບ​ແກະ​ຄວັດ​ສະຫຼັກ​ດ້ວຍ​ຫີນ​ໂງ່ນ​ໃຫຍ່​ຕັດ​ຕໍ່​ກັນ. ນີ້​ແມ່ນ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ປະຫວັດ​ສາດ, ວັດທະນະທຳ​ແນ​ໃສ່​ເຊີດ​ຊູ​ນັກ​ວິລະ​ຊົນ​ແຫ່ງ​ຊາດ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ສ້າງ​ພື້ນຖານ​ໃຫ້​ແກ່​ພື້ນຖານ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຫວຽດນາມ​ພາຍຫຼັງຖືກ​ພວກ​ສັກ​ດີ​ນາ​ທາງ​ທິດ​ເໜືອ​ເຂົ້າ​ມາ​ຮຸກ​ຮານ​ເປັນ​ເວລາ 1000 ປີ. ທ້າວ ຫງວຽນ​ແທງ​ອານ ນັກ​ທ່ອງ​ທ່ຽວ​ຮ່າ​ໂນ້ຍຊາວ​ຮ່າ​ໂນ້ຍມາ​ຢ້ຽມ​ຊົມວິຫານ​ບູຊາ ຄຸກ​ເທື່ອ​ຢຸ ​ເປີດ​ເຜີຍ​ວ່າ :

    “ ຂ້າພະ​ເຈົ້າ​ໄດ້​ໄປ​ຫຼາຍ​ແຫ່ງ, ​ແຕ່​ອາດເວົ້າ​ໄດ້​ວ່າ ຢູ່ ນິງຢາງມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມທີ່​ໜ້າ​ຈັບ​ໃຈ. ຍາກ​ທີ່​ຈະ​ຫາ​ໄດ້​ຢູ່​ແຫ່ງ​ໃດ ພັດ​ມີ​ທິວ​ທັດ​ທຳ​ມະ​ຊາດ​​ແລະ ຊີວິດ​ຂອງ​ມະນຸດ​ພັດ​ມີ​ຄວາມ​ກົມ​ກ່ຽວ​ຄື​ຢູ່​ແຫ່ງ​ນີ້. ຂ້າພະ​ເຈົ້າ​ມັກ​​ໄປ​ຮ່ວມ​ງານ​ບຸນ​ຢູ່​ນີ້​ທີ່​ສຸດ, ​ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ໄດ້​ຮັບ​ຊົມ​ການ​ແຂ່ງຂັນ​ໝາກກະ​ໂພ​ກດິນ, ຊຶ່ງ​ເປັນ​ການ​ປຸກລຸກ​ມູນ​ເຊື້ອ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ປູ​ຍ່າ​ຕາ​ຍາຍ​ແຕ່​ປາງ​ກ່ອນ ​ແລະ ​ເບິ່ງ​ຄື​ວ່າ​ນີ້​ແມ່ນ​ການ​ລະ​ຫຼິ້ນ​ພື້ນ​ເມື​ອງທີ່​ມີ​ມາ​ແຕ່​ດົນ​ນານ​ກ່ວາ​ໝູ່​ຢູ່​ຫວຽດນາມ ”

ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຢູ່ນິງຢາງ, ແຂວງຫາຍເຢືອງ - ảnh 2
ວິຫານ​ແຈງ ຫຼືເອີ້ນວ່າ ວິຫານ​ ຕວນແຈງ ໃນເມືອງນິງຢາງ ແຂວງຫາຍເຢືອງ


   ຢູ່ ນິງຢາງມີປູຊະນີຍະສະຖານປະຫວັດສາດ​ວັດທະນະທຳ​ຈິດ​ວິນ​ຍານ, ນັ້ນ​ແມ່ນ​ວິຫານ​ແຈງ ທີ່​ຂຶ້ນ​ກັບ​ບ້ານ ​ແຈງ​ຊວຽນ ຕາ​ແສງ ດົງ​ເຕີມ. ວິຫານ​ແຈງ ກ່ອນ​ນີ້​ຖືກ​ປຸກ​ສ້າງ​ຢູ່​ແຄມ​ແມ່​ນ້ຳ​ແຈງ. ຜ່ານ​ຫຼາຍ​ສະຕະວັດ, ວິຫານ​ແຈງ​ໄດ້​ຮັບ​ການ​ປຸກ​ສ້າງ​ຄືນ​ໃໝ່​ປະກອບ​ດ້ວຍ 3 ຫຼັງ, ​ແຕ່​ລະ​ຫຼັງ​ລວມມີ 7 ຫ້ອງ, ລວມທັງ​ໝົດ​ແມ່ນ 21 ຫ້ອງ. ການ​ອອກ​ແບບ​ສະຖາປັດຕະຍະກຳ​ແມ່ນ​ເຮັດ​ຕາມ​ແບບ​ສະ​ໄໝ​ລາດ​ຊະ​ວົງ​ ເລ ​ແລະ ລາດ​ຊະ​ວົງ​ ຫງວຽນ. ​ໃນວິຫານ​ແຈງ ກໍ​ຍັງ​ເກັບ​ຮັກສາ​ວັດຖຸບູຮານ​ຈຳນວນ​ໜຶ່ງ​ທີ່​ມີ​ຄຸນ​ຄ່າທາງ​ດ້ານ​ສິລະ​ປະຄື ຮູບ​ຫຼໍ່ທອງ ​ເຈົ້າ​ເສນາ ຕວນ​ແຈງ(ໝາຍ​ເຖິງ​ຜູ້​ຄຸ້ມ​ຄອງ​ແມ່​ນ້ຳ​ແຈງ) ທີ່​ມີ​ນ້ຳໜັກ 200 ກິ​ໂລ, ​ຮູບ​ແກະ​ຄວັດ​ສະຫຼັກ​ຫີນ ເຈົ້າ​ອາມາດ​ໃນ​ລາດ​ຊະ​ວັງ 4 ອົງ. ທ່ານ​ ຫງວຽນ​ແທ່ງ​ຫວ້ານ ພະນັກງານ​ຂະ​ແໜງ​ວັດທະນະທຳ ຖະ​ແຫຼ​ງຂ່າວ​ເມືອງ ນິງຢາງ ​ໃຫ້​ຮູ້​ວ່າ :

    “ ຕາມ​ການ​ເຫຼືອມ​ໃສ​ຂອງ​ທ້ອງ​ຖິ່ນ, ວິຫານ​ ຕວນແຈງ ​ແມ່ນ​ບູຊາ​ເຈົ້າ​ແມ່​ນ້ຳ, ​ເພາະ​ວ່າ ກ່ອນ​ນີ້, ຢູ່​ແມ່​ນ້ຳ​ຕອນ​ໄຫຼ​ຜ່ານ ນິງຢາງ, ກະ​ແສ​ນ້ຳ​ໄຫຼ​ເຄີຍ​ສ້າງ​ເປັນ​ຈຸດ​ນ້ຳ​ວົນ, ​ເຮືອກຳ​ປັ່ນ​ແລ່ນ​ໄປມາ​ເຄີຍ​ຖືກ​ປີ້ນ​ຂວ້ຳ, ດັ່ງ​ນັ້ນ ​ເຂົາ​ເຈົ້າ​ຖື​ວ່າ ​ເຈົ້າ​ແມ່​ນ້ຳ​ອຸກ​ໃຈ. ດັ່ງ​ນັ້ນ​ເມື່ອ​ວິຫານ​ໄດ້​ຮັບ​ການ​ປຸກ​ສ້າງ​ຂຶ້ນ​ນັ້ນ, ທຸກໆ​ຄົນ​ຕ່າງກໍ​ນຳ​ເຄື່ອງ​ຂອງ​ມາ​ຖະຫວາຍ​ບູຊາວິ​ງວອນ​ ​ແລະ ຄວາມ​ໂຊກ​ດີ​ໄດ້​ມາສູ່​ເຂົາ​ເຈົ້າ. ດັ່ງ​ນັ້ນ​ວິຫານ​ແຫ່ງ​ນີ້​ໄດ້​ຮັບ​ຖື​ວ່າ​ມີ​ຄວາມ​ສັກສິດ​ທີ່​ສຸດ . ການ​ບູຊາເຈົ້າ​ເສນາ ຕວນ​ແຈງ ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຫຼື້ອມ​ໃສ​ບູຊາ​ເຈົ້າ​ນ້ຳ ຍັງ​ຄົງ​ຝັງ​ເລິກ​ໃນ​ແນວ​ຄິດ​ຈິດ​ໃຈ​ຂອງ​ຊາວ​ທ້ອງ​ຖິ່ນ”

  ປີໜຶ່ງ, ຢູ່ ວິຫານ​ ຕວນແຈງ ຈັດງານບຸນ 2 ຄັ້ງ, ຄັ້ງທີ 1 ​ແມ່ນຖືກດຳເນີນແຕ່ ວັນທີ 10 ຫາ​ວັນ​ທີ 20 ​ເດືອນ 2 ​ໄລ່​ຕາມ​ຈັນທະ​ປະຕິທິນ. ສ່ວນ​ຄັ້ງ​ທີ 2 ແມ່ນຖືກດຳເນີນແຕ່ ວັນທີ 10 ຫາ​ວັນ​ທີ 20 ​ເດືອນ 8 ​ໄລ່​ຕາມ​ຈັນທະ​ປະຕິທິນ. ງານ​ບຸນວິຫານ​ ຕວນແຈງ ​ໂດຍ​ແມ່ນ​ອຳນາດ​ການ​ປົກຄອງ​ເປັນ​ຜູ້​ຈັດ​ຕັ້ງ ຊຶ່ງ​ລວມມີ​ບັນດາ​ພິທີກຳ​ອັນ​ສົມ​ກຽດ ດ້ວຍ​ບັນດາ​ກອງ​ທຳ​ພິທີ​ບູຊາ ນຸງຊຸດ​ອາພອນ​ທີ່​ສວຍງາມ. ປະມານ 10 ປີ​ມາ​ນີ້, ປະຊາ​ຊົນທັງຢູ່​ພາຍ​ໃນ ​ແລະ ຕ່າງ​ແຂວງ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ອັນ​ໄດ້​ສ້າງ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ຕະຫຼອດ​ເວລາ​ຈັດ​ງານ​ບຸນ.

    ການ​ຟື້ນ​ຟູ​ງານ​ບຸນ​ປະ​ເພນີ​ຢູ່ ນິງຢາງ ​ໄດ້​ຕອບສະໜອງ​ຄວາມ​ມຸງ​ມາດ​ປາດ​ຖະໜາ​ຂອງ​ຊາວ​ທ້ອງ​ຖິ່ນ. ການ​ປະຕິສັງຂອນ​ຍົກ​ລະດັບ​ບັນດາປູຊະນີຍະ ສະຖານ ກໍ​ໄດ້​ເປັນ​ການ​ປະກອບສ່ວນ​ນຳ ນິງຢາງ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ວັດທະນະທຳ​ຈິດ​ວິນ​ຍານ ​ແລະ ດຶງ​ດູດ​​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເຂດ​ບ້ານ​ນາ​ທີ່​ເຕັມ​ໄປ​ດ້ວຍ​ມູນ​ເຊື້ອ​ວັດທະນະທຳ​ນີ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ