ຊຸດອາພອນຂອງຊາວເຜົ່າ ເອເດ

    ຊຸດອາພອນຂອງຊາວເຜົ່າ ເອເດ - ảnh 1
   ຊຸດອາພອນຂອງຜູ້ຊາຍຊົນເຜົ່າເອເດ

   ປະ​ເທດຫວຽດນາມ​ມີ 54 ຊົນ​ເຜົ່າອ້າຍ​ນ້ອງດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ. ​ແຕ່ລະ​ເຜົ່າ​ລ້ວນ​ແຕ່​ມີ​ຊຸດ​ອາພອນ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ເຜົ່າ​ຕົນ. ຊຸດ​ອາພອນຍາມໃດ ກໍ່ຕິດພັນຢ່າງສະໜິດແໜ້ນກັບການດຳລົງຊີວິດ, ເປັນ ສັນຍາລັກເພື່ອກຳນົດ ແລະ ຈຳແນກລະຫວ່າງເຜົ່ານີ້ກັບເຜົ່າອື່ນ. ຊຸດ​ອາພອນ ບໍ່ພຽງແຕ່ເປັນການສ່ອງແສງເຖິງ ລະດັບພັດທະນາທາງດ້ານເສດຖະກິດ, ວັດທະນະທຳສັງຄົມເທົ່ານັ້ນ, ຫາກຍັງເປັນ ການສະແດງໃຫ້ເຫັນ ຮີດຄອງປະ​ເພນີ, ວິຖີ​ຊີວິດ, ວັດທະນະທຳ, ຄວາມ​ງາມ ​ແລະ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ອີກ​ດ້ວຍ. ​

     ​ເມື່ອ​ເວົ້າ​ເຖິງ ຊຸດ​ອາພອນ​ປະຈຳ​ເຜົ່າ, ​ແມ່ນ​ເວົ້າ​ເຖິງ​ກົກ​ເຄົ້າ​ເຫົ້ງາກໍ, ປະຫວັດ​ຄວາມ​ເປັນ​ມາ ​ແລະ ການ​ພັດທະນາ​ຂອງ​ເຜົ່າ​ນັ້ນ. ຫວນ​ຄືນ​ໄລຍະ​ເວລາ​ແຫ່ງ​ປະຫວັດສາດ, ພ້ອມ​ກັບ​ຊົນ​ເຜົ່າ​ອ້າຍ​ນ້ອງ ​ເມີ​ນົງ, ຊົນ​ເຜົ່າ ​ເອ​ເດ ດຳລົງ​ຊີວິດ​ຕົ້ນ​ຕໍ່​ຢູ່​ແຂວງ ດັກ​ລັກ ຕັ້ງ​ຢູ່​ກາງ​ເຂດ​ດິນ​ທາງຕາ​ເວັນ​ຕົກ​ຂອງ​ພາກ​ກາງ​ຫວຽດນາມ. ​ໃນ​ຂະ​ບວນວິວັດແຫ່ງການ​ພັດທະນາ​ຍາວ​ນານ, ຊາວ​ເຜົ່າ ​ເອ​ເດ ​ໄດ້​ມີ​ສີສັນ​      ວັດທະນະທຳ​ຊົນ​ເຜົ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ​ມາ​ແຕ່​ດຶກ​ດຳ​ບັນ. ພ້ອມ​ກັບ​ດ້ານ​ວັດທະນະທຳ​ໃນ​ຊີວິດ ​ແລະ​ວັດທະນະທຳ​ດ້ານ​ວັດຖຸ​ນັ້ນ, ​ຍັງມີ​ວັດທະນະທຳ​ໃນ​ການ​ປະພຶດ ​ແລະ ວັດທະນະທຳ​ດ້ານ​ຈິດ​ວິນ​ຍານ​ອີກ​ດ້ວຍ. ມີ​ນັກ​ວັດທະນະທຳ​ຫຼາຍ​ຄົນ​ຖື​ວ່າ: ​ໂດຍ​ສັງ​ເກດ​ໃນ 2 ​ແງ່​ມຸມ​ຄື​ວັດຖຸ ​ແລະ​ຈິດ​ໃຈ​ນັ້ນ, ຊຸດ​ອາພອນຂອງ​ຊາວ​ເຜົ່າ ​ເອ​ເດ ​ໄດ້​ເຕົ້າ​ໂຮມ​ບັນດາ​ສີສັນ​ແຫ່ງ​ສິລະ​ປະ, ​ເຕັມ​ໄປ​ດ້ວຍ​ລັກສະນະ​ຄວາມ​ປານີດ. ​ແມ່​ຍິງ​ເຜົ່າ ​ເອ​ເດ ນຸ່ງ​ເສື້ອຄໍມົນ​ແຂນ​ຍາວ, ມີ​ 2 ແຂບອ້ອມກົກແຂນ, ມີ​ພວງ​ເສັ້ນ​ໄໝ​ຕິດ​ໃສ່​ບ່າ ​ແລະ ຍາວ​ຮອດ​ຫົວເຂົ່າ. ​ໃນ​ເມື່ອ​ພວກ​ນາງ​ສາວ​ເຜົ່າ ​ເອ​ເດ ຍ່າງ​ໄປ​ມາ​ນັ້ນ, ພວງ​ເສັ້ນ​ໄໝ​ເຫຼົ່າ​ນັ້ນ​ກໍ່​ເຄື່ອນ​ເໜັງ​ໄປ​ຕາມ ​ແລະ​ເບິ່ງ​ແລ້ວມີ​ສະ​ເໜອີ​ຫຼີ. ນອກຈາກ​ນັ້ນ, ​ແມ່ຍິງ​ເຜົ່າ ​ເອ​ເດ ກໍ່​ຍັງ​ນຸ່ງ​ສິ້ນ​ຍາວ​ຮອດ​ຕີນ. ສ່ວນ​ຜູ້ຊາຍ​ຊາວ​ເຜົ່າ ​ເອ​ເດ ມັກ​ນຸ່ງ​ກະ​ຕ່ຽວ ​ແລະ ​ເສື້ອຄໍມົນ​ແຂນ​ຍາວ. ​ເສື້ອ​ຂອງ​ຜູ້​ຊາຍ​ສ່ວນ​ຫຼາຍ​ກໍ່​ຍາວ​ກ່ວາ​ເສື້ອ​ຂອງ​ແມ່ຍິງ. ທ່ານ​ດອກ​ເຕີ​ຂະ​ແໜງ ຊົນ​ເຜົ່າ​ວິທະຍາ ທູຍຸງດວນດຸເມີລູ ສັງກັດ ມະຫາວິທະຍາ​ໄລ ​ໄຕ​ງວຽນ ​ໃຫ້​ຮູ້​ວ່າ :    “ ຜູ້​ຊາຍ​ເຜົ່າ​ເອ​ເດ ມັກ​ນຸ່ງ​ເສື້ອຄໍມົນ​ແຂນ​ຍາວ. ​ເສື້ອ​ຂອງ​ຜູ້​ຊາຍ ເຜົ່າ​ເອ​ເດ ຕ່າງກັບ​ເສື້ອ​ຂອງ​ຜູ້​ຍິງ​ຢູ່​ບ່ອນ​ວ່າ ຢູ່​ຕາມແ​ຂບ​ເສື້ອ​ມີ​ລວດລາຍ ”

   ຍ້ອນ​ຄວາມ​ສຳນຶກ​ທາງ​ດ້ານ​ສັງຄົມ, ດັ່ງ​ນັ້ນຄວາມ​ສຳນຶກ​ກ່ຽວ​ກັບ ຊຸດ​ອາພອນ ຂອງຊາວເຜົ່າ​ເອ​ເດ​ໃນ​ເມື່ອ​ກ່ອນ​ກໍ່​ມີ​ລັກສະນະ​ຕ່າງຫາກ. ຊ່າງ​ຕັດຫຍິບ ອີຢວານ ເອນວຍ ຢູ່​ຕາ​ແສງ ຢາຕາມ ນະຄອນ ບວນມາຖວດ ​ແຂວງ ດັກລັກ ອະທິບາຍ​ວ່າ :    “ ​ກ່ອນ​ນີ້, ​ເມື່ອ​ເວົ້າ​ເຖິງ​​ເສື້ອ​ປະຈຳ​ເຜົ່າ, ຜູ້​ຄົນ​ທັງຫຼາຍ​ລ້ວນ​ແຕ່​ຈຳ​ແນ​ກຕາມ​ແຕ່ລະ​ຂັ້ນ. ຜູ້​ທຸກ​ຍາກ​ແມ່ນ​ນຸ່ງ​ເສື້ອ​ບໍ່​ມີ​ແຂນ ​ແລະ ໜ້າ​​ເອິກບໍ່​ມີ​ສີ​ແດງ, ສ່ວນ​ຜູ້​ຮັ່ງມີ ​ແມ່ນ​ນຸ່ງ​ເສື້ອ​ມີ​ສີ​ແດງ​ຢູ່​ໜ້າ​ເອິກ ​ແລະ ມີ​ພວງ​ເສັ້ນ​ໄໝ. ສ່ວນ​ລວດລາຍ​ນັ້ນ, ​ເຂົາ​ເຈົ້າ​ກໍ່​ຖັກ​ແສ່ວ​​ຕາມ​ໃຈ​ມັກ ”

    ​ໂດຍ​ຖື​ເອົາ​ສີດຳ​ເປັນ​ຕົ້ນ​ຕໍ່​ ​ແລະ​ມີ​ການ​ປະສົມປະສານ​ກັບ​ບັນດາ​ລວດລາຍ​ສີ​ແດງ​ນັ້ນ, ​ໄດ້​ສ້າງ​ໃຫ້​ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະໃນຊຸດ​ອາພອນຂອງ​ເຜົ່າ​ເອ​ເດ. ທ່ານ​ດອກ​ເຕີ​ຂະ​ແໜງ ຊົນ​ເຜົ່າ​ວິທະຍາ ທູຍຸງດວນດຸເມີລູ ສັງກັດ ມະຫາວິທະຍາ​ໄລ ​ໄຕ​ງວຽນ ​ໃຫ້​ຮູ້​ວ່າອີກ :   “ຊຸດ​ອາພອນຂອງ​ຊົນ​ເຜົ່າ ​ເອ​ເດ ມີ 2 ຢ່າງ, ທີ່ 1 ​ແມ່ນ ຊຸດ​ອາພອນ​ນຸ່ງ​ໃນ​ເວລາ​ອອກ​ແຮງ​ງານ​ທຳ​ການ​ຜະລິດ ຫຼື​ນຸ່ງ​ປະຈຳ​ວັນ. ​ແລະ ຊຸດ​ອາພອນອີກຢ່າງ​ໜຶ່ງທີ່​ມີ​ສີສັນ​ຂອງຊາວເຜົ່າ​ເອ​ເດ ນັ້ນ​ແມ່ນ ຊຸດ​ອາພອນ​ໃຊ້​ໃນ​ງານ​ບຸນຫຼືເທດສະການ ”

    ​ເມື່ອ​ສັງ​ເກດທາງ​ດ້ານ​ລາຍ​ລະອຽດ​ຂອງ ຊຸດ​ອາພອນເຜົ່າ​ເອ​ເດ​ແຕ່ລະ​ຢ່າງນັ້ນ, ພວກ​ເຮົາ​ສາມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ກ່ວາ​ກ່ຽວ​ກັບລັກສະນະ​ຫຼາຍ​ຮູບ​ຫຼາຍ​ສີ ບໍ່​ພຽງ​ແຕ່​ກ່ຽວ​ກັບ​ທາງເພດ​ ​ແລະ ຄວາມ​ເປັນ​ເອກະລັກ​ສະ​ເພາະ​ທາງ​ດ້ານ​ເຕັກນິກ​ການ​ຕຳ່​ແຜ່ນເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ວາດ​ພາບ, ​ເຕັມ​ໄປ​ດ້ວຍ​ສີສັນ​ຂອງ​ຊົນ​ເຜົ່າ​ອີກ​ດ້ວຍ. ຊ່າງ​ຕັດຫຍິບ ອີຢວານ ເອນວຍ ຢູ່​ຕາ​ແສງ ຢາຕາມ ນະຄອນ ບວນມາຖວດ ​ແຂວງ ດັກລັກ ​​ໃຫ້​ຮູ້​ຕື່ມ​ອີກ​ວ່າ : “ ທາງ​ດ້ານ​ລວດລາຍ​ຂອງ​ເສື້ອ​ຜູ້ຍິງ ​ແລະ ຜູ້​ຊາຍ ​ແມ່ນ​ຄ້າຍຄື​ກັນ​ໂດຍ​ພື້ນຖານ, ພາສາ​ຊົນ​ເຜົ່າ​ເອີ້ນ​ວ່າ : ນາກຣາຍ, ພາສາ​ປະຈຸ​ບັນ​ເອີ້ນ​ວ່າ ພະຍານາກ ”

   ​ເມື​່ອສັງ​ເກດກ່ຽວ​ກັບ​ການ​ປະດັບ​ປະດາ​ໃນຊຸດ​ອາພອນ, ຜູ້​ຄົນ​ທັງຫຼາຍ​ອາດ​ຈະ​ຮູ້​ໂລດ​ວ່າ​ແມ່ນ ຊຸດ​ອາພອນ​ຂອງເຜົ່າ​ເອ​ເດ. ຜ່ານ​ດ້ານ​ສີສັນ, ລວດລາຍ​ປະດັບ​ປະດາ​ແບບ​ຂະໜານ​ກັນ​ລຽບ​ຕາມ​ແຂບ​ແພ ​ແລະ ປະດັບ​ປະດາ​ດ້ວຍ​ຮູບ​ຕ່າງໆ​ເປັນ​ໜ້າ​ປະ​ທັບ​ໃຈ, ທັງ​ນີ້​ກໍ່​ເປັນ​ການສ່ອງ​ແສງ​ເຖິງ​ດ້ານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຊີວິດ​ປະຈຳ​ວັນ​ຂອງ ຊາວເຜົ່າ​ເອ​ເດອີກ​ດ້ວຍ.

   ​ເຖິງ​ວ່າບໍ່​ມີ​ຫຼາຍ​ແບບ​ກໍ່ຕາມ​, ແຕ່ຊຸດ​ອາພອນຂອງ​ຊາວ ເຜົ່າ​ເອ​ເດ ມີ​ຈຸດ​ເປັນ​ເອກະ ລັກ​ສະ​ເພາະ ​ເມື່ອ​ທຽບ​ໃສ່​ເຜົ່າອື່ນໆ​ຢູ່​ເຂດ ​ໄຕ​ງວຽນ. ຊຸດ​ອາພອນຂອງ​ແມ່ຍິງ​ຊາວເຜົ່າ​ເອ​ເດມີ​ຄວາມ​ງາມວັດທະນະທຳ​ແບບ​ລຽບ​ງາຍ, ສຸພາບ ​ແລະ ມີ​ສະ​ເໜ. ສ່ວນ​ ຊຸດ​ອາພອນຂອງ​ຜູ້​ຊາຍຊາວເຜົ່າ​ເອ​ເດນັ້ນ, ​ແມ່ນ​ມີ​ສີສັນ​ຫຼາຍ​ກ່ວາ, ​ແຕ່​ເບິ່ງ​ລວມ​ແລ້ວ, ມັນສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ແບບ​ປະ​ເພນີ​ຂອງຊຸດ​ອາພອນ ປະຈຳ​ເຜົ່າ​ເອ​ເດ.

 ຝ້າມອ່ານ

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ