ຕອນຄ່ຳທ້າຍສັບປະດາໄປຊົມສິລະປະພື້ນເມືອງຢູ່ ຮ່າໂນ້ຍ


(vovworld)- ສິ​ລະ​ປະ​ພື້ນ​ເມືອງ​ແມ່​ນ​ສ່ວນ​ຫນຶ່ງ​ທີ່​ສ​ຳ​ຄັນ​ປະ​ກອ​ບ​ສ່ວນ​ສ້າງ​ເປັນພື້ນ​ຖານວັດ​ທະ​ນະ​ທຳ​ຂອງ ປະ​ເທດ​ຫນຶ່ງ. ໃນ​ຍຸກ​ສະ​ໄຫມ​ທີ່ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ບັນ​ເທິງ​ພັດ​ທະ​ນາ​ຢ່າງ​ແຮງ​ຄ​ື​ຢູ່ ຫວຽດ​ນາມ, ບັນ​ດາ​ເວ​ທີ​ສະ​ແດງ​ສິ​ລະ​ປະ​ພື້ນ​ເມືອງ ຍັງ​ຄົງ​ມີ​ທີ່​ຕັ້ງ​ສຳ​ຄັນ​​ສຳ​ລັບ​ຜູ້​ຊົມ​ແຕ່​ລະ​ຄົນ, ບໍ່​ພຽງ​ແຕ່​ຢູ່ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ເພື່ອນ​ມິດ​ສາ​ກົນ ອີກ​ດ້ວຍ. ຢູ່ ຮ່າ​ໂນ້ຍ, ​​ເມື່ອຮອດ​ຕອນ​ຄ່ຳ​ຂອງມື້​ທ້າຍ​ສັບ​ປະ​ດາ, ບັນ​ດາ​ເວ​ທີ​ສາ​ແດງ​ສິ​ລະ​ປະ​ພື້ນ​ເມືອງນັ້ນ​ຍັງ​ຄົງ​ສືບ​ຕໍ່​ເຄື່ອນ​ໄຫວ​ຢູ່, ບໍ່​ພຽງ​ແຕ່​ສົ່ງ​ສານ​ວັດ​ທະ​ນະ​ທຳ​ເຖິງ​ຜູ້​ຊົມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບ່ອນ​ຮັກ​ສາ​ຄວາມ​ເມົາ​ມົວ​, ຄວາມ​ຮັກ​ສິ​ລະ​ປະ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ນະ​ຄອນ​ຫລວງ ອີກ​ດ້ວຍ.

            ໃນ 4 ປີ​ຜ​່ານ​ມາ, ເມື່ອ​ຮອດ​ຕອນ​ຄ່ຳ​ວັນ​ສຸກ​ປະ​ຈຳ​ອາ​ທິດ, ໂຮງ​ລະ​ຄອນ​ແຈວ ກີມ​ໝາ ຢູ່ ຖະ​ຫນົນ ກີ​ມ​ໝາ ຮ່າ​ໂນ້ຍ ໄດ້​ເປີດ​ປະ​ຕູ​ຕ້ອນ​ຮັບ​ແຂກ​ມາ​ຊົມການ​ສະ​ແດງ​ສິ​ລະ​ປະ. ແຕ່​ລະ​ອາ​ທິດ, ຜູ້​ຊົມ​ໄດ້​ຮັບ​ຊົມ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ພື້ນ​ເມືອງ​ທີ່​ແຕກ​ຕ່າງ​ກັນ ເຕັມ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ຈາກ​ບັນ​ດາ​ຕົວ​ລະ​ຄອນ​ແຈວ​ບູ​ຮານ ຕະ​ຫລອດ​ຮອດ​ບັນ​ດາ​ລາຍ​ການ​ເພງ​ພື້ນ​ເມືອງ​ຄື: ຂັບ​ເສີມ, ​ຂັບ​ເຈົາ​ວັນ, …ໂດຍ​ນັກ​ສິ​ລະ​ປິນ​ໂຮງ​ລະ​ຄອນ​ແຈ່ວ ຫວຽດ​ນາມ ຜັດ​ປ່ຽນ​ກັນ​ສະ​ແດງ ເພື່ອ​ແນະ​ນຳໃຫ້​ຜູ້​ຊົມ​ທີ່​ນິ​ຍົມ​ສິ​ລະ​ປະ​ຂັບ​ແຈວ​ຢູ່ ​ນະ​ຄອນ​ຮ່າ​ໂນ້ຍ ແລະ ຜູ້​ຊົມ​ຕ່າງ​ປະ​ເທດ​ອີກ​ດ້ວຍ. ນັກ​ສິ​ລະ​ປິນ​ດີ​ເດັ່ນ ແທງງວານ, ຜູ້​ອຳ​ນວຍ​ການ​ໂຮງ​ລະ​ຄອນ​ແຈວ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ຕອນຄ່ຳທ້າຍສັບປະດາໄປຊົມສິລະປະພື້ນເມືອງຢູ່ ຮ່າໂນ້ຍ - ảnh 1
ລາຍ​ການ​ສະ​ແດງ​ລະ​ຄອນ​ແຈວ ຢູ່ ໂຮງ​ລະ​ຄອນ​ແຈວ ກີມ​ໝ໋າ
ພາບ:nhahatcheovn

        “ຕອນ​ຄ່ຳ​ວັນ​ສຸກ​ປະ​ຈຳ​ອາ​ທິດ, ເວ​ທີ​ສະ​ແດງ​ແຈວ ກີ​ມໝ໋າ ມີ 5 ລາຍ​ການ​ຜັດ​ປ່ຽນ​ກັນ. ໃນ​ເດືອນ​ຫນຶ່ງ, ພວກ​ຂ້າ​ພະ​ເຈົ້າ ມີ 2 ກອງ​ສິ​ລະ​ປະ​ກອນ ຜັດ​ປ່​ຽ​ນ​ກັ​ນ​ສະ​ແດງ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນ​ັກ​ສິ​ລະ​ປິນ​ລຸ້ນ​ຕ່າງໆ. ພວກ​ຂ້າ​ພະ​ເຈົ້າ​ມີ​ລາຍ​ການ​ສ​ະ​ແດງ​ໃນ​ເວ​ລາ 1 ຊົ່ວ​ໂມງ ຮອດ 1 ຊົ່ວ​ໂມງ 15 ນາ​ທີ ​ເພື່ອສະ​ຫງວນ​ໃຫ້​ແກ່​ຜູ້​ຊົມ​ແມ່​ນ​ຊາວ​ຫວຽດ​ນາມ, ສຳ​ລັບ​ແຂກ​ຕ່າງ​ປະ​ເທດ ພວກ​ຂ້າ​ພະ​ເຈົ້າ​ມີ​ລາຍ​ການ​ສະ​ແດງ​ໃນ​ເວ​ລາ 30 ນາ​ທີ ຫລື 45 ນາ​ທີ ເພື່ອ​ໃຫ້​ເຂົາ​ເຈົ້າ​ຄົ້ນ​ຄ້​ວາເລິກ​ເຊິ່ງ​ກ່ຽວ​ກັບ​ສິ​ລະ​ປະ​ຂັບ​ແຈວ​ຫວຽດ​ນາມ​.”

        ໃນ 5 ລາຍ​ການສະ​ແດງ, ແຕ່​ລະ​ລາຍ​ການ, ບັນ​ດາ​ນັກ​ສິ​ລະ​ປິ​ນ ແນະ​ນຳ​ຕອນ​ຫນຶ່ງ​ໃນ​ລະ​ຄອນ​ແຈວ​​ໂດດ​ເດັ່ນ, ເວ​ທີ​ສະ​ແດງ​ກ​ໍ​ໄດ້​​ປະ​ດັບ​ປະ​ດາຕາມ​ຮູບ​ການ​ລະ​ຄອນ​ແຈວ​ພື້ນ​ເມືອງ. ເວ​ທີ​ສ​ະ​ແດງ​ລະ​ຄອນ​ແຈວ​ໃນ​ທ້າຍ​ສັບ​ປະ​ດາ​ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໂດຍ​ໂຮງ​ລະ​ຄອນ​ແຈວ ຫວຽດ​ນາມ ຜັນ​ຂະ​ຫຍາຍ ບໍ່​ພຽງ​ແຕ່​ເພື່ອ​ຈຸດ​ປະ​ສົງ ​ແນ​ະ​ນຳ​ໃຫ້ ຊາວ​ຫວຽດ​ນາມ ໃນ​ທຸກ​ໄວ ລ້ວນ​ແຕ່​ນິ​ຍົມ​ຊົມ​ຊອບ​ສິ​ລະ​ປະ​ຂັບ​ແຈວ ເທົ່າ​ນັ້ນ ຫາກ​ຍັງ​ແນະ​ນຳ, ໂຄ​ສະ​ນາ​ສິ​ລະ​ປະ​ຂັບ​ແຈວ​ເຖິງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ເມື່ອ​ມາ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍອີກ​ດ້ວຍ. ໃນ​ຊຸ​ມ​ປີ​ມໍ່ໆ​ມານີ້, ໂຮງ​ລະ​ຄອນ​ແຈວ ຍັງ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ ເພື່ອ​ໃຫ້​ຜູ້​ຊົມ​ຕ່າງ​ປະ​ເທດ ​ມີ​ໂອ​ກາດ​ໄດ້​ສຳ​ພັດ​ ແລະ ຮູ້​ສຶກ​ມີຄວາມ​ປະ​ທັບ​ໃຈ​ເມື່ອ​ໄດ້​ຮັບ​ຊົມ​ຮູບ​ການ​​ສະ​ແດງສິ​ລະ​ປະ​ພື້ນ​ເມືອງ​ທີ່​ເຂັ້ມ​ຂົ້​ນ​ໄປ​ດ້​ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ໃນ​ແຕ່​ລະ​ລາຍ​ການ​ສິ​ລະ​ປະ​ລ້ວນ​ແຕ່​ໄດ້​​ຮັບ​ການແປເປັນ​ພາ​ສາ​ຕ່າງ​ປະ​ເທດ​ຄື: ອັງ​ກິດ, ຝ​ລັ່ງ, ຍີ່​ປຸ່ນ… ເພື່ອ​ຮັບ​ໃຊ້​ໃຫ້​ແຂກ​ຕ່າງ​ປະ​ເທດ. ນັກ​ສິ​ລະ​ປິນ ແທງງວານ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ແປ​ລະ​ຄອນ​ແຈວ ດ້ວຍ​​ການ​ແນະ​ນຳເນື້ອ​ໃນ​​ໂດ​ຍ​​ຫຍໍ້ ເພື່ອ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈໄດ້​ຕົ້​ນ​ກຳ​ເນີດ​ຂອງ​ສິ​ລະ​ປະ​​ແຈວ. ສ​ິ່ງ​ທີ່​ເປັນ​ເອ​ກະ​ລັກ​ພິ​ເສດ​​ສະ​ເພາະຂອງ​ເວ​ທີ​ສະ​ແດງ​ສິ​ລະ​ປະ​​ແຈວ ແມ່ນ​ການ​ຂັບ​ຮ້ອງ, ​ການຟ້ອນ ແລະ ການ​ສະ​ແດງ. ພວກ​ຂ້າ​ພະ​ເຈົ້າ​ກໍ​ສະ​ຫງວນ​ເວ​ລາ 15 ນາ​ທີ ເພື່ອ​ໂອ້​ລົມ​ສົນ​ທະ​ນາ​ກັບ​ຜູ້​ຊົມ​ກ່ອນ​ ຫລື ພາຍ​ຫລັງ​ ​​ສະ​ແດງລະ​ຄອນ.”

        ​ສ່ວນ​ຢູ່​ຄຸ້ມຖະ​ຫນົນ​ເກົ່າ, ຢູ່​ທາງ​ສີ່​ແຍກ​ຂອງ​ຖະ​ຫນົນ ດີງ​ລຽດ- ຮ່າງ​ບາກ- ຕ້າ​ຫ້ຽນ, ເວ​ທີ​ສະ​ແດງ​ຈວງ​ຫວ່າງ ແມ່ນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ຂອງ​​ຜູ້​ນິ​ຍົມ​ຊອ​ກ​ຮູ້ບັນ​ດາ​ຮູບ​ການ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​​ແຄ້ວນ​ຢູ່​ຫວຽດ​ນາມ​ໃນ​ຕອນ​ຄ່ຳ​ວັນ​ເສົາ​ປະ​ຈຳ​ອາ​ທິດ. ເວ​ທີ​ສະ​ແດງ​ນີ້​ແມ່ນ “ແນະ​ນຳວັດ​ທະ​ນະ​ທຳຂອງ​ບັນ​ດາ​ເຂ​ດ​ແຄ້ວນຢູ່​ຫວຽດ​ນາມ” ນັບ​ແຕ່​ ​ຜັນ​ຂະ​ຫຍາຍ​ມາ​ຮອດ​ປະ​ຈຸ​ບັນ ຍາມ​ໃດ​ກໍ​ດຶງ​ດູດ​ຜູ້​​ມາຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໃນ​ແຕ່​ລະ​ລາຍ​ການລ້ວນ​ແຕ່​ໄດ້​ມີການ​ກະ​ກ​ຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ​ສິ່ງ​ທີ່​ດຶງ​ດູດ​ຜູ້​ຊົມ ນັ້ນ​ແມ່ນ ເມື່ອ​ມານີ້ ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ແຈວ​ເທົ່າ​ນັ້ນ ຫາກຍັງ​ໄດ້​ຮັບ​ຊົມ​ລາຍ​ການ​ຂັບ​ກາຍ​ເລືອງ, ຊື່ງ​ເປັນ​ຮູບ​ການ​ເວ​ທີ​ສະ​ແດງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ພາກ​ໃຕ້​ຫວຽດ​ນາມ ແຕ່​ໄດ້​ນຳ​ມາ​ສະ​ແດງ​ຢູ່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ນັກ​ສິ​ລະ​ປິນ​ດີ​ເດັ່ນ ເຈີນກວາງ​ຮຸ່ງ, ຜູ້​ກຳ​ກັບ​ການ​ສະ​ແດງ, ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໂຮງ​ລະ​ຄອນ ກາຍ​ເລືອງ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ​:

        “ພວກ​ຂ້າ​ພະ​ເຈົ້າ​ ນຳ​ເອົາ​ບັນ​ດາ​ບົດ​ເພງ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ທົ່ງ​ພຽງ​ພາກ​ເຫນືອ, ຂອງ​ຊາວ​ເຜົ່າ​ໄຕ​ງວຽນ, ເຜົ່າ​ຈຳ ມາສະ​ແດງ​ ເພື່ອ​ໃຫ້​ຜູ້​ຊົມ​ສາ​ມາດ​ເຂົ້າ​ໃຈ​​ໄດ້ຈຸດ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຂດ​ແຄ້ວນ​ຢູ່​ຫວຽດ​ນາມ. ໃນ​ບັນ​ດາ​ວາດ​ຟ້ອນ, ລາຍ​ການ​ເຕັ້ນ​ລຳ ສ່ວນ​ຫລາຍ​ພວກ​ຂ້າ​ພະ​ເຈົ້າ​​ຢາກຮັກ​ສາ​​ຮູບ​ການ​ສະ​ແດງເດີມ​ໄວ້. ໃນ​ລາຍ​ການ​ສ​ະ​ແດງ​ ເວ​ລາ 60 ນາ​ທີ, ພວກ​ຂ້າ​ພະ​ເຈົ້າ​ແນະ​ນຳ​ໂດຍ​ ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ສ້າງ​ຄວາມ​​ຈັບ​ອົກ​ຈັບ​ໃຈ ແລະ​ເຮັດ​ໃຫ້​ຜູ້​ຊົມ​ຮູ້​ສຶກ​ມີຈິດ​ໃຈສະ​ຫວາດ​ສະ​ເຫວີຍ​​, ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ.”

ຕອນຄ່ຳທ້າຍສັບປະດາໄປຊົມສິລະປະພື້ນເມືອງຢູ່ ຮ່າໂນ້ຍ - ảnh 2
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຢູ່​ຖະ​ໜົນ ໝ໋າ​ໄມ ຮ່າ​ໂນ້ຍ
ພາບ:thanglong.cp

        ກໍ​ເຊັ່ນ​ດ​ຽວ​ກັນ​ກັບ​ໂຮງ​ລະ​ຄອນ​ແຈວ ຫວຽດ​ນາມ, ໂຮງ​ລະ​ຄອນ ກາຍ​ເລືອງ ຮ່າ​ໂນ້ຍ ກໍ​​ແປ​ເນື້ອ​ໃນ​ລະ​ຄອນ, ທຳ​ນອງ​ເພງ, ວາດ​ຟ້ອນ ເປັນ​ພາ​ສາ​ຕ່າງ​ປະ​ເທດ​ເພື່ອ​ ​ຊ່ວຍ​ໃຫ້ບັນ​ດາ​ຜູ້​ຊົມ​ຕ່າງ​ປະ​ເທດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ຂອງ​ຫວຽດ​ນາມ. ພິ​ເສດມ​ວ້ນທ້າຍ​ລາຍ​ການ, ຜູ້​ຊົມມີ​ໂອ​ກາດໄດ້ພ້ອມ​ກັບ​ບັນ​ດາ​ນັກ​ສິ​ລະ​ປິນ​ສະ​ແດງ​ລາຍ​ການ​ສິ​ລະ​ປະ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ. ທ່ານ​ເຈີນກວາງ​ຮຸ່ງ ແບ່ງ​ປັນ​ວ່າ:

        “​ລ​າຍ​ການ​ສຸດ​ທ້າຍແມ່ນ​ລາຍ​ການ​ເຕັ້ນ​ແຊ, ພວກ​ຂ້າ​ພະ​ເຈົ້າ​ເຊີນ​ຜູ້​ຊົມ​ຂຶ້ນ​ເວ​ທີ​ສະ​ແດງ​​ເພື່ອ​ເຕັ້ນ​ກັບ​ບັນ​ດາ​ນັກ​ສິ​ລະ​ປິນ​. ເມື່ອ​ຜູ້​ຊົມ​ຊື້​ປີ້​ເຂົ້າຊົມ​ລາຍ​ການ​​ສະ​ແດງສິ​ລະ​ປະ ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈົດທີ່​ຢູ່ ແລະ ອີ​ແມວ​ຂອງ​ເຂົາ​ເຈົ້າ​​ໄວ້. ​ເພື່ອ​ສົ່ງ ຮູບ​ເປັນ​ລະ​ນຶກ​​ໂດຍ ພວກ​ຂ້າ​ພະ​ເຈົ້າ​ຖ່າຍ​ເອງໃຫ້​ແກ່​ຜູ້​ຊົມຜ່ານ​ອີ​ແມວ​ນັ້ນ ເມື່ອ​ໄດ້​ຮັບ​ບັນ​ດາ​ຮູບ​ຖ່າຍເຫລົ່ານັ້ນ ຜູ້​ຊົມ​​ມີ​ຄວາມ​ຮູ້​ສຶກດີ​ໃຈ ແລະ ມັກ​ຫລາຍ.”

        ​ໃນ​ແຕ່​ລະ​ຕອນ​ຄ່ຳ​ທ້າຍ​ສັບ​ປະ​ດາ, ບັນ​ດາ​ຜູ້​ນິ​ຍົມ ແລະ ມັກ​ຊອກ​ຮູ້​ສິ​ລະ​ປະ​ພື້ນ​ເມືອງ​ຫວຽດ​ນາມ ​ຈະໄດ້​ຮັບ​ຊົມ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຂດ​ແຄ້ວນ​ຢູ່​ຫວຽດ​ນາມ. ຜ່ານ​ແຕ່​ລະ​ລາຍ​ການ, ຜູ​້​ຊົມ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ລາຍ​ການ​ສິ​ລະ​ປະ​ທີ່​ຈັບ​ອົກ​ຈັບ​ໃຈ​ເທົ່າ​ນັ້ນ​ຫາກ​ຍັງ​ມີ​ໂອ​ກາດ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ຮູບ​ການ​ເວ​ທີ​ສະ​ແດງ​ສິ​ລະ​ປະ​ພື້ນ​ເມືອງ​ອີກ​ດ້ວຍ. ຍ້ອນ​ ​ກາ​ນ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຈາກ​ຜູ້​ຊົມນັ້ນ​ເອງ​ໄດ​້​ກາຍ​ເປັນ​ກຳ​ລັງ​ຫນູນ​ເພື່ອ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ​ສືບ​ຕໍ່​ຮັກ​ສາ ແລະ ພັດ​ທະ​ນາ​​ຄວາມ​ເມົາ​ມົວ​ກັບ​ອາ​ຊີບ​ຂອງ​ຕົນ ຈາກນັ້ນ​ ຈະ​ມີ​ບັນ​ດາ​ລາຍ​ການ​ສະ​ແດງສິ​ລະ​ປະ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ຜູ້​ຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ