ນັກປະພັນດົນຕີ ຮູຍຢູ ແລະ ບັນດາບົດເພງກ່ຽວກັບນັກຮົບ

(VOVWORLD) -ໃນປະຫວັດແຫ່ງດົນຕີປະຕິວັດ ຫວຽດນາມ, ອະດີດນັກປະພັນດົນຕີ ຮູຍຢູ ໄດ້ຢືນຢັນຕົນເອງ ດ້ວຍບັນດາບົດປະພັນດົນຕີທັງເຕັມໄປດ້ວຍຄວາມຮັກ, ທັງສະຫງ່າຜ່າເຜີຍ ແລະ ເຂັ້ມຂຸ້ນໄປດ້ວຍຮູບພາບ, ສິ່ງດັ່ງກ່າວໄດ້ພາໃຫ້ທ່ານກາຍເປັນໜຶ່ງໃນບັນດາຕົວແທນຜູ້ດີເດັ່ນຂອງດົນຕີທີ່ເປັນມູນເຊື້ອ. ບັນດາບົດປະພັນດົນຕີຂອງທ່ານທັງລຽບງ່າຍ, ຟັງງ່າຍ, ຂັບຮ້ອງງ່າຍ, ທັງມີຄວາມໝາຍເລິກເຊິ່ງ, ມີລັກສະນະປັດຊະຍາອີກ.

        “ເມື່ອໃບໄມ້ຫຼົ່ນລົງ/ ສີຂຽວກໍ່ຕົກໄປ/ ເປັນຫຍັງ ນ້ອງໄກຈາກອ້າຍ/ແຕ່ຊີວິດຍັງຂຽວສົດຢູ່…“, ບັນດາທຳນອງດົນຕີທີ່ອອນຊອນ, ສົດໄສດັ່ງກ່າວໄດ້ຊຶມເລິກເຂົ້າໃນໃຈຂອງຜູ້ນິຍົມດົນຕີ ຫວຽດນາມ ຫຼາຍຮຸ່ນຄົນ. ແຕ່ບໍ່ແມ່ນວ່າຜູ້ໃດກໍ່ຮູ້ໄດ້ວ່າ, ບັນດາບົດເພງເຫຼົ່ານັ້ນແມ່ນໄດ້ແຕ່ງໃນຊຸມປີລຳບາກທີ່ສຸດຂອງການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ. ບົດເພງແມ່ນສາຍໃຈຂອງນັກຮົບທີ່ຢາກຝາກຝັງເຖິງຄົນຮັກຂອງຕົນຢູ່ແນວຫຼັງ. ບໍ່ພຽງແຕ່ມີບົດເພງ “ສາຍໃຈຂອງນ້ອງ“ ເທົ່ານັ້ນ, ຫາກເມື່ອເວົ້າເຖິງ ຮູຍຢູ, ຜູ້ນິຍົມດົນຕີບໍ່ອາດລືມບັນດາບົດເພງທີ່ອົງອາດຜ່າເຜີຍ ແຕ່ເຕັມໄປດ້ວຍຄວາມຮັກຂອງທ່ານໄດ້ຄືບົດເພງ: “ເສັ້ນທາງພວກເຮົາເດີນໄປ“, “ເຮົາຂັບຮ້ອງເທິງສາຍພູຫຼວງ“, “ຍາມຄຳ່ຄືນໃນສາຍພູຫຼວງ“, …ນັກດົນຕີ ຫງວຽນຖູ້ຍຄາ, ແບ່ງປັນວ່າ:

        “ລາວເປັນຄົນທີ່ມີຄວາມຄ່ອງແຄ້ວທີ່ສຸດໃນການປະສານສົມທົບ ລະຫວ່າງທຳນອງເພງທີ່ອອນຊອນກັບຄວາມສະຫງ່າຜ່າເຜີຍ. ຍ້ອນເຫດນັ້ນ, ເມື່ອຮັບຟັງບົດເພງຂອງ ຮູຍຢູ ໃນເບື້ອງຕົ້ນຜູ້ຟັງຈະຮູ້ສຶກໄດ້ຄວາມສະຫງ່າອົງອາດ, ແຕ່ຍິ່ງຟັງດົນເທົ່າໃດກໍ່ຍິ່ງຮູ້ໄດ້ຄວາມອອນຊອນເທົ່ານັ້ນ. ນັ້ນແມ່ນຈຸດພິເສດໃນບົດປະພັນດົນຕີຂອງ ຮູຍຢູ“.

ນັກປະພັນດົນຕີ ຮູຍຢູ ແລະ ບັນດາບົດເພງກ່ຽວກັບນັກຮົບ - ảnh 1 ນັກປະພັນດົນຕີ ຮູຍຢູ

        ໂດຍແມ່ນຜູ້ທີ່ໄດ້ກຳເນີດຢູ່ເຂດທາງທິດເໜືອນະຄອນຫຼວງ, ນັກປະພັນດົນຕີ ຮູຍຢູ ໄດ້ເຕີບໃຫຍ່ພ້ອມກັບບັນດາທຳນອງເພງພື້ນເມືອງ. ຍ້ອນເຫດນັ້ນໃນບົດບັນທຶກຂອງຕົນ, ນັກດົນຕີ ຮູຍຢູ ໄດ້ຂຽນວ່າ: “ຜົນສະທ້ອນໃຫຍ່ທີ່ສຸດເຖິງການປະພັນດົນຕີຂອງຂ້າພະເຈົ້ານັ້ນແມ່ນບ່ອນທີ່ໃຫ້ກຳເນີດຂ້າພະເຈົ້າ, ເຊິ່ງແມ່ນບ້ານເກີດເມືອງນອນຂອງບັນດາທຳນອງເພງ ກວານຫໍ້, ກາຈູ່“. ຮອງສາສະດາຈານ, ປະລິຍາເອກ ຫວູຕຶເລິນ, ຕີລາຄາວ່າ:

        “ຂ້າພະເຈົ້າຄິດວ່າຈຸດພົ້ນເດັ່ນໃນບົດປະພັນດົນຕີຂອງ ຮູຍຢູ ນັ້ນອາລົມຈິດ. ຍ້ອນເຫດນັ້ນ, ບັນດາບົດເພງຂອງລາວຈຶ່ງສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ແກ່ຊາວ ຫວຽດນາມ“.

        ໂດຍແມ່ນນັກດົນຕີນັກຮົບຜູ້ໜຶ່ງ, ບັນດາບົດເພງຂອງ ຮູຍຢູ ສ່ວນຫຼາຍແມ່ນໄດ້ຮັບການແຕ່ງຈາກສະພາບຕົວຈິງແຫ່ງສົງຄາມກູ້ຊາດອັນພິລະອາດຫານຂອງຊາດ, ຈາກການດຳລົງຊີວິດຂອງປະຊາຊົນໃນໄລຍະສັນຕິພາບ. ທ່ານໄດ້ມີໜ້າຢູ່ທາງເລກ 9 ແຄແຊງ, ຢູ່ຕາມສາຍພູຫຼວງ, ເຄື່ອນທັບພ້ອມກັບບັນດານັກຮົບອອກສູ່ສະໜາມຮົບ, ໄປຍັງໝູ່ເກາະ, ທະເລທີ່ຫ່າງໄກເພື່ອແຕ່ງເປັນບັນດາບົດເພງອະມະຕະຄື: “ເບ໋ວັນດ່ານ ຍືນຍົງຄົງຕົວຕະຫຼອດໄປ“, “ພ້ອມກັບນັກຮົບເຄື່ອນທັບບົນເສັ້ນທາງຍາວໄກ“, “ແບກລອງຫວີ, ເກາະແຫ່ງບ້ານເກີດເມືອງນອນ“, “ມີພວກເຮົາຢູ່ໃນເກາະທີ່ຫ່າງໄກ“…ບັນດາບົດເພງກະທັດລັດ, ແນບນຽນ, ແຕ່ພັດອອນຊອນທີ່ສຸດໃນທຳນອງເພງພື້ນເມືອງ, ສິ່ງດັ່ງກ່າວໄດ້ສ້າງເປັນຈຸດພິເສດສະເພາະຂອງ ຮູຍຢູ, ປະກອບສ່ວນປຸກລະດົມກຳລັງໃຈໃຫ້ທະຫານ ແລະ ປະຊາຊົນຕໍ່ສູ້ຍາດເອົາໄຊຊະນະ.

        ສຳລັບຜູ້ໃດທີ່ເຄີຍພົບປະກັບນັກດົນຕີ ຮູຍຢູ, ໄດ້ຮັບຟັງບັນດາບົດເພງຂອງລາວ ກໍ່ລ້ວນແຕ່ເຫັນວ່າລາວແມ່ນຄົນທີ່ເຕັມໄປດ້ວຍອາລົມ ແລະ ມີຄວາມປະເອີບໃຈຕໍ່ຊີວິດ. ສະນັ້ນບັນດາບົດເພງຂອງ ຮູຍຢູ ຈຶ່ງມີຄວາມອອນຊອນ, ເຖິງວ່າຈະແມ່ນບົດເພງໃດ, ຜູ້ຟັງກໍ່ຮັບຮູ້ໄດ້ອາລົມຈິດອັນເລິກເຊິ່ງຂອງລາວຢູ່ໃນນັ້ນ. ນັກປະພັນດົນຕີ ໂດຮົ່ງກວນ, ປະທານສະມາຄົມນັກດົນຕີ ຫວຽດນາມ, ຖືວ່າ:

        “ລາວແມ່ນນັກປະພັນດົນຕີທີ່ມີຄວາມເກັ່ງກ້າສາມາດ, ນັບແຕ່ຊຸມປີ 60 ລາວໄດ້ແຕ່ງບັນດາບົດເພງທີ່ມີຊື່ສຽງຄື: “ໂມກມຽນ ດອກໄມ້ເຮີຍ“,ເວົ້າເຖິງນຳ້ໃຈມິດຕະພາບ ຫວຽດນາມ - ຈີນ. ກ່ອນນັ້ນແມ່ນມີບົດເພງ “ໃຜກັບມານະຄອນໃຫ້ຝາກຝັງບາງຄຳ/ ໄຕໂຮ່ ທາງໄກແມ່ນບ້ານຂອງເຮົາ“… ນັ້ນແມ່ນບັນດາບົດເພງທັງມີລັກສະນະຕົວເມືອງ, ທັງມີລັກສະນະເພີນຈິດ “.

        ໃນພາລະກິດເປັນນັກປະພັນດົນຕີຂອງຕົນ, ຮູຍຢູ ແຕ່ງໄດ້ 400 ບົດ, ລວມມີບົດເພງ, ດົນຕີປະສານສຽງ…ເຊິ່ງໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ກວ້າງຂວາງເຖິງຊີວິດທາງດ້ານວັດທະນະທຳ - ຈິດໃຈຂອງຊາວ ຫວຽດນາມ ໃນຕະຫຼອດເຄິ່ງທ້າຍສະຕະວັດທີ 20. ແລະໃນເດືອນ ທັນວາ 2017 ຜ່ານມາ, ລາຍການດົນຕີ “ຮູຍຢູ - ຫວຽດນາມເ ຮີຍ! ເຮົາສືບຕໍ່ກ້າວເດີນ“ ໄດ້ຮັບການຈັດຕັ້ງຢ່າງສົມກຽດ, ເພື່ອແນໃສ່ເຊີດຊູນັກດົນຕີ ຮູຍຢູ. ລາຍການປະກອບດ້ວຍ 23 ບົດປະພັນດົນຕີທີ່ໄດ້ສ້າງຊື່ສຽງໃຫ້ເພິ່ນ. ແລະຖືກສະແດງຕາມວິທີແບບໃໝ່, ທີ່ໜຸ່ມແໜ້ນກວ່າ ແລະ ເຕັມໄປດ້ວຍອາລົມຈິດກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ