ນັກວັດທະນະທຳຫືວງອກ, ຜູ້ເຊື່ອມຕໍ່ດ້ານວັດທະນະທຳຫວຽດນາມກັບໂລກ

(vovworld)- ນັກ​ວັດ​ທະ​ນະ​ທຳ ຫືວ​ງອກ ປີນີ້ ມີອາ​ຍຸ 98 ປີແລ້ວ. ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ ​ພວກ​ເຮົາຍາກ​ທີ່​​ຈະ​ພົບ​ເຫັນ​ນັກ​ວັດ​ທະ​ນະ​ທຳ​ຄົນໃດ​ມີ​ອາ​ຍຸ​ຫລາຍຄື​ແນວນັ້ນ ແຕ່​ຍັງ​ຄົງ​ສືບ​ຕໍ່​ເຄື່ອນ​ໄຫວ​, ມີ​ຄວາມ​ເມົາ​ມົວ ແລະ ສຸດ​​ອົກສຸດ​ໃຈຕໍ່ການ​​ຂ​ຽນ​ບົດ, ຄົ້ນ​ຄ້​ວາ​​ດ້ານວັດ​ທະ​ນະ​ທຳຄື​ດັ່ງ​ນັກ​ວັດ​ທະ​ນະ​ທຳ ຫືວງອກ. ຊີ​ວິດ​ຂອງ​ທ່ານ​ປຽບ​ເຫມືອນຂົວ​ເຊື່ອມ​ຕໍ່​ດ້ານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ກັບ​ໂລກ ແລະ ໂລກ​ກັບ​ຫວຽດ​ນາມ.
ນັກວັດທະນະທຳຫືວງອກ, ຜູ້ເຊື່ອມຕໍ່ດ້ານວັດທະນະທຳຫວຽດນາມກັບໂລກ - ảnh 1
ນັກ​ວັດ​ທະ​ນະ​ທຳ ຫືວງອກ ແລະ ທ່ານ​ນາງ Lady Borton ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ອາ​ເມ​ລິ​ກາ

       ນັກ​ວັດ​ທະ​ນະ​ທຳ ຫືວງອກ ສາ​ມາດ​ນຳ​ໃຊ້ພາ​ສາ​ຝ​ລັ່ງ, ອັງ​ກິດ, ເຢຍ​ລະ​ມັນເປັນ​ຢ່າງ​ດີ ແລະ ອ່ານ​ໄດ້ພາ​ສາ​ຈີນ​ແລະເຂົ້າ​ໃຈເນື້ອ​ຄວາມ​. ເພື່ອ​ແນະ​ນຳ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ອອກ​ສູ່​ຕ່າງ​ປະ​ເທດ, ໃນ​ໄລ​ຍະ 10 ປ​ີ ທ່ານໄດ້​ຂຽນ​ບົດເປັນ​ປະ​ຈຳໃຫ້​​ແກ່ ຄໍ​ລຳ “ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ມູນ​ເຊື້ອ” ຂອງຫ​ນັງ​ສື​ພິມ ​ດ້ວຍ​ພາ​ສາ ຝ​ລັ່ງ Le Courrier Viet Nam ແລະ ຫນັງ​ສື​ພິມດ້ວຍ​ພາ​ສາ​ອັງ​ກິດ VietNam News. ບົດ​ຂຽນ​ແຕ່​ລະ​ບົດ​ຂອງ​ທ່ານ​ແມ່ນ​ເລື່ອງ​ລາວ​​​ສັ້ນໆເລື່ອງຫນຶ່ງ​​ແຕ່ເຮັດ​ໃຫ້​ຜູ້​ອ່ານ​ມີ​ຄວາມ​​ແປກປະ​ຫລາດ​ໃຈ​ກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ຫວຽດ​ນາມ. ທ່ານ​​ຫືວງອກ ແມ່ນ​ນັກ​ຄົ້ນ​ຄ້​ວາດ້ານ​ວັດ​ທະ​ນະ​ທຳ ໃນ​ຂອບ​ເຂດວັດ​ທະ​ນະ​ທຳ​ບັນ​ດາ​ປະ​ເທດ​ຝ່າຍ​ຕ​າ​ເວັນ​ຕົກ​ຕະ​ຫລອດ​ຮອດວັດ​ທະ​ນະ​ທຳ​ບັນ​ດາ​ປະ​ເທດຝ່າຍ​ຕາ​ເວັນ​ອອກ, ພິ​ເສດ ແມ່ນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ.

        ໂດຍ​ໄດ້​ກຳ​ເນີດ​ແລະ​ເຕີບ​ໃຫຍ່​ຢູ່​ເຂດ​ດິນ​ແດນ​ ທ້ວນ​ແທ່ງ, ບັກ​ນິງ ​ຊື່ງ​ແມ່ນ​ສະ​ຖານ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ, ໃນ​ຄາວ​ຍັງ​ນ້ອຍ ທ່ານ​ມັກ​ຊອກ​ຮູ້​ດ້ານ​ວັດ​ທະ​ນະ​ທຳ​ຕ່າງ​ປະ​ເທດ. ເມື່ອ​ເປັນ​ພະ​ນັກ​ງານ, ທ່ານ​ໄດ້​ຍາດ​ເວ​ລາ​ເພື່ອ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ຝ​ລັ່ງ ແລະ ຫລາຍ​ປະ​ເທດ​ອື່ນ. ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ, ທ່ານ ຫືວງອກ ມີ​ໂອ​ກາດ​ໄດ້​ໄປ​ຫລາຍ​ປະ​ເທດ​ໃນ​ໂລກ. ນັ້ນ​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ທ່ານ​ໄດ້​ນຳ​ເອົາ​​ສຽງ​ເວົ້າ ແລະ ຄວາມ​ເຂົ້າ​ໃຈຂອງ​ຕົນ​ກ່ຽວ​ກັບ​​ດ້ານວັດ​ທະ​ນະ​ທຳ​ເພື່ອ​ແນະ​ນຳໃຫ້ ​ບັນ​ດາ​ເພື່ອນ​ມິດ​ໃນ​ໂລກ​ແນ​ໃສ່​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ແຕ່​ລະ​ປີ ທ່ານໄດ້​ແນະ​ນຳ​ວັດ​ທະ​ນ​ະ​ທຳ​ຫວຽດ​ນາມໃຫ້​ຊາວ​ຕ່າງ​ປະ​ເທດ​ນັບ​ໝື່ນ​ໆເທື່ອ​ຄົນ​ຜ່ານ​ການ​ປະ​ຖະ​ກະ​ຖາ. ເວ​ລານັ້ນ ເພື່ອນ​ມິດ​ສາ​ກົນ​​ສ່ວນ​ຫລາຍ​ມັກ​​ຮັບ​ຟັງ​ທ່ານ​ໄຈ້​ແຍກ​ກ່ຽວ​ກັບວິ​ວັດ​ການ​ສ້າງ​ຕັ້ງ ແລະ ຈຸດ​ພິ​ເສດ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ນັກ​ວັດ​ທະ​ນະ​ທຳ ຫືວງອກ ແບ່ງ​ປັນ​ວ່າ:

        “ສຳ​ລັບ​ຊາວ​ຕ່າງ​ປ​ະ​ເທດ​ແລ້ວ ພວກ​ເຮົາ​ຕ້ອງ​ເວົ້າ​ແນວ​ໃດ​ເພື່ອ​ສ້າງ​ຄວາມ​​ດຶງດູດ​ເຂົາ​ເຈົ້າ ນັ້ນ​ແມ່ນ​ເຄັດ​ລັບ. ບາງ​ເທື່ອ ຂ້າ​ພະ​ເຈົ້າ​ໄດ້ປາ​ຖະ​ກະ​ຖາ​ ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໃຫ້​​ພະ​ນັກ​ງານ​ໃນ​ຂະ​ແຫນງ​ການ​ສຶກ​ສາ ອົດ​ສະ​ຕາ​ລີ 100 ຄົນ​ ຮັບ​ຟັງ​. ພາຍ​ຫລັງ​ເຂົາ​ເຈົ້າ​ກັບ​ເມືອ​ປະ​ເທດ​ແລ້ວ ເຂົາ​ເຈົ້າ​ໄດ້​ສະ​ຫລຸບ​ວ່າ ມັກ​ຫວຽດ​ນາມ​ທີ່​ສຸດ. ​ເຂົາ​ເຈົ້າ​ໄດ້​ໄປ​ຫລາຍ​ປະ​ເທດ​ແລ້ວ ແຕ່​ເຫັນ​ວ່າ​ຄ້າຍ​ຄື​ກັນ​ໝົດ ​ເມື່ອ​ມາ​ຫວຽດ​ນາມ ພວກ​ເຮົາຕ້ອງ​ເຮັດ​ແນວ​ໃດ​ແນະ​ນຳ​ໃຫ້​ເຂົາ​ເຈົ້າຮູ້​ກ່ຽວ​ກັບຈຸດ​ທີ່​ແຕກ​ຕ່າງ​ລະ​ຫວ່າງ​ປະ​ເທດ​ຫວຽດ​ນາມ ກັບ​ປະ​ເທດ​ອື່ນ​”

ນັກວັດທະນະທຳຫືວງອກ, ຜູ້ເຊື່ອມຕໍ່ດ້ານວັດທະນະທຳຫວຽດນາມກັບໂລກ - ảnh 2

 ຫລາຍ​ຄົນ​ເວົ້າ​ວ່າ ທ່ານ​ຫືວງອກ ແມ່ນ “ນັກ​ສົ່ງ​ອອກ​ນຳ​ເຂົ້າ​ວັດ​ທະ​ນະ​ທຳ”. ແຕ່ກ​ອ່ນ​ອື່ນ​ໝົດ ທ່ານບໍ່​ຖື​ຕົນ​ວ່າ​ແມ່ນ​ນັກ​ຄົ້ນ​ຄວ້າດ້ານ​ວິ​ຊາ​ສະ​ເພາະ ແຕ່ຍາມ​ໃດ​ກໍ​ຄິດ​ວ່າ ຕົນ​ເອງ​ແມ່ນ​ຜູ້​ຊົມ​ໃຊ້​​ວັດ​ທະ​ນະ​ທຳ. ຍ້ອນ​ຄວາມ​ຄິດນັ້ນ ນັກ​ວັດ​ທະ​ນະ​ທຳ ຫືວງອກ ໄດ້​ໄປ​ຫລາຍ​ແຫ່ງ, ຂຽນ​ຫລາຍ​ບົດ ແລະ ສົ່ງ​ສີ​ສັນ​ວັດ​ທະ​ນະ​ທຳ​ເຖິງ​ຜູ້​ທີ່​​ເມົາ​ມົວ​ດ້ານ​ວັດ​ທະ​ນະ​ທຳ​ຄື​ກັນ​ກັບທ່ານ. ມາ​ຮອດ​ປະ​ຈຸ​ບັນ, ທ່ານ​ໄດ້​ພິມ​ຈຳ​ຫນ່າຍ​ປື້ມກວ່າ 30 ​ຫົວ, ໃນ​ນັ້ນ ມີ​ປື້ມ​ທີີ່​ມີ​ຄຸນ​ຄ່າ​ທີ່​ສຸດນັ້ນ​ແມ່ນ “ແນະ​ນຳ​ໂດຍ​ສັງ​ເຂບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ” ດ​້ວຍ​ພາ​ສາ​ອັງ​ກິດ ແລະ ຝ​ລັ່ງ. ປື້ມ​ເຫລັ້ມ​ນີ້​ໄດ້​ນຳ​ໃຊ້​ເປັນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ເພື່ອມອບ​ໃຫ້​ບັນ​ດາ​ມະ​ປຸກ​ລັດ​​ ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບັນ​ດາ​ປະ​ເທດ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ​ຄັ້ງ​ທີ 7 ຢູ່ ຮ່າ​ໂນ້ຍ ເມື່ອ ປີ 1997. ແລະ ນັບ​ແຕ​່​ປີ 1997 ມາ​ຮອດ​ປະ​ຈຸ​ບັນ ທ່ານ​​ສືບ​ຕໍ່​ຂຽນ ເພ່​ືອ​ຮຽບ​ຮຽງ​ເປັນ​ຊຸດ​ປື້ມ​ໃຫຍ່, ລວມ​ມີ 1.200 ຫນ້າ ແລະ ໃຊ້​​ຊື່ໃຫມ່​ວ່າ “ຄົ້ນ​ຫາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ” ດ້ວຍ​ພາ​ສາ​ຫວຽດ, ພາ​ສາ​ຝ​ລັ່ງ ແລະ ພາ​ສາ​ອັງ​ກິດ. ໄລ​ຍະ​ມໍ່​ມານີ້ ​ທ່ານ​ໄດ້​ປະ​ດິດ​ແຕ່ງ​ປື້ມ​ທີ່​ມີ​​ຊື່​ວ່າ “ຫືວງອກ - ຮ່ວມ​ເດີນ​ທາງ​ກັບ​ສັດ​ຕະ​ວັດ​ແຫ່ງວັດ​ທະ​ນະ​ທຳ ປະ​ຫວັດ​ສາດ​ຫວຽດ​ນາມ”. ທ່ານ​ນາງ Lady Borton ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ອາ​ເມ​ລິ​ກາ ຊື່ງ​ແມ່ນ​ໝູ່​ສະ​ຫນິດ​ສະ​ຫນົມ​ກັບ​ນັກ​ວັດ​ທະ​ນະ​ທຳ ຫືວງອກ ໄດ້​ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຮັກ​ແພງ​ລຸງງອກ. ລຸງງອກ ໄດ້​ຂຽນ​ປື້ມ​ຫລາຍ​ຫົວ. ສຳ​ລັບ ປື​້ມ “ຫືວງອກ - ຮ່ວມ​ເດີນ​ທາງ​ກັບ​ສັດ​ຕະ​ວັດ​ແຫ່ງວັດ​ທະ​ນະ​ທຳ ປະ​ຫວັດ​ສາດ​ຫວຽດ​ນາມ” ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ປື້ມ​ຫົວ​ນີ້ ລຸງງອກ​ໄດ້​ເວົ້າ​ເຖິງ​ຜູ​້​ມີ​ຊື່​ສຽງ​ຈຳ​ນວນ​ຫນຶ່ງ​ເຊິ່ງ​ລຸງ​ໄດ້​ມີ​ໂອ​ກາດ​ພົບ​ປະ​ໂດຍ​ກົງ ຫລື​ຮູ້​ຈັກຜ່ານ​​​ການອ່ານປື້ມ. ລຸງງອກ ພົບ​ປະ​ກັບ​ບັນ​ດາ​ຜູ້​ທີ່​ມີ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຊີ​ວິດ​ຂອງ​ລຸງ. ນີ້​ແມ່ນ​ປື້ມ​ມ່ວນ​ທີ່​ສຸດ, ທັງ​ເວົ້າ​ເຖິງ​ຜູ້​ມີ​ຊື່​ສຽງ ທັງ​ພັນ​ລະ​ນາ​ໃຫ້​ເຫັນ​ທັດ​ສະ​ນິ​ຍະ​ພາບ​​ສວຍ​ງາມ​ຢູ່ ຫວຽດ​ນາມ.”

        ປື້ມ​ດັ່ງ​ກ່າວ​ ແມ່ນ​ຄຳ​ແບ່ງ​ປັນ​ຂອງ​ທ່ານ​ກ່ຽວ​ກັບ​ບົດ​ຮຽນ​ໃນ​ຊີ​ວິດ, ວັດ​ທະ​ນະ​ທຳ​ຫວຽດ​ນາມ​ໃນ​ວິ​ວັດທະ​ນາ​ການ​ປະ​ຫວັດ​ສາດ, ການ​ພົວ​ພັນ​ແລກ​ປ່ຽນ​ກັບ​ວັດ​ທະ​ນະ​ທຳ​ຕ່າງ​ປະ​ເທດ. ທ່ານ​ນາງ ຫງວຽນ​ທິ​ທູ​ຮ່າ, ຜູ້​ອຳ​ນວຍ​ການ​ ບັນ​ນາ​ທິ​ການ​ໃຫຍ່​​ສຳ​ນັກ​ພິມ​ຈຳ​ຫນ່າຍ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ໃຫ້​ຮູ້​ວ່າ:

        “ປື້ມ​ຫົວ​ນີ້​ແມ່ນ​ການ​ລວບ​ລວມ​ເອ​ກະ​ສານ​ທັງ​ໝົດ​ຊື່ງ​ລຸງ​ງອກໄດ້​ມີ​ໂອ​ກາດ​ພົບ​ປະ​ໃນ​ຕະ​ຫລອດ​ວິ​ວັດ​ການ ນັບ​ແຕ່​ຄາວ​ລຸງ​ຍັງ​ນ້ອ​ຍ​ມາ​ຮອດ​ປະ​ຈຸ​ບັນ, ນັ້ນ​ແມ່ນ ບັນ​ດາ​ຜູ້​ຄົນ​ຊາວ​ຫວຽດ​ນາມ ທີ່ລຸງ​ໄດ້​ພົບ​ປະ​ຫລື​ເຄີຍ​ໄດ້​ຮັບຜົນ​ສະ​ທ້ອນ​ດ້ານ​ແນວ​ຄິດ, ດ້ານ​ວັດ​ທະ​ນະ​ທຳ. ເຂົາ​ເຈົ້າ​ແມ່ນ​ບັນ​ດາ​ນັກ​ການ​ເມືອງ​ຄ​ື: ປະ​ທານ​ໂຮ່​ຈິ​ມີນ ​ຫລື ​ບັນ​ດາ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ, ນັກ​ກະ​ວີ, ນັກວິ​ຈິດ​ສິນ, ​ນັກແຕ້​ມ​ພາບ, ​ນັກ​ປະ​ພັນດົນ​ຕີ. ດ້ວຍ​ຄວາມ​ຮູ້, ພູມ​ປັນ​ຍາຂອງ​ຕົນ ລຸງ​ຢາກ​ສົ່ງ​ໃຫ້​ຄົນ​ລຸ້​ນ​ຫລັງ​ພື້​ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ສິ່ງ​ທີ່​ລຸງ​ປາດ​ຖະ​ຫນານັ້ນ​ແມ່ນ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຕ້ອງ​ມີ​ຕົ້ນ​ກຳ​ເນີດ ແລະ ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ​ເພື່ອ​ໃຫ້​ຊາວ​ຫວຽດ​ນາມ​ລຸ້ນ​ປະ​ຈຸ​ບັນ​ເຂົ້າ​ໃຈ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມຢ່າ​ງ​ຈະ​ແຈ້ງ​.”

        ນັກ​ວັດ​ທະ​ນະ​ທຳ ຫືວງອກ ໄດ້​ຮັບ​ຫລຽນ​ໄຊຈຽນ​ກົງ(ຜົນ​ງານ​ແຫ່ງ​ການ​ສູ້​ຮົບ) ແລະ ຫລຽນ​ໄຊດົກ​ເລີບ(​ເອ​ກະ​ລາດ)​ໂດຍ​ລັດ​ຫວຽດ​ນາມມອບ​ໃຫ້ ແລະ ຫລຽນ​ໄຊ “ດວງ​ດາວ​ທິດ​ເຫນືອ” ໂດຍ​ລັດ​ຖະ​ບານ ສະ​ວິດ​ມອບ​ໃຫ້ ພ້ອມ​​ກັ​ບ​ບັນ​ດາ​ຫລຽນ​ໄຊ ແລະ ນາ​ມະ​ຍົດ​ອັນ​ສູງ​ສົ່ງອື່ນໆ​. ປະ​ຈຸ​ບັນ ເຖິງວ່າ ອາ​ຍຸ​ສູງ​ແລ້ວ​ກໍ​ຕາມ ​ແຕ່​ທ່ານ​ຍັງ​ຄົງ​ພະ​ຍາ​ຍາມ​ເພື່ອ​ປະ​ຖະ​ກະ​ຖາ ແລະ ຂຽນ​​ບົດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ