ບັນດາຜູ້ຮັກສາວັດທະນະທຳເຜົ່າຈຳ

(VOVWORLD) -ພໍ່ແມ່ພີ່ນ້ອງເຜົ່າຈຳມີຫຼາຍຄົນສຸດຈິດສຸດໃຈກັບວັດທະນະທຳເຜົ່າຕົນ ແລະ ມີຄວາມຫວັງຢາກອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳພື້ນເມືອງຂອງຊົນເຜົ່າຕົນ. ໃນຈຳນວນຜູ້ເປັນໜ້າຮັກແພງນັ້ນ ກໍ່ມີລຸງ ເທື່ອງຊວັນຫິວ ຢູ່ບ້ານ ຫຼາກຈິ ຕາແສງ ຝູຫຼາກ ເມືອງ ຕຸຍຟອງ ແລະ ອ້າຍ ອຶກວຽດວ່ອງ ຢູ່ບ້ານ ຕິ້ງໝີ ຕາແສງ ຟານແທັງ ເມືອງ ບັກບິ່ງ ແຂວງ ບິ່ງຖ້ວນ
ບັນດາຜູ້ຮັກສາວັດທະນະທຳເຜົ່າຈຳ - ảnh 1ອ້າຍ ອຶກວຽດວ່ອງ (ຢູ່ເບື້ອງຊ້າຍ)

    ຂີດໝາຍວັດທະນະທຳເຜົ່າຈຳ ຖືກສະແດງອອກຢ່າງຈະແຈ້ງຜ່ານສະຖາປັດຕະຍາກຳ ປະຕິມາກຳ (ບັນດາວິຫານ, ທາດ ພາບແກະຄວັດສະຫຼັກ, ຮູບປັ້ນບູຊາ) ແລະ ຢູ່ບັນດາຂົງເຂດອື່ນຄື ຮີດຄອງປະເພນີ,ງານບຸນ, ການເຫຼື້ອມໃສ, ສາສະໜາ, ພາສາເວົ້າ, ຕົວໜັງສື, ດົນຕີ, ສິລະປະການສະແດງ      

        ຈາກໃຈກາງຕາແສງເດີນຜ່ານເສັ້ນທາງໃນບ້ານ, ພວກຂ້າພະເຈົ້າໄດ້ໄປຮອດເຮືອນຂອງ ລຸງ ເທື່ອງຊວັນຫິວ ຢູ່ບ້ານ ຫຼາກຈິ ຕາແສງ ຝູຫຼາກ ເມືອງ   ຕຸຍຟອງ ແຂວງ ບິ່ງຖ້ວນ. ໃນເຮືອນຫຼັງນ້ອຍ ລຸງພວມສອນຕົວໜັງສືເຜົ່າຈຳ ບູຮານໃຫ້ແກ່ພວກນ້ອງນ້ອຍ. ສຽງຫັດຜັນສຽງໄດ້ກັງວານຂຶ້ນໃນແຕ່ລະວັນ. ໃນເຮືອນຫຼັງນ້ອຍຂອງລຸງ ຢູ່ບ່ອນໃດກໍ່ເຫັນປຶ້ມອ່ານ, ສຳລັບປຶ້ມອ່ານປະເພດທີ່ມີຄ່າຫາຍາກ ລຸງກໍ່ໄດ້ມ້ຽງໄວ້ໃນຕູ້ຕ່າງຫາກ. ແຕ່ຄາວຍັງນ້ອຍລຸງ ເທື່ອງຊວັນຫິວ ມີຄວາມໂຊກດີ ໄດ້ຮັບການຖ່າຍທອດບອກສອນກ່ຽວກັບຕົວໜັງສືເຜົ່າຈຳ ອັນລ້ຳຄ່າຈາກບັນດາອ້າຍເອື້ອຍຄູຂອງຕົນໃນບ້ານ. ດັ່ງນັ້ນ ລຸງກໍ່ມີຄວາມເມົາມົວອ່ານປຶ້ມ ແລະ ຈຸດວັດທະນະທຳອັນລ້ຳຄ່າຂອງເຜົ່າຕົນໄດ້ຄ່ອຍໆຊຶມເລິກເຂົ້າສະໜອງຂອງລາວນັບແຕ່ຍາມໃດກໍ່ບໍ່ຮູ້. ໃນມໍ່ໆມານີ້ ລຸງໄດ້ເກັບກຳບັນດາຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ດ້ວຍການຈົດກ່າຍບັນທຶກບັນດາຮີດຄອງປະເພນີ ພິທີກຳໃນພິທີສູ່ຂໍ ງານດອງ, ງານບຸນກາເຕ... ປັດຈຸບັນເຖິງວ່າໄດ້ມີອາຍຸສູງແລ້ວກໍ່ຕາມແຕ່ລຸງຍັງຄົງເດີນຕາມການເກັບກຳຮັກສາບັນດາຊຸດປຶ້ມຄຳພີທີ່ມີຄຸນຄ່າຂຽນໃສ່ເຈ້ຍສາ. ລຸງ ເທື່ອງຊັວນຫິວ ໃຫ້ຮູ້ວ່າ ເອກະສານບູຮານທີ່ຂຽນດ້ວຍຕົວໜັງສືເຜົ່າຈຳ ແມ່ນຍັງເຫຼືອພຽງເລັກໆນ້ອຍໆ ເພາະສະນັ້ນເຮົາຕ້ອງຮັກສາມັນ. ລຸງ ເທື່ອງຊັວນຫິວ ເລົ່າສູ່ຟັງວ່າ:

      “ຮອດວັນນີ້ກະໂຕຂ້າພະເຈົ້າເອງ ຍັງຄົງຮັກສາຊຸດຄຳພີ, ປຶ້ມອ່ານດ້ວຍຕົວໜັງສືເຜົ່າຈຳຫຼາຍຊຸດທີ່ມີຄຸນຄ່າຫາຍາກ ເຊິ່ງຂ້າພະເຈົ້າໄດ້ເກັບກຳຄົ້ນຄວ້າ ເພື່ອປະໄວ້ໃຫ້ຄົນລຸ້ນປັດຈຸບັນ. ດ້ວຍບົດບາດຄວາມຮັບຜິດຊອບ ແມ່ນຜູ້ກ້າວເດີນກ່ອນຂ້າພະເຈົ້າກໍ່ມີຄວາມຫວັງຢາກໃຫ້ຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ລຸ້ນຄົນໃນພາຍພາກໜ້າຈົ່ງພ້ອມກັນສືບຕໍ່ເກັບຮັກສາຄົ້ນຄວ້າບັນດາຄຸນຄ່າວັດທະນະທຳຂອງເຜົ່າຈຳ ເພື່ອສືບທອດໃຫ້ແກ່ຄົນລຸ້ນຫຼັງ”.

       ຢູ່ບ້ານ ຕິ້ງໜີ ຕາແສງ ຟານແທັງ ເມືອງ ບັກບິ່ງ ແຂວງ ບິ່ງຖ້ວນ ເຊິ່ງແມ່ນດິນແດນຖືກອຸປະມາປຽບເໝືອນອູ່ວັດທະນະທຳເຜົ່າຈຳ ຂອງແຂວງ ບິ່ງຖ້ວນ. ອ້າຍ ອຶກວຽດວ່ອງ ໄດ້ສະຫງວນຄວາມຮັກໃຫ້ແກ່ວັດທະນະທຳເຜົ່າຕົນ ເຊິ່ງບໍ່ນ້ອຍໜ້າກວ່າລຸງ ເທື່ອງຊວັນຫິວ.  ໂດຍໄດ້ເຮັດວຽກຢູ່ສູນວາງສະແດງວັດທະນະທຳເຜົ່າຈຳ, ດັ່ງນັ້ນ ອ້າຍ ອຶກວຽດວ່ອງ ມີເງື່ອນໄຂຫຼາຍກວ່າລຸງ ຊັວນຫິວ ໃນການເກັບກຳບັນດາວັດຖຸພັນທີ່ກ່ຽວຂ້ອງເຖິງວັດທະນະທຳຂອງເຜົ່າຕົນ. ອ້າຍ ວ່ອງ ໄດ້ສະຫຼະເວລາໄປຊອກຮູ້ຈົດກ່າຍ ບັນດາສິ່ງທີ່ເກົ່າແກ່ຂອງວັດທະນະທຳພື້ນເມືອງ ໃນບັນດາງານບຸນຂອງຊາວເຜົ່າຈຳ.  ລາວກໍ່ໄດ້ລົງໄປຮອດແຕ່ລະຄອບຄົວ ເພື່ອໂຄສະນາຂົນຂວາຍພໍ່ແມ່ພີ່ນ້ອງບໍລິຈາກວັດຖຸພັນ ວັດຖຸບູຮານ ເພື່ອນຳໄປວາງສະແດງຢູ່ສູນ. ອ້າຍ ອຶກວຽດວ່ອງ ໃຫ້ຮູ້ວ່າ:

      “ໂດຍແມ່ນຜູ້ພວມເຮັດວຽກຢູ່ສູນວາງສະແດງວັດທະນະທຳເຜົ່າຈຳ ຂ້າພະເຈົ້າເຫັນວ່າພັກ ແລະ ລັດ ຫວຽດນາມ ໄດ້ເອົາໃຈໃສ່ເຖິງການການອະນຸລັກຮັກສາວັດທະນະທຳເຜົ່າຈຳ ຫຼາຍທີ່ສຸດ. ຂ້າພະເຈົ້າມີຄວາມຫວັງຢາກໃຫ້ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວຫໍພິພິທະພັນແຂວງ ເອົາໃຈໃສ່ຫຼາຍກວ່າອີກ ເຖິງການອະນຸລັກຮັກສາວັດທະນະທຳຂອງເຜົ່າຈຳ ເປັນຕົ້ນແມ່ນອາຊີບຫັດຖະກຳຂອງເຜົ່າຈຳ ນັ້ນແມ່ນອາຊີບເຮັດເຄື່ອງປັ້ນດິນເຜົາ ແລະ ອາຊີບຕ່ຳແຜ່ນແພພື້ນເມືອງວ່າ ສອງອາຊີບນີ້ໃນປັດຈຸບັນມີໜ້ອຍຄົນເຮັດ ແລະ ມີຄວາມສ່ຽງຖືກສູນຫາຍໄປ”.

      ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາເຜົ່າສ່ວນໜ້ອຍ ຫວຽດນາມ ຄັ້ງທີ II ເຊິ່ງຈັດຂຶ້ນໃນເດືອນ ທັນວາ ປີ 2020, ອ້າຍ ອຶກວຽດວ່ອງ ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ. ລຸງ ເທື່ອງຊັວນຫິວ ກໍ່ໄດ້ຮັບນາມມະຍົດນັກສິລະປະການປະຊາຊົນຈາກລັດ. ທັງສອງຄົນກໍ່ລ້ວນແຕ່ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດ ຄັ້ງທີ X ປີ 2020. ນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈຂອງສະເພາະສອງຄົນນີ້ເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈຮ່ວມຂອງພໍ່ແມ່ພີ່ນ້ອງເຜົ່າຈຳອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ