ບຸນຢ້ອງ, ສັນຍາລັກແຫ່ງຄວາມຫວັງມີອິດສະຫຼະພາບ


   ​ແທ໋ງ​ຢ້ອງ ​ແມ່ນ​ໜຶ່ງ​ໃນ​ອໍລະຫັນ 4 ອົງ​ທີ່​ອະມະຕະ​ໃນ​ການ​ເຫຼື້ອມ​ໃສ​ພື້ນ​ເມືອງ ຫວຽດນາມ. ປະຈຸບັນ, ຊາວຫວຽດນາມໄດ້ບູຊາແທ໋ງ​ຢ້ອງ ແລະ ຈັດງານບຸນ ອາໄລຫາຢູ່ຫຼາຍແຫ່ງໃນທົ່ວປະເທດ. ແຕ່ງານບຸນ​ຢ້ອງຢູ່ຕາແສງ ຟູ່ດົງ ​ເມືອງ​ຢາ​ເລີ​ມ, ຮ່າ​ໂນ້ຍ ​ແມ່ນ​ງານ​ບຸນ​ໃຫຍ່​ຢູ່​ເຂດ​ທົງ​ພຽງ​ແມ່​ນ້ຳ​ແດງ. ​

ບຸນຢ້ອງ, ສັນຍາລັກແຫ່ງຄວາມຫວັງມີອິດສະຫຼະພາບ - ảnh 1
ພິທີ​ແຫ່​ວໍໃນບຸນຢ້ອງ
(ພາບ:baohanoi)

     ບຸນ​ຢ້ອງ, ຊຶ່ງ​ແມ່ນ​ງານ​ບຸນ​ປະ​ເພນີ ຖືກ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ 4 ແຕ່​ລະ​ປີ ​​ໂດຍໄລ​່ຕາມຈັນທະ​ປະຕິທິນ​. ງານ​ບຸນ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫວຽດນາມ​ອາ​ໄລ​ຫາ ​ແລະ ສັນລະ​ເສີນ​ວິລະ​ກຳ​ທີ່​ລືຊາ​ຜາກົດ​ຂອງ​ນັກ​ວິລະ​ຊົນ​ໄດ້​ດັບ​ສູນ​ພວກ​ສັດ​ຕູ ​ເອີນ ທາງ​ທິດ​ເໜືອ​ເຂົ້າ​ມາ​ຮຸກ​ຮານ, ອັນ​ໄດ້​ເປີ​ດໜ້າ​ປະຫວັດສາດ​ຄຳ​ແຫ່ງ​ການ​ຕ້ານ​ສັດຕູ​ພາຍ​ນອກ​ເຂົ້າມາ​ຮຸກ​ຮານ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຮຸ່ງ. ນັກ​ປະຫວັດ ສາດ ​ເລ​ວັນ​ລານ ​ໃຫ້​ຮູ້​ວ່າ :

   “ແທ໋ງ​ຢ້ອງ ຊຶ່ງ​ແມ່​ນັກ​ວິລະ​ຊົນ​ຂອງ​ໝູ່​ບ້ານ​ຢ້ອງ ໝາຍ​ເຖິງ​ໝູ່​ບ້ານ​ຟູ່ດົງ.​ ຄາວ​ຍັງ​ນ້ອຍ, ແທ໋ງ​ຢ້ອງ ​ບໍ່​ຫົວ, ບໍ່​ເວົ້າຈັກ​ຄວາມ, ​ແຕ່​ເມື່ອ​ໄດ້​ຍິນ​ຂ່າວ​ມີ​ສັດຕູ​ພາຍ​ນອກ​ເຂົ້າ​ມາ​ຮຸກ​ຮານ, ບັງ​ເອີນ, ແທ໋ງ​ຢ້ອງ​ໃຫຍ່​ຂຶ້ນ​ໄວ, ກາຍ​ເປັນ​ນັກ​ວິລະ​ຊົນ. ຍ້ອນ​ໄດ້​ຮັບ​ການ​ລ້ຽງ​ດູ, ຊ່ວຍ​ເຫຼືອ​ຈາກ​ປະຊາຊົນ, ແທ໋ງ​ຢ້ອງ​ໄດ້​ກາຍ​ເປັນ​ຜູ້​ທີ່​ມີ​ຄຸນງາມຄວາມດີ ​ແລະ ມີ​ການ​ປະກອບສ່ວນ​ເຫື່ອ​ແຮງ​ຂອງ​ຕົນ. ດ້ວຍ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ຕົນ, ແທ໋ງ​ຢ້ອງ​ໄດ້​ກາຍ​ເປັນ​ຜູ້​ກູ້​ຊາດ​ຕ້ານ​ສັດຕູ​ພາຍນອກ​ເຂົ້າມາ​ຮຸກ​ຮານ, ກາຍ​ເປັນ​ນັກ​ວິລະ​ຊົນ​ແຫ່ງ​ຊາດ, ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ນ້ຳ​ໃຈ​ອົງອາດ​ກ້າ​ແກ່ນ, ບໍ່​ຍອມ​ຈຳນົນ​ເພື່ອ​ຕີ​ສັດຕູ ”

    ບຸນ​ຢ້ອງຢູ່​ຟູ່ດົງ​ມີ 5 ບ້ານ​ເຂົ້າ​ຮ່ວມ ​ເພາະວ່າ​ລ້ວນ​ແຕ່​ຕິດ​ພັນ​ກັບ​ເທບ​ນິຍາຍ ແທ໋ງ​ຢ້ອງ. ບ້ານ​ຟູ່ຢຶກ ​ແມ່ນ​ແຫ່ງ​ທີ່ ແທ໋ງ​ຢ້ອງ ກຳ​ເນີ​ດຂຶ້ນ, ບ້ານ​ຟູ່ດົງ ​ແມ່ນ​ແຫ່ງທີ່ ແທ໋ງ​ຢ້ອງ​ເຕົ້າ​ໂຮມ​ກຳລັງ​ທະຫານ​ເພື່ອ​ຕີ​ສັດຕູ, ບ້ານ​ດົງ​ວຽນ​ ຊຶ່ງ​ແມ່ນ​ບ້ານ​ເກີດ​ຂອງ​ແມ່ ແທ໋ງ​ຢ້ອງ. 2 ບ້ານ​ນີ້​ແມ່ນ​ຕັ້ງ​ຢູ່​ຝັ່ງ​ທາງ​ທິດ​ໃຕ້​ຂອງ​ແມ່​ນ້ຳ​ດ້ວງ ​ແລະ ບ້ານ​ໂຫ້​ຍຊ້າ ຂຶ້ນ​ກັບ​ຕາ​ແສງ​ຟຸກ​ເຫຼີ້ຍ ​ເມືອງ​ລອງ​ບຽນ ​ແມ່ນ​ແຫ່ງ​ທີ່​ມີ​ພວກ​ເດັກ​ລ້ຽງ​ຄວາຍ​ເດີນທາງ​​ຕາມ ແທ໋ງ​ຢ້ອງ ​ໄປ​ຕີ​ສັດຕູ. ຕາມ​ການ​ເລົ່າ​ຂານ​ກັນ​ມາ​ວ່າ ວັນ​ທີ 9/4 ໂດຍໄລ​່ຕາມຈັນທະ​ປະຕິທິນ ​ແມ່ນ​ວັນ ແທ໋ງ​ຢ້ອງ ​ໄດ້​ຕີ​ເອົາ​ໄຊຊະນະ​ພວກ​ສັດຕູ​ເອີນ, ດັ່ງນັ້ນ​ນີ້​ແມ່ນ​ວັນ​ສຳຄັນ​ໃນ​ງານ​ບຸນ. ​ເພື່ອ​ອາ​ໄລ​ຫາ​ນັກ​ວິລະ​ຊົນ, ຊາວບ້ານ​ຟູ່ດົງ ​ໄດ້​ຈັດ​ພິທີ​ແຫ່​ວໍ​ຈາກ​ວິຫານເມົ້າຫາ​ວິຫານ​​ເທື້ອງ ​ແລະ ຈັດ​ບຸນ​ວາດ​ພາບ​ເຖິງ​ການ​ໂຈມ​ຕີ​ສັດຕູ​ເອີນ .

    ຄວາມ​ດູດ​ດື່ມ​ຂອງ​ບຸນ​ຢ້ອງ ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ຄວາມ​ໝາຍ​ສຶກສາ​ອົບຮົມ​ນ້ຳ​ໃຈ​ຮັກ​ຊາດ, ມູນ​ເຊື້ອ​ຟຶກ​ແອບ​ມວຍ, ​ເຈດ​ຈຳນົງ​ທີ່​ອົງອາດ​ກ້າ​ແກ່ນ ​ແລະ ຄວາມ​ຫວັງ​ມີ​ເອກະລາດ, ອິດ​ສະຫຼະ​ພາບ​ແຫ່ງ​ຊາດ. ບຸນ​ຢ້ອງ​ແມ່ນ ບຸນ​ວາດ​ພາບ​ເຖິງ​ການຮົບ, ທັງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຕ້ານ​ສັດຕູ​ພາຍນອກ​ເຂົ້າມາ​ຮຸກ​ຮານຂອງ​ຊາວ​ຫວຽດ​ເດີມ, ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ຂອງ​ປະຊາຊົນໃຫ້​ປະ​ເທດ​ຊາດ​ມີສັນຕິ​ພາບ, ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ. ​ເມື່ອ​ມາ​ຮ່ວມ​ງານ​ບຸນ, ​ແຂກ​ຄົນ​ທັງ​ຫຼາຍ ຈະ​ເຫັນ​ໄດ້​ເຖິງ​ທິດ​ສະ​ດີ​ປັດ​ຊະ​ຍາ​ທີ່​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ເປັນ​ມະນຸດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ ​ແລະ​ມູນ​ເຊື້ອ​ຮັກ​ບ້ານ​ເມືອງ, ປະ​ເທດ​ຊາດ​​​ໂດຍ​ສືບ​ທອດ​ຈາກ​ຄົນ​ລຸ່ນກ່ອນໆ. ລຸງ​ ໂງ​ວັນ​ຫຍີບ ຊາວບ້ານ​ຟູ່ດົງ ​ໃຫ້​ຮູ້​ວ່າ :

  “ ພວກ​ຂ້າພະ​ເຈົ້າຮູ້ສຶກ​ມີ​ຄວາມ​ພາກພູມ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ເລື່ອງ​ລາວ​ເລົ່າຂານ​ສືບ​ກັນ​ມາ ຈາກ​ຄົນ​ລຸ່ນນີ້​ສູ່​ຄົນ​ລຸ່ນອື່ນ. ​ເຮົາ​ເຂົ້າ​ຮ່ວມ​ງານ​ບຸນ ​ເພື່ອ​ພາວະນາ​​ໃຫ້​ຄອບຄົວມີຄວາມ​ໂຊກ​ດີ, ​ປະ​ເທດ​ຊາດ​ມີສັນຕິ​ພາບ, ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ ”

   ສ່ວນ​ນ້ອງ ​ເລກ​ວາງ​ດຶກ ຮຽນ​ຫ້ອງ ມ​3 , ​ແຕ່​ຄາວ​ຍັງ​ນ້ອຍ ​ໄດ້​ຟັງ​ປູ​ຍ່າ​ພໍ່​ແມ່ ​ເລົ່າ​ເລື່ອງແທ໋ງ​ຢ້ອງ. ​ເມື່ອບຸນ​ຢ້ອງຖືກ​ຈັດ​ຂຶ້ນ​ແຕ່ລະ​ເທື່ອ, ດຶກ​ຖືກພໍ່​ແມ່​ພາ​ໄປ​ຮ່ວມງານ​ບຸນ ​ເພື່ອ​ເຂົ້າ​ໃຈ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຊາດ . ນ້ອງ ​ເລກ​ວາງ​ດຶກ ​ເວົ້າ​ວ່າ :

   “ ນ້ອງ​ມັກ​ທີ່​ສຸດ ​ແມ່ນ​ໄດ້​ຮັບ​ຊົມ​ການສະ​ແດງການ​ຮົບ​ໃນ​ງານ​ບຸນ. ​ໄດ້​ຊົມ​ການ​ຕີມວຍ. ງານ​ບຸນ​ນີ້​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ນ້ອງໄດ້​ຟັງ​ປູ​ຍ່າ​​ເລົ່າ​ເລື່ອງລາວ​ປະຫວັດສາດແທ໋ງ​ຢ້ອງ​ແລ້ວ ”

   ລຸງ ຫງວຽນ​ຫງອກ​ຮຸຍ ຜູ້​ອາຍຸ​ສູງ​ໃນ​ບ້ານ​ຟູ່ດົງ​​ໃຫ້​ຮູ້​ວ່າ ກ່ອນ​ທີ່​ດຳ​ເນີນ​ງານ​ບຸນ, ປະຊາຊົນ​ຂອງ 5 ບ້ານ​ຕ້ອງ​ໂຮມ​ປະຊຸມ​ເພື່ອ​ເລືອກ​ເອົາ​ບັນດາ​ຜູ້​ສວ​ມບົດຕົວ​ລະຄອນ​ໃນ​ການສະ​ແດງ​ການ​ຮົບ. ລຸງ ຫງວຽນ​ຫງອກ​ຮຸຍ ​ເວົ້າວ່າ :  

  “ ຕ້ອງ​ເລືອກ​ເອົາ​ຄົນ​ໃນ​ເກັ່ນ​ອາຍຸ​ແຕ່ 18 ຫາ 50 ປີ​ລົງ​ມາ, ມີ​ສຸຂະພາບ​ແຂງ​ແຮງ, ​ເປັນ​ຄົນ​ເຈົ້າສູ້. ສຳລັບ​ຕົວ​ລະຄອນ​ຝ່າຍ​ສັດ​ຕູ​ແມ່ນ ເລືອກ​ເອົາ​ຄົນ​ໃນ​ເກັ່ນ​ອາຍຸ​ແຕ່ 10 ຫາ 13 ປີ ​ເພື່ອ​ຮັບປະກັນ​ຄວາມ​ເຄັ່ງຂຶມ​ຂອງ​ງານ​ບຸນ ”

   ບຸນ​ຢ້ອງ ​ແມ່ນ​ສານ​ທີ່​ລຸ່ນປູ​ຍ່າ​ຕາ​ຍາຍ​ຝາກຝັງ​ໃຫ້​ຄົນ​ລຸ່ນຫຼັງ, ຕ້ອງ​ສຸມ​ກຳລັງ​ແຮງ​ຈຶ່ງ​ສາມາດຕີ​ເອົາ​ໄຊຊະນະ​ຕໍ່​ພວກສັດຕູ​ພາຍນອກ​ເຂົ້າມາ​ຮຸກ​ຮານ, ພ້ອມ​ກັນ​ນັ້ນ, ບຸນ​ຢ້ອງ ຍັງ​ສະ​ແດງ​ໃຫ້​ເຫັນຄວາມ​ຫວັງ​ມີ​ສັນຕິພາບ​ຂອງ​ຊາດ​ຫວຽດນາມ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ