ປີ 2011-ປີແຫ່ງຂີດໝາຍດ້ວຍ ຜົນສຳເລັດທາງດ້ານວັດທະນະທຳ

ປີ 2011-ປີແຫ່ງຂີດໝາຍດ້ວຍ ຜົນສຳເລັດທາງດ້ານວັດທະນະທຳ - ảnh 1
ອ່າວ​ຮ້າ​ລອງ

ຕໍ່​ຈາກ​ຜົນສຳ​ເລັດຂອງ​ປີ 2010, ​ໃນ​ປີ 2011 ຫວຽດນາມ​ສຶບຕໍ່​ຢັ້ງຢືນ​ຄຸນຄ່າ​ດ້ານ​ວັດທະນະທຳ​ຕໍ່​ໂລກ​ດ້ວຍ​ເລື່ອງມໍລະ​ດົກ​ວັດທະນະທຳ 2 ຢ່າງ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງການ UNESCO ​ນັ້ນແມ່ນ​ມໍລະ​ດົກ​ວັດທະນະທຳ​ໂລກ ​ແລະ ມໍລະ​ດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ​ຂອງ​ໂລກທີ່ຄວນໄດ້ຮັບການ​ຮັກສາ​ໄວ້ ​ຢ່າງ​ຮີບ​ດ່ວນ. ປີ 2011 ​​ແມ່ນ​ປີແຫ່ງ​ຂີດ​ໝາຍ​ດ້ວຍ​ຜົນສຳ​ເລັດຫຼາຍ​ຢ່າງ​ຂອງ​ຫວຽດນາມ​ໃນ​ບັນດາ​ງານ​ມະ​ໂຫລານ​ສິລະ​ປະ​​ລະດັບ​ສາກົນ.   ​ເດືອນ​ມິຖຸນາ​ປີ 2011, ທີ່​ສະ​ໄໝປະຊຸມຄັ້ງ​ທີ່ 35 ຂອງຄະນະ​ກຳມະການ​ມໍລະດ​ົກ​ໂລກ​ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່ ປາຣີ ປະ​ເທດ​ຝະລັ່ງ, ກຳ​ແພງ​ສະ​ໄໝ​ລາດ​ຊະ​ວົງ​ໂຮ່ ​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ ມໍລະ​ດົກ​ວັດທະນະທຳ​ໂລກ. ກຳ​ແພງ​ສະ​ໄໝ​ລາດ​ຊະ​ວົງ​ໂຮ່ ຊຶ່ງ​ແມ່ນ​ກິດຈະກຳ​ສະຖາປັດ​ຕະຍະ​ກຳ​ດ້ວຍ​ຫີນຢູ່​ແຂວງ ​ແທງ​ຮ້ວາ ​ໄດ້​ຊ້ອນ​ແຝງ​ບັນດາ​ສິ່ງ​ທີ່​ລຶກລັບ​ມະຫັດ​ສະ​ຈັນ, ມີ​ຄວາມ​ດູດ​ດື່ມ​ກ່ຽວກັບ​ປະຫວັດສາດ ​ແລະ ສິລະ​ປະ​ທາງ​ດ້ານ​ສະຖາປັດ​ຕະຍະ​ກຳ. ລະບົບ​ກຳ​ແພງດ້ວຍ​ຫີນ ​ທີ່​ໃຫຍ່​ໂຕ​ມະ​ໂຫຖານນີ້ ​ແມ່ນ​ການ​​ເຕົ້າໂຮມສິ່ງ​ຍອດ​ຍິ່ງ​ກ່ຽວ​ກັບ​ສະຕິ​ປັນຍາ​ເຫື່ອ​ແຮງ ​ແລະ ຫົວຄິດ​ປະດິດ​ສ້າງ​ເປັນ​ເອກະລັກ, ຄວາມ​ຄ່ອງ​ແຄ້ວ​ທີ່​ມະຫັດສະຈັນ​ດ້ວຍ​ສອງ​ຝາ​ມື​ຂອງ​ມະນຸດ, ທັງ​ເປັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປານີດ, ລະອຽດ​ອອນ​ຂອງ​ຊາວ​ຫວຽດນາມ. ການ​ຮັບ​ຮູ້​ຂອງ​ໂລກ​ສຳລັບ​ກິດຈະກຳ​ເຮັດ​ດ້ວຍ​ຫີ​ນ​ແຫ່ງ​ໜຶ່ງດຽວ​ໄດ້​ນຳ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ມາສູ່​ຊາວ​ແຂວງ ​ແທງ​ຮ້ວາ ​ເວົ້າ​ສະ​ເພາະ ​ແລະ ຊາວ​ຫວຽດນາມ​ເວົ້າ​ລວມ, ​ແຕ່​ກໍ່​ວາງ​ໜ້າ​ທີ່​ຄວາມ​ຮັບຜິດຊອບ​ໃຫ້​ແກ່​ເຂົາ​ເຈົ້າ​ໃນ​ພາຍ​ພາກ​ໜ້າ. ທ່ານ ດວານ​ວັນ​ຟູ້ ຮອງ​ຫົວໜ້າ​ພະ​​ແນ​ກວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ​ແທງ​ຮ້ວາ​ໃຫ້​ຮູ້ວ່າ  “ການ​ທີ່ກຳ​ແພງ​ສະ​ໄໝ​ລາດ​ຊະ​ວົງ​ໂຮ່ໄດ້​ຮັບ​ການ​ຮັບ​ຮູ້ ​ແມ່ນມໍລະ​ດົກ​ວັດທະນະ ທຳ​ໂລກນັ້ນ, ທັງ​ແມ່ນ​ເງື່ອນ​ໄຂ​ພື້ນຖານ​ເພື່ອ​ໃຫ້​ແຂວງ​ແທງ​ຮ້ວາ​ບຸກບືນ​ຂະຫຍາຍ ຕົວ, ​ແຕ່​ກໍ່​ຍັງ​ມີ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ​ພື້ນຖານ​ເສດຖະກິດ​ວັດທະນະທຳ ​ແລະ ສັງຄົມ​ຂອງ​ແຂວງ. ສຳ​ລັບກຳ​ແພງ​ສະ​ໄໝ​ລາດ​ຊະ​ວົງ​ໂຮ່ ​ກໍ່​ແມ່ນ​ເຄື່ອງໝາຍ​ວັດທະນະທຳ​ໂລກ, ດັ່ງ​ນັ້ນ​ມັນ​ແມ່ນ​ປະຖົມ​ປັດ​ໃຈ​ທີ່​ສຳຄັນ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າ​ສ້າງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຂອງ​ແຂວງ ດ້ວຍ​ຄວາມ​ໝາຍ​ເທົ່າ​ທຽມ​ກັບ ​ລະດັບ​ສາກົນ”

    ຄວາມ​ມ່ວນ​ຊື່ນ​ຂອງ​ຊາວ​ ຫວຽດນາມ​ ຄື​ໄດ້​ທະວີຄູນ​ຫຼາຍ​ຂຶ້ນ​ໃນ​ເມື​່ອທ້າຍ​ປີ​ນີ້, ອ່າວ​ຮ້າ​ລອງ​ຂອງ​ຫວຽດນາມ ​ໄດ້​ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ສິ່ງ​ທຳ​ມະ​ຊາດ​ມະຫັດ ສະຈັນ​ໃໝ່ 7 ​ແຫ່ງ​ຂອງ​ໂລກ​ໂດ​ຍອົງການ New7Wonders ປະກາດ. ​ເລື່ອງ ອ່າວ​ຮ້າ​ລອງຊຶ່ງ​ແມ່ນ​ທິວ​ທັດ​ທຳ​ມະ​ຊາດ ໄດ້​ຮັບ​ການ​ຮັບ​ຮູ້​ 2 ຄັ້ງ ຈາກ​ອົງການ UNESCO ​ແມ່ນ​ມໍລະ​ດົກ​ທຳ​ມະ​ຊາດໂລກນີ້, ສືບ​ຕໍ່ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ສິ່ງ​ທຳ​ມະ​ຊາດ​ມະຫັດສະຈັນ​ໃໝ່ 7 ​ແຫ່ງ​ຂອງ​ໂລກນັ້ນ, ອີກ​ເທື່ອ​ໜຶ່ງ​ໄດ້​ເປັນ​ການ​ຢັ້ງຢືນ​ຄຸນຄ່າ​​ແບບຍື່ນ​ຍົງ, ​ແລະ ຊື່​ສຽງ​ໂດ​ງດັງ​ໃນ​ທົ່ວ​ໂລກ​ຂອງອ່າວ​ຮ້າ​ລອງຊຶ່ງ​ເປັນ​ການ​ໝາຍ​ໝັ້ນ​ຈະ​ນຳ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ​ສືບ​ຕໍ່​ຂະຫຍາຍຕົວ​ໃນ​ປີ 2012. ທ່ານ ຈິ້ງ​ດັ່ງ​ແທງ ຮອງ​ຫົວໜ້າ​ພະ​​ແນ​ກວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວແຂວງ ກວາງ​ນິງ ​ ​ໃຫ້​ຮູ້​ວ່າ :  “ວຽກ​ງານ​ທີ່​ພວກ​ຂ້າພະ​ເຈົ້າ​ຈະ​ເຮັດ​ຕໍ່​ໄປ​ແມ່ນ ​ຮັກສາ​​ເຄື່ອງໝາຍທິວ​ທັດ​ທຳ​ມະ​ຊາດ​ໃຫ້​ໝັ້ນຄົງ ​ແລະ ​ເຮັດ​ແນ​ວ​ໃດ​ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ມັນ​ໃຫ້​ດີ​ຍິ່ງຂຶ້ນ​ອີກ. ທາງ​ດ້ານ​ຄຸນຄ່າ, ຕ້ອງ​ເພີ່ມຄຸນຄ່າ​ຂອງ​ມັນ​ໃຫ້​ຫຼາຍ​ກ່ວາ​ອີກ, ​ແລະ​ຍົກ​ສູງຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ທ່ອງ​ທ່ຽວ ຮ້າ​ລອງ ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.​ ແຕ່​ກ່ອນ​ອື່ນ​ໝົດ​ຕ້ອງ​ສ້າງ​ຖັນ​ແຖວ​ຜູ້​ເຮັດ​ວຽກ​ງານ​ບໍລິການ ທ່ອງທ່ຽວ​ທີ່​ມີ​ລະດັບ​ວິຊາ​ສະ​ເພາະ​ສູງ. ການ​ເຄື່ອນ​ໄຫວ​ຂອງ​ວົງ​ຄະນະ​ຍາດ​ຊຸມ​ຊົນ​ໃນ​ບໍລິ​ເວນ ອ່າວ​ຮ້າ​ລອງ ກໍໍ່ຕ້ອງຈັດ​ສັນ​ໃຫ້​ດີ​ກ່ວາ​ເພື່ອ​ສ້າງ​ພາບ​ພົດ​ທີ່​ດີ​ໃຫ້​ແຂກ​ທ່ອງ​ທ່ຽວ​ ”
   ບັນດາ​ຄຳ​ຊົມ​ເຊີຍ​ຂອງ​ເພື​່ອນມິດສາ​ກົນ​ທີ່​ມີ​ຕໍ່​ເຫດການ ສິລະ​ປະຂັບ​ຊວານ ຂອງ​ແຂວງ ຟູ້​ເທາະ ​ ​ໄດ້​ຮັບ​ການ​ຮັບ​ຮູ້ຢ່າງ​ເປັນ​ທາງ​ການ​ຈາກ​ອົງການ UNESCO ວ່າ​ແມ່ນ ມໍລະດົກ​ວັດທະນະທຳບໍ​ມີ​ຮູບ​ຮ່າງ​​ຄວນ​ໄດ້​ຮັບ​ການ​ຮັກສາ​​ໄວ້​ຢ່າງ​ຮີບດ່ວນ​ຂອງ​ມ່ວນ​ມະນຸດ, ​ໄດ້​ເປັນ​ການ​ປິດ​ທ້າຍ​ປີ​ໜຶ່ງ​ດ້ວຍ​ຜົນສຳ​ເລັດ​ຂອງ​ພື້ນຖານ​ວັດທະນະທຳ​ຫວຽດນາມ. ນີ້​ແມ່ນ​ຄວາມ​ເປັນ​ກຽດ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ ຍ້ອນ​ວ່າ​ພ້ອມ​ກັບ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ນັ້ນ, ກໍ່​ຍັງ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຢ່າງ​ໜັກໜ່ວງ​ຂອງ​ຊາວ ຫວຽດນາມ​ທຸກໆ​ຄົນ ​ແມ່ນ​ເຮັດ​ແນວ​ໃດ​ຕ້ອງ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ອັນ​ລ້ຳ​ຄ່າ​ນີ້. ຄະນະ​ກຳມະການ​ປະຊາຊົນແຂວງ ຟູ້​ເທາະ ພວມ​ມີ​ບັນດາການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ ​ແລະ ອະນຸລັກ​ຢ່າງ​ຮີບ​ດ່ວນ ຄື​ດັ່ງ​ການ​ໂຄສະນາ​ເຜີຍ​ແຜ່​ແນະນຳ​ຄຸນຄ່າຂອງ ​ສິລະ​ປະ​ຂັບ​ຊວາ​ນ​ ໃຫ້​ແກ່​ທັງ​ຊາວ​ຫວຽດນາມ ​ແລະ​ ເພື່ອນ​ມິດສາ​ກົນ, ດຳ​ເນີນ​ການຖ່າຍ​ທອດປະ​ເພດ ສິລະ​ປະ​ຂັບ​ຊວາ​ນ​​ໃຫ້​ແກ່​ລຸ່ນ​ໄວ​ໜຸ່ມ. ຫວັງ​ວ່າ​ໃນ​ປີ​ໃໝ່ 2012 ບັນດາ​ວິທີ​ການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ​ຄື​ດັ່ງກ່າວ​ຈະ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ​ໂດຍ​ໄວ. ທ່າ​ນນາງດອກ​ເຕີ ເລ​ທິມິ​ງ ຫຼິ ອະດີດ​ຮອງ​ຫົວໜ້າ​ກົມມໍລະດົກ​ວັດທະນະທຳ ຢືນຢັນ​ວ່າ :   “ ​ໃນ​ຕົວ​ຈິງ, ມໍລະດົກ​ເປັນ​ຕົວ​ແທນ ​ແລະ ມໍລະດົກ​ຕ້ອງ​ຮັກສາຢ່າງ​ຮີບ​ດ່ວນ ​ແມ່ນ​ມີ​ຄວາມ​ໝາຍ​ຄ້າຍຄື​ກັນ, ​ແຕ່​ສຳລັບ​ບັນຊີ​ລາຍ​ຊື່ມໍລະດົກ​ຕ້ອງ​ຮັກສາຢ່າງ​ຮີບ​ດ່ວນ​ນັ້ນ ພັດ​ມີ​ຄວາມ​ສຳຄັນ​ກ່ວາ, ຍ້ອນ​ວ່ານັ້ນ​ເປັນ​ໜ້າ​ທີ່ ​ແລະ ການ​ທ້າ​ທາຍ​ທີ່​ມີ​ຕໍ່ມໍລະດົກ​, ​ດັ່ງ​ນັ້ນ​ຕ້ອງມີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ລົງທຶນ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາມໍລະດົກ​​ ໃຫ້​ຫຼາຍ​ຂຶ້ນ. ​ແຕ່​ສະ​ເພາະ​ປີ​ນີ້​ ມີ​ຂ່າວ​ດີ​ຂ່າວ​ມ່ວນ​ກ່ວາ ຂະນະ​ທີ່​ໃນ​ທັງ​ວິວັດ​ການ​ຮັບ​ຮູ້​ມໍລະດົກ​ໂລກ 7 ​ແຫ່ງ ກໍ​ຄືມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ 6 ​ຢ່າງ​ໄດ້​ຮັບ​ການ​ຮັບ​ຮູ້​ນັ້ນ, ນີ້ເປັນ​ຄັ້ງ​ທຳ​ອິດທີ່​ຫວຽດນາມ​ໄດ້​ຮັບ​ການ​ຕີ​ລາ​ຄາສູງ​ກ່ຽວ​ກັບ​ວຽກ​ງານ​ສ້າ​ງສຳ​ເນົາ”
   ປີ​ 2011, ​ເປັນ​ຄັ້ງ​ທຳ​ອິດ ວົງ​ດົນຕີ​ປະສານ​ສຽງ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ເດີນທາງ​ໄປສະ​ແດງ​ຢູ່​ອາ​ເມ​ລິ​ກາ. ​ເຫດການ​ນີ້ ບໍ່​ພຽງ​ແຕ່​ເພື່ອ​ໃຫ້​ຜູ້​ຊົມ​ສາກົນ​ຮັບ​ຮູ້​ຕໍ່​ການ​ເຕີບ​ໃຫຍ່​ຂອງ​ພື້ນຖານ​ດົນຕີຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປິນ​ແນະນຳ​ຄວາມ​ເປັນ​ເອກ​ະລັກສະ​ເພາະ​ຂອງ​ວັດທະນະທຳ​ຫວຽດ ນາມຜ່ານ​ບົດ​ດົນຕີ​ພື້ນ​ເມືອງ​ອີກ​ດ້ວຍ. ທ່ານ ​ໂງ​ຮ່ວາງ​ກວນ ຮອງ​ຫົວໜ້າ​ກົມ ສິລະ​ປະການສະ​ແດງໃຫ້​ຮູ້​ວ່າ
  “ ນີ້​ເປັນ​ຂີດ​ໝາຍ​ທີ່​ໜ້າ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຫວຽດນາມຊຶ່ງ​ໄດ້​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ມີ​ບາດກ້າວ​ເດີນ​ຢ່າງ​ໜັກ​ແໜ້ນ​ດ້ວຍ​ວັດທະນະທຳ ​ເອີ​ລົບ ​ແລະ ຊົນ​ເຜົ່າ. ນີ້​ແມ່ນ​ໂອກາດ ​ເພື່ອ​ໃຫ້​ຫວຽດນາມ​ແນະນຳ​ວັດທະນະທຳ​ຊົນ​ເຜົ່າ, ຄວາມ​ເກັ່ງ​ກ້າສາມາດ​ຂອງນັກ​ສິລະ​ປິນຫວຽດນາມ​ຕໍ່​ເພື່ອນ​ມິດສາ​ກົນ​. ພ້ອມ​ກັນ​ນັ້ນ ກໍ່​ເປັນ​ການ​ຮັກສາຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ​ອີກ​ດ້ວຍ ”
    ອາດ​ເວົ້າ​ໄດ້​ວ່າ ​ໄປ​ຮອດ​ໃສ ຫວຽດນາມ​ກໍ່​ສາມາດ​ສ້າງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ວັດທະນະທຳ, ສີ​ລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ. ຖ້າ​ຫາກ​ວ່າ ມີ​ກາລະ​ໂອກາດ​ຕື່ມ​ອີກ​ເພື່ອ​ເປີດ​ກ້ວາງ​ການ​ພົວພັນ​ແລກປ່ຽນ​ກ່ວາ​ອີກ, ​ເຊື່ອ​ແນ​ວ່າ​ວັດທະນະ ທຳ​ ຫວຽດນາມຈະ​ປະຕິບັດ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​​ໄດ້​ດີ, ນຳພາ​ບພົດ​ຂອງ​ຫວຽດນາມ ​ກ້າວ​ໄປ​ໄກ​ກ່ວາ.

                              ລານແອງ

ຕອບກັບ

ຂ່າວ/ບົດ​ອື່ນ