ຜະລິດຕະພັນໄມ້ໄຜ່ໃນຊີວິດການເປັນຢູ່ຂອງຊາວຫວຽດນາມໃນປະຈຸບັນ

ຜະລິດຕະພັນໄມ້ໄຜ່ໃນຊີວິດການເປັນຢູ່ຂອງຊາວຫວຽດນາມໃນປະຈຸບັນ - ảnh 1
ຮູບພາບຕົ້ນໄມ້ໄຜ່ຍາມໃດກໍຕິດພັນກັບຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຫວຽດນາມ
(ພາບ: vanhoadoisong.com.vn)


vovworld - ແຕ່ດົນນານມາແລ້ວ, ຮູບພາບຕົ້ນໄມ້ໄຜ່ຍາມໃດກໍຜູກພັນ ຢ່າງສະໜິດແໜ້ນ ກັບຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຫວຽດນາມ. ​ໃນ​ໄລຍະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ໄມ້ໄຜ່​ໄດ້​ກາຍ​ເປັນ​ອາວຸດ​ຕ້ານ​ສັັດຕູ​ຜູ້​ຮຸກ​ຮານ ​ແລະ ​ໃນ​ໄລຍະ​ສັນຕິພາບ, ໄມ້ໄຜ່​ໄດ້​ຖືກ​ນຳ​ໃຊ້​ເພື່ອ​ຜະ​ລິດ​ເຄື່ອງ​ໃຊ້​ພາຍ​ໃນ​ເຮືອນ. ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ, ບັນດາ​ຜະລິດ​ຕະພັນ​ທີ່​ເຮັດ​ດ້ວຍໄມ້ໄຜ່​ໄດ້​ກາຍ​ເປັນ​ສິນຄ້າ​ປະ​ເພດ​ເຄື່ອງ​ສິລະ​ປະ​ຫັດຖະກຳ​ທີ່​ມີ​ຄວາມ​ງາມ​ສູງ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ແຂກ​ຕ່າງປະ​ເທດ.

  ນັບ​ແຕ່​ໃດໆ​ມາ, ​ແຖວຕົ້ນໄມ້ໄຜ່ຂຽວ​ອຸ່ມ​ທຸ​່ມ ຍາ​ມໃດກໍ​ກາຍເປັນ​ຮູບ​ພາບ​ຂອງ​ບັນດາ​ໝູ່​ບ້ານ​ເຂດ​ບ້າ​ນນາທີ່​ລຽບ​ງ່າຍ ​ແລະ ສະໜິດ​ຕິດ​ພັນ. ​ເກືອບ​ຄື​ວ່າກົກໄມ້ ໄຜ່​ໄດ້​ປະກົດ​ມີ​ຢູ່​ທຸກໆ​ແຫ່ງ​ຫົນໃນ​ທົ່ວ​ປະ​ເທດ ​ແລະ ຜູກພັນ ຢ່າງສະໜິດແໜ້ນ ກັບ​ວົງ​ຄະນະ​ຍາດ​ບັນດາ​ເຜົ່າ​ຫວຽດນາມ. ຕົ້ນໄມ້ໄຜ່​ໄດ້​​ເຂົ້າ​ສູ່​ພື້ນຖານ​ວັດທະນະທຳ​ຫວຽດນາມ​ຄື​ດັ່ງ​ຮູບ​ພາບ​ທີ່​ລຽບ​ງ່າຍ ​ແລະ ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ. ນີ້​ແມ່ນຕົ້ນໄມ້ຊະນິດ​ໜຶ່ງ​ທີ່​ທົນ​ທານ​ໜຽວ​ແໜ້ນ, ສາມາດ​ທົນ​ທານ​ຕໍ່​ກັບ​ໄພ​ທຳ​ມະ​ຊາດ, ພາຍຸ​ລົມ​ແຮງ. ​ແຕ່​ດົນນານມາ​ແລ້ວ, ຮູບ​ພາບຕົ້ນໄມ້ໄຜ່​ໄດ້​ປະກົດ​ຕົວ​ໃນ​ເລື່ອງ​ລາວ​ພື້ນ​ເມືອງ​ທີ່​ເລົ່າ​ຂານ​ກັນ​ມາກ່ຽວ​ກັບ​ນັກ​ວິລະ​ຊົນ Thanh Giong ດ້ວຍ​ວິລະ​ກຳ​ນຳ​ໃຊ້ຕົ້ນໄມ້ໄຜ່​ຕີສັດຕູ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສ່ວນ​ໃນ​ຊີວິດ​ປະຈຳ​ວັນ, ໄມ້ໄຜ່ຖືກ​ນຳ​ໃຊ້​ດ້ວຍ​ຄຸນ​ປະ​ໂຫຍ​ດຫຼາຍ​ຢ່າງ​ຄື ຈາກ​ການ​ປຸກ​ສ້າງ​ເຮືອນ​ຢູ່, ​ເຮັດ​ເຄື່ອງ​ຈັກສານຕະຫຼອດ​ຮອດ​ໄມ້ຖູ່​ເພື່ອ​ຮັບ​ໃຊ້​ການ​ຮັບ​ປະທານ​ອາຫານ ​ແລະ ອື່ນໆ. ​

ຜະລິດຕະພັນໄມ້ໄຜ່ໃນຊີວິດການເປັນຢູ່ຂອງຊາວຫວຽດນາມໃນປະຈຸບັນ - ảnh 2
ຊຸດໂຕະຕັ່ງຖືກເຮັດດ້ວຍໄມ້ໄຜ່ (ພາບ: vanhoadoisong.com.vn)


ໃນ​ທຸກ​ວັນ​ນີ້, ຮູບ​ພາບຕົ້ນໄມ້ໄຜ່ກໍ​ຍັງຍືນ​ຍົງ​ຄົງ​ຕົວ​ກັບ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ. ໄມ້ໄຜ່ ​ແລະ ບັນດາ​ຜະລິດ​ຕະພັນ​ຈາກໄມ້ໄຜ່ ​ໄດ້ ​ແລະ ພວມ​ຊ່ວຍ​ໃຫ້​ຫຼາຍ​ໝູ່​ບ້ານ​ສາມາດ​ຫຼຸດ​ພົ້ນອອກ​ຈາກ​ຄວາ​ມທຸກ​ຍາກ​ຍ້ອນ ມີ​ການ​ພັດທະນາ​ໝູ່​ບ້ານ​ອາຊີບ​ຫັດຖະກຳ. ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ສາມາດ​ນຳ​ລາຍ​ໄດ້ນັບ​ລ້ານ USD / ປີ ​ຈາກ​ການ​ສົ່ງ​ອອກ ບັນດາ​ຜະລິດ​ຕະພັນ​ໄມ້ໄຜ່. ລຸງ Nguyen Thanh Phong ຊາວ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ :

    “ຜະລິດ​ຕະພັນ​ໄມ້ໄຜ່​ໃນ​ທຸກ​ວັນ​ນີ້ ​ແມ່ນ​ມີ​ແຫຼ່ງວັດຖຸ​ດິບ​ຢ່າງ​ຫຼວງ​ຫຼາຍ, ຍິ່ງ​ໄປ​ກ່ວາ​ນັ້ນ, ທາງ​ດ້ານ​ຄວາມ​ປານີດ​ຂອງ​ບັນດາ ບັນດາ​ຜະລິດ​ຕະພັນ​ຈາກໄມ້ໄຜ່​ໃນ​ປະຈຸ​ບັນ​ແມ່ນ​ເຮັດ​ດີ​ທີ່​ສຸດ. ຂ້າພະ​ເຈົ້າ​ຫາ​ກໍ​ປຸກ​ເຮືອນ​ໃໝ່, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຢາກ​ ​ຊອກ​ຫາ​ບັນດາ​ຜະລິດ​ຕະພັນ​​ເຮັດ​ດ້ວຍໄມ້ໄຜ່, ບໍ່​ພຽງ​ແຕ່​ຍ້ອນ​ລາຄາ​ຖືກ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄຸນ​ນະພາ​ບດີ​ກ່ວາ ​ຜະລິດ​ຕະພັນໄມ້ອີກ​ດ້ວຍ”

           ບໍ່​ພຽງ​ແຕ່​ໃຊ້​ເປັນ​ວັດ​ສະ​ດຸ​ກໍ່ສ້າງ​ເທົ່າ​ນັ້ນ, ມີ​ຫຼາຍ​ກິດຈະກຳ​ສະຖາປັດ ຕະຍະກຳ​ທີ່​ອີງ​ໃສ່​ແນ​ວຄວາມ​ຄິດ​ນຳ​ໃຊ້​ວັດຖຸ​ດ້ວຍ ໄມ້ໄຜ່ຂອງ​ບັນດາ​ນັກ​ສະຖາ​ປາ​ນິກຫວຽ​ດນາມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງຈາກ​ສາກົນ​ອີກ​ດ້ວຍ. ພິ​ເສດ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່​ໃຊ້​ວັດ​ສະດຸ​ດ້ວຍໄມ້ໄຜ່ທີ່​ມີ​ຊື່ວ່າ : “ Bar Cafe ລົມ ​ແລະ ນ້ຳ ” ຢູ່​ແຂວງ​ບີ​ງ​ເຢືອງຂອງ​ນັກ​ສະຖາ​ປາ​ນິກ Vo Trong Nghia ຂອງ​ຫວຽດນາມ ​ໄດ້​ຮັບ​ຫຼຽນ​ຄຳ​ທີ່​ງານ​ປະ​ກວດ​ຂອງ​ສະມາຄົມ ນັກ​ສະຖາ​ປາ​ນິກອາຊີປີ 2007-2008 . ກິດຈະກຳ​ດັ່ງກ່າວ​ກໍ​ຍັງ​ໄດ້​ຮັບ​ລາງວັນ​ ສະຖາປັດຕະຍະກຳສາກົນ International Architecture Award ( IAA) ອາ​ເມ​ລິ​ກາ ປີ 2009. ດ້ວຍ​ການ​ອອກ​ແບບ​ທີ່​ລຽບ​ງ່າຍ​ນັ້ນ, ບັນດາ​ກິດຈະກຳ​ນີ້ ​ໄດ້​ໃຊ້​ເຕັກນິກ​ຢ່າງ​ຄ່ອງ​ແຄ້ວ​ເມື່ອ​ໄດ້​ນຳຕົ້ນໄມ້ໄຜ່ຫວຽດນາມ​ເຂົ້າ​ໃນ​ແນວ​ຄວາມ​ຄິດ ສະຖາປັດຕະຍະກຳ​ແຕ່ລະ​ຢ່່າງ​ເພື່ອ​ປະດັບ​ປະດາ, ສ້າງຮູບຊົງ​ໃຫ້​ແກ່​ເຮືອນ​ຫຼັງ​ນີ້. ທ່ານ Bui Thanh Luong ສັງກັດ​ບໍລິສັດ​ຫຸ້ນ​ສ່ວນ Gio va nuoc ​ ໃຫ້​ຂໍ້​ສັງ​ເກດ​ວ່າ :

     “ ນີ້​ແມ່ນ​ກິດຈະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ. ຂ້າພະ​ເຈົ້າ​ໄດ້​ເຄີຍ​ເຮ​ັດວຽກ​ໃນ​ຂະ​ແໜງ​ທ່ອງ​ທ່ຽວ​ເປັນ​ເວລາ 16 ປີ​ແລ້ວ, ​ໄດ້​ໄປ​ຢ້ຽມຢາມ​ໂຮງ​ແຮມ​ຫຼາຍ​ແຫ່ງ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ, ​ແຕ່​ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ເຫັນ​ກິດຈະກຳ​ໃດ​ທີ່​ມີ​ຄວາມ​ເປັນ​ເອກະ​ລັກສະ​ເພາະ​ຄື​ກິດຈະກຳ​ນີ້. ​ໂດຍ​ທົ່ວ​ໄປ​ແລ້ວ, ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ, ​ເຂົາ​ເຈົ້າ​​ເຄີຍກໍ່ສ້າງດ້ວຍ​ວັດ​ສະດຸ​ເບ​ຕົງ​ເປັນ​ຕົ້ນຕໍ, ຫຼື​ເຂົາ​ເຈົ້າ​ເຮັດ​ດ້ວຍ​ໄມ້, ​ແຕ່ສະ​ເພາະ ກິດຈະກຳນີ້, ຖືກ​ເຮັດ​ດ້ວຍໄມ້ໄຜ່​ເກືອບ​ທັງ​ໝົດ. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຊົມ​ຊອບ​ທີ່​ສຸດ ຍ້ອນ​ຜູ້​ຄົນ​ທັງຫຼາຍ​ມັກ​ເວົ້າ​ວ່າ : ຕົ້ນໄມ້ໄຜ່​ແມ່ນ​ສັນຍາ​ລັກ​ໃຫ້​ແກ່​ຊາວ​ຫວຽດນາມ ”

      ສ່ວນນັກ​ສະຖາ​ປາ​ນິກ Vo Trong Nghia ​ໃຫ້​ຮູ້​ວ່າ : ​

    “ ໄມ້ໄຜ່​ແມ່​ນວັດ​ສະດຸ​ທີ່​ບໍ່​ສະໝ່ຳສະ​ເໝີ ​ແລະ ​ເປັນ​ການ​ຍາກ​ໃນ​ການ​ເຮັດ​ໂຄງ​ສ້າງ​ໃຫຍ່. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ​ເມື່ອ​ເຮົາ​ສາມາດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ນັ້ນ​ໄດ້ ມັນ​ກໍ​​​ເປັນ​ໂຄງສ້າງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເມື່ອ​ທຽບ​ໃສ່​ການ​ເຮັດ​ດ້ວຍ​ເບ​ຕົງ ຫຼື​ເຫຼັກ​ກ້າ. ​ເພາະສະ​ນັ້ນ, ໄມ້ໄຜ່ມີທ່າ​ແຮງທາງ​ດ້ານ​ຄວາມ​ປາ​ນີດ, ມັນ​ສາມາດ​ເຮັດ​ຕາມ​ຮູບໂຄ້ງ​ແບບ​ທຳ​ມະ​ຊາດ ​ແລະ ມີ​ຄວາມ​ງາມ​​ເມື່ອ​ທຽບ​ໃສ່​ວັດ​ສະດຸ​ອື່ນໆ ”

     ໄມ້ໄຜ່​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ວັດ​ສະດຸ​ຂອງ​ສະຕະວັດ​ທີ່ 21, ຍ້ອນ​ຄວາມ​ສະໜິດ​ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ. ຍ້ອນ​ເຫດ​ນີ້​ເອງ, ມີ​ຫຼາຍ ກິດຈະກຳສະຖາປັດຕະຍະກຳ, ວັດ​ສະ​ດຸ​ກໍ່ສ້າງ, ​ເຄື່ອງ​ປະດັບ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ມຸ່ງ​ໄປ​ສູ່​ການ​ນຳ​ໃຊ້ ໄມ້ໄຜ່. ​ເລື່ອງ​ເພີ່ມ​ທະວີ​ການ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ທີ່​ເຮັດ​ດ້ວຍ ໄມ້ໄຜ່ ກໍ​ເປັນ​ການ​ປະກອບສ່ວນ​ຢັ້ງຢືນ​ຄວາ​ມ ຄ່ອງ​ແຄ້ວ, ຄວາມ​ປາ​ນີດ​ໃນ​ບັນດາ​ຜະລິດ​ຕະພັນ, ກິດຈະກຳ​ທີ່​ມີ​ສີສັນ​ຂອງ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ