ພິທີອາໄລຫາທະຫານຮ່ວາງຊາ ແລະ ວັດທະນະທຳ ມາແຕ່ດົນນານຂອງປະຊາຊົນເຂດແຄມທະເລ

ພິທີອາໄລຫາທະຫານຮ່ວາງຊາ ແລະ ວັດທະນະທຳ ມາແຕ່ດົນນານຂອງປະຊາຊົນເຂດແຄມທະເລ - ảnh 1
ພິທີ​ອາ​ໄລ​ຫາ​ທະຫານ​ຮ່ວາງ​ຊາ ຢູ່​ເກາະ ຫຼີ​ເຊີນ​
(ພາບ:TTXVN)

     ໃນຊຸມມື້ນີ້, ຊາວ​ຫວຽດນາມ​ທຸກໆ​ຄົນ​ລ້ວນ​ແຕ່​ມຸ່ງ​ໄປ​ສູ່​ເມືອງ​ເກາະ ຫຼີ​ເຊີນ ​ແຂວງ​ກວາງ​ງ້າ​ຍ, ​ແຫ່ງ​ທີ່​ຮັບ​ຖື​ວ່າ ​ເປັນ​ອູ່​ຂອງ​ບັນດາ​ຜູ້​ໄປ​ບຸກ​ເບີກ​ຜືນ​ແຜ່ນດິນ, ປັກ​ຫຼັກ​ໝາຍ​ອະທິປະ​ໄຕ​ເຂດ​ນ່ານທະ​ເລ​ຂອງ​ປະ​ເທດ​ຊາດ. ເມືອງ​ເກາະ ຫຼີ​ເຊີນ ພວມ​ຟົດ​ຟື້ນ​ໄປ​ດ້ວຍ​ບັນຍາກາດ​ຫ້າງ​ຫາ​ກະກຽມ​ໃຫ້​ແກ່​ພິທີ​ອາ​ໄລ​ຫາ​ທະຫານ​ຮ່ວາງ​ຊາ. ນີ້​ແມ່ນ​ພິທີ​ອາ​ໄລ​ຫາ​ຖືກ​ບັນດາ​ວົງ​ຕະກູນ​ຢູ່ ເມືອງ​ເກາະ ຫຼີ​ເຊີນ​ຈັດ​ຂຶ້ນ​ໃນ​ແຕ່ລະ​ປີ ຊຶ່ງ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ວັດ​ທະ​ທຳທະ​ເລ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ໄດ້​ມີ​ມາ​ແຕ່​ຫຼາຍ​ຮ້ອຍ​ປີ​ມາ​ນີ້.

   ​ໂດຍ​ຂີ່​ເຮືອ​ຄວາມ​ໄວ​ສູງ​ຈາກ​ທ່າ​ກຳ​ປັ່ນ​ຊາ​ກີ​ເປັນ​ເວລາ 1 ຊົ່ວ​ໂມງ, ​ເກາະ ຫຼີ​ເຊີນທີ່​ຂຽວງາມ​ໄດ້​ຄ່ອຍ​ປະກົດ​ຕົວ​ໃນ​ສາຍຕາ​ຂອງ​ທຸກໆ​ຄົນ ປຽບ​ເໝືອນ​ແກ້ວມະນີ​ຢູ່​ກາງ​ທະ​ເລ. ​ໃນ​ຊວງ​ເວລາ​ນີ້, ຢູ່​ທ່າ​​ເຮືອ​ຂອງເກາະ ຫຼີ​ເຊີນ ຍາມ​ໃດ​ກໍ​ມີ​ຄົນ​ຢ່າງໜາ​ແໜ້ນ. ຄາດ​ຄະ​ເນ​ວ່າ ມີ​ປະມານ​ກ່ວາ 1000 ຄົນ ​ໄປເມືອງ​ເກາະ ຫຼີ​ເຊີນ​ໃນ​ໂອກາດ​ນີ້, ຊຶ່ງ​ແມ່ນ​ຈຳນວນ​ຫຼາຍ​ທົບ 8 ​ເທົ່າ​ເມື່ອ​ທຽບ​ໃສ່​ມື້​ທຳ​ມະ​ດາ. ​ໃຜໆ​ກໍ​ດີ​ໃຈ​ເພາະ​ໄດ້​ມີ​ໂອກາດ​ເຊື່ອມ​ຕົວ​ເຂົ້າ​ໃນ​ງານ​ບຸນ​ທີ່​ເປັນ​ເອກະ​ລັດສະ​ເພາະ​ຂອງ​ຊາວ ເມືອງ​ເກາະ ຫຼີ​ເຊີນ.

     ພິທີ​ອາ​ໄລ​ຫາ​ທະຫານ​ຮ່ວາງ​ຊາ ບໍ່​ພຽງ​ແຕ່​ມີ​ມາ​ແຕ່​ດົນ​ນານ​ໃນ​ບັນດາ​ວົງ​ຕະກູນ​ຢູ່ເມືອງ​ເກາະ ຫຼີ​ເຊີນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພິທີ​ກຳພື້ນ​ເມືອງ,​ວັດທະນະ ທຳ​ການ​ເຫຼື້ອມ​ໄສ​ທີ່​ເປັນ​ເອກະລັກ​ສະ​ເພາະ ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ແຕ່ລະ​ປີ​ຢູ່​ບັນດາ​ທ້ອງ​ຖິ່ນ​ແຄມ​ທະ​ເລ​ຢູ່​ແຂວງ​ກວາງ​ງ້າ​ຍ. ​ຢູ່ແຫ່ງ​ໃດ​ທີ່​ມີຄົນ​ເຂົ້າ​ເປັນ ​ທະຫານ​ໄປ​ຮ່ວາງ​ຊາ​ເມື່ອ​ກ່ອນ​ນີ້, ຢູ່​ແຫ່ງ​ນັ້ນ​ກໍ​ດຳ​ເນີນ​ພິທີ​ນີ້​ໃນ​ແຕ່ລະ​ປີ. ພິທີ​ອາ​ໄລ​ຫາ​ທະຫານ​ຮ່ວາງ​ຊາທີ່​ມີ​ມາ​ນັບ​ຮ້ອຍ​ປີ​ໂດຍ​ ​ບັນດາ​ວົງ​ຕະກູນ​ຢູ່ ເມືອງ​ເກາະ ຫຼີ​ເຊີນ​ຈັດ​ຂຶ້ນ​​ເພ່ືອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບູນຄຸນບັນດາ​ທະຫານ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເຂດ​ນານ​ທະ​ເລ​ຂອງ​ປະ​ເທດ​ຊາດ​ທີ່​ໝູ່​ເກາະຮ່ວາງຊາ. ທ່ານ ຫງວຽນ​ວັນ​ຟຸກ ຫົວໜ້າ​ວົງ​ຕະກູນ​ຫງວຽນ​ຢູ່ ເມືອງ​ເກາະ ຫຼີ​ເຊີນ ​ໃຫ້​ຮູ້​ວ່າ :

    “ຢູ່​ນີ້, ຈັດພິທີ​ອາ​ໄລ​ຫາ​ທະຫານ​ຮ່ວາງຊາ​ເພື່ອຈາລຶກ​ຄຸນງາມຄວາມດີ​ຂອງ ບັນດາ​ທະຫານ​ທີ່​ໄດ້​ອອກ​ໄປ​ປະຕິບັດ​ໜ້າ​ທີ່ຢູ່ ໝູ່​ເກາະຮ່ວາງຊາ​ເມື່ອ​ກ່ອນ​ນີ້. ຮອດ​ວັນ​ທີ 15/3 ​ແຕ່​ລະ​ວົງ​ຕະກູນ, ​ແຕ່​ລະ​ຄອບຄົວ​ກໍ​ລ້ວນ​ແຕ່​ທຳ​ພິທີ​ຕ່າງ​ຫາກ, ສ່ວນ​ຢູ່​ສາລາ ​ແມ່ນ​ຈັດ​ຕັ້ງ​ລວມ. ການຈັດ​ພິທີ​ນີ້ ​ແມ່ນ​ຂອງທັງ​ເມືອງ​ຫຼີ​ເຊີນ, ດັ່ງ​ນັ້ນ​ໃນ​ຂັ້ນ​ຕອນ​ຈັດ​ພິທີ ​ແມ່ນ​ຕ້ອງ​ມີ​ຮູບ​ເຮືອ​ໂມ, ຮູບຄົນ​ເປັນ​ທະຫານ​ເຮັດ​ດ້ວຍ​ເຈ້ຍ ​ແລະ ​ໄມ້​ໄຜ່, ມີ​ໝູ, ມີ​ໄກ່ ​ແລະ ໝໍ​ຜີ​ອີກ​ດ້ວຍ ”

     ພິທີ​ອາ​ໄລ​ຫາ​ທະຫານ​ຮ່ວາງ​ຊາ​ໄດ້​ມີ​ມາ​​ແຕ່​ກ່ອນ​ນີ້​ນັບຮ້ອຍ​ປີ, ​ເມື່ອ​ກຳລັງ​ທະຫານ​ຢູ່​ເກາະ ຫຼີ​ເຊີນ ​ໄດ້​ເດີນ​ທະ​ເລ​ດ້ວຍ​ເຮືອ​ໂມນ້ອຍໆ​ຮອດ ໝູ່​ເກາະຮ່ວາງຊາ​. ໃນ​ຊຸມ​ມື້ດຳ​ເນີນ​ພິທີ, ຊາວເມືອງ​ເກາະ ຫຼີ​ເຊີນ ​ເຄີຍ​ປ່ອຍ​​ເຮືອ​ໂມ​ທີ່​ເຮັດ​ຕາມ​ຮູບ​ຈຳລອງ​ເຮືອ​ໂມ​ຂອງ​ຊາວ​ເມື​ອ​ງ​ເກາະກ່ອນ​ນີ້​ນັບ​ຮ້ອຍ​ປີ. ຢູ່​ໃນ​ເຮືອ, ກໍ​ມີ​ຮູບ​ຄົນ​ເປັນ​ທະຫານ​ເຮັດ​ດ້ວຍ​ເຈັ້ຍ ພ້ອມ​ດ້ວຍ​ເຄື່ອງ​ຂອງ​ປະຈຳ​ຕົວ. ຕາມ​ຄວາມ​ສຳນຶກ​ຂອງ​ຊາວເມືອງ​ເກາະ ຫຼີ​ເຊີນ​ແລ້ວ, ຮູບ​ຄົນ​ເປັນ​ທະຫານ​ເຮັດ​ດ້ວຍ​ເຈັ້ຍຈະຖືກ​ໝໍ​ຜີ​ຝັງ​ຢັນ​ໃນ​ເຮືອ​ຂອງ​ທະຫານ​ອອກ​ໄປ​ຮ່ວາງ​ຊາ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໝັ້ນ​ໃຈ​ໃນ​ການ​ເດີນ​ເຮືອ​ຍ້ອນ​ໄດ້​ມີ​ຮູບ​ຄົນ​ເສຍ​ຊີວິດ​ແທນ. ທັງ​ນີ້​ກໍ​ແມ່ນ​ລະດົມ​ກຳລັງ​ໃຈ​, ສ້າງຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ກອງ​ກຳລັງ​ທະຫານ​ຮ່ວາງ​ຊາ. ລຸງ​ເລ​ຢຸ ຊາວ​ຕາ​ແສງ ວິ້ງ​ອານ ​ໃຫ້​ຮູ້​ວ່າ :

   “ ​ໃນ​ຊຸມ​ມື້​ນີ້, ປະຊາຊົ​ນ​ໃນເມືອງ​ເກາະ ຫຼີ​ເຊີນ ຍາມ​ໃດ​ກໍ​ເຄົາລົບ​ບູຊາ, ອາ​ໄລ​ຫາ​ບັນດາ​ນັກຮົບ​​ລຸ່ນກອ່ນທີ່​ໄດ້ອອກ​ໄປ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເຂດ​ນ່ານ​ທະ​ເລ​ຂອງ​ປະ​ເທດ​ຊາດ​ທີ່​ໝູ່​ເກາະຮ່ວາງຊາ ​ເພື່ອ​ໃຫ້​ລຸ່ນລູກ​ລຸ່ນຫຼານ​ສືບ​ທອດ, ປະຕິບັດ​ຕາມ​ເພື່ອ ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​”

    ກ່ອນ​ນີ້ 300 ປີ, ກອງ​ກຳລັງ​ທະຫານຮ່ວາງຊາ ຊຶ່ງ​​ແມ່ນ​ຊາວ​ປະມົງ​ໃນ​ເກາະ ຫຼີ​ເຊີນ ​ໄດ້​ປະຕິບັດ​ຕາມ​ພະ​ລາຊະ​ດຳລັດຂອງ​ລາດ​ຊະ​ວົງຫງວຽນ ອອກ​ໄປ​ຮ່ວາງ​ຊາ​ເພື່ອ​ເຮັດ​ໜ້າ​ທີ່​ວັດ​ແທກ​ລະດັບ​ນ້ຳ​ທະ​ເລ ​ແລະ ປັກ​ຫຼັກ​ໝາຍ​ເພື່ອປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເຂດ​ນ່ານ​ທະ​ເລ​ຂອງ​ປະ​ເທດ​ຊາດ​. ກອງ​ກຳລັງ​ທະຫານ ຮ່ວາງຊາ​ເມື່ອ​ກ່ອນ​ນີ້ ພ້ອມ​ດ້ວຍ​ຮອງ​ຮອຍ​ສະຖານ​ນັບ​ຮ້ອຍ​ແຫ່ງທີ່​ພວມ​ໄດ້​ຮັບ​ການ​ຮັກສາ​ຢູ່ເກາະ ຫຼີ​ເຊີນນັ້ນ ​ໄດ້​ເປັນ​ພິສູດ​ໃຫ້​ເຫັນ​ກ່ຽວ​ກັບ​ສະຕິ ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເຂດ​ທະ​ເລໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ກ່ອນ​ນີ້ນັບ​ຮ້ອຍ​ປີ. ປະຈຸ​ບັນ​ຢູ່ ເມືອງ​ເກາະ ຫຼີ​ເຊີນ ຍັງ​ຄົງ​ເກັບ​ຮັກສາບັນດາ​ເອກະສານ, ວັດຖຸ​ພັນ​ປະຫວັດສາດ​ນັບ​ຮ້ອຍ​ຢ່າງກ່ຽວ​ກັບອະທິປະ​ໄຕ ໝູ່​ເກາະຮ່ວາງຊາ ​ແລະ ​ເຈືອງ​ຊາ . ທ້າວ ຮ່ວາງ​ນາມ ນັກ​ທ່ອງ​ທ່ຽວ​ຊາວ​ຮ່າ​ໂນ້ຍ ​ເວົ້າ​ວ່າ :

    “ ອາດ​ເວົ້າ​ວ່າ ກ່ອນ​ທີ່​ຈະ​ເດີນທາງ, ຂ້າພະ​ເຈົ້າ​ບໍ່​ຄິດ​ວ່າ​ຢູ່​ແຫ່ງ​ນີ້ ຍັງ​ຮັກສາ​ເອກະສານ, ວັດຖຸ​ພັນ​ປະຫວັດສາດທີ່​ລ້ຳ​ຄ່າ​ເຊັ່ນ​ນັ້ນ. ມັນ​ເປັນ​ພະຍາຍ​ຫຼັກຖານປະຫວັດສາດ. ຂ້າພະ​ເຈົ້າມີຄວາມພາກພູມໃຈເພາະຢູ່ແຫ່ງນີ້ ໄດ້ຮັກສາ ມູນເຊື້ອຮັກ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ​ທີ່​ມີ​ຕໍ່ໝູ່​ເກາະຮ່ວາງຊາ ”

     ສ່ວນ​ລຸງ ​ເລ​ວັນ​ຮ່ວາ ຊາວ​ຕາ​ແສງ ອານ​ວິ້ງ ​ໃຫ້​ຮູ້​ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ວ່າ : ​​ເປັນຊາວເມືອງ​ເກາະ ຫຼີ​ເຊີນ ​ໃຜໆ​ກໍ​ເຊື່ອມ​ຊຶມ​ມູນ​ເຊື້ອ​ອັນ​ດີງາມ​ນີ້ . ລຸງ​ເວົ້າ​ວ່າ :

        “ ປະຊາ​ຊົນ​ໃນເມືອງ​ເກາະ ຫຼີ​ເຊີນ ຈາກ​ຜູ້​ເຖົ້າ​ຜູ້​ແກ່​ຕະຫຼອດ​ຮອດ​ເດັກນ້ອຍທັງ​ໝົດ ມີ​ສາຍ​ພົວພັນ​ຢ່າງ​ໜິດ​ແໜ້ນ​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ. ລຸ່ນພໍ່​ລຸ່ນອ້າ​ຍ​ໃນເມືອງ​ເກາະ ຫຼີ​ເຊີນ ​ໄດ້​ອອກ​ໄປໝູ່​ເກາະຮ່ວາງຊາ​ເພື່ອປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​.ໃນ​ຈິດ​ໃຈ​ຂອງ​ຊາວ ຫຼີ​ເຊີນ​ ແຕ່ລະຄົນລ້ວນ​ແຕ່​ເຊື່ອມ​ຊຶມ​ມູນ​ເຊື້ອ​ຕ້ອງປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ຢ່າງ​ເດັດຂາດ ”

      ສຳລັບ​ຊາວເມືອງ​ເກາະ ຫຼີ​ເຊີນ ​ແລ້ວ, ໝູ່​ເກາະຮ່ວາງຊາ ​ແລະ ​ເຈືອງ​ຊາ ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ທີ່ 2 , ​ແມ່ນ​ເຂດ​ເພື່ອ​ປະກອບ​ອາຊີບ​ການ​ປະມົງ​ຕົ້ນຕໍ​ໂດຍ​ລຸ່ນພໍ່​ລຸ່ນອ້າຍ​ຂອງ​ເຂົາ​ເຈົ້າ​ໄດ້​ບຸກ​ເບີກ​. ​ແຕ່​ລະ​ມື້, ບັນດາ​ຝູງ​ເຮືອ​ຂອງ​ຊາວ​ປະມົງ ຫຼີ​ເຊີນຍັງ​ຄົງ​ເດີນ​ທະ​ເລ ມຸ່ງ​ໜ້າ​ສູ່​ເຂດ​ທະ​ເລ​ທີ່​ຂຶ້ນ​ກັບໝູ່​ເກາະ ຮ່ວາງຊາ, ​ເຈືອງ​ຊາ ​ເພື່ອຈັບ​ຫາ​ສິນ​ທະ​ເລ ​ແລະ ຍັງ​ມີ​ອີກ​ໜ້າ​ທີ່​ໜຶ່ງ​ອັນ​ສູງ​ສົ່ງ, ນັ້ນ​ແມ່ນ​ສືບ​ທອດ​ມູນ​ເຊື້ອ​ຂອງ​ລຸ່ນພໍ່​ລຸ່ນອ້າຍ ຕັດສິນ​ໃຈປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເຂດ​ນ່ານ​ທະ​ເລ​ຂອງ​ປະ​ເທດ​ຊາດ​ .

ຕອບກັບ

ຂ່າວ/ບົດ​ອື່ນ