ພະລັງຊີວິດຈາກສິລະປະຂັບເກືອດິງ

ໂດຍ​ຕິດ​ພັນ​ກັບ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ​ຂອງ​ບັນ​ດາ​ໝູ່​ບ້ານ​ເຂດ​ແຄມ​ທະ​ເລ ແລະ ເມືອງ​ເກາະ​ຂອງ​ແຂວງກວາງ​ນິງ, ຂັບ​ຍາ​ເຕີ ຫຼື ຂັບ​ເກືອ​ດິງ (ໝາຍ​ເຖິງ​ການ​ສະ​ແດງ​ຟ້ອ​ນ​ລຳ​ທຳ​ເພງ​ຢູ່​ເດີນ​ສາ​ລາຂອງ​ໝູ່​ບ້ານ) ແມ່ນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຫວຽດ​ນາມ ທີ່​ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຈົນ​ຮອດ​ວັນ​ນີ້. ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງນີ້ ຫາ​ກໍ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ​ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ລະ​ດັບ​ຊາດ.

 

ພະລັງຊີວິດຈາກສິລະປະຂັບເກືອດິງ - ảnh 1
ຂັບ​ເກືອ​ດິງຫຼື​ເອີ້ນ​ວ່າ ຂັບ​ຍ່າ​ເຕີ​

     ຂັບ​ເກືອ​ດິງຫຼື​ເອີ້ນ​ວ່າ ຂັບ​ຍ່າ​ເຕີ​ຢູ່​ແຂວງກວາງ​ນິງ ເຄີຍ​ຖືກ​ສະ​ແດງ​ໃນ​ໂອ​ກາດ​ງານ​ບຸນຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ສາ​ລາ​ຂອງ​ໝູ່​ບ້ານ ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ເຈົ້າ​ຖິ່ນ, ເຈົ້າ​ຖານ, ນັກ​ວິ​ລະ​ຊົນ​ແຫ່ງ​ຊາດ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ພາ​ວະ​ນາ​ໃຫ້​ເຈົ້າ​ຖິ່ນ​ເຈົ້າ​ຖານ​ຊ່ວຍ​ປະ​ຊາ​ຊົນ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ. ຂັບ​ເກືອ​ດິງຊຶ່ງ​ແມ່ນ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ ໃນ​ປະ​ຈຸ​ບັນ​ຍັງ​ປະ​ກົດ​ມີ​ຢູ່​ຕາມ​ຕາ​ແສງ​ແຄມ​ທະ​ເລ​ທີ່​ຂຶ້ນ​ກັບ​ເມືອງ​ເວີນ​ດົນ, ຫາຍ​ຮ່າ, ຕຽນ​ອຽນ, ພິ​ເສດ​ແມ່ນ​ຢູ່ 2 ຕາ​ແສງ​ເຂດ​ຊາຍ​ແດນ​ຄື : ຫວ້ານ​ນິງ ແລະ ກວາງ​ເງ້ຍ​ທີ່​ນະ​ຄອນ​ມ້ອງ​ກ້າຍ. ທ່ານ ຫງວຽນ​ກວາງວິງ ປະ​ທານ​ສະ​ມາ​ຄົມ​ສິ​ລະ​ປະວັນ​ນະ​ຄະ​ດີພື້ນ​ເມືອງ​ແຂວງກວາງ​ນິງ​ໃຫ້​ຮູ້​ວ່າ : 

    “ຂັບ​ເກືອ​ດິງໄດ້​ເລີ່ມ​ປະ​ກົດ​ຕົວ​ນັ​ບ​ແຕ່​ສະ​ຕະ​ວັດ​ທີ 13, ໝາຍ​ຄວາມວ່າ ພາຍຫຼັງ​ທີ່ ຫຼີ​ເທື່ອງ​ກຽດ ລະ​ດົມ​ກຳ​ລັງ​ຈາກ​ພາກ​ກາງ​ມາ​ເຕົ້າ​ໂຮມ​ພົນ​ທະ​ຫານ​ຢູ່​ແຫ່ງນີ້, ແລ້ວ​ຈຶ່ງ​ປະ​ກົດ​ມີ​ປະ​ເພດ​ສິ​ລະ​ປະ​ນີ້. ໄລ​ຍະ​ຕໍ່​ມາ, ປະ​ຊາ​ຊົນ​ຢູ່​ແຫ່ງນີ້​ໄດ້​ກໍ່​ຕັ້ງ​ສາ​ລາ, ວິ​ຫານ​ບູ​ຊາ ເພື່ອສະ​ແດງ​ຄ​ວາມ​ຮູ້​ບຸນ​ຄຸນ​ຕໍ່​ຜູ້​ທີ່​ມີ່​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ. ຫວ້ານ​ນິງ​ຖືກ​ຖື​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອູ່​ໃຫ້​ກຳ​ເນີດ​ສິ​ລະ​ປະຂັບ​ເກືອ​ດິງ ”

     ຂັບ​ເກືອ​ດິງແມ່ນ​ເລີ່ມ​ມາ​ຈ​າກ​ສິ​ລະ​ປະ​ຂັບ​ກາ​ຈູຫວຽດ​ນາມ. ຄວາມ​ແຕກ​ຕ່າ​ງ​ກັນ​ຢ່າງ​ຈະ​ແຈ້ງແມ່ນ ໃນ​ສິ​ລະ​ປະຂັບ​ເກືອ​ດິງ ກໍ​ມີ​ການ​ຟ້ອນ​ຖະ​ຫວາຍດອກ​ໄມ້​ທູບ​ທຽນ​ບູ​ຊາ​ບັນ​ດາ​ເຈົ້າ​ຖິ່ນ​ເຈົ້າ​ຖານ ແລະ ສິ​ລະ​ປະ​ການ​ຟ້ອນ​ພຽງ​ແຕ່​ດຳ​ເນີນ​ຢູ່​ບັນ​ດາ​ສາ​ລາ​ຂອງ​ໝູ່​ບ້ານ​ໃນ​ວັນ​ບຸນ​ຍາມ​ຕົ້ນລະ​ດູ​ບານ​ໃໝ່. ນັກ​ສິ​ລະ​ປີນ ຮ່​ວາງ​ທິ​ຖາວ ອາ​ຍຸ 80 ປີ, ສັງ​ກັດ​ສະ​ໂມ​ສອນ​ບ້ານ​ນາມ, ຕາ​ແສງ​ຫວ້ານ​ນິງ, ນະ​ຄອນ​ມ້ອງກ​້​າຍ ເປີດເຜີຍວ່າ :

    “ແຕ່​ປາງ​ກ່ອນ, ມີ​ພຽງ​ແຕ່​ແມ່​ໄປ​ຂັບ​ຮ້ອງ, ແລ້ວ​ກັບ​ມາ​ສອນ​ຄືນ​ໃຫ້​ເຮົາ​ຮຽນ 2-3 ຄວາມ​ເທົ່າ​ນ​ັ້ນ. ຖ້າບໍ່​ຂັບ​ຮ້ອງ ກໍ​ແລ້ວ​ໄປ, ແຕ່​ເມື່ອ​ເລີ່ມ​ຂັບ​ຮ້ອງ, ຂ້າ​ພະ​ເຈົ້າ​ກໍ​ເມົາ​ມົວ​ທີ່​ສຸດ. ຮູ້​ແລ້ວ ຈຶ່ງ​ຮຽນ, ມັນ​ຈະ​ຊຶມ​ເລິກ​ເຂົ້າ​ໃນ​ຈິດ​ວິນ​ຍານ​ຂອງ​ຕົນ ”

      ນອກ​ຈາກ ນັກ​ສິ​ລະ​ປີນ ຮ່​ວາງ​ທິ​ຖາວແລ້ວ, ສະ​ໂມ​ສອນ​ບ້ານ​ນາມຍັງ​ແມ່ນ​ບ່ອນ​ດຳ​ເນີນ​ຊີ​ວິດ​ຂອງ​ນັກ​ສິ​ລະ​ປີນ​ລຸ່ນ​ກ່ອນ​ອີກ 2 ຄົນຄື : ແມ່​ຕູ້ ຟຸ່ງ​ທິ​ກ້າຍ ແລະ ຫງວຽນ​ທິ​ຕື. ນີ້​ແມ່ນ​ນັກ​ສິ​ລະ​ປີນ​ລຸ່ນ​ທີ 3 ຂອງ​ຫວ້ານ​ນິງ ທີ່​ຍັງ​ຮູ້​ດີ​ກ່ຽວ​ກັບ​ບັນ​ດາ​ທຳ​ນອງ​ເພງ ແລະ ວາດ​ຟ້ອນ. ນັກ​ສິ​ລະ​ປີນ ຫງວຽນ​ທິ​ຕື ອາ​ຍຸ 84 ປີ​ໃຫ້​ຮູ້ວ​່າ : 

     “ ເມື່ອ​ຂັບ​ຮ້ອງ, ທຳ​ອິດ​ແມ່ນ​ຕ້ອງ​ນົບ​ໄຫວ້​ເຈ​ົ້າ​ຖິ່ນ​ເຈົ້າ​ຖານ​ສາ​​ກ່ອນ, ແລ້ວ​ຈຶ່ງ​ຂັບ​ຮ້ອງ​. ຖ້າ​ຫາກ​ຂັບ​ຮ້ອງ​ບໍ່​ຖືກແມ່ນ​ມີຄວາມ​ຜິດ​ກັບ ເຈ​ົ້າ​ຖິ່ນ​ເຈົ້າ​ຖານ ແມ່ນບໍ່​ໄດ້​ຢ່າງ​ເດັດ​ຂາດ ”

     ພາຍຫຼັງ​ບັນ​ດາ​ທຳ​ນອງ​ເພງ​ຍ້ອງ​ຍໍ​ສັນ​ລະ​ເສີນບັນ​ດາເຈ​ົ້າ​ຖິ່ນ​ເຈົ້າ​ຖານ, ພວກ​ນັກ​ຮ້ອງ​ອາດ​ຈະ​ຂັບ​ຮ້ອງ​ຕາມ​ລຳ​ພ​ັງ​ໃຈ​ຜ່ານ​ທຳ​ນອງ​ເພງ​ທີ່ບອກ​ເຕືອນ​ກ່ຽວ​ກັບ​ຈິດ​ໃຈ​ສັດ​ຊື່, ບອກ​ເຕືອນ​ລູກຫຼານ​ກ່ຽວ​ກັບ​ຄວາມ​ກະ​ຕັນ​ຍູ, ກ່ຽວ​ກັບ​ນ້ຳ​ໃຈ​ຖານ​ເພື່ອ​ບ້ານ​ໃກ້​ຄຽງ. ບັນ​ດາ​ທຳ​ນອງ​ເພງ, ຂັບ​ເກືອ​ດິງໄດ້​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ທັງ​ໝົດ​ຂອງ​ສັງ​ຄົມ, ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ແຂວງກວາງ​ນິງ​ເມື່ອ​ກ່ອນນີ້. ເຖິງວ່າ ວິ​ທີ​ຂັບ​ຮ້ອງ​ຂອງ​ປະ​ເພດ​ສິ​ລະ​ປະ​ນີ້ ກໍ​ຍາກ​ຄື​ຂັບ​ກາ​ຈູ​ກໍ​ຕາມ, ແຕ່ສະ​ໂມ​ສອນ​ບ້ານ​ນາມຂອງ​ຕາ​ແສງ​ຫວ້ານ​ນິງ ນັບ​ມື້​ນັບ​ດຶງ​ດູດ​ບັນ​ດາ​ສະ​ມາ​ຊິກໜຸ່ມ​ເຂົ້າ​ຮ່ວມ​ໃນ​ສະ​ມາ​ຄົມ. ແມ່​ຕູ້ ເລ​ທິ​ໂລກ, ຫົວໜ້າສະ​ໂມ​ສອນ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ພື້ນ​ເມືອງບ້ານ​ນາມໃຫ້​ຮູ້ວ​່າ : 

    “​ສຳ​ລັບ​ສິ​ລະ​ປະຂັບ​ເກືອ​ດິງ​ຢູ່ຕາ​ແສງ​ຫວ້ານ​ນິງພວກ​ຂ້າ​ພະ​ເຈົ້າ, ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ແມ່ນ​ສືບ​ທອດ​ຈາກ​ຄົນ​ລຸ່ນນີ້​ສູ່​ຄົນ​ລຸ່ນ​ອື່ນ. ເມື່ອສະ​ໂມ​ສອນໄດ້​ຮັບ​ການ​ສ້າງ​ຕັ້ງ​ມື້​ທຳ​ອິດ ລວມ​ມີ​ສະ​ມາ​ຊິກ 18 ຄົນ​ເທົ່າ​ນັ້ນ, ໄລ​ຍະ​ຕໍ່​ມາ ກໍ​ເພີ່ມ​ຂຶ້ນ​ເທື່ອລະ​ກ້າວ. ປະ​ຈຸ​ບັນ ມີ 42 ຄົນ​ແລ້ວ. ທາງ​ສະ​ໂມ​ສອນ​ເຄື່ອນ​ໄຫວ​ເປັນ​ປະ​ຈຳ ອາ​ທິດ​ລະ 2-3 ເທື່ອ​”

    ປະ​ຈຸ​ບັນ, ແຂວງກວາງ​ນິງ​ພວມ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ແຜນ​ຮ່າງ “ສ້າງ​ບັນ​ດາ​ລາຍ​ການ​ສະ​ແດງສິ​ລະ​ປະ​ຊົນ​ເຜົ່າ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ” ໃນ​ນັ້ນ​ມີ​ສິ​ລະ​ປະຂັບ​ເກືອ​ດິງ. ເພື່ອ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ ຂັບ​ເກືອ​ດິງ ຢູ່​ແຂວງກວ​າງນິງ, ສະ​ມາ​ຄົມສິ​ລະ​ປະ​ວັນ​ນະ​ຄະ​ດີ​ພື້ນ​ເມືອງ​ແຂວງກວາງ​ນິງ​ໄດ້​ມີ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຕັ້ງ​ໜ້າເພື່ອ​ອະ​ນຸ​ລັກ​ຮັກ​ສາ ຄື​ມີ​ນະ​ໂຍ​ບາຍ​ອຸດ​ໜູນ​ສຳ​ລັບ​ບັນ​ດາ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ຖ່າຍ​ທອດ​ສິ​ລະ​ປະຂັບ​ເກືອ​ດິງ, ພ້ອມ​ກັນ​ນັ້ນ​ກໍ​ດຳ​ເນີນ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງຂັບ​ເກືອ​ດິງ​ຢູ່​ພາຍໃນ​ແຂວງ ແລະ ກັບ​ທ້ອງ​ຖິ່ນ​ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ