ພະລັງຊີວິດຢູ່ໝູ່ບ້ານທີ່ມີມາແຕ່ດົນນານ ຂອງຊາວເຜົ່າມົ້ງທີ່ ຊາປາ ແຂວງລາວກາຍ

ພະລັງຊີວິດຢູ່ໝູ່ບ້ານທີ່ມີມາແຕ່ດົນນານ ຂອງຊາວເຜົ່າມົ້ງທີ່ ຊາປາ ແຂວງລາວກາຍ - ảnh 1
ໝູ່​ບ້ານ ກາດ​ກາດ ​​ທີ່​ສວຍ​ງາມ (ພາບ: baomoi)

  
ໝູ່​ບ້ານ ກາດ​ກາດ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳລັບແຂກທ່ອງທ່ຽວ ທັງຫຼາຍ​ເມື່ອມາ​ຢ້ຽມຢາມ ຊາ​ປາ ​ແຂວງ ລາວ​ກາຍ, ບໍ່​ພຽງ​ແຕ່​ຍ້ອນ​ທິວ​ທັດ​ທຳ​ມະ​ຊາດ​ທີ່ສວຍ​ສົດ​ງົດ​ງາມ​ເທົ່າ​ນັ້ນ, ຫາກ​ຍັງ​ຍ້ອນ​ມີ​ບັນດາ​ຈຸດ​ວັດທະນະທຳ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ທ້ອງ​ຖິ່ນ​ຊຶ່ງ​ເປັນ​ຕົ້ນ​ແມ່ນ​ຊາວ​ເຜົ່າ​ມົ້ງອີກ​ດ້ວຍ.

      ຈາກ​ໃຈກາງ​ເທດສະບານ, ​ຍ່າງໄປ​ຜ່ານ​ເຂດ​ຕະຫຼາດ ຊາ​ປາ , ​ແລ້ວ​ກໍ​ລົງ​ທາງຄ້ອຍກ່ວາ 2 ກິ​ໂລ​ແມດ, ກໍ​ຈະ​ຮອດໝູ່​ບ້ານ ກາດ​ກາດ. ຈຸດ​ທີ່​ຄ້າ​ຍຄື​ກັນທີ່​ສຸດ​ລະຫວ່າງ​ບັນດາ​ໝູ້ບ້ານ​ຢູ່​ແຫ່ງ​ນີ້​ກັບ ໝູ່​ບ້ານອື່ນໆ​ຢູ່​ເຂດ​ທົ່ງພຽງ ​ແມ່ນ​ເສັ້ນທາງຄົມມະນາຄົມ​ບ້ານ​ຕໍ່​ບ້ານ ລ້ວຍ​ແຕ່​​ແມ່ນ​ທາງ​ນ້ອຍ ​ແລະ ຄົດ​ງໍ. ພາຍຫຼັງ​ຜ່ານ​ປະຕູ​ໂຂງ, ​ແລ້ວ​ລົງ​ຂັ້ນ​ໄດ​ຕາມ​ເສັ້ນທາງ​ໃນ ໝູ່​ບ້ານ, ສະຖານ​ທີ່ທຳ​ອິດ​ທີ່​ໜ້າ​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ ​ແມ່ນ​ກຸ່ມ​ຮ້ານ​ຄ້າຂາຍ​ເຄື່ອງ​ທີ່​ລະນຶກ ຊຶ່ງ​ຕິດ​ພັນ​ກັບ​ອາຊີບ​ຫັດຖະກຳ​ໂດຍ​ຊາວ​ທ້ອງ​ຖິ່ນ​ຕັ້ງ​ເອງ. ນີ້​ແມ່ນ​ໝູ່​ບ້ານ​ທີ່​ມີ​ມາ​ແຕ່​ດົນ​ນານຂອງຊາວ​ເຜົ່າ​ມົ້ງ, ດັ່ງ​ນັ້ນ, ອາຊີບ​ຫັດຖະກຳຂອງ ຊາວ​ເຜົ່າ​ມົ້ງຢູ່​ແຫ່ງ​ນີ້​ໄດ້​ກາຍ​ເປັນ​ສິ່ງ​ທີ່​ດູດ​ດື່ມ​ສຳລັບ​ແຂກ​ທ່ອງ​ທ່ຽວ​ສາກົນ. ບັນດາ​ຜ້າປົກ​ຫົວ, ສິ້ນ​ຜືນ​ຕ່າງໆທີ່​ມີ​ສີ​ຫຼາກ​ຫຼາຍ, ພ້ອມ​ດ້ວຍ​ປອກ​ແຂນ​ເຮັດ​ດ້ວຍ​ເງິນ​ຢ່າງ​ລະອຽດ​ອ່ອນ​ຂອງຊາວ​ເຜົ່າ​ມົ້ງ, ກໍ​ລ້ວນ​ແຕ່​ໄດ້​ຮັບ​ການ​ຜະລິດ​ຈາກ​ສີມື​ອັນ​ຄ່ອງ​ແຄ້ວ​ຂອງ ຊາວ​ເຜົ່າ​ມົ້ງ​ຢູ່​ແຫ່ງ​ນີ້.     

   ອາຊີບ​ຕ່ຳ​ແຜ່ນ​​ແພ​ພື້ນ​ເມືອງ ດ້ວຍ​ລວດລາຍ​ສີສັນ​ຫຼາກ​ຫຼາຍ ​ແມ່ນ​ສິ່ງ​ທີ່ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢາມ ໝູ່​ບ້ານ ກາດ​ກາດ. ຮູບ​ພາບ​ ພວກ​ແມ່ຍິງ​ເຜົ່າ​ມົ້ງພວມ​ເມົາ​ມົວ​ນັ່ງ​ຖັກ​ແສ່ວຢູ່​ໜ້າ​ບ້ານ, ​ໃຕ້​ຮົ່ມ​ເຢັນ​ຂອງ​ຕົ້ນ​ໄມ້ ຫຼື​ຢູ່​ແຄມ​ທາງ, ສ່ວນ​ໃດ​ສ່ວນ​ໜຶ່ງ​​ໄດ້​ສະ​ແດງ​ໃຫ້​ເຫັນ​ພະລັງ​ຊີວິດ​ຂອງອາຊີບ​ຫັດຖະກຳຖັກ​ແສ່ວ​ທີ່​ມີ​ມາ​ແຕີ​ດົນ​ນານ. ນາງ ທ່າວ​ທິຊີ ອາຍຸ 27 ປີ ພວມ​ນັ່ງ​ເຮັດ​ສາຍ​ແອວ ​ເພື່ອ​ປະກອບ​ໃຫ້​ຊຸດ​ອາພອນຂອງຊາວ​ເຜົ່າ​ມົ້ງ. ນາງ​ເວົ້າ​ວ່າ :

    “ ນີ້​ແມ່ນ​ເຄື່ອງ​ທີ່​ເຮົາ​ຕ້ອງ​ເຮັດ, ຊາວ​ເຜົ່າ​ມົ້ງຕ້ອງ​ເຮັດ​ອັນ​ນີ້ ​ເພື່ອ​ປະກອບ​​ໃສ່​ຊຸດ​ອາພອນ​ໃຫ້​ສົມບູນ​. ​ແຕ່ລະ​ປີ, ສາມາດ​ເຮັດ​ໄດ້​ພຽງ 2 ຊຸດ​ເທົ່ານັ້ນ. ຕ້ອງ​ໃຊ້​ເວລາ​ດົນ. ສະ​ເພາະ​ຊຸດ​ອາພອນ​ນີ້, ຂ້ອຍ​ໄດ້​ເຮັດ 3 ​ເດືອນ​ແລ້ວ. ມີ​ແຂກ​ມາ​ຊື້​ເຄື່ອງຫຼາຍ, ກໍ​ມ່ວນ​ທີ່​ສຸດ ”

    ສ່ວນ​ແມ່​ປ້າ ວ່າງ​ທິຕຸ່ງ ກໍ​ພວມ​ນັ່ງຕ່ຳ​ແຜ່ນ​ທໍ​ໄໝ ດ້ວຍ​ກີ່​ນ້ອຍ​ທີ່ໄດ້​ເກົ່າ​ແລ້ວ ​​ໂດຍ​ຜົວ​ຜະລິດ​ເອງ. ​ແມ່​ປ້າ ວ່າງ​ທິຕຸ່ງ ​ໄດ້​ຜູກ​ພັນ​ກັບ​ອາຊີບ​ນີ້​ເປັນ​ເວລາ​ກ່ວາ 30 ປີແລ້ວ. ລາວ​ເປີດ​ເຜີຍ​ວ່າ ບໍ່​ຮູ້​ວ່າ ​ເປັນ​ຫຍັງພັດ​ເມົ​າມົວ​ກັບ​ອາຊີບ​ນີ້, ພຽງ​ແຕ່​ຮູ້​ເຮັດ​ເທົ່າ​ນັ້ນ. ​ແມ່​ປ້າ ວ່າງ​ທິຕຸ່ງ ກ່າວ​ວ່າ :​

    “ ຂ້ອຍ​ຕ່ຳ​ຜ້າ​ເພື່ອ​ຫຍິບ​ເສື້ອ​ໃຫ້​ຫຼານ​ນ້ອຍ, ມີ​ຫຼາຍ​ແນວ​ຫຼາຍ​ຢ່າງ, ຄື​ກັນ​ໝົດ​. ຕ່ຳ​ຜ້າ​ກໍ​ຍາກ​ຫຼາຍ, ​ແຕ່​ວ່າ ຖ້າ​ຮູ້​ວິທີ​ເຮັດ ກໍ​ບໍ່ຍາກດອກ. ຕ້ອງ​ຮຽນ​ຈາກ​ພໍ່​ແມ່​ຈຶ່ງ​ສາມາດ​ເຮັດ​ໄດ້, ປະມານ​ອາທິດ​ໜຶ່ງ​​ເທົ່າ​ນັ້ນ. ຂ້າພະ​ເຈົ້າ​ຫຍິບ​ເສື້ອ ​​ແມ່ນເພື່ອ​ນຸ່ງ, ບໍ່​​ຂາຍ ”

ພະລັງຊີວິດຢູ່ໝູ່ບ້ານທີ່ມີມາແຕ່ດົນນານ ຂອງຊາວເຜົ່າມົ້ງທີ່ ຊາປາ ແຂວງລາວກາຍ - ảnh 2
ນາງ​ສາວ​ເຜົ່າ​ມົ້ງພວມ​ຖັກ​ແສ່ວ


   ນ້ອງ ວ່າງ​ທິລາ ນັກ​ຮຽນຫ້ອງ​ມໍ 2 , ​ໄດ້​ຮູ້​ວິທີ​ຖັກ​ແສ່ວ​ແຕ່ 2-3 ປີ​ມາ​ນີ້ ​ເວົ້າວ່າ :  “ ກັບ​ມາ​​ຈາກ​ໂຮງຮຽນ, ຫຼານ​ກໍ​ໄດ້​ຊ່ວຍ​ແມ່​ຍ່າ​ເບິ່ງ​ນ້ອງ​ນ້ອຍ. ຫຼານ​ກໍ​ສາມາດ​ຖັກ​ແສ່ວ​ລວດລາຍ​ໃສ່​ເສື້ອ​ໄດ້. ຫຼານຮູ້​ວິທີ​ຖັກ​ແສ່ວນັບ​ແຕ່​ເວລາ​ມີ​ອາຍຸ 8 ປີ ”

        ຢູ່ໝູ່​ບ້ານ ກາດ​ກາດ ຍັງ​ມີ​ເຂ​ດ​ແນະນຳ ​ແລະ ຂາຍ​​ເຄື່ອງ​ຫັດຖະກຳ​ພື້ນ​ເມືອງ​ຂອງ​ພໍ່​ແມ່​ພີ​ນ້ອງ ຊາວ​ເຜົ່າ​ມົ້ງ. ​ເຂດ​ວາງສະ​ແດງ​ຖືກ​ກໍ່ຕັ້ງ​ແບບ​ລຽບ​ງ່າຍ ດ້ວຍ​ໄມ້​ໄຜ່, ​ໄມ້​ເຮ້ຍ... ​ເຂດ​ວາງສະ​ແດງ​ນີ້ ບໍ່​ກ້ວາງ​ໃຫຍ່, ​ແຕ່​ກໍ​ຍັງ​ສະ​ແດງ​ໃຫ້​ເຫັນ​ສີມື​ອັນ​ຄອ່ງ​ແຄ້ວ​ຂອງ​ແມ່ຍິງ​ເຂດ​ພູ​ສູງ ຜ່ານ​ບັນດາ​ຊຸດ​ອາພອນ​ປະຈຳ​ເຜົ່າ ຫຼື​ຮູບຖັກ​ແສ່ວ​ແບບ​ຫັດຖະກຳ. ນອກຈາກ​ນັ້ນ, ອາຊີບ​ແກະ​ຄວັດ​ສະຫຼັກ​ຫີນ ກໍ​ແມ່ນ​ອາຊີບ​ຫັດຖະກຳ ຊຶ່ງ​ໄດ້​ຄົງ​ຕົວ​ມາ​ແຕ່​ດົນນານ ​ແລະ ສາມາດ​ນຳ​ມາ​ເຊິ່ງລາຍ​ຮັບ​ສູງ​ພໍ​ສົມຄວນ​ໃຫ້​ແກ່​ປະຊາຊົນ​ຢູ່​ແຫ່ງ​ນີ້. ທ້າວ ປາວ ປະກອບ​ອາຊີບ​ແກະ​ຄວັດ​ສະຫຼັກ​ຫີນ ​ໄດ້​ປະກອບ​ອາຊີບ​ນີ້​ເປັນ​ເວລາ 2-3 ປີ​ແລ້ວ ​ເວົ້າ​ວ່າ :

    “ ນ້ອງ​ປະກອບ​ອາຊີບ​ນີ້ ​ແມ່ນ​ເລີ່​ມມາ​ຈາກ​ຄວາມ​ຊົມ​ຊອບ. ​ແນ່ນອນ​ວ່າ​ກໍ​ຍາກ​ແທ້. ​ແຕ່​ຍິງ​ຍາກ​ເທົ່າ​ໃດ ກໍ​ຍິງ​ມ່ວນ​ເທົ່າ​ນັ້ນ ”

   ນອກຈາກ​ອາຊີບ​ຕ່ຳ​ແຜ່ນ, ​ອາຊີບແກະ​ຄວັດ​ສະຫຼັກ​ຫີນ​ແລ້ວ, ໝູ່​ບ້ານ ກາດ​ກາດ ຍັງ​ມີ​ອາຊີບ​ຜະລິດ​ເຄື່ອງ​ເງິນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ອີກ​ດ້ວຍ, ຊຶ່ງ​ຕົ້ນຕໍ​ແມ່ນ​ຜະລິດ​ເຄື່ອງ​ເອ້​ຢ້ອງຄື : ປອກແຂນ, ​ປອກຄໍ, ແຫວນ, ສາຍ​ແອວ.......

     ໝູ່​ບ້ານ ກາດ​ກາດ ພ້ອມ​ກັບໝູ່​ບ້ານ ​ເຢັນ, ນາຣິນ ຢູ່​ຊາ​ປາ ​ແມ່ນ​ມີ​ສີສັນ​ຂອງ​ຮູບ​ແບບ​ໝູ່​ບ້ານ​ທ່ອງທ່ຽວ​ວັດທະນະທຳ. ທຸກ​ສິ່ງ​ທຸກ​ຢ່າງ ຄື ທາງ​ຄົມມະນາຄົມ ຕະຫຼອດ​ຮອດເຮືອນຊານ​ບ້ານ​ຊອງ, ລ້ວນ​ແຕ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະ ນະທຳ​ຂອງຊາວ​ເຜົ່າ​ມົ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ