ລັກສະນະວັດທະນະທຳມະນຸດ, ປະເອີບໃຈປະຕິວັດ ໃນຊຸດບົດກະວີ “ ບັນທຶກປະຈຳວັນໃນຄຸກ”


  ໃນ​ຊີວິດ​ການ​ເຄື່ອນ​ໄຫວປະຕິວັດຂອງຕົນ, ທ່ານປະທານໂຮ່ຈິມິນໄດ້ປະໄວ້ ໃຫ້ຄົນລຸ່ນຫຼັງບັນດາ ເອກະສານປະຫວັດສາດ, ບັນດາບົດປະພັນທີ່ມີຊື່ສຽງ, ໃນນັ້ນມີບົດປະພັນອະມະຕະແມ່ນຊຸດບົດກະວີ “ ບັນທຶກປະຈຳວັນໃນຄຸກ”.       “ ບັນທຶກປະຈຳວັນໃນຄຸກ ” ແມ່ນຮູບພາບທີ່ພັນລະນາດ້ວຍບົດກະວີ, ສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດ, ຈິດວິນຍານປະເອີບໃຈຂອງ ຜູ້ເປັນນັກຮົບກອມມູນິດ ໂຮ່ຈິມິນ, ນັກກະວີທີ່ຍິ່ງໃຫຍ່.

ລັກສະນະວັດທະນະທຳມະນຸດ, ປະເອີບໃຈປະຕິວັດ ໃນຊຸດບົດກະວີ “ ບັນທຶກປະຈຳວັນໃນຄຸກ” - ảnh 1
ຊຸດ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ” ພຽ​ງ​ແຕ່​ແມ່ນ​ປຶ້ມ​ຄູ​ມື​ນ້ອຍ, ໜ້າ​ປົກ​ຂຽວຊຶ່ງ​ຂຽນ 4 ຕົວ​ໜັງສື “ ບັນທຶກ ໃນຄຸກ” ພ້ອມ​ດ້ວຍກະວີ 4 ​ແຖວ ​ແລະ ຮູບ​ແຕ້ມ 2 ກຳ​ປັ້ນ​ຖືກ​ໃສ່​ໂສ້


         ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​​ແຕ່ງ​ຊຸດ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ”, ມີ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ​ແລະ ຄະນະ​ກຳມະການ​ທົ່ວ​ປະ​ເທດ​ສະຫະພັນ​ບັນດາ​ສະມາຄົມ​ວັນນະຄະດີ​ສິລະ​ປະ​ຫວຽດນາມ​ຈັດຂຶ້ນຫວ່າງ​ແລ້ວ​ນີ້​ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້ປະກອບ ສ່ວນຢືນຢັນ​ຄຸນຄ່າ​ຢ່າງ​ໃຫຍ່​ຫຼວງ​ກ່ຽວ​ກັບ​ສິລະ​ປະ, ລັກສະນະວັດທະນະທຳ ມະນຸດ ​ແລະ ພະລັງ​ຊີວິດ​ແບບ​ຍືນ​ຍົງ​ຂອງຊຸດ​ບົດ​ກະວີ “ ບັນທຶກ ປະຈຳວັນ ໃນຄຸກ” ຊຶ່ງ​ແມ່ນ​ບົດ​ປະພັນ​ທີ່​ມີ​ຊື່​ສຽງ​ໃນ​ພື້ນຖານກະວີ​, ວັນນະຄະດີຫວຽດນາມ​ຍຸກ​ທັນ​ສະ​ໄໝ. ຊຸດ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ” ປະກອບ​ດ້ວຍ 133 ບົດ​ກະວີ​ຊຶ່ງ​ແຕ່ງ​ເປັນ​ພາສາ​ຈີນ​ຂອງ​ທ່ານປະທານໂຮ່ຈິມິນທີ່​ແຕ່ງ​ນັບ​ແຕ່​ວັນ​ທີ 29/8/1942 ຫາ​ວັນ​ທີ 10/9/1943. ຊຸດ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ” ພຽ​ງ​ແຕ່​ແມ່ນ​ປຶ້ມ​ຄູ​ມື​ນ້ອຍ, ໜ້າ​ປົກ​ຂຽວຊຶ່ງ​ຂຽນ 4 ຕົວ​ໜັງສື “ ບັນທຶກ ໃນຄຸກ” ພ້ອມ​ດ້ວຍກະວີ 4 ​ແຖວ ​ແລະ ຮູບ​ແຕ້ມ 2 ກຳ​ປັ້ນ​ຖືກ​ໃສ່​ໂສ່. ສ່ວນ​ໃນ​ປຶ້ມ​ແມ່ນ​ບັນດາ​ບົດ​ກະວີ​ແຕ່ງ​ດ້ວຍ​ພາສາ​ຈີນ ​ແລະ ການ​ຂຽນ​ບັນທຶກ. ສິ່ງ​ທີ່​ພິ​ເສດ​ຂອງ​ຊຸດ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ” , ນັ້ນ​ແມ່ນທ່ານປະທານໂຮ່ຈິມິນທັງ​ແມ່ນ​ຜູ້​ແຕ່ງ, ທັງ​ແມ່ນ​ຕົວ​ລະຄອນ, ບັນທຶກ​ຄືນ, ​ເລົ່າຄືນ“​ເລື່ອງ​ລາວ​ໃນ​ຄຸກ”ດ້ວຍ​ບົດ​ກະວີ​ຕາມ​ແບບ“ ບັນທຶກປະຈຳວັນໃນຄຸກ”. ​ເພາະສະ​ນັ້ນ, ອາດ​ຈະ​ຖື​ວ່າ “ ບັນທຶກປະຈຳວັນໃນຄຸກ” ​ແມ່ນ​​ເລື່ອງ​ລາວ​​ແຕ່ງ​ເປັນ​ບົດ​ກະວີ, ຊຶ່ງ​ຜ່ານ​ຫຼາຍ​ວັກ​ຫຼາຍ​ຕອນ, ທ່ານປະທານໂຮ່ຈິມິນຍາມ​ໃດ​ກໍ​ຖື​ການ​ປະຕິວັດ ​ແລະ ປະຊາຊົນ​ແມ່ນ​ສຳຄັນ ​ແລະ ຕັ້ງ​ຢູ່​ອັນ​ດັບ​ໜຶ່ງ. ນັກ​ຄົ້ນ​ຄ້ວາ​ວັນນະຄະດີ,​ ສາດສະດາຈານ ​ເຟືອງ​ລິ້ວ ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ” ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນຄ່າ​ອັນ​ໃຫຍ່​ຫຼວງ​ຂອງ​ບຸກຄົນ​ທີ່​ຍິ່ງ​ໃຫຍ່​ດ້ວຍ​ຄວາມ​ຫວັງອັນ​ສູງ​ສົ່ງ​ທີ່​ສຸດ​ແມ່ນ “ ​ເອກະລາດ​​ໃຫ້​ແກ່​ຊົນ​ຊາດ ​ແລະ ​ເສລີພາບ​ໃຫ້​ແກ່​ມະນຸດ ” . ສາດສະດາຈານ ​ເຟືອງ​ລິ້ວ ​ເວົ້າ​ວ່າ : 

“ ສິ່ງ​ທີ່​ໜ້າ​ສົນ​ໃຈ ​ແມ່ນ​ໃນ​ຊຸດ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ” ນັ້ນ,  ຕົວ​ໜັງສື ​ເສລີ ​ໄດ້​ປະກົດ​ມີ​ຫຼາຍ​ເທື່ອ. ສິ່ງ​ນີ້​ໄດ້​ພິສູດ​ໃຫ້​ເຫັນ ທ່ານປະທານໂຮ່ຈິມິນ​ແມ່ນ​ຫວັງ​ມີ​ເສ​ລີ​ພາບ​ດ້ວຍ​ຖານະ​ແມ່ນ​ບຸກຄົນ​ໜຶ່ງ, ດ້ວຍ​ຖານະ​ແມ່ນນັກ​ກະວີ. ສິ່ງ​ນີ້​ແມ່ນ​ສອດຄ່ອງ​ກັບ​ແນ​ວຄິດ​ຂອງ​ເພິ່ນ ດ້ວຍ​ຖານະ​​ເປັນ​ຜູ້ນຳ. ພວກ​ເຮົາ​ຄວນ ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເມື​ອ່ສ້າງ​ຕັ້ງ​ປະ​ເທດ, ​ເພິ່ນ​ໄດ້​ຕັ້ງ​ຊື່​ໃຫ້​ປະ​ເທດ​ແມ່ນ ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ຊື່​ແນວ​ນັ້ນ​ແມ່ນ​ຄົບ​ຖ້ວນ​ສົມຄວນ​ແລ້ວ, ​ແຕ່​ກໍ​ຍັງ​ບໍ່​ທັນ​ພຽງພໍ. ​ເບິ່ງ​ຄື​ວ່າ ມີ​ບໍ່​ເທົ່າ​ໃດ​ປະ​ເທດ ທີ່​ຍັງ​ມີ : ​ເອກະລາດ-ອິດສະຫຼະພາບ-ຄວາມ​ຜາ​ສຸກ. ໝາຍ​ຄວາມ​ວ່າ ປະ​ເທດຊາດ​ມີ​ເອກະລາດ, ​ປະຊາຊົນ​ມີເສລີພາບ ​ແລະ ຄວາມ​ຜາ​ສຸກ. ນັ້ນ​ແມ່ນ​ສິ່ງ​ທີ່​ມາ​ຮອດ​ວັນ​ນີ້, ພວກ​ເຮົາ​ສືບ​ຕໍ່ສູ້​ຊົນ ”

     ​ເມື່ອ​ອ່ານ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ”, ກໍ​ອາດ​ຈະ​ເຫັນ​ວ່າ ທ່ານປະທານໂຮ່ຈິມິນ​ແມ່ນ​ຜູ້​ໃນ​ບໍ່​ວ່າ​ສະພາບ​ການ​ໃດໆ​ກໍ​ຮູ້​ປະສານ​ສົມທົບ​ຢ່າງ​ມະຫັດສະຈັນ​ລະຫວ່າງ​ມານະ​ຈິດ ​ແລະ ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແຮງ​ກ້າ​ຂອງ​ນັກ​ປະຕິວັດ​ດ້ວຍ​ຄວາມ​ຫວັງ​ມີ​ເສລີພາບ, ​ເຈດ​ຈຳນົງ​ຝຶກ​ຝົນ​ຫຼໍ່​ຫຼອມ, ຈິດ​ໃຈ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ມີ​ຄວາມ​ເຊື່ອ​ໝັ້ນ, ປະ​ເອີ​ບ​ໃຈ​ຕໍ່​ອະນາຄົດ. ​ເຖິງ​ວ່າ​ຖືກ​ຈັບ​ກຸມ​ຜ່ານ 13 ​ເມືອງ ດ້ວຍ​ຄຸກ 18 ​ແຫ່ງ​ຢູ່​ແຂວງ​ກວາງ​ສີ​ປະ​ເທດ​ຈີນ, ​ແຕ່ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ” ​ໃນ​ຕະຫຼອດ​ເສັ້ນທາງຖືກ​ຈັບ​ກຸມ​ຄຸມ​ຂັງ​ນັ້ນ, ຍາມ​ໃດ​ກໍ​ສໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ທຸມ​ທຽງ, ຊື່ຕົງຂອງຜູ້ຖືກຈຳຄຸກ, ຂອງນັກປະຕິວັດ. ນັກກະວີ ວູ້ກວນເຟືອງ ໃຫ້ຮູ້ວ່າ :

   “ ຂ້າພະເຈົ້າມີບາງບົດຂຽນຄົ້ນຄ້ວາກ່ຽວກັບ ທ່ານປະທານໂຮ່ຈິມິນ, ໃນນັ້ນມີບັນດາບົດຂຽນກ່ຽວກັບການແຫກຄຸກ, ກ່ຽວກັບເລື່ອງ ທ່ານປະທານ ໂຮ່ຈິມິນເຊື່ອມຕົວເຂົ້າກັບຊົນຊັ້ນຕ່ຳສຸດຂອງສັງຄົມ, ແຕ່ຈິດໃຈຂອງເພິ່ນບໍ່ເຄື່ອນ ເໜັງ. ​ເພິ່ນ​ໄດ້​ເຢາະ​ເຢີ້ຍ​ເມືອ່ປຽບທຽບ​ຕົນ​ໂຕ​ຖືກ​ຂີ້ຫິດ​ຄື​ພວມ​ນຸ່ງ​ເສື້ອ​ລາຍ, ສ່ວນ​ເກົາ​ເມື່ອ​ຄັນນັ້ນ, ກໍ​ປຽບ​ເໝືອນ​ດີດ​ກິ​ຕາ ”

     ປີ 1960, ຊຸດ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ” ​ໄດ້​ຖືກ​ແປ​ອອກ​ເປັນ​ພາສາ​ຫວຽດ, ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ການສະ​ແດງ​ຕ່າງຫາກ​ຂອງ ທ່ານປະທານໂຮ່ຈິມິນ ດ້ວຍ​ຖານະ​ເປັນ​ນັກ​ກະວີ. ມາ​ຮອດ​ປະຈຸ​ບັນ, ຊຸດ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ” ບໍ່​ພຽງ​ແຕ່​ຖືກ​ເຜີຍ​ແຜ່​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ ​ແລະ ​ແນະນຳ​ດ້ວຍ​ພາສາ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຄື ອັງກິດ, ອາຣັບ, ປອກຕຸຍ​ການ, ​ເຢັຍລະ​ມັນ, ສ.​ເກົາຫຼີ, ຍີ​ປຸ່ນ, ຈີນ, ​ແອດ​ສປາຍ....ວັນ​ທີ 1/10/2012, ນາຍົກລັດຖະມົນຕີ​ແຫ່ງ ສ.ສ ຫວຽດນາມ​ໄດ້​ຕົກລົງ​ຮັບຮອງ ຊຸດ​ບົດ​ກະວີ “ ບັນທຶກປະຈຳວັນໃນຄຸກ”ຂອງ ທ່ານປະທານໂຮ່ຈິມິນ ​ແມ່ນ​ຂອງ​ປະ​ເສີດ​ແຫ່ງ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ