ສິລະປະເດີນກາຕາຍຕື ຕໍ່ໜ້າກາລະໂອກາດ ກາຍເປັນມໍລະດົກວັດທະນະທຳຂອງມວນມະນຸດ


    ຫວ່າງ​ແລ້ວ​ນີ້, ກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ໄດ້ຍື່ນສະເໜີສຳເນົາເອກະສານ ກ່ຽວກັບສິລະປະເດີນກາຕາຍຕືຕໍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສ.ປ.ຊ (UNESCO) ພິຈາລະນາ​ຮັບຮອງ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນຂອງ​ມວນ​ມະນຸດປີ 2013. ​ໃນ​​ໄລຍະ​ລໍຖ້າ​ການ​ຕັດສິນ​ຈາກ UNESCO, ບັນດາ​ອົງການ​ວັດທະນະທຳ, ບັນດາ​ນັກ​ສິລະ​ປະການ ​ແລະ ວົງ​ຄະນະ​ຍາດ​ໄດ້​ອະນຸລັກຮັກສາ ​ແລະ ​ເສີມ​ຂະຫຍາຍ​ປະ​ເພດ​ສິລະ​ປະ​ນີ້​ຢ່່າງບໍ່​ຢຸດ​ຢັ້ງ.

ສິລະປະເດີນກາຕາຍຕື ຕໍ່ໜ້າກາລະໂອກາດ ກາຍເປັນມໍລະດົກວັດທະນະທຳຂອງມວນມະນຸດ - ảnh 1
ລາຍການສະແດງເດີນກາຕາຍຕືພາກໃຕ້ຫວຽດນາມ
(ພາບ: vanhoadoisong.com)


     ເດີນກາຕາຍຕື (ຍັງ​ເອີ້ນ​ວ່າ ດົນຕີຕາຍຕື) ​ຂະຫຍາຍຕົວຕົ້ນຕໍ​ແມ່ນ​ຢູ່​ພາກ​ໃຕ້​ຫວຽດນາມ. ພື້ນຖານ​ຂອງ ສິລະປະເດີນກາຕາຍຕື​ແມ່ນ​ດົນຕີ 5 ຢ່າງ, ຊຶ່ງ​ແມ່ນ​ປະ​ເພດ​ດົນຕີ​ໄດ້​ຮັບ​ການ​ຂະຫຍາຍຕົວ​ໃນ​ສະຕະວັດ​ທີ 17, ທັງ​ແມ່ນ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ, ທັງ​ເປັນ​ການ​ສືບ​ທອດ​ພື້ນຖານ​ດົນຕີ​ພື້ນ​ເມືອງ​ຂອງ 2 ພາກ​ເໜືອ, ພາກ​ກາງ, ສະ​ແດງ​ໃຫ້​ເຫັນ​ນິດ​​ໃສ​ສະປອດ, ມີ​ຫົວ​ຄິດ​ປະດິດ​ສ້າງ​ຂອງ​ຊາວ​ພາກ​ໃຕ້. ຍ້ອນ​ເຫດ​ນີ້​ເອງ, ​ໄດ້​ສ້າງ​ເປັນ​ພະລັງ​ຊີວິດ​ອະມະຕະ​ຂອງ ເດີນກາຕາຍຕື ຕໍ່ໜ​້າຄວາມ​ທົດ​ສອບ​ທີ່​ຮ້າຍ​ແຮງ​ຂອງ​ການ​ເວລາ. ເດີນກາຕາຍຕື ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເພດ​ສິລະ​ປະ​ທີ່​ສຳຄັນ, ສ້າງ​ຄວາມ​ມີ​ຫຼາຍ​ຮູບ​ຫຼາຍ​ສີ​ໃນ​ວັດທະນະທຳ​ຫວຽດນາມ. ດັ່ງ​ນັ້ນ, ​ເລື່ອງ​ຫວຽດນາມ​ຍື່ນ​ສຳ​ເນົາ​ເອກະສານ​ຕໍ່ UNESCO ​ເພື່ອ​ນຳ ສິລະປະເດີນກາຕາຍຕືຫວຽດນາມ​ເຂົ້າ​ໃນ​ບັນຊີລາຍ​ຊື່ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນຂອງ​ມວນ​ມະນຸດ ​ແມ່ນ​ວິທີ​ເພື່ອ​ເຊີດ​ຊູ​ຄຸນຄ່າ​ຂອງ​ມໍລະດົກ ສິລະປະເດີນກາຕາຍຕືພາກ​ໃຕ້ ​ໂດຍ​ຜ່ານ​ຫຼາຍ​ຮູບ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ໃຫ້​ແກ່​ປະຊາຊົນ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ສາກົນ, ຜ່ານ​ນັ້ນ, ກໍ​ເປັນ​ການ​ໂຄສະນາ​ພາບ​ພົດ​ບັນດາ​ແຂວງ​ເຂດ​ພາກ​ໃຕ້​ເວົ້າ​ສະ​ເພາະ ​ແລະ ຂອງ​ປະ​ເທດ​ຊາດ​ເວົ້າ​ລວມ. ທ່ານ ຫງວຽນ​ວັນ​ເຕີ້​ນ ອະດີດ​ຫົວໜ້າ​ກົມ, ຜູ້ອຳ​ນວຍ​ການ​ສຳນັກງານ​ຕາງໜ້າກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມສາຂາ​ນະຄອນ​ໂຮ່ຈິ​ມິນ ​ໃຫ​້ຮູ້​ວ່າ :  

   “ ການ​ສ້າງສຳເນົາເອກະສານ​ເພື່ອ​ໃຫ້​ອົງການ UNESCO ຮັບຮອງ ເດີນກາຕາຍຕື​ເປັນມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ມວນ​ມະນຸດ ​ແມ່ນ​ບໍ່​ພຽງ​ແຕ່​ເປັນ​ການ​ຮັບ​ຮູ້​ຄຸນຄ່າ​ຂອງ​ມໍລະດົກ​ທີ່​ເປັນ​ເອກະລັກ​ສະ​ເພາະ, ສາມາດ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງ, ມີ​ລັກສະນະ​ແຜ່​ຂະຫຍາຍ​ຢ່າງ​ແຂງ​ແຮງ​ໃນ​ເຂດ​ພາກ​ໃຕ້​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນເງື່ອນ​ໄຂ​ຕັດສິນ​ເພື່ອອະນຸລັກ​ຮັກສາ ​ແລະ ຂຸດ​ຄົ້ນບັນດາ​ຄຸນຄ່າ​ຂອງ​ມໍລະດົ​ກນີ້ ​ແນ​ໃສ່​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ, ສັງຄົມ, ພິ​ເສດ​ແມ່ນ​ຂົງ​ເຂດ​ທ່ອງ​ທ່ຽວ ​ແລະ ວັດທະນະທຳ ”

   ນັບ​ແຕ່ນີ້​ຫາ​ເດືອນ 11/2013, ກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ມີ​ແຜນການ​ແນະນຳ, ​ໂຄສະນາສິລະປະເດີນກາຕາຍຕືພາກ​ໃຕ້​ໃຫ້​ແກ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ແຜນການ​ເຄື່ອນ​ໄຫວ​ທີ່​ໄດ້​ໝັ້ນ​ໝາຍ​ໃນສຳເນົາເອກະສານທີ່​ຍື່ນ​ສະ​ເໜີ​ຕໍ່​ອົງການ UNESCO. ນະຄອນ​ໂຮ່ຈິ​ມິນ​ໄດ້​ຮັບ​ມອບ​ໝາຍ​ຈາກ​ທ່ານ​ນາຍົກລັດຖະມົນຕີ ​ແລະ ກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​​ແມ່ນ​ຫົວໜ່ວຍ​ເປັນປະທານ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ວຽກ​ງານ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສ້າງສຳເນົາເອກະສານເດີນກາຕາຍຕືພາກ​ໃຕ້​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ອົງການ UNESCO ຮັບຮອງ​ເປັນມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ມວນ​ມະນຸດ.  ທ່ານ​ນາງ​ວູ້ກິມ​ແອ​ງ, ຮອງ​ຫົວໜ້າ​ພະ​ແນ​ກ ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ :

   “ ພ້ອມ​ກັບ​ວິວັດ​ການ​ສຳ​ຫຼວດ, ສືບສວນ, ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ, ມາ​ຮອດ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ເຮັດ​ສຳ​ເລັດ​ວຽກ​ງານ​ສຳ​ຫຼວດກວດຄືນ, ກຳ​ແໜ້ນ​ສະພາບ​ການ​ເຄື່ອນ​ໄຫວ​ຂອງສິລະປະເດີນກາຕາຍຕື​ໃນ​ບໍລິ​ເວນ​ນະຄອນ. ຫວ່າງ​ແລ້ວ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ໃຫ້​ພິມ​ປຶ້ມ 1000 ຫົວ, ​ແຜ່ນ​ຊີດ​ີ 500 ​ແຜ່ນ, ​ເພງ 1000 ບົດ​ກ່ຽວ​ກັບເດີນກາຕາຍຕື. ປະຈຸ​ບັນ, ນະຄອນ​ໂຮ່ຈິ​ມິນ ກໍ​ພວມ​ສ້າງ​ລະບອບ​ສະຫງວຽນ​ໃຫ້ນັກ​ສິລະ​ປະການ​ພື້ນ​ເມືອງ ”

   ປະຈຸ​ບັນ, ​ມີ​ສະ​ໂມ​ສອນ​ກ່ວາ 2000 ​ແຫ່ງດ້ວຍ​ສະມາຊິກນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມຢູ່ 14 ​ໃນ​ຈຳນວນ 21 ​ແຂວງ , ນະຄອນ​ທີ່​ມີເດີນກາຕາຍຕື. ພະລັງ​ຊີວິດ​ຂອງເດີນກາຕາຍຕື ຍັງ​ພວມ​ຟື້ນ​ຕົວຢ່າງ​ແຂງ​ແຮງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເມົາ​ມົວ​ສິລະ​ປະ​ຂອງ​ບັນດາ​ນັກ​ສິລະ​ປະການ, ນັກ​ສິລະ​ປິນ.

      ບັນດາ​ນັກ​ຄົ້ນ​ຄ້ວາ ​ແລະ ບັນດາ​ນັກ​ສິລະ​ປະການ​ທີ່​ສຸມ​ຈິດ​ສຸມ​ໃຈ​ກັບປະ​ເພດ​ສິລະ​ປະ​ນີ້ ​ໄດ້​ມີ​ການ​ກະທຳ​ຢ່າງຕັ້ງໜ້າ ຄື​ສ້າງ​ບັນດາ​ນະ​ໂຍບາຍ, ​ໂຄງການ​ເຄື່ອນ​ໄຫວ​ລະອຽດ​ເພື່ອອະນຸລັກ​ຮັກ​ສາ, ​ເສີມ​ຂະຫຍາຍ​ດົນຕີ​ຕາຍ​ຕື. ​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະມາຊິກ​ເຂົ້າ​ຮ່ວມ​ວິວັດ​ການ​ສຳ​ຫຼວດ​ເພື່ອ​ສ້າງ ສຳເນົາເອກະສານ ​ຍື່ນ​ສະ​ເໜີ​ຕໍ່​ອົງການ UNESCO, ທ່ານ​ ດຣ ມາຍ​ມີ້​ຢວຽນ ຖື​ວ່າ :

    “ ປະຈຸ​ບັນ ຕ້ອງ​ສົ່ງ​ເສີມ​ຄວາມ​ຕ້ອງການ​ຮັບ​ຊົມ, ​ເຂົ້າ​ຮ່ວມ​ການ​ປະດິດ​ສ້າງ ເດີນກາຕາຍຕືຂອງ​ປະຊາຊົນ. ຍົກ​ຕົວຢ່າງ​ຄື ຕ້ອງ​ມີ​ການ​ລົງທຶນ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຂອງ​ບັນດາ​ຜູ້​ຊ່ຽວຊານ​ທ້ອງ​ຖ່ິນ. ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ມີ​ບັນດາການ​ກະທຳໜູນ​ຊ່ວຍ​ເຂົາ​ເຈົ້າ, ຈັດ​ຕັ້ງ​ການ​ດຳ​ເນີນ​ຊີວິດ​ປະຈຳ​ໄລຍະ​ໃຫ້​ປະຊາຊົນ. ນອກຈາກ​ນັ້ນ, ກໍຕ້ອງສົງ່​ເສີມ​ຈິດ​ໃຈ​ປະດິດ​ຄິດສ້າງບັນດາ​ບົດ​ດົນຕີ​ຕາຍ​ຕື​ໃໝ່ ”

      ຮອດ​ເດືອນ 12 ປີ​ນີ້, ອົງການ UNESCO ຈະ​ປະກາດບັນຊີລາຍ​ຊື່ບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນຂອງ​ມວນ​ມະນຸດປີ 2013. ຖ້າ​ຫາກ ເດີນກາຕາຍຕືພາກ​ໃຕ້​​ໄດ້​ຮັບ​ການ​ຮັບຮອງນັ້ນ, ຫວຽດນາມ​ຈະ​ມີ 8 ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ມວນ​ມະນຸດ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ບັນດ​ານັກ​ຄົ້ນ​ຄ້ວາ, ນັກ​ສິລະ​ປະການ ​ແລະ ການ​ຕອບ​ສະໜອງ​ຂອງ​ວົງ​ຄະນະ​ຍາດ, ສິລະປະເດີນກາຕາຍຕືພວມ​ຖືກ​ປະຊາຊົນຝາກ​ຄວາມ​ຫວັງ​​ໄດ້​ຮັບ​ການ​ຈົດ​ຈຳ​ຊື່​ສຽງ​ຮຽງ​ນາມ​ຈາກ UNESCO ທີ່​ມີ​ຕໍ່​ປະ​ເພດ​ສິລະ​ປະ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ