ສຽງຄ້ອງທີ່ຟົດຟື້ນຍາມລະດູບານໃໝ່

(VOVWORLD) -ໃນມື້ຕົ້ນປີ 2021, ສອງກອງຄ້ອງໜຸ່ມຂອງບ້ານ ກຣຶງຣົງອາ ຕາແສງ ອີອາຕູ ແລະ ບ້ານກະບູ ຕາແສງ ຮວ່າແຄັ໊ງໄດ້ພົບປະກັນຢູ່ທ່ານ້ຳບ້ານ ກຣຶງຣົງອາ ຕາແສງອີອາຕູ ນະຄອນບວມມາທວດ ແຂວງດັກລັກ ເພື່ອພົບປະແລກປ່ຽນສະແດງດົນຕີຄ້ອງ. ກອງຄ້ອງບ້ານ ກຣຶງຣົງອາແມ່ນກອງຄ້ອງເພດຊາຍໃນເກນອາຍຸແຕ່ 12 ຫາ 15 ປີ, ສ່ວນກອງຄ້ອງບ້ານກະບູແມ່ນກອງຄ້ອງເພດຍິງໃນເກນອາຍຸແຕ່ 14 ຫາ 32 ປີ
ສຽງຄ້ອງທີ່ຟົດຟື້ນຍາມລະດູບານໃໝ່ - ảnh 1ກອງຄ້ອງເພດຍິງບ້ານກະບູ

      ຂຶ້ນຕົ້ນການພົບປະແລກປ່ຽນ ສະແດງຄ້ອງ, ກອງຄ້ອງບ້ານ ກຣຶງຣົງອາໄດ້ຫຼິ້ນບົດດົນຕີຄ້ອງຕ້ອນຮັບແຂກຢ່າງຟົດຟື້ນມ່ວນຊື່ນຄືດັ່ງກະຕຸກຊຸກຍູ້ເຊື້ອເຊີນກອງຄ້ອງເພື່ອນມາຫຼິ້ນດົນຕີຮ່ວມກັນ. ອ້າຍອີເບີຍກະບວນ ນາຍບ້ານທັງເປັນຮອງເລຂາໜ່ວຍພັກບ້ານ ກຣຶງຣົງອາ ໃຫ້ຮູ້ວ່ານີ້ແມ່ນກອງຄ້ອງໜຸ່ມກວ່າໝູ່ໃນສາມກອງຄ້ອງຂອງບ້ານກຣຶງຣົງອາ ໃນປັດຈຸບັນ. ອ້າຍອີເບິຍກະບວນເວົ້າວ່າ:

          “ນີ້ແມ່ນກອງຄ້ອງໜຸ່ມທີ່ສຸດເມື່ອທຽບໃສ່ກ່ອນນີ້. ກອງຄ້ອງນີ້ໄດ້ຮັບການສ້າງຕັ້ງນັບແຕ່ປີກາຍ, ຍ້ອນມີລາຍການຝຶກແອບແລະສິດສອນຂອງສູນວັດທະນະທຳນະຄອນບວນມາທວດ. ນີ້ເປັນຄັ້ງທຳອິດທີ່ກອງຄ້ອງໜຸ່ມໄດ້ພົບປະແລກປ່ຽນກັບກອງຄ້ອງຂອງບ້ານກະບູ, ຮວ່າຝູ. ສິ່ງທີ່ເປັນໜ້າພາກພູມໃຈແມ່ນພວກນ້ອງຮູ້ສຶກມີຄວາມເອກອ້າງທະນົງໃຈເພາະວ່າໄດ້ຟັງບົດດົນຕີຄ້ອງຂອງແຕ່ລະກອງທີ່ແຕກຕ່າງກັນ. ຫວັງວ່າໃນໄລຍະທີ່ຈະມາເຖິງຈະມີໂອກາດເພື່ອໃຫ້ພວກນ້ອງໄດ້ຮັບການຖ່າຍທອດແລະພົບປະແລກປ່ຽນ ຮຽນຮູ້ບັນດາບົດຮຽນຈາກການແຂ່ງຂັນຄັ້ງໃຫຍ່ກວ່າເພື່ອໃຫ້ພວກນ້ອງສາມາດຊອກຮູ້ ໄດ້ຫຼາຍສິ່ງຫຼາຍຢ່າງກ່ຽວກັບກອງຄ້ອງຂອງບັນດາໝູ່ບ້ານອື່ນໆ”.

     ເຖິງວ່າໄດ້ຮຽນຕີຄ້ອງນັບແຕ່ລະດູຮ້ອນປີ 2020 ກໍ່ຕາມແຕ່ສະມາຊິກ 10 ຄົນໃນກອງຄ້ອງເພດຍິງບ້ານກະບູໄດ້ສະແດງໃຫ້ເຫັນຄວາມຄ່ອງແຄ້ວໃນການຫຼິ້ນບົດດົນຕີຄ້ອງ, ພວກນ້ອງຕ່າງກໍມີຄວາມສຸມຈິດສຸມໃຈແລະເມົາມົວໃນການຝຶກແອບ. ບົດດົນຕີຄ້ອງເພື່ອຕອບຄືນແມ່ນບົດດົນຄ້ອງຍາກພໍສົມຄວນດ້ວຍຈັງຫວະໄວແລະຄຶກຄື້ນມ່ວນຊື່ນເຄີຍຖືກຫຼິ້ນໃນບັນດາພິທີກຳຄືພິທິໄຫວ້ບູຊາເຂົ້າໃໝ່, ພິທີໄຫວ້ບູຊາຢູ່ທ່ານ້ຳ, ພິທີສູ່ຂໍງານດອງ. ນາງເອັດນີເອ ສັງກັດກອງຄ້ອງເພດຍິງບ້ານກະບູໃຫ້ຮູ້ວ່າ:

     “ນັບແຕ່ເມື່ອເປີດຊຸດຮຽນຕີຄ້ອງ, ພວກນ້ອງຍັງໄດ້ເຂົ້າຮ່ວມການຫຼິ້ນຄ້ອງຢູ່ຕາແສງອ້ອມຂ້າງແລະຮອດວັນມະຫາສາມັກຄີນັ້ນ, ພວກນ້ອງກໍ່ຫຼິ້ນຄ້ອງຢູ່ໃນບ້ານແລະຝຶກແອບນຳກັນໃນວັນເສົາແລະວັນທິດ. ນີ້ເປັນຄັ້ງທຳອິດ ທີ່ກອງຄ້ອງເພດຍິງຂອງບ້ານກະບູ ໄດ້ມາພົບປະແລກປ່ຽນກັບກອງຄ້ອງອື່ນໆ. ນ້ອງຫວັງວ່າຢາກໄດ້ພົບປະແລກປ່ຽນ ຮຽນຮູ້ບັນດາບົດຮຽນນຳບັນດາເພື່ອນຢູ່ແຫ່ງອື່ນໆ ເພື່ອເພີ່ມຄວາມຮູ້ ແລະສາມາດຫຼິ້ນບົດດົນຕີຄ້ອງທີ່ມ່ວນກວ່າ”.

     ສຳລັບຊາວເຜົ່າເອເດແລ້ວ, ມີກອງຄ້ອງເພດຍິງກໍ່ແມ່ນສິ່ງທີ່ຫາຍາກ, ເລື່ອງບັນດາກອງຄ້ອງໜຸ່ມຢູ່ບ້ານຕ່າງໆໄດ້ພົບປະນຳກັນສະແດງຕີຄ້ອງນຳກັນກໍ່ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ. ຕາມທ່ານ ອີບະລັງ ກະບວນ ຢູ່ບ້ານກະບູຕາແສງ ຮວ່າແຄັ໊ງນະຄອນບວນມາທວດແລ້ວ, ເຖິງວ່າເປັນຄັ້ງທຳອິດໄດ້ດຳເນີນກໍ່ຕາມ ແຕ່ການເຄື່ອນໄຫວພົບປະແລກປ່ຽນນີ້ ກໍ່ເປັນໜ້າຈັບໃຈທີ່ສຸດ. ສອງກອງຄ້ອງຍັງບໍ່ທັນໄດ້ຝຶກແອບນຳກັນຈັກເທື່ອ, ແຕ່ເມື່ອປະສານສຽງຄ້ອງເຂົ້າກັນກໍ່ຖືກຈັງຫວະທີ່ສຸດ. ທ່ານອີບະລັງກະບວນເວົ້າວ່າ:

      “ມື້ນີ້ຂ້າພະເຈົ້າເຫັນວ່າໄດ້ມີການພົບປະແລກປ່ຽນສະແດງຕີຄ້ອງລະຫວ່າງສອງກອງຄ້ອງເຊັ່ນນີ້ ແມ່ນດີທີ່ສຸດ. ສອງກອງຄ້ອງໄດ້ຫຼິ້ນມ່ວນທີ່ສຸດຖືກຈັງຫວະ. ຂ້າພະເຈົ້າຮູ້ສືກວ່າເບີກບານໃຈທີ່ສຸດ. ເລື່ອງພົບປະແລກປ່ຽນສະແດງຄ້ອງລະຫວ່າງບັນດາໝູ່ບ້ານ, ແຕ່ປາງກ່ອນກໍ່ເຄີຍຈັດການແລກປ່ຽນລະຫວ່າງບັນດາກອງຄ້ອງເກນອາຍຸສູງ, ແລະເມື່ອມີເຫດການຕ່າງໆ ເຂົາເຈົ້າກໍ່ໄດ້ຊັກຊວນກັນມາພົບປະແລກປ່ຽນຕີຄ້ອງນຳກັນ”.

       ເຖິງວ່າຍັງບໍ່ເຄີຍມີມາກ່ອນກໍຕາມ, ແຕ່ການເຄື່ອນໄຫວພົບປະແລກປ່ຽນສະແດງຕີຄ້ອງລະຫວ່າງສອງກອງຄ້ອງໜຸ່ມຢູ່ນະຄອນບວນມາທວດກໍ່ໄດ້ສ້າງບັນຍາກາດເບີກບານມ່ວນຊື່ນໃໝ່ໃຫ້ແກ່ການເຄື່ອນໄຫວສະແດງຕີຄ້ອງ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຊາວໜຸ່ມເຍົາວະຊົນ ທີ່ມີຄວາມນິຍົມຊົມຊອບສິລະປະຄ້ອງມີໂອກາດໄດ້ພົບປະແລກປ່ຽນຮຽນຮູ້ນຳກັນ, ຜ່ານນັ້ນກໍ່ສາມາດຫຼິ້ນບົດດົນຕີຄ້ອງໃໝ່ຕື່ມອີກຫຼາຍບົດ. ຈາກນັ້ນປະກອບສ່ວນເຂົ້າໃນການເກັບຮັກສາ ແຜ່ຂະຫຍາຍສິລະປະຄ້ອງຂອງຊົນເຜົ່າຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ