ຫວຽດນາມ - 20 ປີແຫ່ງການອະນຸລັກຮັກສາມໍລະດົກວັດທະນະທຳໂລກ

ຫວຽດນາມ - 20 ປີແຫ່ງການອະນຸລັກຮັກສາມໍລະດົກວັດທະນະທຳໂລກ - ảnh 1
ກຸ່ມປູຊະນີຍະສະຖານ ກຸ່ງເກົ່າເຫ້ວ
(ພາບ:baothuathienhue.com)

  ປີ 2013 , ຫວຽດນາມຈັດຕັ້ງສະເຫຼີມສະຫຼອງ 20 ປີແຫ່ງວັນອົງການ UNESCO ​​ຮັບຮອງກຸ່ມປູຊະນີຍະສະຖານ ກຸ່ງເກົ່າເຫ້ວເປັນມໍລະດົກ​ວັດທະ ນະທຳໂລກແຫ່ງທຳອິດຂອງຫວຽດນາມ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ຈຳນວນ ມໍລະດົກ​ຂອງຫວຽດນາມທີ່ໄດ້​ຮັບ​ການ​ຮັບຮອງຈາກ ອົງການ UNESCO ໄດ້ເພີ່ມຂຶ້ນຫຼາຍ ຊຶ່ງລວມທັງ ມໍລະດົກ​ທຳມະຊາດ, ມໍລະດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ ແລະ ມີຮູບຮ່າງ ພ້ອມກັບມໍລະດົກ​ເອກະສານຂອງໂລກ. ອາດເວົ້າໄດ້ວ່າ ເສັ້ນທາງພາໄປເຖິງການຮັບຮອງເປັນມໍລະດົກ​ວັດທະນະທຳໂລກແມ່ນຫຍຸ້ງຍາກ ຢູ່​ແລ້ວ, ​ແຕ່​ວຽກ​ງານອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍມໍລະດົກ​ວັດທະນະທຳນັ້ນ​ໃນ​ການ​ດຳລົງ​ຊີວິດ ​ແມ່ນ​ຍິ່ງ​ຫຍຸ້ງຍາກ​ຫຼາຍ​ກ່ວາ. ​

      ​ໄລ່​ມາ​ຮອດ​ປະຈຸ​ບັນ,   ຫວຽດນາມ​ມີ 17 ​ມໍລະດົກ​ວັດທະນະທຳ​ໂລກ. ນາມມະຍົດ​ທຳ​ອິດ​ແມ່ນ​ໄດ້​ມອບ​ໃຫ້ກຸ່ມປູຊະນີຍະສະຖານກຸ່ງເກົ່າເຫ້ວ​ເມື່ອ​ປີ 1992. ຫຼັງ​ຈາກ​ນັ້ນ​ແມ່ນ​ອ່າວ​ຫ້າ​ລອງ​ໄດ້​ຮັບ​ການ​ຮັບຮອງ 2 ​ເທື່ອຈາກອົງການ UNESCO​ ແມ່ນມໍລະດົກ​ວັດທະນະທຳ​ໂລກ​ເມື່ອ​ປີ 1994 ​ແລະ 2000. ​ໃນ​ປີ 1999, ທັງ​ຄຸ້ມ​ເມືອງ​ເກົ່າ​ໂຫ້​ຍອານ ​ແລະ ​ເຂດປູຊະນີຍະສະຖານ​ເທວະສະຖານ ມີ້​ເຊີນ ທ່ີ່ຂຶ້ນ​ກັບ​ແຂວງ​ກວາງ​ນາມ​ໄດ້​ຮັບ​ການ​ຮັບຮອງຈາກ ອົງການ UNESCO ​ແມ່ນມໍລະດົກ​ວັດທະນະທຳໂລກ. ຖັດມາ​ແມ່ນ​ດົນຕີ​ໃນ​ພະລາດ​ຊະ​ວັງ​ເຫ້ວ​ເມື່ອ​ປີ 2003, ວັດທະນະທຳ​ຄ້ອງ​ຂອງ​ເຂດ​ໄຕ​ງວຽນ​ເມື່ອ​ປີ 2005. ພິ​ເສດ​ໃນ 5 ປີ​ມາ​ນີ້, ຫວຽດນາມ​ສືບ​ຕໍ່​ຖືກອົງການ UNESCO ມອບ​ນາມມະຍົດມໍລະດົກ​ວັດທະນະທຳ​ໂລກ​ໃຫ້​ແກ່​ເຂດ​ໃຈກາງ​ພະລາດ​ຊະ​ວັງ​ທັງ​ລອງ - ຮ່າ​ໂນ້ຍ ​ແລະ ກຳ​ແພງ​ລາດ​ຊະ​ວົງ​ໂຮ່​ໃນ​ແຂວງ​ແທງ​ຮ້ວາ. ບັນດາ​ມໍລະດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງຄື ຂັບ​ກາ​ຈູ, ຂັບ​ກວານ​ເຫາະ​ບັກ​ນິນ, ບຸນ​ຢ້ອງ, ຂັບ​ຊວານ​ຟູ້​ເຖາະ, ​ແລະ ການ​ເຫຼື້ອມ​ໃສ​ໄຫວ້ບູຊາ​ເຈົາຊີວິດ​ຮຸ່ງ. ນອກຈາກ​ນັ້ນ, ຍັງ​ມີມໍລະດົກ​​ເອກະສານ​ໂລກ​ຄື : ​​ແມ່ພິມ​ໃນ​ລາດ​ຊະ​ວົງຫງວຽນ, ​ແຜ​ນ່ສີ​ລາ​ຈາລຶກ​ບັນດາ​ຜູ້​ເສັງ​ໄດ້​ລະດັບ​ປະລິນຍາ​ເອກ​ສະ​ໄໝ​ລາດ​ຊະ​ວົງ ​ເລ - ໝາກ ( 1442-1779) ​ແລະ ແມ່ພິມ​ຢູ່​ວັດ​ວິ້ງ​ງຽມ. ທ່ານ​ຮອງ​ສາດສະດາຈານ, ດຣ ດັ້ງ​ວັນ​ບ່າຍ ອະດີດ​ຫົວໜ້າ​ກົມໆມໍລະດົກ​ວັດທະນະທຳ, ຮອງ​ປະທານ​ສະມາຄົມມໍລະດົກ​ວັດທະນະທຳ ຫວຽດນາມ​ໃຫ້​ຮູ້​ວ່າ :

   “ນາມມະຍົດມໍລະດົກ​ວັດທະນະທຳ​ ​ແລະ ມໍລະດົກ​ທຳ​ມະ​ຊາດ​ໂລກ ກໍ​ແມ່ນ​ນາມມະຍົດ​ອັນ​ສູງ​ສົ່ງ, ​ແຕ່​ໄປ​ພ້ອມ​ກັນ​ນັ້ນ ​ແມ່ນ​ພັນທະ, ຄວາມ​ຮັບຜິດຊອບຂອງ​ປະ​ເທດ​ພາຄີ​ແມ່ນ​ໜັກ​ໜ​່ວງທີ່​ສຸດ. ຈຸດໝາຍ​ຂອງອົງການ UNESCO ​ເມື່ອ​ຍົກ​ອອກ​ສົນທິສັນຍາອະນຸລັກ​ຮັກສາມໍລະດົກ​​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງ​ລະດັບ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ບັນດາ​ປະ​ເທດ​ໃນ​ໂລກ​ກ່ຽວກັບບົດບາດ, ຄວາມ​ໝາຍ​ຂອງ​ມໍລະດົກ​ໃນ​ຊີວິດ​ສັງຄົມ​ຂອງ​ມວນ​ມະນຸດ, ພ້ອມ​ທັງ​ຢືນຢັນ​ວ່າ ຄວາມ​ຮັບຜິ​ດຊອບ​ກ່ຽວ​ກັບ​ພັນທະ​ແຫ່ງ​ຊາດ​ໃນການ ອະນຸລັກ​ຮັກສາມໍລະດົກ​ວັດທະນະທຳຂອງ​ຊາດ​ຕົນ​ດ້ວຍ​ຖານະ​ແມ່ນ​ພາກສ່ວນ​ສ້າງ​ເປັນ​ໂຄງ​ປະກອບ​ຂອງ ມໍລະດົກ​ວັດທະນະທຳ​ໂລກ ”

     ຖ້າ​ຫາກ​ວ່າ​ຢູ່​ບັນດາ​ປະ​ເທດ​ພັດທະນາ​ນັ້ນ, ​ເລື່ອງມໍລະດົກ​ໄດ້ຮັບ​ການ​ຮັບຮອງຈາກອົງການ UNESCO ​ແມ່ນ​ຄວາມ​ເປັນ​ກຽດ, ​ແຕ່​ສຳລັບ​ບັນດາ​ແຂວງ, ນະຄອນ​ຂອງ​ຫວຽດນາມ, ​ເລື່ອງມໍລະດົກ​ໄດ້ຮັບ​ການ​ຮັບຮອງຈາກອົງການ UNESCO ​ແມ່ນ​ຍັງ​ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ເວົ້າ​ລວມ, ພິ​ເສດ​ແມ່ນ​ການ​ພັດທະນາ​ການທ່ອງທ່ຽວ.

  ຈຸດໝາຍ​ຂອງອົງການ UNESCO ​ແມ່ນ​ບໍ່​ພຽ​ງ​ແຕ່​ເນັ້ນ​ໜັກ​ເຖິງການອະນຸລັກ​ຮັກສາລັງ​ທຶນ​ບູລະນະ​ປະຕິສັງຂອນ​ເທົ່າ​ນັ້ນ, ຫາກ​ຍັງ​ຖື​ເປັນ​ສຳຄັນ​ບົດບາດ​ຂອງ​ປະຊາ​ຄົມ​ທີ່​ມີ​ຕໍ່​ທຸກໆມໍລະດົກ​​ໃດໆ. ​ແຂວງ​ກວາງ​ນິງ ຊຶ່ງ​ແມ່ນ​ທ້ອງ​ຖິ່ນ​ມີ​ສິລະ​ປະຂັບ​ກວານ​ເຫາະ​ບັກ​ນິງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກອົງການ UNESCO ​ແມ່ນ ມໍລະດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງຂອງ​ໂລກ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຢ່າງ​ຫຼວງ​ຫຼາຍ​ໃນວຽກ​ງານອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍຄຸນຄ່າມໍລະດົກ​ວັດທະນະທຳ​ໃນ​ຊີວິດ​ຂອງ​ປະຊາຊົນ. ​ແຂວງ​ບັກ​ນິງ ​ໄດ້​ປະຕິບັດ 14 ​ໂຄ​ງການ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ໂຄສະນາ, ສຳ​ຫຼວດກວດກາມໍລະດົກ​, ​ເຊີດ​ຊູ​ນັກ​ສິລະ​ປະການ, ​ໃນ​ນັ້ນ​ຖື​ເປັນ​ສຳຄັນ​ການ​ສອນ​ຂັບ​ກວານ​ເຫາະ. ທ່ານ​ຫງວຽນ​ວັນ​ກວຽນ ຊາວບ້ານ ຢຽມ​ໃນ​ແຂວງ​ບັກ​ນິງ ​ເປັດ​ເຜີຍ​ວ່າ :

   “ ບັນດາ​ຜູ້​ມີ​ອາຍຸ​ສູງ​ເມື່ອ​ລວງ​ລັບ​ໄປ​ນັ້ນ, ມໍລະດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງກໍ​ຖືກ​ສູນຫາຍ​ໄປ​ນຳ, ດັ່ງ​ນັ້ນ​ພວກ​ເຮົາ​ລຸ່ນປະຈຸ​ບັນ​ຕ້ອງ​ຮັກສາ ​ແລະ ​ເມົາ​ມົວ​ກັບປະ​ເພດ​ສິລະ​ປະ​ນີ້. ​ໂລກ​ໄດ້​ຮັບຮອງ​ປະ​ເພດ​ສິລະ​ປະ​ຂອງ​ເຮົາ, ດັ່ງ​ນັ້ນ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ໂລກ. ”

   ມໍລະດົກ​ໂລກ​ຢູ່​ຫວຽດນາມ ບໍ່​ພຽ​ງ​ແຕ່​ແມ່ນ​ສິ່ງ​ເພື່ອ​ຢ້ຽມ​ຊົມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫຼ່ງຊັບພະຍາກອນ​ວັດທະນະທຳ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ອີກ​ດ້ວຍ. ​ໃນວຽກ​ງານອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍຄຸ່ນຄ່າມໍລະດົກ​ນັ້ນ, ບົດບາດ​ຂອງ​ລັດ​ແມ່ນ​ສ້າງ​ກົນ​ໄກ​ນະ​ໂຍບາຍ ​ແລະ ມີ​ບັນດາ​ໂຄງການ​​ເຄື່ອນ​ໄຫວ​ແນ​ໃສ່​ສົ່ງ​ເສີມ​ການ​​ເຂົ້າ​ຮ່ວມ​ຂອງ​ວົງ​ຄະນະ​ຍາດ​ເພື່ອ​ໃຫ້​ມໍລະດົກ​ລົງ​ເລິກ​ເຂົ້າ​ໃນຊີວິດ​ຕົວ​ຈິງ. ຜ່ານ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ຕົວ​ຈິງ, ກໍ​​ເພື່ອ​ຍົກ​ສູງ​ລະດັບຄວາມ​ຮັບ​ຮູ້​ຂອງ​ວົງ​ຄະນະ​ຍາດ​ສົງ​ຄົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ