ອະທິປະໄຕຜືນແຜ່ນດິນໃນການບໍລິຫານກົດໝາຍຂອງສະໄໝລາດຊະວົງຫງວຽນ

   (vovworld)-  ​ບັນດາ​ເອກະສານ​ປະ​ຫວັດ​ສາດ​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ, ຜືນ​ແຜ່ນດິນສ່ວນ​ຫຼາຍ​ແມ່ນ​ບັນດາ​ເຈົາບານ (ໝາຍ​ເຖິງ​ສາງ​ເອກະສານ​ໃນ​ສະ​ໄໝ​ລາດ​ຊະ​ວົງຫງວຽນຂອງຫວຽດນາມ) ​ແລະ ຊຸດ​ປຶ້ມ​ປະຫວັດ ສາດ​ຂອງ​ລາດ​ຊະ​ວົງ​ຫງວຽນ ມີ​ຄວາມ​ຮັບ​ຮູ້​ອັນ​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ທະ​ເລ​ໝູ່​ເກາະ​ທັງ​ດ້ານ​ທີ່​ຕັ້ງຍຸດ​ທະ​ສາ​ດການ​ທະຫານ, ຄົມມະນາຄົມ, ການ​ຄ້າ ​ກໍ່​ຄື​ການ​ຂຸດ​ຄົ້ນບັນດາ​ແຫຼ່ງສິນ​ໃນ​ນ້ຳ, ສິນ​ທະ​ເລ…​ບັນດາ​ເຈົ້າຊີວິດ​ໃນ​ສະ​ໄໝລາດ​ຊະ​ວົງ​ຫງວຽນ ມີ​ແນວ​ຄິດ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ກ່ຽວ​ກັບ​ອະທິປະ​ໄຕຜືນ​ແຜ່ນດິນ, ​ເຂດ​ຊາຍ​ແດນທະ​ເລ ​ແລະ ກຳນົດ​ລະບົບນະ​ໂຍບາຍ​ພື້ນຖານກ່ຽວ​ກັບ​ໝູ່​ເກາະ​ທະ​ເລ​ກໍ່​ຄື​ການ​ປະຕິບັດ​ອະທິປະ​ໄຕ​ໃນ​ເກາະ​ແຫ່ງ​ຕ່າງໆ​ເວົ້າລວມ ​ແລະ ສອງ​ໝູ່​ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ​ເວົ້າສະ​ເພາະ.

ອະທິປະໄຕຜືນແຜ່ນດິນໃນການບໍລິຫານກົດໝາຍຂອງສະໄໝລາດຊະວົງຫງວຽນ - ảnh 1

 (ພາບ: tuoitre.vn)

  ​ລາດ​ຊະ​ວົງ​ຫງວຽນ ​ໄດ້​​ຂຶ້ນ​ຄອງ​ລາດແຕ່​ປີ 1082 ​ແລະ ສິ້ນ​ສຸດ​ເມື່ອ​ປີ 1945 ​ແຕ່​ກ່ອນ​ນີ້​ກ່ວາ 200 ປີ, ນັບ​ແຕ່​ປີ 1558 ຜ່ານ​ສະ​ໄຫມ​ເຈົ້າພະຍາອົງ​ຕ່າງໆ​ຄື: ຫງວຽນ​ຮ່ວາງ, ຫງວຽນ​ຟຸກງວຽນ, ຫງວຽນ​ຟຸກຈູ, ຫງວຽນ​ຟຸກທ່ວນ…​ລ້ວນ​ແຕ່​ມີ​ຄຸນງາມຄວາມດີ​ໃນ​ການ​ບຸກ​ເບີກ​ທີ່​ດິນ​ຈາກ​ເຂດ​ທ້ວນຮວາ ຕະຫຼອດ​ຮອດ​ທົ່ວ​ເຂດ​ພາກ​ໃຕ້ ​ແລະ ​ເຂດ​ທະ​ເລ​ໝູ່​ເກາະ​ທາງ​ທິດ​ໃຕ້ ​ແລະ ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ຊາດ.

  ທ່ານ​ດຣ.ສາດສະດາຈານ​ຫງວຽນ​ກວາງ​ງອກ, ສັງກັດສະ​ຖາ​ບັນ​ຫວຽດນາມ​ວິທະຍາ ​ແລະ ວິທະຍາສາດ​ພັດທະນາ ​ໃຫ້​ຮູ້​ວ່າ, ຫງວຽນ​ແອ​ງ, ​ເຈົ້າຊີວິດ​ອົງ​ທຳ​ອິດ​​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ ຂຶ້ນ​ຄອງ​ລາຊະ​ບັນລັງ ​ເອົານາມ​ວ່າ ຢາ​ລອງ ​ໄດ້​ສ້າງຕັ້ງກອງ​ກຳລັງ​ຮ່ວາງ​ຊາ, ບັກ​ຫາຍ​ຄືນ​ໃໝ່ ທັງ​ປະຕິບັດ​ການ​ກວດກາ, ຄວບ​ຄຸມ​ບົນ​ທະ​ເລ, ທັງ​ມີ​ຄວາມ​ຮັບຜິດຊອບ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ, ຄ້າຂາຍ​ບົນ​ທະ​ເລ:

   “​​​​​​​ເຈົ້າຊີວິດ​ຢາ​ລອງ ​ໄດ້​ປະກາດ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢູ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢ່າງ​ແຮງ. ຜູ້​ນັກ​ສອນສາສະໜາ, ນັກທຸລະກິດ​ຫຼາຍ​ຄົນ ​ແລະ ຜູ້​ເຂົ້າ​ໃຈ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຫວຽດນາມ ​ເວລາ​ນັ້ນຖືວ່າ: ​ເຈົ້າຊີວິດ​ຢາ​ລອງ ​ໄດ້​ປັກ​ທຸງ​ຂອງ​ຕົນ​​ແລະ ມີ​ພຽງ​ແຕ່​ທຸງ​ນີ້​ຜືນ​ດຽວ ບໍ່​ມີ 2 ຢູ່​ໝູ່​ເກາະ​ຮ່າງ​ຊາ“.

ອະທິປະໄຕຜືນແຜ່ນດິນໃນການບໍລິຫານກົດໝາຍຂອງສະໄໝລາດຊະວົງຫງວຽນ - ảnh 2

(ພາບ: http://phaplv.net)

   ​ໃນ​ສະ​ໄໝ​ເຈົ້າຊີວິດມິ​ງມ້າງ ​ເຈົ້າຊີວິດ​ອົງ​ທີ 2 ຂອງ​ສະ​ໄໝ​ລາດ​ຊະວົງຫງວຽນ ​ໄດ້​ຊຸກຍູ້ການ​ເຄື່ອນ​ໄຫວ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ, ​ເຈື່ອງຊາ ​ໃຫ້​ແຂງ​ແຮງ​ກ່ວາ​ເກົ່າ. ​ເຈົ້າຊີວິດ​ມິ​ງມ້າງ ​ໄດ້​ສົ່ງ​ບັນດາ​ກອງກຳລັງ​ໄປ​ເຂດ​ໝູ່​ເກາະ​ຮ່ວາງ​ຊາ ​ເພື່ອ​ສຳ​ຫຼວດ, ວັດ​ແທກ, ປັກ​ຫຼັກ​ໝາຍ. ດຣ.ຮອງສາດສະດາຈານ​ຫງວຽນ​ກົງ​ຫວຽດ, ຮັກສາ​ການຫົວໜ້າ​ສະ​ຖາ​ບັນ​ຄົ້ນຄ້ວາ​ພາສາ​ຫວຽດ​ເດີມ ​ໃຫ້​ຮູ້​ວ່າ:

 “​​​ໃນ​ເຈົາບານ​ໄດ້​ລະບຸ​ແຈ້ງວ່າ: ​ເສົາ​ຫຼັກ​ໝາຍ​ມີ​ລວງ​ຍາວ 2,5 ມ, ກ້ວາງ 0,2 ມ. ການ​ປັກ​ລັກ​ໝາຍ​ຢູ່​ເກາະ​ແຫ່ງ​ຕ່າງໆ ​ໄດ້​ສະ​ແດງ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ​ພວກ​ເຮົາ. ບັນຫາ​ທີ​ສອງ​ແມ່ນ​ສຳ​ຫຼວດ​ແຕ້ມ​ແຜນ​ທີ່, ດຳ​ເນີນ​ການ​ສ້າງ​ຕັ້ງຮາກ​ຖານ​ການ​ປົກຄອງ​ຂັ້ນ 1, ສົ່ງ​ປະຊາຊົນ​ໄປ​ຫາ​ສິນ​ໃນ​ນ້ຳ, ສິນ​ທະ​ເລ. ນັ້ນ​ແມ່ນ​ວິ​ໃສ​ທັດ​ຂອງ​ລາດ​ຊະ​ວົງ​ສະ​​ໄໝ​ສັກ​ດີ​ນາທີ່​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງທີ່​ສຸດ. ບໍ່​ທັນ​ມີ​ເວລ​າໃດ​ທີ່​ປະ​ເທດ​ຫວຽດນາມ ​ໄດ້​ຮັບ​ການ​ເປີດ​ກ້ວາງ, ​ໃຫ່ຍ​ໂຕ​ຄື​ໃນ​ສະ​ໄໝ​​ເຈົ້າຊິວ​ວິດ​ມິ​ງມ້າງ“.

   ​​ໃນ​ລະບົບ​ມໍລະດົກ​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນຊື່​ງ​ໄດ້​ຮັບ​ການ​ເກັຍຮັກສາ​ໄວ້​​ໃນປະຈຸ​ບັນ, ມີ​ເຈົາບານ​ເຖິງ 10 ສະບັບ​ຢູ່ສະ​ໄໝ​​ເຈົ້າຊິ​ວິດ​ມິ​ງມ້າງ ​ໄດ້​ເວົ້າ​ເຖິງການ​ເຄື່ອນ​ໄຫວ​ອະທິປະ​ໄຕ. ​ເຈົາບານ​ສະບັບ​ໜຶ່ງ​ໂດຍ ເຈົ້າຊິ​ວິດ​ມິ​ງມ້າງ ​ເຊັນ​ໃຫ້​ຮູ້​ວ່າ: ປີ 1830 ມີກຳ​ປັ່ນ​ຂອງ​ຝະລັ່ງ​ໄປ​ຜ່ານ​ເຂດ​ທະ​ເລ​ຮ່ວາງ​ຊາ ຖືກ​ຄ້າງ​ບົກ, ເຈົ້າຊິ​ວິດ​ມິ​ງມ້າງ ​ໄດ້​ມອບ​ໝາຍ​ໜ້າ​ທີ່​ໃຫ້​ຜູ້ນຳ​ຢູ່​ປາກ​ທະ​ເລ​ດ່າ​ນັງ ​ໄປ​ກູ້​ໄພ​ກູ້​ຊີບ, ນຳ​ຄົນ ​ແລະ ສິນຄ້າ​ທັງ​ໝົດ​ເຂົ້າທຽບ​ທ່າ​ດ້ວຍ​ຄວາມ​ປອດ​ໄພ. ດຣ.ສາດສະດາຈານ​ຫງວຽນ​ກວາງ​ງອກ, ສັງກັດສະ​ຖາ​ບັນ​ຫວຽດນາມ​ວິທະຍາ ​ແລະ ວິທະຍາສາດ​ພັດທະນາ ​ເນັ້ນໜັກ​ວ່າ:

  “ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ອັນ​ສູງ​ສົ່ງ​ຂອງ​ຜູ້ນຳ​ລັດ​ກ່ຽວ​ກັບ​ສິດ​ອຳນາດ​ຂອງ​ຕົນ ​ແລະ ອະທິປະ​ໄຕ​ຂອງ​ຕົນ​ຢູ່​ເຂດ​ທະ​ເລ​ທີ່​ຕົນ​ເອງ​ຢັ້ງຢືນ​ອະທິປະ​ໄຕ“.

     ​ນອກຈາກ​ການ​ຊີ້​ນຳ​ໂດຍ​ກົງ​ບັນດາ​ການ​​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ: ວັດ​ແທກແຜນ​ທີ່​ແລ້ວ, ເຈົ້າຊິ​ວິດ​ມິ​ງມ້າງ ຍັງ​ໃຫ້​ສັດ​ຕະຍາ​ບັນ​ການ​ປະຕິບັດ​ວຽກງານ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຖິງປັດ​ໄຈ​ຈິດວິນ​ຍານ​ຢູ່​ໝູ່​ເກາະ​ຮ່ວາງ​ຊາ​ອີກ​ດ້ວຍ.

   ​ໃນ​ສະ​ໄໝ​ເຈົ້າຊີວິດ​ທ້ຽວຈິ, ບົດບາດ​ຂອງ​ເຈົ້າຊີວິດ​ໃນ​ການຈັດຕັ້ງບັນດານ​ການ​ເຄື່ອນ​ໄຫວ​ອະທິປະ​ໄຕ​ຢູ່​ໝູ່​ເກາະ​ຮ່ວາງ​ຊາ​ ກໍ່​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ. ​ເຈົ້າຊີວິດ​ໄດ້​ຊີ້​ນຳ​ໂດຍ​ກົງ​ການ​ສົ່ງ​ບັນ​ດາກ​ອງກຳ​ປັ່ນ, ​ເຮືອ ​ອອກ​ໄປ​ຍັງໝູ່​ເກາະ​ຮ່ວາງ​ຊາ.

  ສ່ວນ​​ສະ​ໄໝ​ເຈົ້າຊີວິດ​ຕື້​ດຶກ ​ແມ່ນ​ສະ​ໄໝ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ ​ແຕ່​ການ​ປະຕິບັດ​ອະທິປະ​ໄຕ​ຢູ່​ເຂດ​ທະ​ເລ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຍັງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢູ່. ດຣ.ສາດສະດາຈານ​ຫງວຽນ​ກວາງ​ງອກ ​​ເນັ້ນໜັກ​ວ່າ:

   “​ໃນ​ປີ 1869, ມີ​ກຳ​ປັ່ນ​ຂອງ​ຈີນ ຈາກຟູ​ຈຽນ ​ໄປ​ສິງກະ​ໂປ, ບົນ​ເສັ້ນທາງ​​ເດີນ​ກໍ່​ຖືກ​ຄ້າງ​ບົກຢູ່​ຮ່ວາງ​ຊາ. ​ເຈົ້າຊີວິດ​ຕຶ້ດຶກ​ມອບ​ໜ້າ​ທີ່​ໃຫ້​​ແກ່ກອງ​ກຳລັງ​ໜຶ່ງອອກ​ໄປ​ຮ່ວາງ​ຊາ ດຳ​ເນີນການ​ກູ້​ໄພ​ກູ້​ຊີບ. ການ​ກະທຳ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຈົ້າຊີວິດ​ຕຶ້ດຶກ ​ແມ່ນ​ເຈົ້າຊີວິດ​ທີ່​ມີ​ຈິດ​ໃຈຄວາມ​ເປັນ​ມະນຸດ ມີ​ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ​ໜ້າ​ປະ​ເທດ​ຊາດ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ບັນດາ​ຍານພາຫະນະ​ຕ່າງປະ​ເທດ​ພວມ​ເຄື​ອ່ນ​ໄຫວ​ຢູ່​ເຂດ​ທະ​ເລ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ແລະ ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ​ຕົນ ​ໃນ​ຂະນະ​ທີ່ປະ​ເທດ​ຊາດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ເວລາ​ນັ້ນ“.

   ບັນດາ​ເຈົ້າຊີວິດ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ ​ໄດ້​ປະ​ໄວ້​ໃຫ້ຄົນ​ລຸ້ນຫຼັງ ​ມໍລະດົກ​ອັນ​ໃຫ່ຍຫຼວງ​ທີ່​ສຸດ ນັ້ນແມ່ນຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອະທິປະ​ໄຕ​ເຂດນ່ານ​ທະ​ເລ, ຜືນ​ແຜ່ນດິນ ​ແລະ ປະ​ເທດ​ຫວຽດ​ນາມ ຈາກ​ຮ່າຢາງ ​ເຖິງ​ແຫຼມ​ກ່າ​ເມົາ. ນັ້ນກໍ່​ແມ່ນ​ບົດຮຽນ​ປະຫວັດສາດ​ໂດຍ​ສະ​ໄໝ​ລາຊະວົງ​ຫງວຽນ​ປະ​ໄດ້​ໃຫ້​ລຸ້ນຫຼັງ./.

ຕອບກັບ

ຂ່າວ/ບົດ​ອື່ນ