ອະນຸລັກຮັກສາ ແລະ ພັດທະນາພາສາບັນດາເຜົ່າສ່ວນຫນ້ອຍຫວຽດນາມ


(vovworld)- ຫວຽດ​ນາມ ມີ​ຫລາຍ​ຊົນ​ເຜົ່າ​ອ້າຍ​ນ້ອງ​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ, ແຕ່​ລະ​ຊົນ​ເຜົ່າ​ພັດ​ມີ​ພາ​ສາ​, ສີ​ສັນ​ວັດ​ທະ​ນະ​ທຳ​ສະ​ເພາະ. ຊີ​ວິດ​ພວມ​ຄ່ອຍໆ​ມີ​ການ​ປ່ຽນ​ແປງ, ຖ້າ​ບໍ່​ມີ​ບັນ​ດາ​ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ອະ​ນຸ​ລັກ​ຮັກ​ສາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ  ​ມີ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ​ຈຳ​ນວນ​ຫ​ນຶ່ງອາດ​ຈະ​ຖືກ​ສູນ​ຫາຍ​ໄປ. ນີ້​ກໍ​ແມ່ນ​ບັນ​ຫາ ໂດຍ​ນັກ​ວິ​ທະ​ຍາ​ສາດ​ຝ​ລັ່ງ ແລະ ຫວຽດ​ນາມ ຫລາຍ​ທ່ານ​ໄດ້​ຍົກ​ອອກ​ມາ​ປືກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ຄົ້ນ​ຄ້​ວາ​ອະ​ນຸ​ລັກ​ຮັກ​ສາ​ພາ​ສາ​ບັນ​ດາ​ເຜົ່າ​ສ່ວນ​ຫ​ນ້ອຍ ດ້ວຍ​ການ​ອັດນ້ຳ​ສຽງເຂົ້າ​ໃນ​ລະ​ບົບ​ດີ​ຈີ​ຕອນ ​​ທີ່​ຫາ​ກໍຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ຫວ່າງ​ແລ້ວນີ້.

 

ອະນຸລັກຮັກສາ ແລະ ພັດທະນາພາສາບັນດາເຜົ່າສ່ວນຫນ້ອຍຫວຽດນາມ - ảnh 1
ນາງ​ສາວ​ຊາວ​ເຜົ່າ​ຢ້າວ
ພາບ:thoidai.com

        ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ “ແງ່​ຫວັງ​ເປີດ​ອີງ​ໃສ່​ການ​ນຳ​ເອົາ​ເອ​ກະ​ສານ​ສຽງ​ເວົ້າ​ເຂົ້າ​ໃນ​ລະ​ບົບ​ດີ​ຈີ​ຕອນ” ຫາ​ກໍ​ຈັດ​ຕັ້ງ​ຢ​ູ່​ສູນ​ວັດ​ທະ​ນະ​ທຳ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ, ກຸ່ມ​ຄົ້ນ​ຄ້​ວາ​ຂຶ້ນ​ກັບ​ພະ​ແນກ​ພາ​ສາ​ສາດ, ​ມະ​ຫາວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ ສັງ​ຄົມ ແລະ ມະ​ນຸດສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ສາ​ກົນ Mica ມະ​ຫາ​ວິ​ທະ​ຍາ​ໄລ​ຊັບ​ພະ​ວິ​ຊາ​ຮ່າ​ໂນ້ຍ ໄດ້​ປະ​ກາດ ແລະ ແນະ​ນຳ​ກ່ຽວ​ກັບ​ຫໍ​ສະ​ໝຸດ​ນ້ຳ​ສຽງ​ພາ​ສາ​ບັນ​ດາ​ເຜົ່າ​ສ່ວນ​ຫ​ນ້ອຍ​ຫວຽດ​ນາມ. ກິດ​ຈະ​ກຳ​ຫໍ​ສະ​ໝຸດ​ນີ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ກວ່າ 30 ປີ​ຜ່ານ​ມາ ດ້ວຍ​ການ​ປະ​ກອບ​ກຳ​ລັງ​​ເຫື່ອແຮງ​ຫລວງຫລາຍ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ ແລະ ຝ​ລັ່ງ. ນີ້​ກໍ​ແມ່ນ​ຫໍ​ສະ​ໝຸດ​ນ້ຳ​ສຽງ​ແກ້​ໄຂ ຫັນ​ສຽງ​ເວົ້າ​ທຳ​ມະ​ຊາດ, ນ້ຳ​ສຽງ​ເປັນ​ດີ​ຈີ​ຕອນ​ທີ່​ມີ​ລະ​ດັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ພຽງ​ແຕ່ຄະ​ລິກ 2-3 ບາດ ໃນ​ຫໍ​ສະ​ໝຸດ​ນ້ຳ​ສຽງ​ບັນ​ດາ​ເຜົ່າ​ສ່ວນ​ຫ​ນ້ອຍ​ຫວຽດ​ນາມ, ຜູ້​ຊົມ​ສາ​ມາດ​ຊອກ​ຮູ້​ໄດ້​ຂໍ້​ມູນ​ຫລາຍ​ຢ່າງ​ຄື: ຕົ້ນ​ກຳ​ເນີດ​ຂອງ​ນ້ຳ​ສຽງ, ວິ​ທີ​ອອກ​ສຽງ, ຊ້ຳ​ບໍ່​ໜຳ ນັບ​ທັງ​ບົດ​ກາບກອນ, ບົດ​ເພງ​ພື້ນ​ເມືອງ​ຂອງ​ບັນ​ດາ​ເຜົ່າ​ເຫລົ່າ​ນັ້ນ​ດ້ວຍ​ບັນ​ດາ​ເທບ​ອັດ​ສຽງ. ພິ​ເສດ ຫໍ​ສະ​ໝຸດ​ນ້ຳ​ສຽງ​ນີ້​ໄດ້​ເຕົ້າ​ໂຮມ, ອະ​ນຸ​ລັກ​ຮັກ​ສາ​ໄດ້ 11 ພາ​ສາ​ຂອງ ໝວດ​ບັນ​ດາ​ເຜົ່າ​​ທີ່ມີ​ຄົນ​ຫ​ນ້ອຍ​ທີ່​ສຸດ, ໃນ​ນັ້ນ ມີ​ພາ​ສາ​ພວມຕົກ​ເຂົ້າ​​ໃນ​ຄວາມ​ສ່ຽງ​ຖ​ືກ​ສູນ​ຫາຍ​ໄປ, ຕົວ​ຢ່າງ​ຄື ຊາວ​ເຜົ່າ ເອີດ​ູ ເກືອບ​ຄື​ວ່າ​ສຽງ​ເວົ້າ​ຖືກ​ສູນ​ຫາຍ​ໄປ​ແລ້ວ ຕ້ອງ​ນຳ​ໃຊ້​ສຽງ​ເວົ້າ​ຂອງ​ຊົນ​ເຜົ່າ​ອື່ນ​ເພື່ອ​ໂອ້​ລົມ​ນຳ​ກັນ, ເພາະ​ສະ​ນັ້ນ ຕາມ​ສາດ​ສະ​ດາ​ຈານ ດ​ຣ ເຈີນ​ຈີ​ຢອຍ, ຫົວ​ຫ​ນ້າ​ສູນ “ຄົ້ນ​ຄ້​ວາ​ພັດ​ທະ​ນາ​ບັນ​ດາ​ເຜົ່າ​ສ່ວນ​ຫ​ນ້ອຍ ແລະ ເຂດ​ພູ​ດອຍ” ແລ້ວ, ເລື່ອງ​ສ້າງ​ຫໍ​ສະ​ໝຸດ​ນ້ຳ​ສຽງ​ຄື​ແນວນີ້ ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ.

        “ຫໍ​ສະ​ໝຸດ​ນ້ຳ​ສຽງ​ນີ້​ແມ່​ນ​ຮັກ​ສາ​ສຽງ​ເວົ້າ​ໄວ້, ຊື່ງ​ລວມ​ມີ ພາ​ສາ, ບັນ​ດາ​ບົດ​ເພງ​ພື້ນ​ເມືອງ, ບົດ​ກາບກອນ ດ້ວຍ​ນ້ຳ​ສຽງ​ຂອງ​ຊົນ​ເຜົ່າ​ນັ້ນ​ ແລະ​ໄດ້​ຮັບ​ການ​ຮັກ​ສາ​ພາຍ​ໃຕ້​ນ້ຳ​ສຽງ​ຄ້າຍ​ຄື​ເຂົາ​ເຈົ້າ​ພວມ​ນຳ​ໃຊ້. ຜົນ​ປະ​ໂຫ​ຍດ​ທີ​ສອງ ນັ້ນ​ແມ່ນ ສະ​ຫນອງ​ແຫລ່ງ​ຂໍ້​ມູນ​ໃຫ້​ແກ່​ວົງ​ການ​ນັກ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ດ້ານ​ພາ​ສາ. ຕົວ​ຢ່າງ​ຄື: ສຽງ​ເວົ້າ​ຂອງ​ຊາວ​ເຜົ່າ ຣຸກ, ສຽງ​ເວົ້າ​ຂອງ​ເຂົາ​ເຈົ້າ​ແມ່ນ​ຮັກ​ສາ​ໄວ້​ພາ​ສາ​ຫວຽດ​ບູ​ຮານ. ຜົນ​ປະ​ໂຫຍດ​ທີ​ສາມ ແມ່​ນຫໍ​ສະ​ໝຸດນີ້​ຄື​ດັ່ງ​ພາ​ຫະ​ນະ​ເພື່ອ​ໂຄ​ສະ​ນາ​ດ້ານ​ພາ​ສາ, ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ນັ້ນ.”

        ນຳ​ເອົາ​ຫໍ​ສະ​ໝຸດນ້ຳ​ສຽງນີ້​ເຂົ້າ​ນຳ​ໃຊ້ ກໍ​ເປັນ​ການ​ປ​ະ​ກອບ​ສ່ວນ​ເຕົ້າ​ໂຮມ​ຂໍ້​ມູນ​ກ່ຽວ​ກັບ​ສຽງ​ເວົ້າ​ຢ່າງ​ຄົບ​ຖ້ວນ, ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ບູ​ຮານ. ປະ​ຈຸ​ບັນ ຫໍ​ສະ​ໝຸດ​ນ້ຳ​ສຽງ​ກໍ​ໄດ້​ຫັນ​ບັນ​ດາ​ພາ​ສາ​ຂອງ​ບັນ​ດາ​ເຜົ່າ​ທີ່​ມີ​ຄົນ​ຫ​ນ້ອຍ​ສຸດ​ຄື ສຽງ​ເວົ້າ​ຂອງ​ເຜົ່າ​ຣ​ຸກ, ເຜົ່າ ອາ​ແຣມ, ເຜົ່າ ມາ​ລ່ຽງ..ເປັນ​ດີ​ຈີ​ຕອນ. ເລື່ອງ​ນຳ​ຫໍ​ສະ​ໝຸດ​ເປັນ​ດີ​ຈີ​ຕອນ ເບື້ອງ​ຕົ້ນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ບັນ​ດາ​ຜູ້ສອນ​ພາ​ສາ​ຊົນ​ເຜົ່າ​ໄດ້​ສຳ​ພັດ​ກັບ​ແຫລ່ງ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ​ໃນ​ວຽກ​ງານ​ສິດ​ສອນ, ຊ່ວຍ​ໃຫ້​ບັນ​ດາ​ນັກ​ຮຽນ​ຮູ້​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່​ຽວ​ກັບ​ຮ​ີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ດາ​ເຜົ່າ​ສ່ວນ​ຫ​ນ້ອຍ, ເພີ່ມ​ເຕີມ​ຕື່ມ​ອີກ​ເຂົ້າ​ສາງ​ສຽງ​ເວົ້າ​ບັນ​ດາ​ເຜົ່າ​ຢູ່​ຫ​ວຽດ​ນາມ.

        ອ່າຍ ຊຸ່ງ​ອາ​ເຈງ, ຊົນ​ເຜົ່າ ມົ້ງ ຢູ່ ຕາ​ແສງ ປາກໍ່ ເມືອງ​ມາຍ​ເຈົາ ແຂວງ ຮ​ວ່າ​ບີງ ​​ໃຫ້​ຮູ້​ວ່າ: ໃນ​ຫລາຍ​ປີ​ແລ້ວ ອ້າຍມີ​ຄວາມ​ເປັນ​ຫ່ວງຕໍ່​ການ​ເປີດ​ບັນ​ດາ​ຫ້ອງ​ຮຽນ​ສອນ​ພາ​ສາ​ເຜົ່າ​ມົ້ງ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ບັນ​ດາ​ບ້ານ​ຂອງ​ຊາວ​ເຜົ່​າມົ້ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳ​ລັບ​ອ້າຍ​ແລ້ວ ວຽກ​ງານນີ້​ແມ່ນ​ຫ​ຍຸ້ງ​ຍາກ​ທີ່​ສຸດ ແມ່ນ​ວຽກ​ງານ​ຮຽບ​ຮຽງ ແລະ ກະ​ກຽ​ມ​ແຫລ່ງ​ເອ​ກະ​ສານ​​ນັບ​ໃຊ້​ການ​ສອນ​ພາ​ສາ​ຊົນ​ເຜົ່າ. ປະ​ຈຸ​ບັນ ມີ​ຫ​ໍ​ສະ​ໝຸດ​ນ້ຳ​ສຽງ​ທີ່​ລ້ຳ​ຄ່າ​ນີ້ ໄດ້​ຊ່ວຍ​ໃຫ້​ອ້າຍ ຊຸ່ງ​ອາ​ເຈງ ກໍ​ຄື​ຄົນ​ອື່ນທີ່​ມີ​ຄວາມ​ຄິດ​ຄື​ອ້າຍ​ສາ​ມາດ​ນຳ​ໃຊ້​​ຫໍ​ສະ​ໝຸດ​ດັ່ງ​ກ່າວຄື​ເປັນ​ພາ​ຫະ​ນະ​ເພື່ອ​ສອນ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ຂອງ​​ເຜົ່າ​ຕົນ.

        “ມ​ີ​ບາງ​ຄົນ​ບໍ່​ແມ່ນ​ຊາວ​ເຜົ່າ​ມົ້ງ ແຕ່​ເຂົາ​ເຈົ້າ​ພັດ​ຮູ້​ພາ​ສາ​ ​ມົ້ງ ຊ່ຳ​ບໍ່​ໜຳ​ຍັງຂຽນ​ເປັນ​ອີກ. ຈາກນັ້ນ ຂ້າ​ພະ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ ແລະ ຂຽນ​ເອງ, ຊອກ​ເອ​ກະ​ສານ​ເພື່ອ​ເປີດ​ບັນ​ດາ​ຫ້ອງ​ຮຽນ​ເພື່ອ​ສອນ​ພາ​ສາມົ້ງ. ການ​ຊອກ​ຫາ​ແຫລ່ງ​ເອ​ກະ​ສານ​ແມ່ນ​ຫ​ຍຸ້ງ​ຍາກ​ທີ່​ສຸດ, ປະ​ຈຸ​ບັນ ມີ​ແຫລ່ງ​ເອ​ກະ​ສານ​ນ້ຳ​ສຽງ​ຄ​ື​ແນວນີ້ ເປັນ​ການ​ສະ​ດວກ​ໃຫ້​ແກ່​ການ​ສອນ​ພາ​ສາ​ເຜົ່າ​ຕົນ.”

        ການ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ພາ​ສາ, ຕົວ​ຫ​ນັງ​ສື​ຂອງ​ບັນ​ດາ​ເຜົ່າ ຍາມ​ໃດ​ກໍ​ໄປ​ຄຽ​ງ​ຄູ່​ກັບ​ການ​ນຳ​ໃຊ້​ພາ​ສາ, ຕົວ​ຫ​ນັງ​ສື. ຜ່ານ​ການ​ນຳ​ໃຊ້​ແຫລ່ງ​ເອ​ກະ​ສານ​ຈາກ​ຫໍ​ສະ​ໝຸດ​ນ້ຳ​ສຽງ​ນີ້ ກໍ​ຈະ​ປະ​ກອບ​ສ່ວນ​ສົ່ງ​ເສີມ​ລຸ້ນ​ຫ​ນຸ່ມ​ມີ​ຄວາມເຂົ້າ​ໃຈ ແລະ ນຳ​ໃຊ້​ສຽງ​ເວົ້າ, ຕົວ​ຫ​ນັງ​ສື​ຂອງ​ຕົນ​​ເປັນຢ່າງ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ