ອະນຸລັກຮັກສາກາຈູ່ພາຍຫຼັງໄດ້ຮັບການຮັບຮອງເອົາ ເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຈາກ UNESCO ເປັນເວລາ 4 ປີ


   (vovworld)-  ກາຈູ່​ແມ່ນ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ​ ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ແມ່ນມໍລະດົກ​ວັດທະ ນະທຳ​ບໍ່​ມີ​ຮູບ​ຮ່າ​ງ ຄວນ​ໄດ້​ຮັບການ​ຮັກສາ​​ໄວ້​ຢ່າງຮີບ​ດ່ວນ​ນັບ​ແຕ່​ປີ 2009. ຫວ​ນ ຄືນ​ໄລຍະ 4 ປີ​, ນັບ​ແຕ່​ໄດ້​ຮັບ​ການ​ຮັບ​ຮອງນັ້ນ, ​ເຖິງ​ວ່າ​ຫວຽດນາມ​ ມີ​ຄວາມ​ພະຍາຍາມ​ຫຼາຍ​ຢ່າງ ​ແລະ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ອົງການ​ຈັດຕັ້ງສາກົນກໍ່ຕາມ, ​ແຕ່​ກາ​ຈູ່ ຍັງ​ຄົງຈຳ​ເປັນຕ້ອງ​ໄດ້​ຮັບ​ການ​ຮັກສາ​​ໄວ້ເພື່ອ​ຍືນ​ຍົງຄົງ​ຕົວ ​ແລະ ​ເສີມ​ຂະຫຍາຍ​ໃນ​ຊີວິດ​ວົງ​ຄະນາ​ຍາດ​ກ່ວາ​ອີກ.. 

  ອະນຸລັກຮັກສາກາຈູ່ພາຍຫຼັງໄດ້ຮັບການຮັບຮອງເອົາ ເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຈາກ UNESCO ເປັນເວລາ 4 ປີ - ảnh 1
(ພາບ: vi.wikipedia.org)

   ​ຕາມ​ການ​ສະຖິຕິ​ແລ້ວ, ຢູ່ 15 ​ແຂວງ, ນະຄອນ​ຂອງຫວຽດນາມ ມີ​ສະ​ໂມ​ສອນ​ກາ​ຈູ່, ບ້ານ​ຂັບ​ກາ​ຈູ່ພື້ນ​ເມືອງ. ​ໃນ​ນັ້ນ, ຢູ່​ຮ່າ​ໂນ້ຍມີມະ​ໂມ​ສອນ​ກາ​ຈູ່ທີ່​ມີ​ຊື່​ສຽງ 22 ​ແຫ່ງ. ນັບ​ແຕ່​ກາ​ຈູ່​ໄດ້​ຮັບ​ການຮັບຮອງ​​​ຈາກ UNESCO ວ່າ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຕ້ອງໄດ້​ຮັບການ​ຮັກສາ​​ດ່ວນມາ​ຮອດ​ປະຈຸ​ບັນ, ຮ່າ​ໂນ້ຍ ຍັງ​ຄົງ​ແມ່ນ​ທ້ອງ​ຖິ່ນ​ທີ່ນຳ​ໜ້າ​ໃນ​ການ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ມໍລະດົກ​ຂອງ​ກາ​ຈູ່.

  ຖ້າ​ຫາກ​ທ່ານ​ມາສາລາບ້ານ​ກີ​ມ​ເງິນ ​ໃນ​ຄຸມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ທ່ານ​ຈະສາມາດຮັບ​ຟັງ​​ສຽງ​ຂັບ​ກາ​ຈູ່ຂອງ​ບັນດາ​ນັກ​ຮ້ອງ​ຂອງ​ສະ​ໂມ​ສອນ​ກາ​ຈູ່ຮ່າ​ໂນ້ຍ​.. ນັບ​ແຕ່​ຫຼາຍ​ປີ​ມາ​ນີ້, ​ແຂກ​ທ່ອງ​ທ່ຽວ​​ເຄີຍໄດ້​ຮັບ​ຟັງ​ກາ​ຈູ່​​ໃນ​ຕອນ​ຄ່ຳ​ຂອງ​ວັນ​ພະຫັດ, ວັນ​ສຸກ ​ແລະ ວັນ​ອາທິດ​ເປັນ​ປະຈຳ. ຕາມ​ນັກ​ສິລະ​ປະກອນ ​ເລ​ທິ​ແບກ​ເວີນ ປະທານ​ສະ​ໂມ​ສອນ​ກາ​ຈູ່ຮ່​າໂນ້ຍ​ ແລ້ວ, ​ໃນ​ທ່າ​ອ່ຽງພັດທະນາ​ຂອງ​ບັນດາ​ຮູບ​ການ​ສິລະ​ປະ​ບັນ​ເທິງ​ອື່ນໆ, ກາ​ຈູ່ພວມ​ປະ​ເຊີນ​ໜ້າ​ກັບ​ເລື່ອງ​ຂາດ​ຜູ້​ຟັງ​ຜູ້​ຊົມ. ​ສະ​ໂມ​ສອນຫຼາຍ​ແຫ່ງ​ຕ້ອງ​ຍ້າຍ​ສະຖານ​ທີ່ສະ​ແດງ, ຫລຸດຜ່ອນລາຍ​ກາຍສະ​ແດງລົງ. ​ນັກ​ສິລະ​ປະກອນ​ ເລ​ທິ​ແບກ​ເວີນ ​ໃຫ້​ຮູ້​ວ່າ:

   “​​​​​​​ເມື່ອ​ກອ່ນພວກ​ຂ້າພະ​ເຈົ້າສະ​ແດງ​ປະມານ 24-26 ​ເທື່ອ/ເດືອນ ​ແຕ່​ດຽວ​ນີ້​ຕ້ອງ​ຫລຸດ​ລົງ ນັ້ນ​ແມ່ນ​ເລື່ອງເສຍດາຍ​ທີ່​ສຸດ. ນີ້​ບໍ່​ແມ່ນ​ການ​ດຳເນີນ​ທຸລະ​ກິດ, ຫາກ​ແມ່ນ​ການ​ອະນຸລັກ​ຮັກສາກາ​ຈູ່, ສະນັ້ນຕ້ອງຮັກສາ​ໄວ້“.

ອະນຸລັກຮັກສາກາຈູ່ພາຍຫຼັງໄດ້ຮັບການຮັບຮອງເອົາ ເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຈາກ UNESCO ເປັນເວລາ 4 ປີ - ảnh 2

 (ພາບ: .vnam.edu.vn/)

     ສ່ວນ​ຢູ່​ສະ​ໂມ​ສອນ​ກາ​ຈູ່ທັງ​ລອງ, ຈຳນວນ​ແຂກ​ມາ​​ຊົມ​ຢູ່​ເຮືອນ​ມໍລະດົກ​ເລກທີ 87 ຖະໜົນ​ມ້າ​ໄມ​ຍັງ​ເປັນ​ປົກກະຕິ​ຢູ່ ​ແຕ່​ສ່ວນ​ຫຼາຍ​ກໍ່​ແມ່ນ​ແຂກ​ຕ່າງປະ​ເທດ. ສະ​ໂມ​ສອນ​ນີ້​ຢາກ​​ເຮັດ​ໃຫ້ກາ​ຈູ່ນັບ​ມື້​ນັບ​​ໃກ້​ຊິດ​ກັບຜູ້​ຊົມ​ພາຍ​ໃນ​ປະ​ເທດ​ຫຼາຍ​ກ່ວາ, ​ເຮັດ​ໄດ້​ແນວ​ນັ້ນ, ຕ້ອງ​ມີ​ການ​ສົມທົບ​ກັບ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ເພື່ອ​ສະ​ແດງ​ຂັບ​ກາ​ຈູ່ຮັບ​ໃຊ້​ໃຫ້​ແຂກ​ທ່ອງ​ທ່ຽວ. ທາງ​ສະ​ໂມ​ສອນ​ຍັງ​ເອົາ​ໃຈ​ໃສ່​​ເຖິງການ​ສອນ​ວິຊາ​ຊີບ​ໃຫ້​ແກ່​ລຸ້ນໜຸ່ມ, ຍ້ອນ​ວ່າ​ຕາມ​ນັກ​ສິລະ​ປະກອນ​ຟ້າ​ທິ​ເຮ້ວ ປະທານສະ​ໂມ​ສອນ​ກາ​ຈູ່ທັງ​ລອງ​ແລ້ວ, ນັ້ນ​ແມ່ນ​ວິ​ທິອະນຸລັກ​ຮັກສາ​ກາ​ຈູ່​ດີ​ທີ່​ສຸດ. ນັກ​ສິລະ​ປະກອນ​ຟ້າ​ມທິ​ເຮ້ວ ​ແບ່ງປັນ​ວ່າ:

 “​​ປະຊາຊົນ​​ຍັງ​ຄົງອະນຸລັກ​ຮັກສາ​ກາ​ຈູ​ເອງ. ສະ​ໂມ​ສອນ​ກາ​ຈູ່ທັງ​ລອງ ​ໂຊ​ກດີ​ກ່ວາ ສະ​ໂມ​ສອນ​ອື່ນ​ຍ້ອນ​ມີ​ນັກ​ຮ້ອງ​ໜຸ່ມ​ຫຼາຍ​ຄົນ. ​ພວກ​ເພື່ອນ​​ໜຸ່ມ​ມີ​ຄວາມນິຍົມ ​ແລະ ​ເມົາ​ມົວ​ກັບ​ການ​ຂັບ​ກາ​ຈູ່ທີ່​ສຸດ

   ສະ​ໂມ​ສອນ​ກາ​ຈູ່ຮ່າ​ໂນ່ຍ ​ແລະ ສະ​ໂມ​ສອນ​ກາ​ຈູ່ທັງ​ລອງ ​ແມ່ນ​ສະ​ໂມ​ສອນ​ທີ່​ພົ້ນ​ເດັ່ນຢູ່​ນະຄອນຫຼວງ​ດ້ວຍ​ຄວາມ​ມານະ​ພະຍາຍາມ​ສະ​ແດງ, ​ແນະນຳ​ ​ແລະ ສອນ​ຂັບ​ການ​ຈູ່. ສ່ວນບັນດາ​ສະ​ໂມ​ສອນ​ຢູ່ຊານ​ນະຄອນ​ຄື ສະ​ໂມ​ສອນ​ແຈງ​ທົນ (ຟູ​ອຽນ), ​ໂລ້​ເຄ (ດົງ​ແອ​ງ) ຫຼື​ບັນດາ​ສະ​ໂມ​ສອນ​ຢູ່​ແຂວງ​ເງ້ອານ, ຮ່າ​ຕິ້ງ, ກວາງ​ບິງ… ​​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງກໍ່ຕາມ ​ແຕ່​ການ​ສືບ​ທອດ​ກາຈູ່ຍັງ​ຄົງ​ຮັກສາ​ໄວ້​ຢູ່.

  ຕົວ​ຈິງ​​ໃຫ້​ເຫັນ​ວ່າ, ​ໃນ​ຂະນະ​ທີ່​ຫຼາຍ​ສະ​ໂມ​ສອນ​ຕ້ອງ​ພະຍາຍາມຮັກສາ​ການ​ເຄື່ອນ​ໄຫວ​ນັ້ນ, ມີ​ບາງ​ສະ​ໂມ​ສອນ​ຍັງ​ສາມາດ​ເຄື່ອນ​ໄຫວ​ເປັນ​ຢ່າງ​ດີ​ຍ້ອນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ. ນັບ​ແຕ່​ປີ 2005 ມາ​ຮອດ​ປະຈຸ​ບັນ, ສະ​ໂມ​ສອນ​ກາ​ຈູ່​ໂລ້​ເຄ, ຕາ​ແສງ​ລຽນ​ຮ່າ, ​ເມືອງ​ດົງ​ແອ​ງ, ຮ່າ​ໂນ້ຍ ​ໄດ້​ຮັບ​ເງິນ​ປະມານ 40-50 ລ້ານດົ່ງຈາກ​ງົບປະມານ​ຂອງ​ເມືອງ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່ການ​ເຄື່ອນ​ໄຫວ, ​ເປີດ​ບັນດາ​ຊຸດ​ຮຽນ​​ໃຫ້​ລຸ້ນຫນຸ່ມ. ນອກຈາກ​ນັ້ນ​ແລ້ວ, ທາງ​ເມືອງ​ຍັງ​ຖື​ກາ​ຈູ່​ໂລ້​ເຄ ​ແມ່ນ “​ເຍື່ອງອາຫານ​ພິ​ເສດ“ ​ແລະ ສ້າງ​ໂລ້​ເຄ ​ໃຫ້ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ໃນ​ບໍລິ​ເວນ. ສ່ວນ​ແຂວງ​ບັກ​ນິງ ​ຊື່​ງແມ່ນ​ແຂວງ​ຕິດ​ກັບ​ນະຄອນຫຼວງ​ຮ່າ​ໂນ້ຍ ກໍ່​ພວມ​ຜັນ​ຂະຫຍາຍ​ແຜນ​ຮ່າງ “ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ​ຂັບ​ກວາ​ຫໍ້​ພື້ນ​ເມືອງ​ບັກ​ນິງ ​ແລະ ກາ​ຈູ່​ໄລຍະ 2013-2020“ ດ້ວຍ​ຄ່າ​ໃຊ້​ຈາ​ຍທັງ​ໝົດ​ເກືອບ 65 ຕື້​ດົ່ງ.

  ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ພວມ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ, ​ໃນ​ນັ້ນ, ວາງ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ມໍລະດົກ​ກາ​ຈູ່. ໜຶ່ງ​ໃນບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຂອບ​ຂະໜາດ​ໃຫ່ຍ​ແມ່ນ​ການຈັດຕັ້ງງານ​ມະ​ໂຫລານ​ກາ​ຈູ່ທົ່ວ​ປະ​ເທດ​ຢູ່​ຮ່າ​ໂນ້ນ​ໃນ​ເດືອນ 8/2014 ຈະ​ມາ​ເຖິງ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ສະ​ໂມ​ສອນ​ກາ​ຈູ່ທີ່​ມາ​ຈາກ 15 ​ແຂວງ, ນະຄອນ. ຈຸດປະສົງ​ຂອງ​ງານ​ມະ​ໂຫລານ​ແມ່ນ​ສືບ​ຕໍ່​ໂຄສະນາ, ​ແນະນຳ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ມໍລະດົກ​ກາ​ຈູ່ ຊື່​ງ​ໄດ້​ຮັບ​ການ​ເຊີດຊູ​ຈາກ​ອົງການ​ອູ​ແນ​ສ​ໂກ, ພ້ອ​ມທັງ​ກວດກາ, ຕີ​ລາ​ຄາວຽກ​ງານ​ອະນຸລັກ​ຮັກສາ​ສິລະ​ປະ​ຂັບ​ກາ​ຈູ່​ໃນ​ໄລຍະ 2010-2014  ຕາມຄຳໝັ້ນສັນຍາ​ກັບ​ອູ​ແນ​ສ​ໂກ. ງານ​ມະ​ໂຫລານ​ຂັບ​ກາ​ຈູ່​ກໍ່ແມ່ນ​ໂອກາດ​ເພື່ອ​ໃຫ້​ທັງປະ​ຊາ​ຄົມ​ເອົາ​ໃຈ​ໃສ່​ລົງທຶນ​ອະນຸລັກ​ຮັກສາກາ​ຈູ-​ເຊິ່ງ​ແມ່ນມໍລະດົກ​ວັດທະນະທຳ​ທີ່​ດີ​ເດັ່ນ​ຂອງ​ຊາດ ​ແລະ ມວນ​ມະນຸດ. ນີ້​ຍັງ​ແມ່ນ​ໂອກາດ​ເພື່ອ​ເຊີດ​ຊູ​ບັນດາ​ສະ​ໂມ​ສອນ​ກາ​ຈູ່, ພ້ອມ​ທັງ​ລະດົມ​ກຳລັງ​ໃຈ​ບັນດາ​ນັກ​ສິລະ​ປິນຂັບ​ກາ​ຈູ່ໜຸ່ມ​ຕິດ​ພັນ​ກັບ​ສິລະ​ປະ​ພື້ນ​ເມືອງຂອງ​ຊາດ, ​ເຊື່ອມ​ຕໍ່​ບັນດາ​ຄຸນຄ່າ​ມໍລະດົກ​ຂອງ​ສິລະ​ປະ​ກາ​ຈູ່ກັບ​ມະຫາຊົນ​ໃນ​ຍຸກ​ປະຈຸ​ບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ