ເຈົາບານສະໄໝລາດຊະວົງຫງວຽນ, ຮູບພາບສັງລວມກ່ຽວກັບຍຸກສະໄໝ


   ຫວ່າງແລ້ວນີ້, ​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນໝາຍ​ເຖິງ​ສາງ​ເອກະສານ​ໃນ​ສະ​ໄໝ​ລາດ​ຊະ​ວົງຫງວຽນ ຂອງຫວຽດນາມຫາກໍໄດ້ຮັບການ​ຮັບຮອງ​ແມ່ນ​ມໍລະດົກ​ເອກະສານ​ໂຄງການ​ຄວາມ​ຊົງ​ຈຳ​ໂລກ​ພາກ​ພື້ນ​ອາຊີ - ປາຊີ​ຟິກຂອງ​ອົງການ UNESCO ປີ 2014,  ​ ເຈົາບານສະ​ໄໝ​ລາດ​ຊະ​ວົງຫງວຽນ ​ແມ່ນ​ແຫຼ່ງ​ເອກະສານ​ຕົ້ນ​ສະບັບ ຊຶ່ງ​ລວມມີ​ບັນດາ​ເອກະສານ​ການ​ປົກຄອງ​ຖືກ​ແຕ່ງ​ຂຶ້ນ​ໃນ​ວິວັດ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ, ບໍລິຫານ​ໃນ​ທຸກ​ດ້ານ​ຄື ຊີວິດ​ການ​ເປັນ​ຢູ່, ​ເສດຖະກິດ, ສັງຄົມ, ບັນຫາ​ພາຍ​ໃນ, ​ແລະ ພົວພັນ​ຕ່່າງປະ​ເທດ​ຂອງ​ອຳນາດ​ການ​ປົກຄອງສະ​ໄໝ​ລາດ​ຊະ​ວົງຫງວຽນ. ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນ ທັງ​ແມ່ນ​ແຫຼ່ງ​ເອກະສານ​ອັນ​ລ້ຳ​ຄ່າ​ເພື່ອ​ຄົ້ນ​ຄ້ວາ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ລາດ​ຊະ​ວົງ ​ແລະ ຊີວິດ​ສັງ​ຄົມ​ຫວຽດນາມ​ໃນ​ສະຕະວັດ​ທີ 19 ​ແລະ ​5 ທົດ​ສະ​ວັດ​ທຳ​ອິດ​ຂອງ​ສະຕະວັດ​ທີ 20 .

 ເຈົາບານສະໄໝລາດຊະວົງຫງວຽນ, ຮູບພາບສັງລວມກ່ຽວກັບຍຸກສະໄໝ - ảnh 1
ເອກະສານສະບັບໜຶ່ງໃນສະ​ໄໝ​ລາດ​ຊະ​ວົງຫງວຽນຂອງຫວຽດນາມ
(ພາບ: baomoi.com)

     ​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນແມ່ນບັນດາເອກະສານການປົກຄອງ ຂອງເຈົ້າຊີວິດ 11 ອົງ​ໃນ​ຈຳນວນ​ທັງ​ໝົດ 13 ອົງ​ຂອງ​ສະ​ໄໝ​ລາດ​ຊະ​ວົງຫງວຽນຄື​ແຕ່​ປີ 1802 ຫາ 1945. ນັ້ນ​ແມ່ນ​ບັນດາພະລາດ​ຊະ​ສານ, ພະລາດ​ຊະ​ດຳລັດ, ຄຳ​ສັ່ງ.....​ໂດຍ​ບັນດາ​ເຈົ້າ​ຊີວິດ​ໃນ​​​ສະ​ໄໝ​ລາດ​ຊະ​ວົງຫງວຽນລົງ​ຄຳ​ເຫັນ​ຫຼື​ເຊັນ​ອະນຸມັດ​ດ້ວຍ​ນ້ຳ​ມຶກ​ສີ​ແດງ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທາງ​ດ້ານ​ການ​ເມືອງ, ການ​ທະຫານ, ການ​ທູດ, ​ເສດຖະກິດ, ວັດທະນະທຳ, ສັງຄົມ...

  ດ້ວຍ​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນ​ເກືອບ 800 ຊຸດ​ທີ່​ຍັງ​ຖືກ​ເກັບ​ຮັກສາ​ໄວ້​ເໝືອນ​ເດີມ ຊຶ່ງ​ເທົ່າ​ກັບ​ເອກະສານ​ປະມານ 85.000 ສະບັບ​ດ້ວຍ 200.000 ​ໃບ, ​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນ​ແມ່ນ​ສາງ​ເອກະສານທີ່​ມະຫາສານ​ເພື່ອ​ຊອກ​ຮູ້​ຄົ້ນ​ຄ້ວາ​ບັນດາ​ແນວທາງ,ນະ​ໂຍບາຍ, ທັດສະນະ, ກົງຈັກ​ການ​ປົກຄອງ ​ແລະ ຮັບ​ໃຊ້ການ​ພັດທະນາ​ທຸກ​ດ້ານ​ຂອງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ລາດ​ຊະ​ວົງຫງວຽນ. ທ່ານ ຮ່າ​ວັນ​ເຮ່ວ ຜູ້ອຳນວຍການ​ສູນ​ເກັບ​ຮັກສາ​ສຳ​ເນົາ​ເອກະສານ​ແຫ່ງ​ຊາດ​ເລກ 1 ​ໃຫ້​ຮູ້​ວ່າ:

   “​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນ ​ແມ່ນ​ລະບົບ​ເອກະສານ​ດ້ວຍ​ ​ເອກະສານ​ຖືກ​ເກັບ​ຮັກສາ​ໄວ້​ເປັນຈຳນວນຫຼາຍ​ພໍ​ສົມຄວນ, ທັງ​ໝົດ​ນະ​ໂຍບາຍ​ພາຍ​ໃນ ​ແລະ ພົວພັນຕ່າງປະ​ເທດ​ຂອງ​ລາດ​ຊະ​ວົງ​ຫງວຽນ. ຜ່ານ​ແຫຼ່ງ​ເອກະສານ​ນີ້, ທຸກໆ​ຫົວ​ເລື່ອງ​ຊຶ່ງ​ບັນດາ​ນັກ​ຄົ້ນ​ຄ້ວາ​ປະຫວັດສາດ​ອາດ​ຈະ​ສຳ​ພັດ​ຢ່າງ​ເຕັມ​ສ່ວນ​ໃນທຸກໆ​ຂົງ​ເຂດ. ​​ເມື່ອເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນໄດ້ຮັບການ​ຮັບຮອງ​ແມ່ນ​ມໍລະດົກ​ໂລກ​ນັ້ນ, ຄຸນຄ່າ​ຂອງ​ມັນ​ແມ່ນ​ບໍ່​ພຽງ​ແຕ່​ຄົ້ນ​ຄ້ວາ​ໃນ​ຂອບ​ເຂດ​ຢູ່​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ໃນ​ພາກ​ພື້ນ ​ແລະ ສາກົນ​ອີກ​ດ້ວຍ ”

    ​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນມີ​ຄຸນຄ່າ​ສະ​ເພາະ​ຂອງ​ເອກະສານ​ການຄຸ້ມຄອງ​ບໍລິຫານ​ລັດ​ໄດ້​ມາດຕະຖານ​ອັນ​ດັບ​ໜຶ່ງ​ໃນ​ສະ​ໄໝ​ລາຊາທິປະ​ໄຕ​ຫວຽດນາມ. ກ່ຽວ​ກັບ​ອົງການ​ຄຸ້ມ​ຄອງ ​ແລະ ຮູບ​ການ​ການຖ່າຍ​ທອດ​ນັ້ນ, ​ເຈົາບານມີ​ເນື້ອ​ໃນ​ທີ່​ຮັດ​ກຸມ, ລອບ​ຄອບ​ຖີ່​ຖ້ວນ, ມີ​ລັກສະນະ​ອຳນາດສູງ​ສຸດ​ຂອງລາດຊະ​ວົງ. ທາງ​ດ້ານ​ສາທາລະນະ​ສຸກ, ​ໃນ​ສະ​ໄໝ​ສັກ​ດີ​ນາ​ຢູ່​ຫວຽດນາມ, ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ນີ້ ບໍ່​ໄດ້​ຮັບ​ການ​ບັນທຶກ​ຫຼາຍ, ນັບ​ທັງ​ການ​ເຄື່ອນ​ໄຫວ​ສຸຂາພິບານ​ໃນ​ລາດ​ຊະ​ວັງ ກໍ​ບັນທຶກ​ເລກ​ນ້ອຍ. ​ແຕ່​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນ​ຍັງ​ແມ່ນ​ແຫຼ່ງ​ເອກະສານ​ທີ່​ມີ​ມູນ​ຄວາ​ມຈິ​ງ ​ແລະ ບັນທຶກ​ລະອຽດກ່ຽວ​ກັບ​ສະພາບ​ພະຍາດ​ໂລຄາ​ຂອງ​ປະຊາຊົນ. ຕາມ​ເອກະສານ​ແລ້ວ, ​​ສະ​ໄໝ​ລາດ​ຊະ​ວົງຫງວຽນ​​ໄດ້​ຮັບ​ການ​ຮັບ​ຮູ​້​ແມ່ນ​ໄລຍະ​ທີ່​​ເກີດ​ໂລກລະບາດຫຼາຍ. ຕາມ​ແຫຼ່ງ​ກະສາ​ນສະ​ໄໝ​ເຊົ້າ​ຊີວິດ ມິ​ງໝ້າ​ງ ອົງ​ທີ 21 ປີ 1840 ​ໃຫ້​ຮູ້​ວ່າ : ​ໂລກລະບາດທີ່​ເກີດ​ຂຶ້ນ​ຢູ່​ ​ແທງ​ຮ້ວາ ​ແຕ່​ເດື​ອນມັງກອນ​ຫາ​ເດືອນ ມິຖຸນາ​ນັ້ນ, ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ 1087 ຄົນ. ທາງ​ດ້ານ​ເສດຖະກິດ, ​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນ ກໍ​ໄດ້​ບັນທຶກ​ລະອຽດ​ກ່ຽວ​ກັບ​ການ​ພັດທະນາ​ພົວພັນ​ແລກປ່ຽນ​ຄ້າຂາຍ​ລະຫວ່າງ​ຫວຽດນາມກັບ​ບັນດາປະ​ເທດ​ໃນ​ພາກ​ພື້ນ, ພິ​ເສດ​ໃນ​​ສະ​ໄໝ​ລາດ​ຊະ​ວົງຫງວຽນ, ກະ​ສີ​ກຳ​ຍັງ​ຄົງ​ແມ່ນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ. ທ່ານ​ນາງ ຫງວຽນ​ທູ​ຮ່ວາຍ, ຫົວໜ້າ​ພະ​ແນ​ກ​ເກັບ​ກຳ, ດັດ​ແປງ​ເອກະສານ​ຫວຽດ​ເດີມ ສັງກັດ ສູນ​ເກັບ​ຮັກສາ​ສຳ​ເນົາ​ເອກະສານ​ແຫ່ງ​ຊາດ​ເລກ 1 ​ໃຫ້​ຮູ້​ວ່າ:

   “ ກະ​ສີ​ກຳ​ແມ່ນ​ໄດ້​ຮັບ​ການ​ສ່ອງ​ແສງ​ຫຼາຍ​ພໍ​ສົມຄວນ ​ເພາະ​ຫວຽດນາມ​ແມ່ນ​ປະ​ເທດ​ຜະລິດ​ກະ​ສີ​ກຳ​ເປັນ​ຕົ້ນຕໍ, ດັ່ງ​ນັ້ນ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ກະ​ສີ​ກຳ​ຂອງ​ເຈົ້າ​ຊີວິດ​ອົງ​ຕ່າງໆ​ໃນ​ສະ​ໄໝ​ລາດ​ຊະ​ວົງຫງວຽນ​ແມ່ນ​ຖື​ເປັນ​ສຳຄັນ​ພິ​ເສ​ດ. ບັນດາ​ທ້ອງ​ຖິ່ນ​ຕ້ອງ​ມີ​ບົດ​ລາຍ​ງານ​ປະຈຳ​ເດືອນ​ຍືນ​ເຖິງລາດ​ຊະ​ວັງ ​ເພື່ອ​ລາຍ​ງານ​ສະພາບ​ດິນ​ຟ້າ​ອາກາດ ​ແລະ ລາຄາ​ເຂົ້າສານ. ​ເພາະວ່າ​ໃນ​ສະ​ໄໝ​ລາດ​ຊະ​ວົງຫງວຽນ, ​ເຄີຍ​ເກີດ​ໄພ​ນ້ຳ​ຖ້ວມ, ​ເຮັດ​ໃຫ້​ລະດູ​ການ​ຜະລິດ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຖືກ​ເສຍ​ຫາຍ, ອັນ​ໄດ້​ສົ່ງ​ຜົນ​ສະທ້ອນ​​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ເພາະສະ​ນັ້ນ, ທາງ​ລາດ​ຊະ​ວັງ​ຈຶ່ງ​ສະ​ເໜີ​ບັນດາ​ທ້ອງ​ຖິ່ນ​ຕ້ອງ​ມີ​ບົດ​ລາຍ​ງານ​ປະຈຳ​ເດືອນ ​ເພື່ອ​ລາດ​ຊະ​ວັງ​ກຳ​ແໜ້ນ​ສະພາບ​ການ ​ເພື່ອ​ອາດ​ຈະ​ໜູນ​ຊ່ວຍ​ປະຊາຊົນ​ຫຼຸດ​ພົ້ນ​ຄວາມ​ອຶດຫິວ​ໃນ​ຍາມ​ລະດູ​ການ​ຜະລິດ​ຖືກ​ເສຍ​ຫາຍ ”

      ​ໃນ​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນ, ​ມີ​ເອກະສານ​ຫຼາຍ​ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ. ມີບັນດາ​ເອກະສານ​ທີ່​ມີ​ເນື້ອ​ໃນ​ຢັ້ງຢືນ​ວ່າ : ລາດ​ຊະ​ວົງ​ຫງວຽນ​ໄດ້​ຄຸ້ມ​ຄອງ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​, ມີ​ລະບົບ​ການ​ຄຸ້ມ​ຄອງ​ບໍລິຫານ​ແຫ່​ງລັດຢູ່ 2 ໝູ່​ເກາະ​ນີ້, ພ້ອມ​ກັນ​ນັ້ນ ກໍ​ມີ​ເອກະສານ​ຫຼາຍ​ສະບັບ​ຢັ້ງຢືນ​ການຈັດ​ສົ່ງ​ບັນດາ​ກອງ​ກຳລັງ​ເດີນ​ເຮືອ​​ໄປ​ຍັງ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​ເພື່ອ​ສຳ​ຫຼວດ ​ແລະ ສ້າງ​ແຜນ​ທີ່, ​ເອກະສານ​ຕ່າງໆ....ຫຼື​ໃບ​ຍ້ອງຍໍ​ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ.... ນີ້​ແມ່ນ​ບັນດາ​ເອກະສານ​ທີ່​ສຳຄັນ​ພິ​ເສດ​ຊຶ້ງ​ໄດ້​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ. ທ່ານ ຮ່າ​ວັນ​ເຮ່ວ ຜູ້ອຳນວຍການ​ສູນ​ເກັບ​ຮັກສາ​ສຳ​ເນົາ​ເອກະສານ​ແຫ່ງ​ຊາດ​ເລກ 1 ​ໃຫ້​ຮູ້​ວ່າ:

    “ ​ເນື້ອ​ໃນ​ຂອງເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນ​ແມ່​ນອຸດົມ​ສົມບູນ, ຫຼາຍ​ຮູບ​ຫຼາຍ​ສີ. ​ໃນ​ສາງ​ເອກະສານ​ເຈົາບານ ​ແມ່ນ​ມີ​​ເອກະສານ​ຈຳນວນ​ໜຶ່ງ​ທີ່​ສ່ອງ​ແສງ​ເຖິງ​ການ​ປະຕິບັດ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ. ​ແຫຼ່ງ​ເອກະສານ​ນີ້ ​ແມ່ນ​ບໍ່​ພຽງ​ແຕ່​ມີ​ຄຸນຄ່າ​ທາງ​ດ້ານ​ການ​ຄົ້ນ​ຄ້ວາ​ປະຫວັດສາດ​ວັດທະນະທຳ​ສັງຄົມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຄື່ອງມື​ເພື່ອ​ຊ່ວຍ​ພວກ​ເຮົາ​ຕໍ່ສູ້​ທາງ​ການ​ເມືອງ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລໝູ່​ເກາະ”

   ດ້ວຍ​ລັກສະນະ​ເປັນ​ຈິງ, ​ເປັນ​ເອກະລັກ​ສະ​ເພາະ, ມີ​ພຽງ​ແຕ່​ໜຶ່ງ​ບໍ່​ມີ​ສອງ​ ພ້ອມ​ດ້ວຍ​ຄຸນຄ່າ​ເນື້ອ​ໃນ ​ແລະ ລະດັບ​ສົ່ງ​ຜົນ​ສະທ້ອນ​ທີ່​ມີ​ຕໍ່​ພາກ​ພື້ນ​ກໍ​ຄື​ສາກົນ, ​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງຫງວຽນ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ນັກ​ຊ່ຽວຊານ​ຂອງ UNESCO ​ແລະ ​ໄດ້ກາຍ​ເປັນ​ໜຶ່ງ​ໃນ​ຈຳນວນ 16 ມໍລະດົກ​ໃໝ່​ໄດ້​ຮັບ​ການ​ຮັບຮອງ​ແມ່ນ​ມໍລະດົກ​ເອກະສານ​ທີ່​ຂຶ້ນ​ກັບໂຄງການ​ຄວາມ​ຊົງ​ຈຳ​ໂລກ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ປີ 2014.

ຕອບກັບ

ຂ່າວ/ບົດ​ອື່ນ