ເດີນກາຕາຍຕື - ສິລະປະປະເພດພື້ນເມືອງຂອງຫວຽດນາມໄດ້ຮັບການເຊີດຊູ

ເດີນກາຕາຍຕື - ສິລະປະປະເພດພື້ນເມືອງຂອງຫວຽດນາມໄດ້ຮັບການເຊີດຊູ - ảnh 1
ລາຍການສະແດງສິລະປະເດີນກາຕາຍຕືພາກ​ໃຕ້​ຫວຽດນາມ
(ພາບ: vanhoadoisong)

  ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະ​ກຳມະການວັດທະນະທຳ, ວິທະຍາສາດ ແລະ ສຶກສາ​ແຫ່ງສະຫະປະຊາຊາດ ​ໄດ້​ຮັບຮອງ ສິລະປະເດີນກາຕາຍຕືພາກ​ໃຕ້​ຫວຽດນາມ ​​ແມ່ນ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນຂອງ​ມວນ​ມະນຸດ. ​ເຫດການ​ນີ້ ​ໄດ້​ປະກອບ​ສ່ວນ​ຢັ້ງ​ຢືນຄຸນຄ່າ ​ແລະ ​ເປີດ​ໄລຍະ​ພັດທະນາ​ໃໝ່ໃຫ້ແກ່ສິລະລະປະເພດພື້ນເມືອງທີ່ເປັນເອກະລັກສະເພາະຂອງຫວຽດນາມນີ້

    ເດີນກາຕາຍຕື (ຍັງ​ເອີ້ນ​ວ່າ ດົນຕີຕາຍຕື) ​ຂະຫຍາຍຕົວຕົ້ນຕໍ​ແມ່ນ​ຢູ່​ພາກ​ໃຕ້​ຫວຽດນາມ. ພື້ນຖານ​ຂອງ ສິລະປະເດີນກາຕາຍຕື​ແມ່ນ​ດົນຕີ 5 ຢ່າງ, ຊຶ່ງ​ແມ່ນ​ປະ​ເພດ​ດົນຕີ​ໄດ້​ຮັບ​ການ​ຂະຫຍາຍຕົວ​ໃນ​ສະຕະວັດ​ທີ 17 ໂດຍອີງໃສ່ດົນຕີ ພາຍໃນພະລາດ​ຊະ​ວັງ ​​ເຫ້ວ ​ແລະ ດົນຕີ​ຂອງ​ບັນດາ​ແຂວງ​ຕອນ​ໃຕ້​ພາກ​ກາງ​ຫວຽດນາມ. ທ່ານ ຫງວຽນ​ວັນ​ເຕີ້​ນ ອະດີດ​ຫົວໜ້າ​ກົມ, ຜູ້ອຳ​ນວນ​ການ​ສຳນັກງານ​ຕາງໜ້າກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມປະຈຳນະຄອນ​ໂຮ່ຈິ​ມິນ ​ໃຫ້ຮູ້​ວ່າ :

   “ ປະ​ເທດ​ຫວຽດນາມ​ພວກ​ເຮົາ ດ້ວຍ​ໄລຍະ​ທາງ​ແຫ່ງ​ປະຫວັດສາດ, ພິ​ເສດ​ແມ່ນ​ການ​​ເປີດ​ກ້ວາງບຸກ​ເບີກ​ພື້ນ​ທີ່ລົງ​ສູ່​ພາກ​ໃຕ້​ຂອງ​ປະ​ເທດ​ຊາດ​ຂອງ​ຄົນ​ລຸ່ນກ່ອນໆ ​ເປັນ​ຂີດ​ໝາຍ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຊາດ. ຂີດ​ໝາຍ​ຂອງ​ຂະ​ບວນວິວັດ​ແຫ່ງ​ປະຫວັດສາດ​ນັ້ນ, ​ແມ່ນ​ບັນດາ​ມໍລະດົກ​ອັນ​ລ້ຳ​ຄ່າ. ໜຶ່ງ​ໃນ​ບັນດາ​ມໍລະດົກ​ອັນ​ລ້ຳ​ຄ່າ​ດັ່ງກ່າວ ນັ້ນ​ແມ່ນປະເພດສິລະລະພື້ນເມືອງເດີນກາຕາຍຕື. ນີ້​ແມ່ນ​ຜະລິດ​ຕະພັນທີ່ເປັນເອກະລັກສະເພາະ ​ແມ່ນ​ການ​ສືບ​ທອດ​ພື້ນຖານ​ດົນຕີ​ພື້ນ​ເມືອງ ຂອງ 2 ພາກ​ເໜືອ ​ແລະ ພາກ​ກາງ, ​ເພາະ​ພວກ​ເຮົາ​​ໄດ້​ຮັບ​ຊາບ​ວ່າປະ​ເພດສິລະປະເດີນກາຕາຍຕື ທັງ​ມີ​ຮ່ອງ​ຮອຍຂອງດົນຕີພາຍໃນພະລາດ​ຊະ​ວັງ ​​ເຫ້ວ ,  ທັງ​ສະ​ແດງ​ໃຫ້​ເຫັນ​ນິດ​​ໃສ​ໃຈຄໍ​ທີ່​ສະປອດ, ມີ​ຫົວ​ຄິດ​ປະດິດ​ສ້າງ​ຂອງ​ຊາວ​ພາກ​ໃຕ້. ຍ້ອນ​ເຫດ​ນັ້ນ, ​ໄດ້​ສ້າງພະລັງ​ຊີວິດ​ທີ່​ອະມະຕະ​ໃຫ້​ແກ່ສິລະປະ ເດີນກາຕາຍຕືຕໍ່ໜ້າ​ບັນດາ​ສິ່ງ​ທົດ​ສອບ​ອັນ​ຮ້າຍ​ແຮງ​ຂອງ​ການ​ເວລ​າ”

    ຕົ້ນ​ສະຕະວັດ​ທີ 20, ສິລະປະເດີນກາຕາຍຕື​ໄດ້​ກາຍ​ເປັນ​ຂະ​ບວນການດົນຕີມີ​ຢູ່​ທົ່ວ​ໄປ​ໃນ​ເຂດ​ພາກ​ໃຕ້, ​ເປັນ​ຕົ້ນ​​ແມ່ນ​ຢູ່ ​ແຂວງ​ບາກ​ລຽວ, ວິ້ງ​ລອງ, ຊາ​ແດກ, ລອງ​ອານ, ມີ້​ທໍ ​ແລະ ​ໄຊ​ງ່ອຍ( ນະຄອນ​ໂຮ່ຈິ​ມິນ​ໃນ​ປະຈຸ​ບັນ ) . ຜູ້ນຳ​ໜ້າກຸ່ມ​ນັກ​ສິລະ​ປີນ​ເຂດ​ທາງຕາ​ເວັນ​ອອກ​ພາກ​ໃຕ້ ​ແມ່ນ​ລຸງ ຫງວຽນ​ກວາງ​ເດີ້​ຍ ຊຶ່ງ​ແມ່ນ​ອະດີດນັກ​ເສບ​ເຄື່ອງ​ດົນຕີ​ໃນ​ພະລາດ​ຊະ​ວັງ ​ເຫ້ວ, ປະຈຸ​ບັນ​ໄດ້​ຍ້າຍ​ໄປ​ດຳລົງ​ຊີວິດ​ຢູ່ ​ເກີນ​​ເດືອ​ກ ​ແລະ ​ເຄ່ືອນ​ໄຫວ​ສິລະ​ປະ​ພ້ອມ​ກັບບັນດາ​ນັກ​ສິລະ​ປີນ​ຄົນ​ອື່ນໆ​ຄື ກາວ​ຮີ່ງກື ​ແລະ ກາວ​ຮີ່ງດຽວ. ສ່ວນຜູ້ນຳ​ໜ້າກຸ່ມ​ນັກ​ສິລະ​ປີນ​ເຂດ​ທາງຕາ​ເວັນ​ຕົກພາກ​ໃຕ້ ​ແມ່ນ​ລຸງ ​ເຈີ​ນກວາງກວນ ຊາວ​ເຫ້ວ, ປະຈຸ​ບັນ​ໄດ້​ຍ້າຍ​ໄປ​ດຳລົງ​ຊີວິດ​ຢູ່ ​ວິ້ງ​ລອງ ​ແລະ ​ເຄ່ືອນ​ໄຫວ​ສິລະ​ປະ​ພ້ອມ​ກັບບັນດາ​ນັກ​ສິລະ​ປີນ​ຄົນ​ອື່ນໆ​ຄື ​ເຈີ​ນກວາງ​ຢ້ຽມ, ຫງວຽນ​ລຽນ​ຟອງ ​ແລະ ຫງວຽນ​ບາ​ຕື ຊາວ​ກວາງ​ນາມ. ນັກ​ສິລະ​ປີນ​ເຫຼ່ົ້ານັ້ນ ​ແມ່ນ​ບັນດາ​ຜູ້ນຳ​ໜ້າ​ໃນ​ການ​ປະດິດ​ຄິດ​ແຕ່ງ​ ​ແລະ ສອນ ດົນຕີເດີນກາຕາຍຕື ຕາມ​ແບບ​ວິທີ​ສະ​ເພາະ​ຂອງ​ຕົນ.

  ຈຸດ​ພິ​ເສດສະ​ເພາະ​ຂອງ ສິລະປະເດີນກາຕາຍຕື​ແມ່ນ​ການ​ຫຼິ້ນ​ດົນຕີ​ຕາມ​ອາລົມ​ໃຈ, ມັນ​ເຊັ່ນ​ດຽວ​ກັນ​ກັບການ​ຫຼິ້ນ​ດົນຕີ​ຕາມ​ອາລົມ​ໃຈ​ໃນ​ດົນຕີ​ທຳນອງ Jazz ຂອງ​ອາ​ເມ​ລິ​ກາ. ຍ້ອນ​ເຫດ​ນີ້​ເອງ, ສິລະປະເດີນກາຕາຍຕື​ໄດ້​ມີ​ຈຳນວນ​ບົດ​ດົນຕີ​ທີ່​ອຸດົມສົມບູນ ​ແລະ ຫຼາຍ​ຮູບ​ຫຼາຍ​ສີ. ບັນດາ​ບົດ​ດົນຕີ​ທີ່​ມີ​ຊື່ສຽງຂອງ ເດີນກາຕາຍຕື ລວມມີ 20 ບົດດ້ວຍ​ທຳນອງ​ພາກ​ເໜືອ ​ແລະ ພາກ​ໃຕ້. ໜຶ່ງ​ໃນ ບັນດາ​ບົດ​ດົນຕີ​ທີ່​ມີ​ຊື່ສຽງຂອງ ເດີນກາຕາຍຕື ​ແມ່ນ​ບົດ​ດົນຕີ “ ຢະ​ໂກຮ່ວາຍ​ລາງ ” ( ໝາຍ​ຄວາມ​ວ່າ ຕອນ​ເດິ​ກດືນ ຟັງສຽງ​ຄ້ອງ​​ຖ້າ​ຜົວມາ ) ​ໂດຍ​ນັກ​ດົນຕີ ກາວ​ວັນ​ເລົາ ຢູ່​ແຂວງ ບາກ​ລຽວປະພັນ​ເມື​ອ່ປີ 1917

                ຄະນະ​ກຳມະການວັດທະນະທຳ, ວິທະຍາສາດ ແລະ ສຶກສາ​ແຫ່ງສະຫະປະຊາຊາດ​ເມື່ອພິຈາລະນາບັນດາ​ສຳ​ເນົາ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ ​ໄດ້​ຕີ​ລາຄາ​ສູງສິລະປະເດີນກາຕາຍຕືພາກ​ໃຕ້ ​ເພາະ​ມັນ​ໄດ້​ຖືກ​ເຜີຍ​ແຜ່​ຢ່າງ​ກ້ວາງ​ຂວາງ​ໃນ​ຊີ​ວິດ​ວົງ​ຄະນະ​ຍາດ ​ໂດຍ​ຜ່ານ​ການ​ສຶກສາ​ຢ່່າງ​ເປັນ​ທາງ​ການ ​ແລະ ບໍ່​ເປັນ​ທາງ​ການຢູ່ 21 ​ແຂວງ​ເຂດ​ພາກ​ໃຕ້​ຫວຽດນາມ. ພ້ອມ​ກັນ​ນັ້ນ, ສິລະປະເດີນກາຕາຍຕື ກໍ​ໄດ້​ຮັບ​ການ​ປັບປຸງ ​ເພີ່ມ​ເຕີມ​ສິ່ງ​ທີ່​ໃໝ່​ອຽມ​ຜ່ານ​ການ​ແລກປ່ຽນ​ວັດທະນະທຳ​ກັບ​ເຜົ່າຕ່າງໆ, ສະ​ແດງ​ໃຫ້​ເຫັນ​ຄວາມ​ປອງ​ດອງ ​ແລະ ​ການ​ເຄົາລົບ​ຊຶ່ງ​ກັນ ​ແລະ ກັນ​ລະຫວ່າງ​ບັນດາ​ເຜົ່າ. ທ່ານ ຫງວຽນ​ວັນ​ເຕີ້​ນ ອະດີດ​ຫົວໜ້າ​ກົມ, ຜູ້ອຳ​ນວນ​ການ​ສຳນັກງານ​ຕາງໜ້າກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມປະຈຳນະຄອນ​ໂຮ່ຈິ​ມິນ ​ຢືນຢັນ​ວ່າ :

      “ ​ເລື່ອງ UNESCO ຮັບຮອງ ເດີນກາຕາຍຕື​ເປັນມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ມວນ​ມະນຸດ ​ແມ່ນ​ບໍ່​ພຽງ​ແຕ່​ເປັນ​ການ​ຮັບ​ຮູ້​ຄຸນຄ່າ​ຂອງ​ມໍລະດົກ​ທີ່​ເປັນ​ເອກະລັກ​ສະ​ເພາະ, ສາມາດ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງ, ມີ​ລັກສະນະ​ແຜ່​ຂະຫຍາຍ​ຢ່າງ​ແຂງ​ແຮງ​ໃນ​ເຂດ​ພາກ​ໃຕ້​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນເງື່ອນ​ໄຂ​ຕັດສິນ​ເພື່ອອະນຸລັກ​ຮັກສາ ​ແລະ ຂຸດ​ຄົ້ນບັນດາ​ຄຸນຄ່າ​ຂອງ​ມໍລະດົ​ກນີ້ ​ແນ​ໃສ່​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ, ສັງຄົມ, ພິ​ເສດ​ແມ່ນ​ຂົງ​ເຂດ​ທ່ອງ​ທ່ຽວ ​ແລະ ວັດທະນະທຳອີກ​ດ້ວຍ ”

     ຜ່ານ​ໄລຍະ​ກ່ວາ 100 ປີ ນັບ​ຕັ້ງແຕ່ເວລາປະກົດຕົວ, ສິລະປະເດີນກາຕາຍຕື ໃນປະຈຸບັນຍັງຄົງແມ່ນສິລະລະປະເພດພື້ນເມືອງທີ່ມີພະລັງຊີວິດອັນແຂງແຮງຢູ່ພາກໃຕ້ ແລະ ແຜ່ຫຼາຍໃນໃນຊີວິດປະຈຳວັນ, ໃນງານດອງ, ພິທີໄຫວ້ບູຊາຫຼື ງານບຸນຕ່າງໆ. ເລື່ອງຄະນະ​ກຳມະການວັດທະນະທຳ, ວິທະຍາສາດ ແລະ ສຶກສາ​ແຫ່ງສະຫະປະຊາຊາດ ​​ຮັບຮອງ ສິລະປະເດີນກາຕາຍຕືພາກ​ໃຕ້​ຫວຽດນາມ ​​ແມ່ນ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນຂອງ​ມວນ​ມະນຸດ ຈະເປັນການສ້າງພະລັງຊີວິດຕື່ມອີກ ແລະ ເຮັດໃຫ້ປະເພດສິລະປະ ທີ່ດຶງດູດໃຈຜູ້ຊົມ ແລະ ມີຈຳນວນນັກສະແດງຫຼາຍກ່ວາໃນບັນດາປະເພດ ສິລະປະພື້ນເມືອງທັງໝົດຂອງຫວຽດນາມນີ້ ​ແຜ່​ຂະຫຍາຍ​ຢ່າງ​ແຂງ​ແຮງ​ກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ