ເລື່ອງລາວກ່ຽວກັບບັນດານັກຮ້ອງຂັບກາຈູ່


   (vovworld)-  ກາຈູ່​ແມ່ນ​ປະ​ເພດສິລະ​ປະ​ ​ເຊິ່ງບໍ່​ແມ່ນ​ຜູ້​ໃດ​ກໍ່​ສາມາດ​ຂັບ​ຮ້ອງ ​ແລະ ຮັບ​ຊົມ​ໄດ້. ​ແຕ່​ເຖິງ​ແນວ​ນັ້ນກໍ່ຕາມ, ​ໃນ​ໄລຍະ​ຜ່ານ​ມາ, ກາ​ຈູ່ຍັງ​ຄົງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ, ຄວາມສົນ​ໃຈ​ຈາກ​ລຸ້ນ​ໜຸ່ມ​ຫຼາຍ​ຄົນ, ຢູ່​ສະ​ໂມ​ສອນ​ຂັບ​ກາ​ຈູ່ຕ່າງໆ, ນອກຈາກ​ບັນດາ​ນັກ​ສິລະ​ປິນອາຍຸ​ສູງ​ແລ້ວ, ຍັງມີ​ຜູ້ຂັບ​ກາ​ຈູ່ໜຸ່ມເປັນ​ຈຳນວນ​ຫຼວງຫຼາຍ. ພວກ​ນ້ອງ​ແມ່ນ​ປັດ​​ໄຈ​ຕົ້ນຕໍ​ເພື່ອ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ມໍລະດົກ​ກາ​ຈູ່ ​ແລະ ນຳ​ປະ​ເພດ​ສິລະ​ປະ​ນີ້​ກັບ​ຄືນ​ສູ່​ຊີວິດ​ຂອງ​ວົງ​ຄະນາ​ຍາດ.

  ເລື່ອງລາວກ່ຽວກັບບັນດານັກຮ້ອງຂັບກາຈູ່  - ảnh 1
(ພາບ: catruthanglong.com)

   ປີ 1999, ພໍ່​ຕູ້​ໂງ​ຈ້ອງ​ບິ່ງ, ຢູ່​ແທງ​ຮວາ ​ໄດ້​ເຂົ້າຮ່ວມ​ສະ​ໂມ​ສອນ​ບິ​ກ​ເກົາ ຂອງ​ນັກ​ຮ້ອງ​ເລ​ທິ​ແບກ​ເວິນ, ນັບ​ແຕ່​ນັ້ນມາ​ຮອດ​ປະຈຸ​ບັນ, ພໍ່​ຕູ້​ໂງ​ຈ້ອງ​ບິ່ງ ​ໄດ້​​ເສບ​ດົນຕີ​ ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ດ້ວຍ​ຄວາມ​ນຶກ​ຄິດ​ທີ່​ວ່າ: “ຖ້າ​ບໍ່​ຮັກສາ​ສິລະ​ປະ​ຂັບ​ກາ​ຈູ່​ໄວ້ໄດ້ ແມ່ນ​ມີ​ໂທດ​ຕໍ່​ບັນພະບຸລຸດ ​ແລະ ລຸ້ນຫຼັງ“. 2, 3 ປີມາ​ນີ້, ຍ້ອນອາຍຸ​ສູງ, ສຸຂະພາບ​ອ່ອນ​ເພຍ, ບໍ່​ສາມາດ​ມາ​ຮ່າ​ໂນ້ຍ​ໄດ້, ພໍ່​ຕູ້​ໄດ້​ສ້າງຕັ້ງສະ​ໂມ​ສອນ​ກາ​ຈູ່​ເຮືອງ​ເຊືອ ຢູ່​ແທງ​ຮວາ​ເພື່ອ​​ຮັກສາ ​ແລະ ສອນ​ສິລະ​ປະ​ຂັບ​ກາ​ຈູ່ໃຫ້​ລຸ້ນໜຸ່ມ. ​ໂດຍ​ໄດ້​ເຂົ້າຮ່ວມ​ງານ​ປະ​ກວດ​ຂັບ​ກາ​ຈູ່ຫຼາຍ​ຄັ້ງ ​ແລະ ​ໄດ້​ຮັບ​ຫຼາຍ​ລາງວັນ​ແຕ່​ນັກ​ສິລະ​ປິນອາຍຸ 85 ປີ​ນີ້​ ຍັງ​ເມົາ​ມົວ​ກັບ​ການ​ສອນ​ສິລະ​ປະ​ຂັບກາ​ຈູ່​ໃຫ້​ແກ່​​ລຸ້ນໜຸ່ມ​ຢູ່:

   “​​​​​​​ດ້ວຍຄວາມເມົາມົວກັບອາຊີບນີ້, ປະຈຸບັນ, ຂ້າພະເຈົ້າໄດ້ສອນໃຫ້ບາງຄົນ​​ສາມາດ​​ເສບດົນຕີ, ​ແລະ ຂັບຮ້ອງ​​ໄດ້. ຂ້າພະເຈົ້າຈະພະຍາຍາມຮັກສາສິລະປະຂັບກາຈູ່ນີ້ໄວ້. ​ເພື່ອຮັກສາສະໂມສອນ​​ໃຫ້ເຄື່ອນໄຫວຈົນເຖິງປະຈຸບັນແມ່ນມີຄວາມມານະພະຍາຍາມແລະ ສຸດຈິດສຸດໃຈຂອງສະມາຊິກທຸກຄົນ​​ໃນສະໂມສອນ“.

ເລື່ອງລາວກ່ຽວກັບບັນດານັກຮ້ອງຂັບກາຈູ່  - ảnh 2

 (ພາບ: www.qdnd.vn )

​ ໃນ​ງານ​ປະ​ກວດ​ຂັບ​ກາ​ຈູ່ຄັ້ງຕ່າງໆ ລ້ວນ​ແຕ່​ມີ​ການ​ປະກອບສ່ວນ​ຂອງບັນດາ​ນັກ​ຮ້ອງ​​ໃນ​ເກນ​ອາຍຸເຍົາວະ​ຊົນ​. ​ ສະ​ໂມ​ສອນ​ແຕ່ລະ​ແຫ່ງ​ລ້ວນ​ແຕ່​ມີ​ນັກ​ຮ້ອງ​​​ເຍົາວະ​ຊົນແຕ່ 3-4 ຄົນ. ​ເມື່ອ​ພວກ​ນ້ອງ​ຂັບ​ກາ​ຈູ່, ​ໃຜໆ​ກໍ່ຕັ້ງ​ໃຈ​ຮັບ​ຟັງ ​ແລະ ຍ້ອງຍໍ​ເປັນ​ພິ​ເສດ. ນັກ​ຮ້ອງ​ຫງວຽນ​ທິ​ແທງ​ຢຸງ, ສະມາຊິກ​ສະ​ໂມ​ສອນ​ກາ​ຈູ່​ເມືອງ​ທ້ວນ​ແທງ, ​ແຂວງ​ບັກ​ນິງ, ປີ​ນີ້​ອາຍຸພຽງ 13 ປີ​ແຕ່​ສາມາດ​ຂັບ​ກາ​ຈູ່ມ່ວນ​ທີ່​ສຸດ. ນ້ອງໃຫູ້ຮູ້​ວ່າ:

 “​​ນ້ອງຮຽນໃນທຸກວັນ, ບາງເທື່ອຮຽນໃນວັນອາທິດຫຼື​​ໃນຕອນຄ່ຳ​, ​​ເມື່ອກັບບ້ານຍັງຮຽນຕໍ່ອີກ. ຢາກຂັບກາຈູ່ໄດ້ບໍ່ແມ່ນເລື່ອງງ່າຍ. ຕ້ອງເຂົ້າໃຈເນື້ອ​​ໃນ​, ມີຄວາມຮູ້ວຶແລະ ນິຍົມບົດເພງ ຈຶ່ງສາມາດຂັບຮ້ອງໃຫ້ມ່ວນໄດ້

   ປະຈຸ​ບັນ, ມີ​ຜູ້​ນິຍົມ​ກາ​ຈູ່ ​ແລະ ​ເຂົ້າຮ່ວມ​ບັນດາ​ສະ​ໂມ​ສອນ​ຢູ່​ແຂວງ, ນະຄອນ​ຕ່າງໆ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ​ໃນ​ຈຳນວນ​ເຫຼົ່ານັ້ນ, ມີ​ລຸ້ນໜຸ່ມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ສາດສະດາຈານ​ໂຕງ​ອກ​ແທງ, ປະທານ​ສະມາຄົມ​ສິລະ​ປະ​ພື້ນ​ເມືອງ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ, ຫຼາຍ​ຄົນ​ຍັງຕ້ອງ​​ແອບຂັບ​ຮ້ອງ​ຕື່ມ​ອີກໃຫ້​ຖຶກຕ້ອງ​ກໍ່ຕາມ, ແຕ່​​ເຂົາ​ເຈົ້າຍັງ​ຄົງນິຍົມ​ກາ​ຈູ່ຢູ່, ຍ້ອນ​ເຫດ​ນັ້ນພວກ​ເຮົາ​ສາມາດອະນຸລັກ​ຮັກສາ​ກາ​ຈູ່​ໄວ້​ໄດ້:

   “ຫວ່າງ​ແລ້ວ​ນີ້, ຂ້າພະ​ເຈົ້າສະ​ເໜີ​ວ່າ “ຕ້ອງ​ລົບ​ລ້າງ​ຄຳ​ສັບ​ທີ່​ວ່າ​ປົກ​ປັກ​ຮັກສາ​ດ່ວນ“, ຍ້ອນ​ວ່າ, ​ໃນ​ງານ​ປະ​ກວດ​ຂັບ​ກາ​ຈູ່ຄື​ແນວ​ນນີ້, ຍັງ​ມີ​ພວກ​ນ້ອງ​ນ້ອຍຫຼາຍ​ຄົນ​ເຂົ້າຮ່ວມ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ກາ​ຈູ່ບໍ່​ຕ້ອງ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ດ່ວນ​ອີກ​ແລ້ວ. ນັ້ນ​ແມ່ນ​ສັນຍານ​ທີ່​ດີ​ທີ່​ສຸດ“.

  ບົນ​ເວທີ​ສະ​ແດງ, ​ບັນດາ​ນັກ​ຮ້ອງນ້ອຍທີ່​ມີ​ອາຍຸ​ພຽງ 4 ປີ, ​ແລະ  ບັນດາ​ນັກ​ສິລະ​ປິນ​ທີ່​ມີອາຍຸ​ສູງ​​ແມ່ນ 87 ປີ​ລ້ວນ​ແຕ່​ພ້ອມ​ກັນ​ຮອ້ງລຳ​ທຳ​ເພງ. ​ເພື່ອ​​ເພີ່ມຄວາມ​ຮັກ​ຕໍ່​ປະ​ເພດ​ສິລະ​ປະ​ນີ້​, ບັນດາ​ນັກ​ສິລະ​ປິນ​ອາຍຸ​ສູງ​​ໄດ້ແນະນຳສິດສອນ, ສ້າງ​ຄວາມ​ເມົາ​ມົວ​ໃຫ້​ແກ່​ບັນດາ​ນັກ​ຮ້ອງ​ນ້ອຍເປັນ​ປະຈຳ​. ພິ​ເສດ, ມີ​​ເພື່ອນ​ໜຸ່ມ​ຫຼາຍ​ຄົ​ນ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ໃນ​ບັນດາ​ສະ​ໂມ​ສອນ, ຄອບຄົວ​ທີ່​ມີ​ມູນ​ເຊື້ອ ​ແລະ ​ໃນ​ບັນດາ​ໜ່ວຍ​ກາ​ຈູ່ຫາ​ກໍ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ. ພ້ອມ​ກັບ​ການ​ເວລາ, ບັນດາ​ນັກ​ສິລະປິນອາຍຸ​ສູງ​ຈະຕ້ອງພັກຜ່ອນ, ​ແຕ່​ການເຂົ້າຮ່ວມຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ນັກ​ຮ້ອງໜຸ່ມ​ຢູ່​ສະ​ໂມ​ສອນ​ແຫ່ງ​ຕ່າງໆ ຈະ​ແມ່ນ​ພື້ນຖານ​ເພື່ອ​​ໃຫ້​ທຸກ​ຄົນສາມາດ​ມີ​ຄວາມ​ເຊື່ອໝັ້ນວ່າ ນັກ​ສິລະ​ປິນ​ລຸ້ນຕ່າງໆ ຍັງ​ຄົງ​ ​ຮ່ວມ​ແຮງ​ຮ່ວມ​ໃຈ​​ເພື່ອອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍສິລະ​ປະ​ຂັບ​ກາ​ຈູ່​ໄວ້./.

ຕອບກັບ

ຂ່າວ/ບົດ​ອື່ນ