ແຂວງ ກອນຕຸມ ເສີມຂະຫຍາຍບັນດາຄຸນຄ່າ ວັດທະນະທຳບັນດາເຜົ່າ

(VOVWORLD) -ກອນຕຸມ ແມ່ນແຂວງໜຶ່ງຢູ່ເຂດພູດອຍ, ຊາຍແດນນອນຢູ່ທາງທິດເໜືອ ຂອງເຂດໄຕງວຽນ ເຊິ່ງປະກອບດ້ວຍ 28 ເຜົ່າອ້າຍນ້ອງ ທີ່ດຳລົງຊີວິດຢູ່ຮ່ວມກັນ. ແຕ່ລະເຜົ່າກໍ່ລ້ວນແຕ່ມີບັນດາສີສັນ ວັດທະນະທຳເປັນເອກະລັກສະເພາະ ແລະ ອຸດົມສົມບູນ. ໃນຊຸມປີຜ່ານມາ ພ້ອມກັບຄວາມເອົາໃຈໃສ່ຂອງພັກ ແລະ ລັດ ແລະ ເສີມຂະຫຍາຍກຳລັງພາຍໃນ ດ້ວຍການປ່ຽນແປງໃໝ່ຫຼາຍຢ່າງ ໃນຂະບວນວິວັດແຫ່ງການພັດທະນາວັດທະນະທຳພື້ນເມືອງ, ແຂວງ ກອນຕຸມ ໄດ້ບັນລຸບັນດາຜົນງານທີ່ສຳຄັນໃນການພັດທະນາການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າ ວັດທະນະທຳບັນດາເຜົ່າໃນແຂວງ
ແຂວງ ກອນຕຸມ ເສີມຂະຫຍາຍບັນດາຄຸນຄ່າ ວັດທະນະທຳບັນດາເຜົ່າ - ảnh 1ລາຍການສະແດງຄ້ອງ ຂອງເຂດໄຕງວຽນ 

ເພື່ອປະຕິບັດວຽກງານອະນຸລັກ ເສີມຂະຫຍາຍສີສັນວັດທະນະທຳພື້ນເມືອງ ຂອງບັນດາເຜົ່າສ່ວນໜ້ອຍ ໃນແຂວງ ກອນຕຸມ ເປັນຢ່າງດີນັ້ນ, ທາງແຂວງໄດ້ປະກາດໃຊ້ບັນດາແຜນຮ່າງເຊັ່ນ ສຳຫຼວດກວດຄືນມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ  ສ້າງເອກະສານວິທະຍາສາດ ເພື່ອນຳເຂົ້າບັນຊີລາຍຊື ມໍລະດົກວັດທະນະທຳບໍ່ເປັນວັດຖຸ ໃນບໍລິເວນແຂວງ; ອະນຸລັກເສີມຂະຫຍາຍມໍລະດົກວັດທະນະທຳຄ້ອງຂອງແຂວງ ກອນຕຸມ ໄລຍະ 2016 - 2020; ອະນຸລັກ ແລະ ຂະຫຍາຍອາຊີບຫັດຖະກຳຂອງບັນດາເຜົ່າ ໃນບໍລິເວນແຂວງ; ລົງທຶນຮ່ວມສຳພັນ ແລະ ໂຄສະນາພັດທະນາການທ່ອງທ່ຽວແຂວງ ກອນຕຸມ ເຖິງປີ 2020; ອະນຸລັກຮັກສາງານບຸນປະເພນີ ບັນດາເຜົ່າສ່ວນໜ້ອຍໃນແຂວງ ກອນຕຸມ; ແຜນຮ່າງຟື້ນຟູອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງ ຂອງບັນດາເຜົ່າສ່ວນໜ້ອຍໃນແຂວງ… ທ່ານ ຟານວັນຮວ່າງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກອນຕຸມ ໃຫ້ຮູ້ວ່າ:

       “ອາດຈະເວົ້າໄດ້ວ່າ ໃນຊຸມປີທີ່ຜ່ານມາ, ບັນດາການເຄື່ອນໄຫວ ດ້ວຍຈຸດປະສົງອະນຸລັກວັດທະນະທຳ ຕາມມະຕິຊີ້ນຳຂອງແຂວງນັ້ນ, ທາງພະແນກຍາມໃດກໍ່ເປັນເສນາທິການ, ຜັນຂະຫຍາຍການປະຕິບັດວຽກງານອະນຸລັກ ເປັນຢ່າງດີ. ນອກຈາກນັ້ນ ສຳລັບຂະແໜງວັດທະນະທຳ ກໍ່ຈັດຕັ້ງບັນດາຄະນະນັກສິລະປະການ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ເຂົ້າຮ່ວມການພົບປະແລກປ່ຽນວັດທະນະທຳ ລະດັບເຂດ ແລະ ພາກ, ພ້ອມທັງເຂົ້າຮ່ວມການເຄື່ອນໄຫວ ມໍລະດົກວັດທະນະທຳກັບບາງແຂວງ… ເພື່ອແນໃສ່ຈຸດປະສົງ ໃຫ້ພໍ່ແມ່ພີ່ນ້ອງ ໄດ້ພົບປະແລກປ່ຽນ ສະແດງສີສັນວັດທະນະທຳຂອງແຂວງ ກອນຕຸມ ເພື່ອໃຫ້ປະຊາຊົນໃນທົ່ວປະເທດ ກໍ່ຄືເພື່ອນມິດສາກົນ ມີຄວາມເຂົ້າໃຈຕື່ມກ່ຽວກັບມໍລະດົກ ກໍ່ຄືສີສັນວັດທະນະທຳບັນດາເຜົ່າໃນແຂວງ ກອນຕຸມ”

        ຜົນສຳເລັດດີທີ່ສຸດຂອງແຂວງ ກອນຕຸມ ແມ່ນນຳວັດທະນະທຳຄ້ອງ, ສິລະປະຟ້ອນຊວາງ ເຂົ້າໃນຫຼັກສູດການສອນໃນໂຮງຮຽນຕ່າງໆ ເພື່ອອະນຸລັກແບບຍືນຍົງ. ໃນບັນດາຊົ່ວໂມງຮຽນນອກລະບົບ ຂອງບັນດານັກຮຽນມັດທະຍົມຕອນຕົ້ນ ນະຄອນກອນຕຸມ, ບັນດານັກຮຽນໄດ້ຮັບການແນະນຳ ຈາກບັນດານັກສິລະປະການ  ກ່ຽວກັບເຕັກນິກຟ້ອນຊວາງ, ວິທີຕີຄ້ອງ ດ້ວຍບັນດາບົດດົນຕີຄ້ອງ, ຟ້ອນຊວາງ ໃນງານບຸນປະເພນີ ຂອງພໍ່ແມ່ພີ່ນ້ອງເຂດໄຕງວຽນ. ນ້ອງ ອາເທີຍ ນັກຮຽນສັງກັດໂຮງຮຽນປະຖົມ ຈ້ຽວທິຈິງ ນະຄອນ ກອນຕຸມ ເປີດເຜີຍວ່າ:

     “ລູກດີໃຈຫຼາຍເມື່ອໄດ້ຮຽນຕີຄ້ອງ. ຢູ່ເຮືອນ, ລູກກໍ່ໄດ້ຮຽນນຳພໍ່ປູ່ ແມ່ຍ່າສອນວິທີຕີຄ້ອງ, ດັ່ງນັ້ນລູກກໍ່ຮູ້ຈັກວິທີຕີຄ້ອງ ເພື່ອສາມາດຮັກສາຈຸດວັດທະນະທຳຂອງເຜົ່າ ບານາ ຂອງລູກ”.

     ການສອນວິທີຕີຄ້ອງ ໄດ້ຖືກໂຮງຮຽນສອນໃນເວລາກ່ອນເຂົ້າຊົ່ວໂມງຮຽນ 15 ນາທີ ແລະ ໃນບັນດາຊົ່ວໂມງຮຽນນອກລະບົບຂອງວັນອັງຄານ ແລະ ພະຫັດປະຈຳອາທິດ. ອ້າຍຄູ ຮວ່າງວັນບາ ຫົວໜ້າອຳນວຍການໂຮງຮຽນປະຖົມ ຈ້ຽວທິຈິງ ໃຫ້ຮູ້ວ່າ:

      “ເລື່ອງໂຮງຮຽນສອນໃຫ້ພວກນັກຮຽນຝຶກແອບວິທີຕີຄ້ອງ, ຟ້ອນຊວ່າງ ໄດ້ປະກອບສ່ວນເພື່ອໃຫ້ໂຮງຮຽນ ມີຄວາມຜູກພັນກັບວົງຄະນາຍາດຫຼາຍກວ່າ. ການເຄື່ອນໄຫວເຫຼົ່ານີ້ກໍ່ລ້ວນແຕ່ ໄດ້ຮັບການສະໜັບສະໜູນຈາກພໍ່ແມ່ນັກຮຽນ ແລະ ຜ່ານນັ້ນ ໄດ້ປະກອບສ່ວນຊ່ວຍໃຫ້ພວກນ້ອງນັກຮຽນ ມີຄວາມຊົມຊອບ ແລະ ມັກຮຽນຫຼາຍຂຶ້ນ, ທັງນີ້ເປັນການປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນຂອງການສຶກສາວັດທະນະທຳພື້ນເມືອງ ໃຫ້ແກ່ພວກນ້ອງນັກຮຽນ”.

      ເພື່ອອະນຸລັກ ແລະ ເສີມຂະຫຍາຍມໍລະດົກວັນທະນະທຳຄ້ອງເຂດ ໄຕງວຽນ ໃນບໍລິເວນແຂວງ ກອນຕຸນ, ຂະແໜງສຶກສາ ໄດ້ຈັດງານມະໂຫລານຄ້ອງ, ຟ້ອນຊວາງ ປະຈຳໄລຍະ ໃຫ້ແກ່ນັກຮຽນຊັ້ນປະຖົມ ແລະ ນັກຮຽນຊັ້ນມັດທະນຍົມຕອນຕົ້ນ 2 ປີເທື່ອໜຶ່ງ ແຕ່ລະເທື່ອກໍ່ມີປະມານ 20 ທິມເຂົ້າຮ່ວມ ດ້ວຍນັກນັກຮຽນກວ່າ 1.200 ຄົນເຂົ້າຮ່ວມ. ປັດຈຸບັນ ກອນຕຸມ ພວມເກັບຮັກສາມໍລະດົກວັດທະນະທຳ ທີ່ເປັນເອກະລັກຫຼາຍຢ່າງ, ພິເສດແມ່ນວັດທະນະທຳ ເຊິ່ງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ໄດ້ສືບທອດກັນມາຂອງມວນມະນຸດ. ຍ້ອນເຫດນີ້ເອງ, ຂະແໜງວັດທະນະທຳພວມມີຫຼາຍແຜນການ ໃນການອະນຸລັກຮັກສາ ຈຸດວັດທະນະທຳທີ່ເປັນເອກະລັກ ຂອງວັດທະນະທຳຄ້ອງ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ໃນແຂວງ ກອນຕຸມ. ທ່ານ ຟານວັນຮວ່າງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກອນຕຸມ ໃຫ້ຮູ້ຕື່ມອີກວ່າ:

     “ໃນໄລຍະທີ່ຈະມາເຖິງ ຂະແໜງວັດທະນະທຳ ຍັງຈະສືບຕໍ່ເພີມທະວີການໂຄສະນາ ກ່ຽວກັບວຽກງານອະນຸລັກຄຸນຄ່າວັດທະນະທຳພື້ນເມືອງ ຂອງປະຊາຊົນ ເຖິງພໍ່ແມ່ພີ່ນ້ອງຢູ່ເຂດຫ່າງໄກສອກຫຼີກ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບຄຸນຄ່າທີ່ເປັນປະເພນີຂອງຕົນ, ຈາກນັ້ນເຂົາເຈົ້າຈະມີສະຕິຄວາມຮັບຮູ້ຫຼາຍກວ່າເກົ່າ ໃນການອະນຸລັກຮັກສາທາງດ້ານວັດທະນະທຳ”.

     ການເອົາໃຈໃສ່ອະນຸລັກ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ໃນໄລຍະໃໝ່, ໄດ້ ແລະ ພວມໄດ້ຮັບຄວາມເອົາໃຈໃສ່ປະຕິບັດ ຈາກບັນດາຂະແໜງການຂັ້ນຕ່າງໆ ບັນດາທ້ອງຖິ່ນໃນແຂວງ ກອນຕຸມ ແລະ ໄດ້ບັນລຸບັນດາໝາກຜົນທີ່ເປັນໜ້າຊື່ນຊົມ. ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າ ພ້ອມກັບບັນດາແຂວງໃນເຂດ ໄຕງວຽນ ປະຕິບັດວຽກງານອະນຸລັກ ເສີມຂະຫຍາຍຄຸນຄ່າວັດທະນະທຳບັນດາເຜົ່າ ໃນແຂວງຕ່າງໆ ທີ່ເຂດໄຕງວຽນໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ