“ ໂຕ້ນື້ເຢີນກາ”, ລະຄອນແຈວບົນເວທີສະແດງທັນສະໄໝ

ລາຍ​ການ​ສິ​ລະ​ປະ “ ໂຕ້ນື້​ເຢີນ​ກາ” ແມ່ນ​ການ​ຂັບ​ແຂວ​ບູ​ຮານ ໂດຍ​ບັນ​ດາ​ນັກ​ຮ້ອງ​ສຽງ​ດີ​ຂອງ​ປະ​ເພດ​ສິ​ລະ​ປະ​ນີ້​ສະ​ແດງ. ນີ້​ແມ່ນ​ການ​ປະ​ສານ​​ສົມ​ທົບລະ​ຫວ່າງ​ດ້ານ​ຈິດ​ຕະ​ກຳ ແລະ ດົນ​ຕີ​ຊຶ່ງ​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ລະ​ຄອນ​ແຈ​ວ​ເລື່ອງ​ໜຶ່ງ​ໄດ້​ສະ​ແດງ​ບົນ​ເວ​ທີ​ສະ​ແດງ​ແບບ​ທັນ​ສະ​ໄໝ, ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຈາກ​ຈິດ​ຕະ​ກອນ​ຍຸກ​ປະ​ຈຸ​ບັນ​ມີ​ຄວາມ​ຮັກ ແລະ ເຄົາ​ລົບ​ບັນ​ດາ​ຄຸນ​ຄ່າ​ທີ່​ເປັນ​ມູນ​ເຊື້ອ.

“ ໂຕ້ນື້ເຢີນກາ”, ລະຄອນແຈວບົນເວທີສະແດງທັນສະໄໝ - ảnh 1
ບັນ​ດາ​ນັກ​ສິ​ລະ​ປິນ​ຂັບ​ແຈວ​ບູ​ຮານ

    ຄັດ​ສະ​ເໜີ​ຕອນ​ໜຶ່ງ​ໃນ​ລະ​ຄອນແຈວ “ຊີ້​ເວີນ ທຳ​ທ່າ​ໂງ່​ຈ້າ” ​ໄດ້​ເວົ້າ​ເຖິງ​ນາງ​ສາວ​ຄົນ​ໜຶ່ງ​ທີ່​ມີ​ຊື່​ວ່າ : ຊີ້​ເວີນ. ຄັດ​ສະ​ເໜີ​ຕອນ​ໜຶ່ງ​ໃນ​ລະ​ຄອນແຈວເລື່ອງນີ້ ໄດ້​ເຮັດ​ໃຫ້ສະ​ພາບ​ຄວາມ​ເຈັບ​ໃຈ​ຂອງ ຊີ້​ເວີນ ຊຶ່ງ​ແມ່ນ​ນາງ​ສາວ​ມີ​ຄວາມ​ຮັກ​ກັບຫຼາຍ​ຄົນ ແຕ່​ຖືກ​ອົກ​ຮັກ, ຢາກ​ລົບ​ລ້າງ​ທຳ​ລາຍ​ສາຍ​ພົວ​ພັນ​ເປັນ​ຄູ່​ຜົວ​ເມຍ​ເພື່ອ​ສະ​ແຫວງ​ຫາ​ຄວາມ​ຮັກ​ໃໝ່. ລາຍ​ການ​ສິ​ລະ​ປະ “ ໂຕ້ນື້​ເຢີນ​ກາ” ແມ່ນ​ເລີີ່ມ​ມາ​ຈາກ​ບັນ​ດາ​ພາບ​ແຕ້ມ​ພື້ນ​ເມືອງ​ດ້ວຍ​ເຈ້ຍ​ສາ​ຂອງ​ຈິດ​ຕະ​ກອນ ຫຼີ​ຈຶກ​ເຊີນ ຊຶ່ງ​ພວມ​ວາງ​ສະ​ແດງ​ຢູ່​ສູນ​ວັດ​ທະ​ນະ​ທຳ​ຝະ​ລັ່ງ, ຮ່າ​ໂນ້ຍ. ໂດຍ​ແມ່ນ​ຜູ້​ຮັບ​ຜິດ​ຊອບ​ບົດ​ບາດ​ປະ​ດັບ​ປະ​ດາ, ຈັດ​ວາງ​ບົນ​ເວ​ທີ​ສະ​ແດງ, ຈິດ​ຕະ​ກອນ ຫຼີ​ຈຶກ​ເຊີນ ໃຫ້​ຮູ້​ວ່າ : ບັນ​ດາ​ພາບ​ແຕ້ມ​ສິ​ລະ​ປະ​ ຂອງ​ທ່ານເພື່ອ​ປະ​ດັບ​ປະ​ດາ​ບົ​ນ​ເວ​ທີ​ສະ​ແດງ​ ກໍ​ເປັນ​ການ​ປະ​ກອບ​ສ່ວນ​ໃຫ້​ລາຍ​ການ​ສະ​ແດງ ແລະ ມັນ​ໄດ້​ຮັບ​ການ​ປະ​ດິດ​ຄິດ​ສ້າງ​ພຽງ​ໃນ​ເວ​ລາ​ສັ້ນໆ, ກ່ອນ​ທີ່​ຈະ​ເປີດ​ສາກເວ​ທີສະ​ແດງ. ຈິດ​ຕະ​ກອນ ຫຼີ​ຈຶກ​ເຊີນ ໃຫ້​ຮູ້​ວ່າ:

    “ ເມື່ອ​ເຮົາ​ແຕ້ມ, ກໍ​ບໍ່​ມີ​ເຈດ​ຈຳ​ນົງ​ກ່ອນ, ເມື່ອ​ແຕ້ມ​ໄດ້​ວາດ​ໜຶ່ງ, ໃນ​ທັນ​ທີ່​ຈະ​ຄຶດ​ອອກ​ແຕ້ມ​ວາດ​ອື່ນໆ. ເຮົາ​ລໍ​ຖ້າ​ຮອດ​ເວ​ລາສາກລະ​ຄອນ​ຖືກ​ຕັ້ງ​ຂຶ້ນນັ້ນ, ເຮົາ​ຈຶ່ງ​ມີ​ແນວ​ຄວາມ​ຄິດ. ໝາຍ​ຄວາມ​ວ່າ​ເມື່ອ​ມີ​ເຫດ​ການ, ຄົນ​ເຮົາ​ຈຶ່ງ​ທຳ​ການ​ສະ​ແດງ​ບົນ​ເວ​ທີ. ”

       ໃນລາຍ​ການ​ສິ​ລະ​ປະ “ ໂຕ້ນື້​ເຢີນ​ກາ”, ບັນ​ດານັກ​ສິ​ລະ​ປີນໄດ້​ສະ​ແດງ​ຄວາມ​ງາມ​ຂອງ​ສຽງ​ຂັບ​ແຈວ, ຢາກ​ຝາກ​ຝັງ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ມີ​ມາ​ແຕ່​ດົນ​ນ​ານ​ຂອງ​ປູ​ຍ່າ​ຕາ​ຍາຍ​ໃຫ້​ແກ່​ຜູ້​ຟັງ. ລາຍ​ການ​ສິ​ລະ​ປະ “ ໂຕ້ນື້​ເຢີນ​ກາ” ແມ່ນ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ດ້ານ​ດົນ​ຕີ ແລະ ຈິດ​ຕະ​ກຳ​, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ທີ່​ມີ​ຊື່​ສຽງ​ໃນ​ພື້ນ​ຖານ​ສິ​ລະ​ປະ​ຂັບ​ແຈວ​ຂອງ​ຫວຽດ​ນ​າມ​ຄື : ສິ​ລະ​ປິນ​ປະ​ຊາ​ຊົນ ແທງຮ່​ວາຍ, ສິ​ລະ​ປິນ​ດີ​ເດັ່ນ ແທງ​ບີງ ພ້ອມ​ກັບ​ບັນ​ດາ​ນັກ​ສິ​ລະ​ປິນ: ຖີ​ເງີ​່ນ, ແມ້ງ​ຟ້ອງ, ເຈີນ​ທິ້ງ, ວູ້ງອກ…ບໍ່​ເຊັ່ນ​ດຽວ​ກັນ​ກັບ​ວິ​ທີ​ການ​ສະ​ແດງ​ບົນ​ເວ​ທີສຳ​ລັບ​ລະ​ຄອນ​ແຈວ​ທັງ​ເລື່ອງ, ກໍ​ບໍ່​ມີ​ໂທ​ລະ​ໂຄງ, ບໍ່​ມີ​ Micro ຫຼື​ປະ​ສານ​ກັບ​ດົນ​ຕີ​ ເອ​ລິກ​ໂຕ​ນິກ. ນັກສິ​ລະ​ປິນ​ປະ​ຊາ​ຊົນ ແທງຮ່​ວາຍ ໃຫ້​ຮູ້​ວ່າ :

     “ ລາຍ​ການ​ສິ​ລະ​ປະ​ນີ້​ແມ່ນ​ແຕກ​ຕ່າ​ງ​ກັບ​ລາຍ​ການ​ອື່ນໆ. ສະ​ເພາະ​ແບບ​ວິ​ທີ​ການ​ສະ​ແດງນີ້ ແມ່ນ​ເອີ້ນ​ວ່າ “ ໂຕ້ນື້​ເຢີນ​ກາ” , ດັ່ງນັ້ນ ເຮົາ​ຂັບ​ຮ້ອງ​ທຸກ​ສິ່ງ​ທີ່​ເປັນ​ເລື່ອງ​ບູ​ຮານ. ພວກ​ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຄັດ​ສະ​ເໜີ​ສ່ວນ​ໃດ​ສ່ວນ​ໜຶ່ງ​ທີ່​ພິ​ເສດ, ຍົກ​ຕົວ​ຢ່າງ​ຄື : ຊີ້​ເວ​ີນ ແມ່ນ​ພຽງ​ແຕ່​ເອົາ​ຮູບ​ພາບ​ການ​ຕ່ຳ​ຫູກ​ທໍ​ໄໝ” ຊຶ່ງ​ແມ່ນ​ບັນ​ດາ​ຮູບ​ພາບ​ທີ່​ເປັນ​ຈຸດ​ສູງ”

    ທ່ານ ດາມກວາງ​ມິນ ຜູ້​ມີ​ແນວ​ຄວາມ​ຄິດ​ສ້າງ​ລາຍ​ການ​ໃຫ້​ຮູ້​ວ່າ : ລາຍ​ການ​ສິ​ລະ​ປະ ຖືກ​ຈັດ​ວາງເພື່ອ​ຍົກ​ລະ​ດັບ​ຄວາມ​ປາ​ນີດ ແລະ ໂຄງ​ປະ​ກອບ​ໃຫ້​ມີ​ຊີ​ວິດ​ຊີ​ວາກວ່າ​ເກົ່າ, ແທດ​ເໝາະ​ກັບ​ຜູ້​ຊົມ​ໃນ​ວັນ​ນີ້. ຍິ່ງກວ່າ​ໃຜ​ໝົດ, ລາຍ​ການ​ສິ​ລະ​ປະ “ ໂຕ້ນື້​ເຢີນ​ກາ” ແມ່ນ​ເລື່ອງ​ລາວ​ຂອງ​ສິ​ລະ​ປະ​ຂັບ​ແຈວ, ໄດ້​ຮັບ​ການ​ເຊີດ​ຊູ​ດ້ວຍ​ຄວາມ​ຮັກ​ສິ່ງ​ທີ່​ດີ​ງາມ​ຂອງ​ຈິດ​ຕະ​ກອນ​ຍຸກ​ປະ​ຈຸ​ບັນ. ນີ້​ແມ່ນ​ວິ​ທີ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ ຈິດ​ຕະ​ກອນ ຫຼີ​ຈຶກ​ເຊີນທີ່​ມີ​ຕໍ່​ສິ​ລະ​ປະ​ຂັບ​ແຈວ . ທ່ານ ດາມກວາງ​ມິນ ເວົ້າ​ວ່າ :

    “ ດົນ​ຕີ ແລະ ຈິດ​ຕະ​ກຳ​ຈະ​ສ້າງ​ເປັນ​ເວ​ທີ​ສະ​ແດງ​ທີ່​ແຕກ​ຕ່າງ, ດ້ວຍ​ສີ​ສັນ, ວິ​ທີ​ການ​ສະ​ແດງ​ທີ່​ແຕກ​ຕ່າງ , ທັງ​ເຄົ​າ​ລົບ​ນັບ​ຖື​ຄວາມ​ເກົ່າ​ແກ່, ທັງ​ນ​ຳ​ເຂົ້າ​ບັນ​ດາ​ປັດ​ໄຈ​ທີ​່​ມີ​ຫົວ​ຄ​ິດ​ປະ​ດິດ​ສ້າງ​ຂອງ​ສ່ວ​ນ​ບຸກ​ຄົນ​ກ່ຽວ​ກັບ​ຂົງ​ເຂດ​ຈິດ​ຕະ​ກຳ​ໃນ​ວັນ​ນີ້ ”

    ກໍ​ເຊັ່ນ​ດຽວ​ກັນ​ກັບ​ຄວາມ​ສຳ​ນຶກ​ຂອງ​ນັກ​ສິ​ລະ​ປິນຫຼາຍ​ຄົນ​ທີ່​ຕິດ​ພັນ​ກັບ​ສິ​ລະ​ປະ​ຂັບ​ແຈວ​ບູ​ຮານ​ໃນ​ຕະຫຼອດ​ຊີ​ວິດ, ສິ​ລະ​ປິນ​ດີ​ເດັ່ນ ແທງ​ບີງ ຫວັງ​ວ່າ : ລາຍ​ການ​ສິ​ລະ​ປະ “ ໂຕ້ນື້​ເຢີນ​ກາ” ປະ​ກອບ​ສ່ວນ​ແນະ​ນຳ​ຊັບ​ສິ່ງ​ຂອງ​ທີ່​ມີ​ມາ​ແຕ່​ດົນ​ນານ​ໃຫ້​ແກ່​ໄວ​ໜຸ່​ມ. ສິ​ລະ​ປິນ​ດີ​ເດັ່ນ ແທງ​ບີງ ເວົ້າ​ວ່າ :

    “ ໃນ​ກຸ່ມ​ນັກ​ສິ​ລະ​ປິນ​ພວກ​ຂ້າ​ພະ​ເຈົ້​າ, ສ່ວນຫຼ​ວງຫຼາຍ​ແມ່ນ​ບັນ​ດາ​ຜູ້ທີ່​ໄດ້ຕິດ​ພັນ​ກັບ​ສິ​ລະ​ປະ​​ໃນ​ຕະຫຼອດ​ຊີ​ວິດ. ດັ່ງ​ນັ້ນ, ພວ​ກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢາກ​ອະ​ນຸ​ລັກຮັກ​ສາ​ພື້ນ​ຖານ​ສິ​ລະ​ປະ​ພື້ນ​ເມືອງ ແລະ ເຮັດ​ແນວ​ໃດ​ເພື່ອ​ໃຫ້​ໄວ​ໜຸ່ມ​ປະ​ຈຸ​ບັນ​ຢາ​ປີນຫຼັງ​ໃສ່​ສິ​ລະ​ປະ​ພື້ນ​ເມືອງ ”

      ພາຍຫຼັງລາຍ​ການ​ສິ​ລະ​ປະ “ ໂຕ້ນື້​ເຢີນ​ກາ”, ຍັງ​ຈະ​ມີ​ລາຍ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ກາບກອນ ແລະ ດົນ​ຕີ​ດ້ວຍ​ຫົວ​ຂໍ້ “ສຽງ​ກອມ​ລູກ​ຄຽງ​ຂ້າງ​ໄມ້​ໄຜ່​ຂຽວ” ຊຶ່ງ​ຄາດ​ວ່າ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ 2015. ເຖິງວ່າ​ ຈະ​ໃຊ້​ວິ​ທີ​ປະ​ສານ​ສົມ​ທົບ​ຄື​ແນວ​ໃດ​ກໍ​ຕາມ, ບັນ​ດາ​ນັກ​ສິ​ລະ​ປິນ​ເຫຼົ່າ​ນັ້ນ ຍັງ​ຄົງ​ເມົ​າ​ມົວ ແລະ ມີຄວາມ​ຮັ​ກ​ກັບ​ສິ​ລະ​ປະ​ດົນ​ຕີ​ພື້ນ​ເມ​ືອງ​ຢ່າງ​ແຂງ​ແຮງ .

ຕອບກັບ

ຂ່າວ/ບົດ​ອື່ນ