ການຈັດຕັ້ງປະຊາຄົມຂອງ ຊາວເຜົ່າ K’ho

(vovworld) - ຊາວ​ເຜົ່າ K’ho ​ແມ່ນ​ຊາວ​ເຜົ່າ​ທີ່​ມີ​ປະຫວັດ​ແຫ່ງ​ການ​ພັດທະນາ​ມາ​ແຕ່​ດົນ​ນານ​ແລ້ວ. ​ ຊາວ​ເຜົ່າ K’ho ​ສ່ວນຫຼາຍ​ແມ່ນ​ດຳລົງ​ຊີວິດ​ຢູ່​ເຂດ​ທິດ​ໃຕ້ ​ໄຕ​ງວຽນ. ໝູ່​ບ້ານ​ຂອງ ຊາວ​ເຜົ່າ K’ho ເຄີຍຕັ້ງ​ຢູ່​ເນີນ​ພູ ຫຼື​ຢູ່​ຕາມ​ຮ່ອມ​ພູ. ຊາວ​ເຜົ່າ K’ho ​ດຳລົງ​ຊີວິດ​ໃກ້ຊິດ​ຕິດ​ພັນ​ກັບ​ທຳ​ມະ​ຊາດ, ​ເສດຖະກິດ​ຕົ້ນຕໍ​ແມ່ນ​ກຸ້ມ​ຕົນ​ເອງ, ດັ່ງ​ນັ້ນ ຊາວ​ເຜົ່າ K’ho ​ຈຶ່ງ​ມີ​ນຳ້​ໃຈ​ສາມັກຄີ​ໃນ​ປະຊາ​ຄົມ​ສູງ. ຍ້ອນ​ເຫດ​ນັ້ນ, ບັນດາ​ງານ​ບຸນ​ປະ​ເພນີ​ຂອງ ຊາວ​ເຜົ່າ K’ho ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ມາ​ເຖິງ​ປະຈຸ​ບັນ​.

ການຈັດຕັ້ງປະຊາຄົມຂອງ ຊາວເຜົ່າ K’ho  - ảnh 1
(ພາບປະກອບ)

        ຊາວ​ເຜົ່າ K’ho ​ດຳລົງ​ຊີວິດ​ໃນ​ບັນດາ​ໝູ່​ບ້ານ, ຕາມ​ແບບ​ໝູ່​ບ້ານ​ຊົນນະບົດ​ທີ່​ເປັນ​ມູນ​ເຊື້ອ. ​ແຕ່ລະ​ໝູ່​ບ້ານ​ລ້ວນ​ແຕ່​ມີ​ກົງຈັກ​ຄຸ້ມ​ຄອງ​ສະ​ເພາະ, ຫົວໜ້າ​ກົງຈັກ​ນັ້ນ​ແມ່ນ​ນາຍບ້ານ. ໜ້າ​ທີ່​ຂອງ​ນາຍບ້ານ ​​ແມ່ນຄຸ້ມ​ຄອງ ​ແລະ ບໍລິຫານ​ວຽກ​ງານ​ລວມຂອງ​ໝູ່​ບ້ານ​ເຊັ່ນ: ​ເລືອກ​ເຟັ້ນ, ຈັດ​ແບ່ງ​ທີ່​ດິນ​ປູກຝັງ, ຍົກ​ຍ້າຍໝູ່​ບ້ານ, ​ໄກ່​ເກ່ຍປອງ​ດອງ, ພິພາກສາ, ຈົດ​ຈຳ​ຊາຍ​ແດນ, ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ຂອງ​ໝູ່​ບ້ານ. ຊາວ​ເຜົ່າ K’ho ກໍ່​ເຄີຍ​ຖາມ​ນາຍບ້ານ​​ວຽກ​ງານທຸກ​ຢ່າງ​ໃນ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ອີກ.​ ບັນດາ​ສະມາຊິກ​ຂອງ​ໝູ່​ບ້ານ​ມີ​ສະຕິ, ມີຄວາມ​ຮັບຜິດຊອບ​ໃນ​ການ​ປັບປຸງ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ສາມັກຄີ​ຂອງ​ວົງ​ຕະກຸນ, ໝູ່​ບ້ານ; ຮັກສາ​ດິນ, ​ປ່າ, ​ແຫຼ່ງນ້ຳ ກໍ່​ຄື​ຊັບ​ສົມບັດ​​ເຊິ່ງໄດ້​ຮັບ​ຖື​ວ່າ​ແມ່ນ​ຂອງ​ລວມ ​ແລະ ປະຕິບັດ​ບັນດາ​ກົດໝາຍ, ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ.

        ຊາວ​ເຜົ່າ K’ho ​ຜະລິດ​ກະສິກຳ, ປູກ​ເຂົ້າ, ສາລີ​ຢູ່ໄຮ່, ​ເຮັດ​ສວນ​ຢູ່​ບ້ານ, ລ້ຽງສັດ​​​ເປັນ​ກຳລັງ​ແກ່​ລາກ, ລ້ຽງສັດ​ປີກ​​ເປັນ​ອາຫານ. ສ່ວນ​ອາຊີບ​ຫັດຖະກຳ​ຂອງ ຊາວ​ເຜົ່າ K’ho ​ສ່ວນ​ຫຼາຍ​ແມ່ນ: ຕີ​ເຫຼັກ, ຖັກສາ​ນ, ຕ່ຳ​ຫູກ…

        ​ໃນ​ສັງ​ຄົມ​ຂອງ​ ຊາວ​ເຜົ່າ K’ho, ມາ​ຮອດ​ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ຮູບ​ການ​ຄອບຄົວ​ຕາມ​ລະບອບ​ມານ​ດາ​ສິດທິ​ລາດ, ຜູ້ຍິງ​ເປັນ​ເຈົ້າ​ຂອງ​ຄອບຄົວ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ສົມລົດ. ພາຍຫຼັງ​ງານ​ແຕ່ງດອງ, ​ເຈົ້າ​ບ່າວ​ຈະ​ມາ​ຢູ່​ນຳ​ຄອບຄົວ​ເຈົ້າ​ສາວ​. ລູກ​ຂອງ​ເຂົາ​ເຈົ້າຖື​ສະກຸນຂອງ​ແມ່ ​ແລະ ​ໃນ​ຄອບຄົວ, ລູກ​ສາວ​​​ເປັນ​ຜູ້​ສືບ​ມູນ. ສິ່ງ​ທີ່​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ການ​ສົມລົດ​ຂອງ​ຊາວ​ເຜົ່າ K’ho ​ນັ້ນ​ແມ່ນ​ປະ​ເພນີ “ຈັບ​ຜົວ“. ​ເພື່ອ​ເອົາ​ຜູ້​ຊາຍ​ເປັນ​ຜົວ. ຄອບຄົວ​ຜູ້​ສາວ​ຕ້ອງ​ຍອມຮັບ​ຄ່າ​ສິນ​ສອດ​ຈາກ​ຄອບຄົວ​ຝ່າຍ​ຜູ້​ຊາຍ. ຜູ້​ຊາຍ​ຍິ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ຄ່າ​ສິນ​ສອດກໍ່​ຍິ່ງ​ຫຼາຍ. ​ເຖິງ​ວ່າ​ປະຈຸ​ບັນຊີ​ວິດ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ແລ້ວ​ກໍ່ຕາມ, ​ແຕ່​ປະ​ເພນີ “ຈັບ​ຜົວ“ ຍັງ​ຄົງຮັກສາ​ໄວ້​ຈົນ​ເຖິງ​ປະຈຸ​ບັນ​ຢູ່​ບາງ​ແຫ່ງ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​​ແອ່ວ​ຄ່າ​ສິນ​ສອດ​ບໍ່​ໜັກໜ່ວງ​ຄື​ກ່ອນ​ນີ້​ອີກ. ທ່ານ​ນາງ K’nam, ຊາວ​ເຜົ່າ K’ho ​​ເລົ່າ​ສູ່​ຟັງ​ວ່າ:

        “​ໃນ​ເມື່ອ​ກ່ອນ​, ຜູ້​ສາວ​ຕ້ອງ​ມີຂອງ​ສືບ​ມູນ​ຈຶ່ງ​ສາມາດເອົາ​ຜົວ​ໄດ້. ​ແຕ່​ປະຈຸ​ບັນ, ບັນຫາ​ນີ້​ບໍ່​ໜັກໜ່ວງ​ປານ​ໃດ​ແລ້ວ. ສອງ​ຄົນ​ຮັກ​ກັນ, ຈະ​ອີງ​ໃສ່​ເງື່ອນ​ໄຂ​ຕົວ​ຈິງຂອງ​ຄອບຄົວ​ຜູ້​ສາວ​ເພື່ອ​​ແອ່ວ​ຄ່າ​ສິນ​ສອດ​ໃຫ້​ເໝາະ​ສົມ“.

        ຕາມ​ປະ​ເພນີ​ຂອງຊາວ​ເຜົ່າ K’ho, ຍິງ​ຊາຍ​ມີ​ການ​ພົວ​ພັນ​ທາງ​ເພດ​ກ່ອນ​ການ​ສົມລົດ​ບໍ່​ຖືກ​ຫ້າມ​ຢ່າງ​ເດັດຂາດ, ​ແຕ່​ເມື່ອ​ໄດ້​ສ້າງ​ຄອບຄົວ​ແລ້ວ, ​ແຕ່​ຍັງມີ​ການ​ພົວພັນ​ທາງ​ເພດກັບ​ຜູ້​ອື່ນຈະ​ຖືກ​ລົງ​ໂທດ​ຢ່າງ​ໜັກໜ່ວງ. ສະພາບ​​ເກີດ​ການປະກັນ​ແມ່ນ​ໜ້ອຍ​ທີ່​ສຸດ ​ແລະ ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ນາຍບ້ານ. ລະບອບ​ຜົວໜຶ່ງ​ເມຍດຽວ​ຂອງ​ຊາວ​ເຜົ່າ K’ho ​​ໄດ້​ສ້າງ​ຄວາມ​ປອງ​ດອງ​ໃຫ້​ແກ່​ຄອບຄົວຊາວ​ເຜົ່າ K’ho.

ການຈັດຕັ້ງປະຊາຄົມຂອງ ຊາວເຜົ່າ K’ho  - ảnh 2
(ພາບປະກອບ)

        ​ເຮືອນ​ຢູ່​ຂອງ ຊາວ​ເຜົ່າ K’ho ​ແມ່ນ​ເຮືອນ​ຮ້າ​ນ​ເປັນ​ຕົ້ນ. ​ເຮືອນຮ້ານ​ຖືກມຸງ​ຫຍ້າ, ມີ​​ແຕະ​ສານ​ດ້ວຍ​ໄມ້​ເຮ້ຍ​ຫຼື​ໄມ້​ໄຜ່​ເພື່ອ​ຕ້ານທານ​ກັບ​ຄວາມ​ໜາວ. ກ່ອນ​ນີ້​ບັນດາ​ເຮືອນຮ້ານ​ເຄີຍ​ຖືກ​ປຸກ​ສ້າງ​ສູງ​ກວ່າ​ປະຈຸ​ບັນ ​ເພື່ອ​​ກັນ​ສັດ​ຮ້າຍ, ຢູ່​ຕໍ່ໜ້າ​ປະຕູ​ເຄີຍ​ມີ​ຂັ້ນ​ໄດ​ກວ້າງ.

        ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ເຜົ່າ K’ho, ​ໄດ້​ມີ​ຄວາມ​ຕິດ​ພັນ​ກັບ​ການ​ຜະລິດ​ກະສິກຳ, ຖື​ອາຊີບ​ປູກ​ເຂົ້າ​ເປັນ​ສຳຄັນ, ຍ້ອນ​ເຫດ​ນັ້ນ​ຈຶ່ງ​ມີ​ຫຼາຍ​ງານ​ບຸນ​ບູຊາ​ເທວະ​ດາ​ເຂົ້າ, ​ແລະ ກ່ຽວຂ້ອງ​ເຖິງ​ບັນດາ​ຂັ້ນ​ຕອນ​ປູກ​ເຂົ້າ​ຄື: ງານ​ບຸນ​ຕົກກ້າ, ງານ​ບຸນ​ພາວະນາ​ໃຫ້​ການ​ປູກເຂົ້າມີ​ສະມັດ​ຕະພາບ​ສູງ, ງານ​ບຸນ​ພາວະນາ​ໃຫ້​ເຂົ້າ​ສຸກ​ເຫຼືອງ, ງານ​ບຸນ​ພາວະນາ​ໃຫ້ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, … ພິ​ເສດ, ຊາວ​ເຜົ່າ K’ho ມີ​ງານ​ບຸນ​ໃຫຍ່​ສຸດ​ໃນ​ປີ, ນັ້ນ​ແມ່ນ​ງານ​ບຸນ​ບູຊາຕົ້ນ​ເຂົ້າ. ​ໃນ​ເມື່ອ​ກ່ອນ, ງານ​ບຸນ​ນີ້​ຖືກ​ຈັດ​ຕັ້ງ​ຕາມ​ແຕ່​ລະ​ຄອບຄົວ. ປະຈຸ​ບັນ​ມັນ​ໄດ້​ກາຍ​ເປັນ​ງານ​ບຸນ​ໃຫຍ່​ໃນ​ປີ​ຂອງ​ທັງ​ໝູ່​ບ້ານ. ​ໃນ​ງານ​ບຸນ, ຊາວບ້ານ​ໄດ້​​ເຂົ້າຮ່ວມ​ຄວາມ​ມ່ວນ​ຊື່ນ​ພ້ອມ​ກັບ​ແຕ່​ລະ​ຄອບຄົວ. ງານ​ບຸນ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​​ແນະນຳ​ໃຫ້​ລູກ​ຫຼານ​ວິທີຮັກສາ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ. ທ່ານ K’do, ຊາວ​ເຜົ່າ K’ho, ​ໃຫ້​ຮູ້​ວ່າ:

        “ງານ​ບຸນ​ບູຊາຕົ້ນ​ເຂົ້າ​ແມ່ນ​ປະ​ເພນີ​ໂດຍ​ບັນພະບຸລຸດ​ປະ​ໄວ້. ​ແລະ ພວກ​ເຮົາ​ພຽງ​ແຕ່​ປະຕິບັດ​ຕາມ​ເທົ່າ​ນັ້ນ. ​ແຕ່ລະຄອບຄົວ​ເຄີຍ​ຈັດ​ພາ​ເຂົ້າ, ​ພ້ອມ​ກັບ​ໄຫ​ເຫຼົ້າ​ເພື່ອ​ຖະຫວາຍ​ບູຊາ, ​ເຊື້ອ​ເຊີນ​ບັນພະບຸລຸດ​ກັບ​​ມາ​ເຂົ້າ​ຮ່ວມ​ງານ​ບຸນ​ແລະ ດົນ​ບັນດານ​ໃຫ້​ທັງ​ຄອບຄົວ​ມີ​ສຸຂະພາບ​ເຂັ້ມ​ແຂງ, ​ເຮັດ​ອັນ​ໃດ​ກໍ່​ປະສົບ​ຜົນສຳ​ເລັດອັນ​ນັ້ນ“.

        ຊາວ​ເຜົ່າ K’ho, ມີ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ອຸດົມສົມ​ບຸນ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ. ບົດ​ເພງ, ບົດ​ກະວີ​ເຕັມ​ໄປ​ດ້ວຍທຳນອງ​ດົນຕີ ​ແລະ​ຄວາມ​ຮັກ. ​ເຄື່ອງ​ດົນຕີ​ກໍ່​ຄ້າຍຄື​ກັນ​ກັບ​ຊາວ​ເຜົ່າ​ອື່ນໆ​ຢູ່​ເຂດ ​ໄຕ​ງວຽນ​ຄື: ມີ​ຊຸດ​ຄ້ອງ​ປະກອບ​ດ້ວຍ 6 ໜ່ວຍ, ມີ​ແຄນ, ມີ​ພິນ​ດ້ວຍ​ລຳ​ໄມ້​ໄຜ່. ​ເຄື່ອງດົນຕີ​ຂອງ ຊາວ​ເຜົ່າ K’ho, ​ເຄີຍນຳ​ມາ​ສະ​ແດງ​ໃນ​​ໂອກາດ​ງານ​ບຸນ​ບູຊາ​ເທວະ​ດາ​ຟ້າ​ແຖນ, ​ແລະ ​ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ປະຊາ​ຄົມ.

        ​ໃນ​ຊຸມ​ປີຜ່ານມາ, ລັດ​ໄດ້​ປະຕິບັດ​ແຜນ​ນະ​ໂຍບາຍ​ຕ່າງໆ​ກ່ຽວ​ກັບ​ການ​ລົງທຶນ​ພັດທະນາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ໃນ​ນັ້ນ​ມີ ຊາວ​ເຜົ່າ K’ho,. ມີ​ຫຼາຍ​ເຂດ​ທີ່ ຊາວ​ເຜົ່າ K’ho ​ເຄີຍ​ດຳລົງ​ຊີວິດ ​ໄດ້​ສ້າງ​ເຂດ​ປູກ​ສະ​ເພາະ​ຕົ້ນ​ໄມ້​ທັນ​ຍາ​ຫານ, ຕົ້ນ​ໄມ້​ອຸດສາຫະກຳ ​ແລະ ພັດທະນາ​ການ​ບໍລິການ​ທ່ອງ​ທ່ຽວ. ຍ້ອນ​ເຫດ​ນັ້ນ ຊາວ​ເຜົ່າ K’hoຈຶ່ງ​ມີ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ເສດຖະກິດ, ກໍ່ສ້າງ​ຊີວິດ​ໃໝ່.

ຂ່າວ/ບົດ​ອື່ນ