ການທ່ອງທ່ຽວດ້ານຈິດວິນຍານຍາມຕົ້ນລະດູບານໃຫມ່

​(vovworld) - ​ຕາມ​ປະ​ເພ​ນີ​ແລ​້ວ, ຢູ່ ຫວຽດນາມ, ເດືອນຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ ​ແມ່ນ​ເດືອນ​ແຫ່ງ​ງານ​ບຸນ ​ແມ່ນ​ຍາມ​ທີ່​ທຸກ​ຄົນ​​ໄປວັດວາອາ​ຮາມ​ເພື່ອທຳ​ບຸ​ນກຸສົນ​ພາວະນາ​ສິ່ງ​ທີ່​ດີງາມ, ຂໍໂຊກລາບ... ​​ເພ​າະວ່າ ​ໃນ​ຕະຫລອດ​ປີ​ທີ່​ຂ້ອງ​ຄາ​ກັບ​ວຽກ​ງານ​ຫລາຍ​ ສະ​ນັ້ນ ຫລາຍ​ຄົນ​ຈຶ່ງພ້ອມ​ກັບ​ໝູ່​ເພື່ອນ, ຍາດຕິ​ພີ່ນ້ອງ​ເລືອກ​ເຟັ້ນບັນດາ​ສະຖານ​ທີ່​ແຫ່ງ​ຈິດ​ວິນ​ຍານ​ເພື່ອ​​ໄປພາວະນາ​ຂໍ​ໃຫ້ປີ​ໃຫມ່​ມີ​ໂຊກ​ມີ​​​ໄຊ ​ແລະ ຢູ່​ເຢັນ​ເປັນ​ສຸກ. ຍ້ອນ​ເຫດ​ນັ້ນ ບັນດາ​ລາຍການ​ທ່ອງ​ທ່ຽວ​ຍາມ​ຕົ້ນ​ລະດູ​ບານ​ໃຫມ່​​ສ່ວນ​ຫລາຍ ລ້ວນ​ແຕ່​ມູ້​ງ​ໄປ​ເຖິງ​ບັນດາ​ສະຖານ​ທີ່​​ແຫ່ງ​ຈິດ​ວິນ​ຍານ​ຄື: ອຽນ​ຕຶ້ ​ແຂວງ ກວ໋າງນິນ, ວັດ​ເຈີ​ນ ​ແຂວງ ນາມ​ດີ້​ງ, ວັດ​ເຮືອງ ນະຄອນ​ຮ່າ​ໂນ້ຍ ​ແລະ​ອື່ນໆ.

​ໃນ​ຄວາມ​ນຶກ​ຄິດ​ຂອງ​ຊາວ​ຫວຽດນາມ, ພາຍຫລັງ​ຕ້ອນຮັບ​ບຸນປີ​ໃຫມ່​ປະ​ຈຳ​ຊາດ ​ແມ່ນ​ເລີ່​ມຕົ້ນ​ເດືອນ​ໄປ​ນະມັດສະການ. ທຸກ​ຄົນ​ລ້ວນ​ແຕ່​ຍາດ​ເວລາ ​ເພື່ອ​ໄປ​ວັດວາ​ອາຮາມ ​ພາວະນາ​ສິ່ງ​ທີ່​ດີ​ໃຫ້​ແກ່​ຕົນ​ເອງ, ​ໃຫ້​ແກ່​ຄອບຄົວ ທັງ​​ເປັນ​ການ​ພັກຜ່ອນຢ່ອນ​ອາລົມ​ອີກ​ດ້ວຍ. ປະຈຸ​ບັນ ບໍລິສັດ Saigontouris ​ໄດ້​ສ້າງກວ່າ 10 ລາຍການ​​ໄປ​ນະມັດສະການ,ງານ​ບຸນ​ໃນ​​ໄລຍະ​ສັ້ນ ​ແລະ ມື້​ເລີ່​ມຕົ້ນ​ການ​ເດີນທາງ​ແມ່ນ​ຕາມຄ​ວາມຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ, ບັນດາ​ລາຍການ​ທ່ອງ​ທ່ຽວ​ຈິດວິນ​ຍານ​ຢູ່​ພາກ​ເຫນືອ​​ໃນໄລຍະ​ສັ້ນ​ ​​ເຊິ່ງເລີ່​ມຕົ້ນ​ຈາກ​ຮ່າ​ໂນ້ຍ​ໄປ​ຍັງ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ເອກະ​ລັກສະ​ເພາະດ້ວຍ​ບັນດາ​ງານ​ບຸນ​ໃນ​ລະດູບານ​ໃຫມ່​ທີ່​ລື​ຊື່​ຄື: ງານບຸນ​ວັດ​ເຮືອງ​, ງານ​ບຸນ​ວິຫານ​ຮຸ່ງ, ງານ​ບຸນ​ອຽນ​ຕື້, ງານ​ບຸນ ບ່າ​ຈົວ​ຄໍ​, ງານ​ບຸນ​ຕະຫລາດ​ວ່ຽງ, ງານ​ບຸນ​ ຟູ​​ໄຢ່. ສະ​ເພາະ​ບັນດາ​ລາຍການ​ທ່ອງ​ທ່ຽວ​​ ທີ່ເລີ່​ມຕົ້ນຈາກ​ນະຄອນ​ໂຮ່ຈິ​ມີນ ​ແມ່ນ​ອຸດົມສົມບູນ ດ້ວຍ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ທັງສາມ​ພາກ: ເຫນືອ, ​ກາງ ​ແລະ ​ໃຕ້ ​ເພື່ອ​ໃຫ້​ນັກ​ທ່ອງ​ສາມາດ ​ເລືອກ​ເຟັ້ນລາຍການ​ທ່ອງ​ທ່ຽວ​​ໄດ້ຕາມ​ໃຈມັກ.

        ​ເພື່ອ​ໃຫ້​ບັນດາ​ລາຍການ​ທ່ອງ​ທ່ຽວ​ຈິດ​ວິນ​ຍານ​ໃນ​ໄລຍະ​ຕົ້ນ​ປີ​ອຸດົມສົມບູນ, ບໍລິສັດ Viettravel ກໍ​ໄດ້​ສ້າງ​ບັນດາ​ລາຍການ​ໄປ​ນະມັດສະການ​ຢູ່​ພາກ​ເຫນືອ​ທີ່​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ. ຄື ລາຍກາ​ນທ່ອງ​ທ່ຽວ ຮ່າ​ໂນ້ຍ, ອ່າວ​ຮ້າ​ລອງ, ວັດ​ບ້າ​ຍດີ​ນ, ​ເຂດ​ທ່ອງ​ທ່ຽວ​ຊິ​ວະ​ພາບ ຈ່າງ​ອານ ​ໃນ​ເວລາ 4 ວັນ. ດ້ວຍ​ລາຄາ​ 8.799.000 ດົ່ງ ຫລື ລາຍການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ອຽນ​ຕຶ້ ຮ້າ​ລອງ ຊາ​ປາ ​​ໃນເວລາ 6 ວັນ ​ດ້ວຍລາຄາ 10.100.000 ດົ່ງ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຈຸ​ບັນ ພາ​ຫະນະ​ການ​ສັນ​ຈອນ​ໄປມາ​ກໍ​ມີ​ຄວາມ​ສະດວກ​ຫລາຍ​ແລ້ວ ສະ​ນັ້ນ ປະຊາຊົນ​ຫລາຍ​ຄົນ​ກໍ​ຈັດ​ຕ້ັງ​ເອງ, ອາດ​ຈະ​ໄປ​ຕາມ​ຫນ່ວຍ ຫລື ຕາມ​ອົງການ, ຄອບຄົວ ຫລື ໝູ່​ເພື່ອນ ​ເພື່ອ​ໄປ​ນະມັດສະການ​ຢູ່​ສະຖານ​ທີ່​ຈິດ​ວິນ​ຍານ. ຫນ່ວຍ​ທ່ອງ​ທ່ຽວ​ຂອງ​ປ້າ ຕື​ເຕີມ​ດຶກ ມາ​ຈາກ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ​ໄລຍະ​ຕົ້ນ​ປີ ​ແມ່ນ​ໄປ​ນະມັດສະການ​ວັດ​ເຮືອງ ​ແລ້ວ​ກັບ​ເມືອ​ອຽນ​ຕຶ້. ປ້າ​ດືກ​ໃຫ້​ຮູ້​ວ່າ:

    “ລາຍການ​ທ່ອງ​ທ່ຽວ​​ແຫ່ງ​ຈິດ​ວິ​ນຍານ​ນີ້​ສາມາດຈັດ​​ຕັ້ງເອງ. ​ໃນລາຍການ​ນີ້​ເຄີຍ​ໄປ​ນະມັດສະການ​ທຽນວ້ຽນ, ວັດ​ດົ່ງ ​ແລ້ວ​ໄປ​ວັດ​ ຫວ່າງ ​​ເຊິ່ງຖືກຖື​ວ່າ​​ແມ່ນ​​ເຂດ​ປູ​ສະ​ນີຍະສະ​ຖານ​ຈິດ​ວິນ​ຍານ​ຂອງ​ນະຄອນ ອວງບີ້. ລາຍການ​ທ່ອງ​ທ່ຽວ​ແບບ​ນີ້ບໍ່​ແມ່ນ​ປີ​ໃດ​ພວກ​ຂ້າພະ​ເຈົ້າກໍ​​ໄປ,​​ ​ແຕ່​ໄປ​ເທື່ອ​ໃດ​ກໍ​ຮູ້ສຶກ​ປະ​ທັບ​ໃຈ, ​ເຫັນ​ວ່າ​ທຸກ​ຄົນ​ສະ​ແຫວ​ງຫາ​ພຸດທະ​ສາ​ສະຫນາ.”

        ງານ​ບຸນ​ຕີ​ກາວັດ​ເຈີ​ນຢູ່​ແຂວງ ນາມ​ດີ້​ນ ກໍ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກທຸກສາລະ​ທິດ​ເປັນ​ຈຳນວນ​ຫລວງຫລາຍ. ປີ​ນີ້​ນະຄອນ ນາມ​ດີ້ນ ​ໄດ້​ປະຕິບັດ​ວຽກ​ງານ​ໂຄສະນາ​ງານ​ບຸນ​ນີ້​ຜ່ານ​ພາຫະນະ​ສື່​ມວນ​ຊົນ​ໂດຍ​ໄວ,​ ສິ່ງ​ດັ່ງກ່າວ​ກໍ​ເຮັດ​ໃຫ້ຈຳນວນນັກ​ທ່ອງ​ທ່ຽວ​ທີ່​ພາກັນມາ​ວັດ​ເຈີ​ນ​ໃນ​ມື້​ຕີ​ກາ​ບໍ່ຄັບຄາ​ໜ້າ​ແໜ້ນ​ຄື​ຊຸມ​ປີ​ກ່ອນອີກ​. ລຸງ​ເຢືອງດີ່ນທຽດ ມາ​ຈາກ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ:

        “ປີ​ນີ້ ການຈັດ​ຕັ້ງ​ງານ​ບຸນ​ແມ່ນ​ດີ​ຫລາຍ, ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຮັບປະກັນ​ຄວາມ​ປອດ​ໄພ ​. ພໍ່​ແມ່​ປະຊາຊົນ​ມາ​ເຂົ້່າຮ່ວມ​ງານ​ບຸນ​ລ້ວນ​ແຕ່​ມີ​ຄວາມ  ​ເບິ​ກບານ​ມ່ວນ​ຊື່ນ.”

ນອກຈາກ​ເຂດ​ໃຈກາງ​​ສາສະຫນາ​ແຫ່ງ​​ໃຫຍ່ຢູ່​ພາກ​ເຫນືອ​ແລ້ວ, ພາກ​ກາງ ​ແລະ ພາກ​ໃຕ້​ກໍ​ແມ່​ນສະຖານ​ທີ່​ຊຶ່ງ​ນັກ​ທ່ອງ​ທ່ຽວ​ຢູ່​ພາກ​ເຫນືອ​ຢາກ​​ໄປ​ຄົ້ນ​ຫາ. ທ່ານ ​ເລ​ວັນ​ຮູ່ງ ຜູ້ອຳ​ນວຍ​ການ​ບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ ​ແທນ​ນຽນ (ຊາວ​ຫນຸ່ມ)ນະຄອນ ​ໂຮ່ຈິ​ມີນ​ໃຫ້​ຮູ້​ວ່າ:
        “ລາຍການ​ທ່ອງ​ທ່ຽວ​ຂອງ​ບໍລິສັດ​ ​ແມ່ນ​ໄປ​ຟານ​ທຽດ, ນີງຈື້, ​ເຈົາດົກ ຮ່າ​ຕຽນ ຟູກ​ວກ, ດາລາ​ດ ​ເຫ້ວ ຮ່າ​ໂນ້ຍ, ຍາຈາງ ດ່າ​ລາດ. ລາຍການ​ກໍ​​ເຊັນ​ດຽວ​ກັນ​ກັບຊຸມ​ປີ​ກ່ອນ ​ແຕ່​ສະຖານ​ທີ່​ທ່ອງ​ທ່ຽວ​ມີ​ການ​ເພີ່ມ​ເຕີມ, ມີ​ການ​ປ່ຽນ​ແປງ. ລາຍການ​ໄປ​ທ່ອງ​ທ່ຽວ​​ໄລຍະຕົ້ນ​ປີ​ໃຫມ່ ນັກ​ທ່ອງ​ທ່ຽວ​ເຄີ​ຍນຸ່ງ​ເຄື່ອງ​ງາມ, ສະ​ນັ້ນ ລາຍການ​ທ່ອງ​ທ່ຽວຍາມ​ນີ້​ແມ່ນ​ຕ່າງ​ກັບລາຍການ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ຮ້ອນ.”

ການທ່ອງທ່ຽວດ້ານຈິດວິນຍານຍາມຕົ້ນລະດູບານໃຫມ່ - ảnh 1
ໄປນະມັດສະການວັດເຮືອງ (ພາບ:vietnamplus.vn)

        ຕາມ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ແລ້ວ, ຄາດ​ວ່າ ຄວາມ​ຕ້ອງການ​ໄປ​ທ່ອງ​ທ່ຽວ​ໃນ​ຕົ້ນ​ປີ​ໃຫມ່ 2012 ຂອງ​ນັກ​ທ່ອງ​ທ່ຽວ ​ແມ່ນ​ເພີ່ມ​ຂຶ້ນ​ແຕ່ 25 - 30%. ຈຳນວນ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນໃນ​ໄລຍະ​ດຳ​ເນີນງານ​ບຸນອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ສາມາດ​ກະຕຸກ​ຊຸກຍູ້​ຄວາມ​ຕ້ອງການ​​ໄປ​ທ່ອງ​ທ່ຽວ​ດ້ວຍ​ບັນດາ​ການ​ເຄື່ອນ​​ໄຫວ​ດັ່ງກ່າວ​ແມ່ນ​ໃຫຍ່​ຫລວງ. ບັນດາ​ລາຍການ​ຍາມ​ຕົ້ນ​ລະດູ​ບານ​ໃຫມ່ ຍາມ​ໃດ​ກໍ​ມີ​ນັກ​ທ່ອງ​ທ່ຽວ​ສັ່ງ​ຈອງເຕັມໝົດ,​​ ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ກໍ​ຄື​ແນະນຳ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ອັນ​ດູດ​ດື່ມ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ.

ລານ​ແອ​ງ

ຕອບກັບ

ຂ່າວ/ບົດ​ອື່ນ