ພິທີຜູກສ່ຽວເປັນອ້າຍນ້ອງ: ຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າເອເດ

(VOVWORLD) -          ຊາວເຜົ່າ ເອເດ ດຳລົງຊີວິດຢູ່ບັນດາແຂວງເຂດເຕິຍງວຽນ ມີຮີດຄອງປະເພນີອຸດົມສົມບູນ. ໜຶ່ງໃນບັນດາພິທີກຳທີ່ສະແດງໃຫ້ເຫັນຄວາມໝາຍທາງດ້ານຈິດວິນຍານຢ່າງເລິກເຊິ່ງ, ນ້ຳໃຈສາມັກຄີວົງຄະນາຍາດ ກໍ່ແມ່ນພິທີຜູກສ່ຽວເປັນອ້າຍນ້ອງ. ເຖິງວ່າຜ່ານບັນດາໄລຍະປະຫວັດສາດກໍ່ຕາມ ປະເພນີ້ຍັງຄົງໄດ້ຮັບການຮັກສາຈາກຊາວເຜົ່າ ເອເດ. 
ພິທີຜູກສ່ຽວເປັນອ້າຍນ້ອງ: ຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າເອເດ - ảnh 1ທຸກໆຄົນກໍ່ພ້ອມກັນດື່ມເຫຼົ້າໄຫມ່ວນຊື່ນ ພາຍຫຼັງພິທີຜູກສ່ຽວ

     ສາມປີກ່ອນນີ້, ອ້າຍ ອີຢາວ ແລະ ອີຍີມ ຢູ່ຕາແສງ ອີອາຕາ ເມືອງກືເມີ່ກາ ແຂວງ ດັກລັກ  ໄດ້ເປັນເພື່ອນນຳກັນແບບບັງເອີນ. ຜ່ານໄລຍະເວລາໜຶ່ງສອງຄົນກໍ່ເຫັນວ່າເໝາະກັນ ແລະ ມີຄວາມຫວັງຢາກຜູກພັນກັນເປັນອ້າຍນ້ອງໃນຄອບຄົວດຽວ ດັ່ງນັ້ນກໍ່ໄດ້ຈັດຕັ້ງພິທີຜູກສ່ຽວເປັນອ້າຍນ້ອງ ເຂົາເຈົ້າໄດ້ເຊື້ອເຊີນໝໍພອນ ແລະ ຊາວບ້ານພ້ອມກັບຄອບຄົວມາເປັນສັກຂີພະຍານ. ອ້າຍ ອີຍີມ ເວົ້າວ່າ

       “ຂ້າພະເຈົ້າໄດ້ປຶກສາກັບພໍ່ແມ່ ແລະ ໄດ້ຮັບຄວາມເຫັນດີຈາກພວກເພິ່ນ. ຂ້າພະເຈົ້າໄດ້ແຈ້ງຂ່າວໃຫ້ພໍ່ແມ່ພີ່ນ້ອງຢູ່ບ້ານໃກ້ເຮືອນຄຽງ ເພື່ອຮູ້ວ່າ ພວກຂ້າພະເຈົ້າໄດ້ເປັນແຮກສ່ຽວອ້າຍນ້ອງ. ພໍ່ຂ້າພະເຈົ້າກໍ່ດີໃຈ ແລະ ໄດ້ມີຕື່ມລູກຊາຍອີກຄົນໜຶ່ງ. ໃນພາຍພາກໜ້າ ຖ້າຫາກເຈັບເປັນກໍ່ມີຜູ້ມາຢື້ຢາມຖາມຂ່າວຊ່ວຍເຫຼືອກັນ”.

     ຕາມເຈົ້າເຫຼົ່າ ອີໂທນນີເອ ຕາແສງ ອີອາຕາ ແລ້ວ, ພິທີຜູກສ່ຽວເປັນອ້າຍນ້ອງແມ່ນມີຄວາມໝາຍທາງດ້ານວັດທະນະທຳມະນຸດ. ເຈົ້າເຫຼົ່ານີເອ ເວົ້າວ່າ:

     “ພິທີຜູກສ່ຽວເປັນອ້າຍນ້ອງ ຕາມປະເພນີຂອງຊາວເຜົ່າ ເອເດ ແມ່ນສຳຄັນທີ່ສຸດ. ຖ້າວ່າໄດ້ເປັນແຮກສ່ຽວອ້າຍນ້ອງແລ້ວ ນັບແຕ່ນີ້ເປັນຕົ້ນໄປ ເຂົາເຈົ້າຈະເປັນອ້າຍນ້ອງຕະຫຼອດໄປ”.

      ຕາມປະເພນີຂອງຊາວເຜົ່າ ເອເດ ແລ້ວ ພິທີຜູກສ່ຽວເປັນອ້າຍນ້ອງແມ່ນປະຕິບັດຕາມຄວາມອາສາສະໝັກ ບໍ່ສະແຫວງຫາຜົນປະໂຫຍດ. ນັ້ນແມ່ນການຜູກສ່ຽວລະຫວ່າງເພື່ອນສອງຄົນ ແຕ່ກໍ່ຍັງຈະເປັນພິທີຜູກສ່ຽວລະຫວ່າງບັນດາໝູ່ບ້ານນຳກັນ. ພິທີຜູກສ່ຽວເຄີຍຖືກຈັດຂຶ້ນຢູ່ເຮືອນຂອງໜຶ່ງໃນຈຳນວນສອງຄົນທີ່ຜູກສ່ຽວນຳກັນ. ກ່ອນທີ່ຈັດພິທີ, ເຈົ້າຂອງເຮືອນກະກຽມເຫຼົ້າໄຫ 10 ໄຫ, ໝູໜຶ່ງໂຕ, ໄກ່ສອງໂຕ ພ້ອມກັບເຂົ້າໜຽວ ແລະ ເຄື່ອງປຸງອື່ນໆ ເຄື່ອງຂອງທີ່ຂາດບໍ່ໄດ້ໃນພິທີຜູກສ່ຽວເປັນອ້າຍນ້ອງ ກໍ່ແມ່ນບັນດາປອກແຂນທອງ. ເພາະວ່າປອກແຂນຂອງຊາວເຜົ່າ ເອເດ ມີທັງປັດໄຈວັດທະນະທຳ ແລະ ປັດໄຈຈິດວິນຍານ ຕິດພັນກັບບັນດາພິທີກຳໃນຊີວິດຂອງມະນຸດ. ເຈົ້າເຫຼົ່າ ອີຣູອາອຸນ ຢູ່ຕາແສງ ອີອາຕາ ໃຫ້ຮູ້ວ່າ:

      “ສຳລັບປອກແຂກທອງນີ້ ບໍ່ຕ້ອງປະໃຫ້ສູນເສຍໄປ. ຖ້າຫາກຖືກສູນເສຍຜູ້ກ່ຽວຈະປະສົບກັບສິ່ງທີ່ບໍ່ໂຊກດີ ແລະ ສຸຂະພາບກໍ່ບໍ່ແຂງແຮງ. ປອກແຂນມີຈິດໃຈຂອງສອງຄົນຜູກພັນນຳກັນ”.

     ພາຍຫຼັງພິທີຜູກສ່ຽວ ສອງຄົນທີ່ເປັນອ້າຍນ້ອງ ຈະໄດ້ຮັບປອກແຂກທອງຈາກບັນດາສະມາຊິກ ຍາດພີ່ນ້ອງໃນຄອບຄົວເຈົ້າຂອງເຮືອນ. ຫຼັງຈາກນັ້ນທຸກໆຄົນກໍ່ພ້ອມກັນດື່ມເຫຼົ້າໄຫມ່ວນຊື່ນນຳກັນ. ພິເສດພາຍຫຼັງທີ່ໄດ້ຜູກສ່ຽວເປັນອ້າຍນ້ອງ ສິ່ງທີ່ຄະລຳທີ່ສຸດ ແມ່ນທຸກໆຄົນບໍ່ໄດ້ໂຕ້ຖຽກັນຂັດແຍ່ງກັນ. ຖ້າຫາກວ່າຜູ້ໃດລະເມີດກໍ່ຈະຖືກປັບໄໝໝູສາມໂຕ ຫຼື ຄວາຍໜຶງໂຕ ຫຼຶ ງົວໜຶ່ງໂຕ. ມາເປັນສັກຂີພະຍານຜູກສ່ຽວ, ນາງ ເຮີຢວນນີເອ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຕໍ່ສີສັນຂອງພວກຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າລຸ້ນຄົນຕໍ່ໄປ ຈະຮັກສາສີສັນຊົນເຜົ່າເອເດ ຕະຫຼອດໄປ”.

      ພິທີຜູກສ່ຽວເປັນອ້າຍນ້ອງໄດ້ຮັບຄວາມເຄົາລົບຮັກສາ ແລະ ສືບທອດກັນຜ່ານຫຼາຍລຸ້ນຄົນຈາກຊາວເຜົ່າ ເອເດ ນີ້ເປັນການສະແດງໃຫ້ເຫັນນ້ຳໃຈສາມັກຄີວົງຄະນາຍາດ ນັບມື້ໄດ້ຮັບການປັບປຸງເປັນກຳລັງໜູນ ເພື່ອໃຫ້ພໍ່ແມ່ພີ່ນ້ອຊາວເຜົ່າ ເອເດ ຜ່ານຜ່າຄວາມຫຍຸ້ງຍາກ ກໍ່ສ້າງໝູ່ບ້ານໃຫ້ນັບມື້ນັບຮັ່ງມີສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ