ການຮັກສາສິລະປະສານກະພາຂອງຊາວເຜົ່າຈູຣູ

(vovworld)- ​​​ສ​ຳ​ລັ​ບບັນ​ດາເຜົ່າ​​ຢູ່​ເຂດໄຕ​ງວຽນ, ໃນ​ນັ້ນ ມີເຜົ່າ ຈູ​ຣູ, ກະ​ພາ​ແມ່ນເຄື່ອງ​ໃຊ້​ທີ່​ໃກ້​ຊິດ​ສະ​ໜິດ​ຕິດ​ພັນກັບ​ຊາວ​ເຜົ່າ​ຈູ​ຣູ ໃນ​ການ​ດຳ​ເນີນ​ຊີ​ວິດ​ປະ​ຈຳ​ວັນ. ສຳ​ລັບ​ເຂົາ​ເຈົ້າ​ແລ້ວ, ກະ​ພາ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຫລາຍ​ປັດ​ໄຈ​​ດ້ານວັດ​ທະ​ນະ​ທຳ ແລະ ແມ່ນ​ເຄື່ອງ​ໃຊ້​ທີ່ຊາວ​​ເຜົ່າຈູ​ຣູ ​ໄດ້​ຝາກ​ຝັງ​ອາ​ລົມ​ຈິດ​ກໍ​ຄື​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ທຳ​ມະ​ຊາດ, ຊີ​ວິດ​ການ​ເປັນ​ຢູ່​ຕາມ​ວິ​ທີ​ສັງ​ເກດ, ວິ​ທີ​ນຶກ​ຄິດ​ສະ​ເພາະ​​ຂອງຕົນ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫວິງ​ຟອງ.

ການຮັກສາສິລະປະສານກະພາຂອງຊາວເຜົ່າຈູຣູ - ảnh 1
ເພື່ອ​ສານ​ກະ​ພາ​ເຄື່ອງ​ຫ​ນຶ່ງ​ໃຫ້ສຳ​ເລັດຊາວ​ເຜົ່າ ຈູ​ຣູ ຕ້ອງ​ກະ​ກຽມ​ຫລາຍ​ຂັ້ນ​ຕອນ​​​ຢ່າງລະ​ອຽດ​ລະ​ອໍ


        ​ເມື່ອ​ໄປ​ຢ້ຽມ​ຢາມ​ເຂດ​ໄຕ​ງວຽນ, ພວກ​ເຮົາ​ ເຄີຍພົບ​ເຫັນ​​ບັນ​ດາຜ້​ູ​ເຖົ້າ​ຜູ້​ແກ່, ຜູ້​ຊາຍ, ແມ່​ຍິງ ແລະ ເດັກ​ນ້ອຍ​ ຖື​ກະ​ພາ​ໄປ​ໄຮ່​ໄປ​ນາ, ໄປ​ຕະ​ຫລາດ. ກະ​ພາ​ແມ່ນ​ເຄື່ອງ​ໃຊ້​ສະ​ດວກ​ທີ່​ສຸດ​ໃນ​ການ​ໄປ​ມາ, ບັນ​ທຸກ​ເຄື່ອງ​ໃຊ້​ໄມ້​ສອຍ​ຮັບ​ໃຊ້​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ. ສຳ​ລັບ​ຊາວ​ເຜົ່າ ຈູ​ຣູ​ແລ້ວ, ກະ​ພາ ບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ໃຊ້​ປະ​ຈຳ​ວັນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຜະ​ລິ​ດ​ຕະ​ພັນ​ສິ​ລະ​ປະ​ຊື່ງ​ໄດ້​ຮັບ​ຖື​ວ່າ ແມ່ນ “ກະ​ພາ​ດອກ​ໄມ້” ເພາະ​ມັນ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ບັນ​ດາ​ລວດ​ລາຍ​ທີ່​ງາມ​ຕາ​ຜ່ານ​ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ຊາວ​​ເຜົ່າ.

        ເພື່ອ​ສານ​ກະ​ພາ​ເຄື່ອງ​ຫ​ນຶ່ງ​ໃຫ້ສຳ​ເລັດ, ພິ​ເສດ​ແມ່ນ​ກະ​ພາ​ດອກ​ໄມ້, ຊາວ​ເຜົ່າ ຈູ​ຣູ ຕ້ອງ​ກະ​ກຽມ​ຫລາຍ​ຂັ້ນ​ຕອນ​​​ຢ່າງລະ​ອຽດ​ລະ​ອໍ ຈາກ​ການ​​ຄັດເລືອກ​ວັດ​ຖຸ​ດິບ​ຕະ​ຫລອດ​ຮອດ​ບັນ​ດາ​ຂັ້ນ​ຕອນ​ສ້າງ​ລວດ​ລາຍ ແລະ ​​ສານກະ​ພາໃຫ້​ສຳ​ເລັດ. ວັດ​ຖຸ​ດິບ​ເພື່ອ​ສານ​ກະ​ພາ ແມ່ນ​​​ໄມ້​ໄຜ່,​ໄມ້ເຮ້ຍ, ​ສາຍ​ຫວາຍ.. ພ້ອມ​ກັບ​ເປືອກ​ໄມ້​ອື່ນ. ​ເມື່ອ​ສານ​ຮອດ​ໂຕ​ກະ​ພາ, ຜູ້​ສານ​ກະ​ພາ​ເລີ່ມ​ຕົ້ນ​​ໃຊ້​ຕອກໄມ້​​ໄຜ່ເພື່ອ​ສ້າງລວດ​ລາຍ. ຊາວ​ເຜົ່າ ຈູ​ຣູ ເຄີຍ​ໃຊ້​ສີ​ຂອງ​ໄມ້​ໄຜ້, ໄມ້​ເຮ້ຍ​ເພື່ອ​ສ້​າງ​ເປັນ​ສີ​ຂອງ​ລວດ​ລາຍ. ພາຍ​ຫລັງ​ສານ​ກະ​ພາ​ສຳ​ເລັດ​ແລ້ວ, ​ກໍ່ເອົາ​​​ກະ​ພາ​ແຂວນ​ຢ້າງ​ໄຟ​ໃນ​ເຮືອນ​ຄົວ​ເປັນ​ໄລ​ຍະ​ຫ​ນຶ່ງ, ເວ​ລານັ້ນ ກະ​ພາ​ຈະ​ປ່ຽນ​ສີ​ເປັນ​ສີ​ໝາກ​ກະ​ເບົາ​. ອ້າຍ ຫງວຽນ​ວັນ​ດຶກ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ພວມ​ເລືອກ​ເຟັ້ນ​ກະ​ພາ​ດອກ​ໄມ້​ເຄື່ອງ​ຫນຶ່ງ ໄດ້​ແບ່ງ​ປັນ​ວ່າ:

“ຢູ່​ບັນ​ດາ​ເຜົ່າ​ອ​ື່ນ, ຕົວ​ຢ່າງ​ຄື​ຢູ່​ເຂດ​ພູ​ດອຍ​ທາງ​ພາກ​ເຫນືອ​ຫວຽດ​ນາມ, ກະ​ພາທີ່​ເຂົາ​ເຈົ້າ​ສານ​ແມ່ນບໍ່​ມີ​ລວດ​ລາຍ​ປະ​ດັບ​ປະ​ດາ, ແຕ່​ກະ​ພາ​ຂອງ​ຊາວ​ເຜົ່າ ຈູ​ຣູ ຢູ່​ເຂດ​ໄຕ​ງວຽນ ນີ້ ​ເຂົາ​ເຈົ້າ​ສານ​ງາມ​ຫລາຍ. ຈາກວິ​ທີ​ສານ, ເຕັກ​ນິກ​ໃນ​ການ​ປະ​ດັບ​ປະ​ດາ​ລວດ​ລາຍ​ລ້ວນ​ແຕ່​ໄດ້​​ຮັບ​ການປະ​ຕິ​ບັດ​ຢ່າງ​ຄ່ອງ​ແຄ້ວ​ລະ​ອຽດ​ລະ​ອໍ. ບັນ​ດາ​ລວດ​ລາຍ​ມີ​ຕົວ​ຫນັງ​ສື V, ໝາ​ກ​ຄໍ້​ໄດ້​ຮັບ​ການ​ສານ​ຢ່າງ​ງາມ​ຕາ, ມີ​ສີສັນ​ຫລາກ​ຫລາຍ, ເຮັດ​ໃຫ້​ກະ​ພາ​ຍາມ​ໃດ​ກໍ່ພົ້ນ​ເດັ່ນ​ແລະ ແຫນ້​ນຫນາ​ດີ.”

        ເອື້ອຍ ມາ​ເບີນ, ​ຢູ່​ບ້ານ ປະ​ແຣ ຕາ​ແສງ ຟູ​ໂຮ້ຍ, ເມືອງ ດືກ​ຈ້ອງ ແຂວງ ເລີມ​ດົງ ແບ່ງ​ປັນ​ວ່າ: ກ່ອນນີ້ ພຽງ​ແຕ່​ຜູ້​ມີ​ອາ​ຍຸ​ສູງ​ຈຶ່ງ​ຮູ້​ຈັກ​​ກາ​ນສານ​ກະ​ພາ​ດອກ​ໄມ້ ແຕ່​ປະ​ຈຸ​ບັນ, ບັນ​ດາ​ອ້າຍ​ບ່າວ, ນາງ​ສາວ​ ໃນເຜົ່າ ຈູ​ຣູ ໄດ້​ສືບ​ທອດ​ວິ​ທີ​ສານ​ກະ​ພາ ແລະ ບັນ​ດາ​ເຕັກ​ນິກ​ໃນ​ການ​ປະ​ດັບ​ປະ​ດາ​ລວດ​ລາຍ. ເລື່ອ​ງ​ເປີດ​ຊຸດ​ຖ່າຍ​ທອດ​ການ​ສານ​ກະ​ພາ​ໃຫ້​ລຸ້ນ​ຫນຸ່ມ ໄດ້​ປະ​ກອບ​ສ່ວນ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາ​ຍ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ນີ້​ໄວ້.

ການຮັກສາສິລະປະສານກະພາຂອງຊາວເຜົ່າຈູຣູ - ảnh 2
ເຈົ້າ​ກົກ​ເຈົ້າ​ເຫລົ່າ ອີ​ອາ​ຮຽງຜູ້ນ​ຳ​ຫນ້າ​ໃນ​ການ​ຖ່າຍ​ທອດ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ ຈູ​ຣູ

        “ກ່ອນນີ້ ມີ​​ເພື່ອ​ນ​ຫນຸ່ມບໍ່ເທົ່າ​ໃດ​ຄົນ ​ຮູ້​ຈັກສານ​ກະ​ພາ. ​ຫລັງ​ຈາກນັ້ນ ​ອຳ​ນາດ​ການ​ປົກ​ຄອງ ເມືອງ, ຕາ​ແສງ ໄດ້​ເປີດ​ຊຸດ​ຝືກ​ອົບ​ຮົມ, ສອນ​ໃຫ້​ບັນ​ດາ​ເພື່ອນ​ຫນຸ່ມ​ວິ​ທີ​ສານ​ກະ​ພາ. ມີ​ເພື່ອນ​ຫນຸ່ມ​​ຊາວ​​ເຜົ່າຈູ​ຣູ ຫລາຍ​ຄົນໄດ້​ມາ​ຮຽນ​ຊຸດ​ສອນ​ວິ​ທີ​ສານ​ກະ​ພານີ້. ນອກນັ້ນ, ບັນ​ດາ​ເຈົ້າ​ກົກ​ເຈົ້າ​ເຫລົ່າ​ໃນ​ບ້ານກໍ່​ໄດ້​ຈັດ​ຕັ້ງ​ບັນ​ດາ​ຊຸດ​ຮຽນ, ມີ​ຊາວ​ຫນຸ່ມ​ຫລາຍ​ຄົນ​ກໍ່​ໄດ້​ມາ​ຮຽນ​ວິ​ທີ​ສານ​ກະ​ພາ”

        ຢູ່ ບ້ານ ປະ​ແຣ ຕີ​ຢອງ, ຕາ​ແສງ ຟູ​ໂຮ້ຍ, ເມືອງ ດືກ​ຈ້ອງ, ນັກ​ສິ​ລະ​ປະ​ການ ອີ​ອາ​ຮຽງ ແມ່ນ ຜູ້ນ​ຳ​ຫນ້າ​ໃນ​ການ​ຖ່າຍ​ທອດ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ ຈູ​ຣູ ໃຫ້​ລຸ້ນ​ຫນຸ່ມ. ໂດຍ​ຮູ້​ຈັກ​ການ​ຈັກ​ສານ​ເມື່ອ​ມີ ອາ​ຍຸ 8 ປີ, ໃນ​ເກືອບ 60 ປີ​ຜ່ານ​ມາ, ​ແຕ່​ລະ​ມື້ ນັກ​ສິ​ລະ​ປະ​ການ ອີ​ອາ​ຮຽງ ຍັງ​ສືບ​ຕໍ່​ເຂົ້າ​ເຂົ້າ​ໄປ​ປ່າ​ຕັດ​ເອົາ​ໄມ້​ໄຜ່, ໄມ້​ເຮ້ຍ, ​ສາຍຫວາຍ​ເພື່ອ​ເອົາ​ເມືອ​ສານ​ກະ​ພາ. ນັກ​ສິ​ລະ​ປະ​ການ ອີ​ອາ​ຮຽງ ຖື​ວ່າ: ເລື່ອງ​ຖ່າຍ​ທອດ​ວິ​ທີ​ສານ​ກະ​ພາ​ໃຫ້​ລຸ້ນ​ຫນຸ່ມ, ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ລາຍ​ຮັບ​ຕື່ມ​ອີກ​ເທົ່າ​ນັ້ນ ຫາກ​ສຳ​ຄັນ​ ແມ່ນ​ຮັກ​ສາ​ອາ​ຊີບ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງ​ເຜົ່າ ຈູ​ຣູ ໄວ້້​ໄ​ດ້ອີກ​ດ້ວຍ. ໄລ​ຍະ​ຜ່ານ​ມາ, ນອກ​ຈາກ​ຖ່າຍ​ທອດ​ອາ​ຊີບ​ສານ​ກະ​ພາ​ໃຫ້​ລູກ​ຂອງ​ຕົ​ນ 8 ຄົນ​ແລ້ວ, ທ່ານ ອີ​ອາ​ຮຽງ ​ຍັງ​ໄດ້​ສອນ​ອາ​ຊີບນີ້​ໃຫ້​ຊາວ​ບ້ານ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຮູ້​ຈັກ​ວິ​ທີ​ຈັກ​ສານ ແລະ ສາ​ມາດ​ສານ​ເຄື່ອງ​ໃຊ້ໄມ້​ສອຍ​ໃນ​ຄອບ​ຄົວ​ດ​ດ້ວຍຕົນ​ເອງ​ໄດ້. ​ນັກ​ສິ​ລະ​ປະ​ການ ອີ​ອາ​ຮຽງ ແບ່ງ​ປັນ​ວ່າ:

        “​ການຮັກ​ສາ​ອາ​ຊີບນີ້​ເພື່ອ​ຟື້ນ​ຟູ​ອາ​ຊີບ​ຈັກ​ສານ​, ສານ​ກະ​ພາ​ຂອງ​ຊາວ​ເຜົ່າ ຈູ​ຣູ ແມ່ນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ນຶກຄິດ​ເຖິງ ແລະ ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ວ່າ ອາ​ຊີບນີ້​ຖືກ​ສູນ​ຫາຍ​ໄປ. ປະ​ຈຸ​ບັນ ລັດ​ໄດ້​ເປີດ​ບັນ​ດາ​ຊຸດ​ຮຽນ​ເພື່ອ​ສອນ​ອາ​ຊີບ​ສານ​ກະ​ພາ​ໃຫ້​​ພໍ່​ແມ່ປະ​ຊາ​ຊົນ​. ສະ​ນັ້ນ ຜູ້​ເຖົ້າ​ຜູ້​ແກ່, ຄົ​ນ​ລຸ້ນ​ຫນຸ່ມ​ໃນ​ບ້ານ​ຕ້ອງ​ເຕົ້າ​ໂຮມ​ມາ​ຮຽນ​ເພື່ອ​ຮັກ​ສາ​ອາ​ຊີບ​​ສານກະ​ພາ​ໄວ້.”

        ບໍ່​ພຽງ​ແຕ່​ໄດ້​ນຳ​ໃຊ້​ເມື່ອ​ໄປ​ໄຮ່​ໄປ​ນາ, ໄປ​ຕະ​ຫລາດ ເທົ່າ​ນັ້ນ, ກະ​ພາ​ສານດອກ​ໄມ້​ຂອງ​ຊາວ​​ເຜົ່າ ຈູ​ຣູ ຍັງ​ໄດ້​ນຳ​ໃຊ້​ໃນ​ບັນ​ດາ​ງານ​ບຸນ​, ເມື່ອ​ໄປ​ເຂົ້າ​ຮ່ວມ​ງານດອງ, ໄປ​ຫລິ້ນ ແລະ​ບັນ​ດາ​ກະ​ພາ​ນ້ອຍ​​ຍັງໄດ​້​ນຳ​ໃຊ້​ໃນ​ພິ​ທີ​ຕັ້ງ​ຊື່​ໃຫ້​ເດັກ​ນ້ອຍ​ອີກ. ຂັ້ນ​ຕອນ​, ເຕັກ​ນິກ​ໃນ​ການສານ​ກະ​ພາ​ຢ່າງ​ລະ​ອຽດ​ລະ​ອໍ ກໍ່​ຄື ຄຸນ​ຄ່າ​ຂອງ​ກະ​ພາ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຊຳ​ນ​ານ​ງານ, ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ຊາວ​ເຜົ່າ ຈູ​ຣູ, ຊື່ງ​ແມ່ນ​ບັນ​ດາ​ຜູ້​ທີ່​ພວມ​ມາ​ນະ​ພະ​ຍາ​ຍາມ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ​ຕົນໄວ້.

       


ຕອບກັບ

ຂ່າວ/ບົດ​ອື່ນ