ຄົ້ນຫາເກາະນາມຢູ

​ເຂດ​ໝູ່​ເກາະ​ນາມ​ຢູ ຂຶ້ນ​ກັບ​ແຂວງ​ກຽນ​ຢາງ ຫ່າງ​ຈາກ​ນະຄອນ​ແຣກຢາ ໄປ​ທາງ​ທິດຕາ​ເວັນ​ຕົກ 52 ​ໄມ​ທະ​ເລ (ປະມານ 90 ກມ) . ນາມ​ຢູ ພວມ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽງ​ທີ່​ດຶງ​ດູດ​ໃຈ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທ​ດ. ​ໃນ​ລາຍການ​ທ່ອງ​ທ່ຽວ​ຫວຽດນາມ ພາກ​ນີ້, ​ເຊີນ​ທ່ານ​ພ້ອມ​ກັບ​ນັກ​ຂ່າວ​ຫວີງ​ຟອງ ​ໄປ​ຢ້ຽມຢາມ​ເຂດ​ໝູ່​ເກາະ​ນາມ​ຢູ ຢູ່​ແຂວງ​ກຽນ​ຢາງ ທາງ​ພາກ​ໃຕ້​ຫວຽດນາມ

ຄົ້ນຫາເກາະນາມຢູ - ảnh 1
(ເຂດ​ໝູ່​ເກາະ​ນາມ​ຢູ )

​ເພື່ອ​ໄປ​ເກາະ​ນາມ​ຢູ, ​ແຂກ​ທ່ອງ​ທ່ຽວ​ຕ້ອງ​ຂີ່​ເຮືອ​ຈາກ​ແຣກຢາ ​ແຂວງ​ກຽນ​ຢາງ ​ໃນ​ເວລ​າປະມານ 5 ຊົ່ວ​ໂມງຈຶ່ງ​ຈະ​ມາຮອດ​ໝູ່ເກາະທີ່​ຫົກ​ເຫື້​ອເປົ່າ​ຫວ່າງ​ແຫ່ງ​ນີ້. ​ເກາະຮ່ອນ​ເລີ້ນ ແມ່ນ​ເກາະ​ແຫ່ງ​ໃຫ່ຍກ່ວາ​ໝູ່ ​ແລະ ສູງ​ກ່ວາ​ໝູ່​ຢູ່​ທີ່​ນີ້ ທັງ​ແມ່ນ​ແຫ່ງ​ທຳ​ອິດ​ຊຶ່ງແຂກ​ທ່ອງ​ທ່ຽວ​ມັກ​ມາ​ຢ້ຽມຢາມ​. ​ເສັ້ນທາງ​ຂຶ້ນ​ຈອມ​ພູ​ສູງ 300 ມ ​ເມື່ອ​ທຽບ​ກັບ​ໜ້ານ້ຳທະ​ເລຖຶກປູ​ຢ່າງ​ດ້ວຍ​ລວງ​ຍາວ 2,5 ກມ, ​ແມ່ນ​ເສັ້ນທາງຄົດ​ລ້ຽວ, ມີ​ບາງ​ຕອນຢູ່​ລະຫວ່າງ​ກາງຈອມ​ພູ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ແສງ​ແດດ, ​ແຕ່​ມີ​ບາງ​ຕອນ​ພັດ​ຢູ່​ໃຕ້​ຮົ່ມ​ໄມ້​ປ່າທີ່​ເຢັນ​ສະບາຍ. ຖ້າ​ຢືນ​ຢູ່​ເທິງຈອມ​ພູ​, ​ແຂກ​ທ່ອງ​ທ່ຽວ​ສາມາດ​ມອງ​ເຫັນທິວ​ທັດ​ເຂດ​ໝູ່​ເກາະ​ນາມ​ຢູທັງໝົດ ດ້ວຍ​ເກາະ​ນ້ອຍ 21 ​ແຫ່ງ​ຕັ້ງ​ຢູ່​ອ້ອມ​ເກາະ​ຮ່ອນ​ເລີ້ນ ​ແລະ ຢື່ນຢູ່​ບ່ອນ​ສູງ​ສຸດ​ຂອງ​ເກາະ, ​ແຂກ​ທ່ອງ​ທ່ຽວ​ກໍ​ສາມາດ​​ເຫັນ​ໄດ້​ທົ່ວ​ເຂດ​ເທດສະບານ​ອານ​ເຊີນ​ດ້ວຍ​​ເຮືອນ​ປະມານ 300 ​ແຫ່ງ​ນອນ​ໃນ​ຕີນ​ພູ ​ແລະ ຢູ່​ລຽບ​ຕາມ​ເຂດ​ຝັ່ງທະ​ເລ​ທີ່​ມີ​ລວງຍາວ​ເກືອບ 2 ກມ. ຢູ່​ທາງ​ທິດຕາ​ເວັນ​ຕົກ​ແມ່ນ ບາຍງື້ ດ້ວຍ​ບັນດາ​ຫຼັງຄາ​ຢູ່​ໃຕ້​​ແຖວຕົ້ນໝາກພ້າວ​ທີ່​ຂຽວ​ອຸ່ມ​ທູ່​ມ. ​ເ​ອື້​ອຍ​ເຈີ່ນ​ທິມາຍ​ແອ​ງ ​ແຂກ​ທ່ອງ​ທ່ຽວ​ມາ​ຈາກນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

  “ຂ້າພະ​ເຈົ້າ​ເຫັນ​ວ່າ​ ​ເກາະນາມ​ຢູ ຍັງຮັກສາ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ​ໄວ້​ໄດ້. ທີ​ວທັດ​ທຳ​ມະ​ຊາດ​ສວຍ​ງາມ​ ​ແລະ ສະຫງົບ​ງຽບທີ່​ສຸດ ຂ້າພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ຊາວ​ທ້ອງ​ຖິ່ນ​ໃນ​ເກາະ, ​ເຂົາ​ແມ່ນເປັນ​ຄົນ​ໃຈດີ ​ແລະ ຮັ​ກແພງ​ແຂກ“

ຄົ້ນຫາເກາະນາມຢູ - ảnh 2

ນອກຈາກ​ເກາະ​ຮ່ອນ​ເລີ້ນ​, ​ແຂກ​ທ່ອງ​ທ່ຽວ​ຍັງ​ສາມາດ​ໄປ​ຢ້ຽມຢາມ​ເກາະ​ແຫ່ງອື່ນຢູ່​ອ້ອມ​ແອ້ມ​ຄື​ເກາະ​ຮ່ອນ​​ໂນ່ມງາ​ວຍ, ຮ່ອນ​ໂນ່ມ​ເຢືອ, ຮ່ອນ​​ໂນ່ມຈອງ, ຮ່ອນ​ເຢີ​ມ, ຮ່ອນ​ຮ່າງ, ຮ້ອນ​ໂມກ, ຮ່ອນ​ແຈ, ຮ່ອນ​ຍ່ານ ​ໃນ​ທາງ​ທິດ​ເໜືອ. ນອກຈາກ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ​ແລ້ວ, ບັນດາ​ເກາະ​ເຫຼົ່າ​ນີ້ຍັງ​ມີ​ແກ້ງ​ຫີນ​ງາມ​ປຽບເໝືອນຮູບ​ແກະສະຫຼັກ​ໂດຍ​ຄື້ນຟອງ​ທະ​ເລ ​ແລະ ທຳ​ມະ​ຊາດສ້າງ​ຂຶ້ນ​ມາ​ເປັນ​ເວລາ​ນັບ​ໝື່ນໆ​ປີ​ກ່ອນ. ​ເມື່ອ​ມາ​ຢ້ຽມຢາມ​ເກາະ​ນາມ​ຢູ, ​ແຂກ​ທ່ອງ​ທ່ຽວ​ເຄີຍ​ພັກ​ຢູ່​ເກາະ​ຮ່ອນ​ງາ​ງ ໃຈກາງ​ຕາ​ແສງ​ນາມ​ຢູ ຫລື ຮ່ອນ​ເມົາ ເພາະວ່າ​ຢູ່​ນີ້​ມີ​ເຮືອນ​ພັກ, ​ໂຮງ​ແຮມ ​ແລະ ຮ້ານ​ກິນ​ດື່ມ​ຫຼາຍ​ແຫ່ງ. ​ເກາະຮ່ອນ​ເມົາ ກ້ວາງ​ປະມານ​ 200 ​ແຮັກ​ຕາ ​ແລະ ​ໃນ​ເກາະ​ມີ​ບ້ານ​ຊາວ​ປະມົງ​ນ້ອຍ​​ແຫ່ງ​ໜຶ່ງ​ດ້ວຍ​ເຮືອນ​ປະມານ 100 ​ຫຼັງ ​ແລະ ມີ​ບັນດາ​ຫາດ​ຊາຍທະ​ເລ​ທີ່​ສວຍ​ງາມ​ທີ່​ສຸດ.

​​ຮອດຍາມ​ຄ່ຳ​ຄືນຢູ່​ເກາະ​ນາມ​ຢູ ມີ​ຄວາມ​ຄຶກຄົມໜາ​ແໜ້ນ​ພໍ​ສົມຄວນ​ດ້ວຍ​ເຮືອ​ນັບ​ພັນ​ລຳອອກສູ່ທະ​ເລ​ເພື່ອຕຶກປາ​ມຶກ​… ​ໃນ​ຈຸດ​ເວລາ​ນີ້, ທະ​ເລ​ທີ່​ກ້ວາງ​ໃຫ່ຍ​ໄພສານ​​ຄື​ວ່າ​ ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍດອກໄຟນັບ​ໝື່ນ​ດອກ ​ສ້າງ​ເປັນຮູບ​ພາບທີ່ສວຍ​ງາມ​ແບບ​ມະຫັດສະຈັນ, ມາ​ຢ້ຽມຢາມເກາະ​ນາມ​ຢູ, ​ແຂກ​ທ່ອງ​ທ່ຽວ​ຍັງໄດ້​ຮັບ​ປະທານ​ອາຫານທະ​ເລ​ທີ່​ແຊບນົວ​ຫຼາຍ​ເຍື່ອງ​, ​ແຕ່ລະ​ເຍື່ອງ​ລ້ວນ​ແຕ່​ມີ​ລົດ​ຊາດ​ສະ​ເພາະ​ຄື: ປາ​ມຶກ, ຫອຍ, ຫອຍ​ແຄງ…​ເອື້ອຍ ຮ່ວາງ​ຫວູລິນ ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

“​ຂ້າພະ​ເຈົ້າພ້ອມ​ດ້ວຍ​ຄອບຄົວ​ໄດ້​ມາ​ພັກຜ່ອນ​ຢູ່​ທີ່​ນີ້. ​ເຖິງ​ວ່າ​ເງື່ອນ​ໄຂ​ດ້ານ​ວັດຖຸ​ຢູ່​ເກາະ​ຍັງ​ຂາດ​ເຂີນ​ກໍ​ຕາມ, ​ແຕ່ອາຫານ​ຢູ່​ໃນ​ເກາະ​ພັດແຊບ​ທີ່​ສຸດ, ບັນຍາກາ​ດໂປ່​ງ​ໃສ ​ແລະ ສະຫງົບ​ງຽບ. ​ເກາະ​ແຕ່ລະ​ແຫ່ງ​ມີ​ຄວາມ​ງາມ​ແຕກ​ຕ່າງ​ກັນ, ແຖວ​ຕົ້ນ​ໝາກພ້າວ, ​ແກ້ງ​ຫີນຢູ່​ທີ່​ນີ້​ໄດ້​ສ້າງ​ຄວາມ​ດູດ​ດື່ມ​​ທີ່​ສຸດ. ມັນ​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າຢາກ​ກັບ​ມາ​ຢ້ຽມຢາມແຫ່ງ​ນີ້​ຕື່ມ​ອີກ​“


ຄົ້ນຫາເກາະນາມຢູ - ảnh 3

ຈາກ​ເຂດ​ເກາະ​ທີ່​ເປົ່າ​ຫວ່າງ, ປະຈຸ​ບັນ, ນາມ​ຢູ​ ໄດ້​ກາຍ​ເປັນ​ເຂດ​ໝູ່​ເກາະ​ທີ່​ອຸດົມສົມບູນ, ຮັ່ງມີ, ສວຍ​ງາມ ​ແລະ ນັບ​ມື້​ນັບດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ​ຫງວຽນທາຍ​ຫວຽດ ຮອງ​ປະທານ​ຄະນະ​ກ​ຳມະ​ການ​ປະຊາຊົນຕາ​ແສງ​ອານ​ເຊີນ ​ໃຫ້​ຮູ້​ວ່າ:

​​ແຂກ​ທ່ອງ​ທ່ຽວມາ​ຢ້ຽມຢາມນາມ​ຢູ​ ສ່ວນ​ຫຼາຍ​ແມ່ນ​ມັກອາບນ້ຳທະ​ເລ, ຫາປາ, ຕຶກປາ​ມຶກ ​ແລະ ຮັບ​ປະທານ​ອາຫານທະ​ເລ​ປະ​ເພດ​ຕ່າງໆ. ພວກ​ຂ້າພະ​ເຈົ້າມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ການ​ພັດທະນາ​ການທ່ອງທ່ຽວ​ໃນ​ເກາະ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າພວມ​ຂົນຂວາຍ​ປະຊາຊົນ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄື: ກໍ່ສ້າງ​ໂຮງ​ແຮມ, ​ເຮືອນ​ພັກ ​ແລະ ບັນດາ​ເຂດ​ບໍລິການ​ອາຫານ​ການ​ກິນ…​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ“

​  ​ເພື່ອນ​ຈົ່ງ​ມາຢ້ຽມຢາມ​​ໝູ່​ເກາະ​ນາມ​ຢູ ​ເທື່ອ​ໜຶ່ງ​ ເພື່ອ​ສຳ​ພັດ​ກັບ​ທັດສະນີ​ຍະ​ພາບ ​ແລະ ຮັບ​ປະທານ​ອາຫານ​ທະ​ເລ​ຢູ່​ແຫ່ງ​ນີ້. ​ປະຊາຊົນ​ໃນ​ໝູ່​ເກາະນາມຢູ ຍາມ​ໃດ​ກໍ​ຍິນ​ດີ​ຕ້ອນຮັບ​ເພື່ອນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຜູ້ນຳ​ທ່ຽວ​ເພື່ອ​ຊ່ວຍ​ໃຫ​້​ເພື່ອນຄົ້ນພົບ​ໝູ່​ເກາະ​ແຫ່ງ​ນີ້. ​ເຖິງວ່າ​ເງື່ອນ​ໄຂ​ການ​ກິນ​ຢູ່​ໃນ​ເກາະ​ຍັງ​ຂາດ​ເຂີນ​ກໍ່ຕາມ ​ແຕ່​ເພື່ອນ​ຈະ​​ໄດ້​ເຈືອ​ຈານ​ເຂົ້າກັບ​ທຳ​ມະ​ຊາດ ກໍ​ຄື​ຊາວ​ປະມົງ​ໃນ​ເກາະ​ນາມ​ຢູ ​ແຫ່ງ​ນີ້.

ຂ່າວ/ບົດ​ອື່ນ